Go to full page →

ຈົ່ງສັງເກດໃຫ້ເຫັນຕົວຂອງທ່ານເອງຕາມສະຖານະ ຄວາມເປັນຈິງ SCL 126

ຄວາມຮັກອັນເລີກເຊິ່ງເຖິງຖອງທີ່ມີຕໍ່ອົງພຣະເຢຊູຄຣິສຕ໌ນັ້ນຈະບໍ່ສາມາດເກີດມີຂຶ້ນຢູ່ໃນຫົວໃຈຂອງຄົນຜູ້ທີ່ບໍ່ທັນເຂົ້າໃຈໄດ້ໃນທາດແທ້ແຫ່ງຄວາມບາບຂອງຕົນ. ຊີວິດຂອງຄົນທີ່ໄດ້ຖືກດັດ ແປງກໍ່ສ້າງໂດຍພຣະເດດພຣະຄຸນຂອງອົງພຣະຄຣິສຕ໌ເຈົ້ານັ້ນກໍຈະເປັນສິ່ງທີ່ເຊີດຊູທາດແທ້ແຫ່ງຄວາມເປັນເທພເຈົ້າຂອງພຣະອົງໃຫ້ສູງສົ່ງຍິ່ງຂຶ້ນ. ແຕ່ຖ້າວ່າພວກເຮົາຫາກຍັງບໍ່ທັນໄດ້ເຫັນໃນຄວາມ ເສື່ອມຊາມທາງດ້ານຄຸນສົມບັດຈັນຍາທັມຂອງຕົນນັ້ນແລ້ວກໍບໍ່ຕ້ອງມີຄວາມສົງສັຍເລີຍວ່ານັ້ນເປັນຫລັກຖານທີ່ສະແດງອອກ ໃຫ້ ເຫັນວ່າພວກເຮົາຍັງບໍ່ທັນໄດ້ຮູ້ໄດ້ເຫັນໃນຄວາມສວຍງາມວິລາວັນແລະຄວາມປະເສີດເລີດລ້ຳຂອງອົງພຣະຄຣິສຕ໌ນັ້ນເທື່ອ. SCL 126.1

ຍິ່ງພວກເຮົາຖ່ອມຕົວລົງພຽງເທົ່າໃດ, ຍິ່ງຈະພາໃຫ້ພວກ ເຮົາຮູ້ຈັກເຖິງການເຊີດຊູຄວາມບໍຣິສຸດຜຸດຜ່ອງແລະຄວາມຮັກໄຄ່ຂອງພຣະເຈົ້າຜູ້ໃຫ້ລອດຂອງພວກເຮົາຍິ່ງຂຶ້ນ. ຄວາມຮູ້ສຶກ ສຳນຶກຕົວເຖິງຄວາມບາບຂອງຕົນນັ້ນກໍຈະເປັນສິ່ງນຳພາພວກເຮົາໃຫ້ກ້າວເດີນເຂົ້າໄປຫາພຣະອົງຜູ້ຊົງໂຜດປະທານຄວາມໃຫ້ ອະພັຍນັ້ນຢູ່ສະເໝີມາ. ເມື່ອໃດທີ່ຄົນເຮົາຫາກຮູ້ສຶກໄດ້ໃນຄວາມໄຮ້ ສະມັຖພາບຂອງຕົນນັ້ນແລ້ວເຂົາກໍຈະເລີ່ມຊອກສະແຫວງຫາ ອົງ ພຣະຄຣິສຕ໌ ແລະ ພຣະອົງກໍຈະເປັນຜູ້ສະແດງອອກໃຫ້ເຫັນເຖິງ ຣິດທານຸພາບຂອງອົງພຣະຜູ້ເປັນເຈົ້າ. ຍິ່ງພວກເຮົາຮູ້ສຶກເຖິງ ຄວາມຈຳເປັນທີ່ຢາກຈະມີພຣະເຈົ້າ ແລະຈຳເປັນໃນພຣະວັຈນະ ຂອງພຣະອົງພຽງເທົ່າໃດ ກໍຍິ່ງຈະພາໃຫ້ພວກເຮົາມີທັສນະພາບອັນ ສູງສົ່ງຍິ່ງຂຶ້ນກ່ຽວກັບຄຸນນະວຸດທິຂອງພຣະອົງ ແລະ ຍິ່ງຈະພາ ໃຫ້ພວກເຮົາທຳການຝຶກຝົນກໍສ້າງຕົນໃຫ້ມີຄຸນສົມບັດທັສນະໃຫ້ຄ້າຍດັ່ງພຣະ ອົງຜູ້ຊົງເປັນພຣະຜູ້ເປັນເຈົ້າ./. SCL 126.2