Go to full page →

ແມ່ຍິງໝ້າຍແລະລູກກໍາພ້າ ມແ 196

ແມ່ຍິງໝ້າຍແລະລູກກໍາພ້າ ເປັນຜູ້ທີ່ພຣະຜູ້ເປັນເຈົ້າຊົງດູແລຮັກສາເປັນພິເສດ ມແ 196.2

“ພຣະເຈົ້າໃນທີ່ປະທັບບໍລິສຸດຂອງພຣະອົງ
ຊົງເປັນພຣະບິດາຂອງຄົນກໍາພ້າແລະຊົງເປັນຜູ້ປ້ອງກັນແມ່ຍິງໝ້າຍ
“ຜູ້ສ້າງເຈົ້າເປັນຜົວຂອງເຈົ້າ
ພຣະນາມຂອງພຣະອົງຄືພຣະເຢໂຮວາຈອມໂຍທາ
ແລະອົງບໍລິສຸດຂອງອິດສະລະເອນເປັນຜູ້ໄຖ່ຂອງເຈົ້າ
ເຂົາເອີ້ນພຣະອົງວ່າພຣະເຈົ້າຂອງສາກົນລະໂລກ
“ຈົ່ງຖິ້ມເດັກກໍາພ້າພໍ່ຂອງເຈົ້າໄວ້ເຖີດ ເຮົາຈະໃຫ້ເຂົາມີຊີວິດຢູ່
ແລະໃຫ້ແມ່ໝ້າຍຂອງເຈົ້າວາງໃຈໃຈເຮົາເຖີດ ” ມແ 196.3

ເພງສັນລະເສີນ 68:5; ເອສະຢາ 54:5; ເຢເລມີຢາ 49:11 {MH 202.1}

ເມື່ອບິດາຫຼາຍຄົນໄດ້ຈາກຄົນທີ່ເຂົາຮັກໄປ ພວກເຂົາໄດ້ຕາຍໄປໂດຍມີຄວາມ ເຊື່ອໃນພຣະສັນຍາຂອງພຣະເຈົ້າວ່າ ພຣະອົງຈະຊົງພິທັກຮັກສາຄອບຄົວຂອງເຂົາໄວ້ ອົງ ພຣະຜູ້ເປັນເຈົ້າຈະຊົງບໍາລຸງລ້ຽງແມ່ຍິງໝ້າຍແລະລູກກໍາພ້າບໍ່ແມ່ນໂດຍການອັດສະ ຈັນດ້ວຍມານາທີ່ຕົກລົງມາຈາກເທິງຟ້າ ບໍ່ແມ່ນດ້ວຍການສົ່ງອີ່ກາຄາບອາຫາມາໃຫ້ ພວກເຂົາ ແຕ່ດ້ວຍການອັດສະຈັນທີ່ພຣະອົງຊົງບັນດານໃຫ້ເກີດຂຶ້ນໃນຈິດໃຈຂອງມະ ນຸດໂດຍຂັບໄລ່ຄວາມເຫັນແກ່ຕົວອອກໄປແລະປ່ອຍນໍ້າພຸແຫ່ງຄວາມຮັກທີ່ເປັນເໝືອນ ດັ່ງຄວາມຮັກຂອງພຣະຄຣິດໄດ້ໄຫຼລິນອອກມາ ພຣະອົງຊົງມອບຜູ້ທີ່ຕົກທຸກໄດ້ຍາກ ແລະຜູ້ທີ່ໄດ້ສູນເສຍຍາດມິດສະຫາຍໄວ້ພາຍໃຕ້ການດູແລຂອງເຫຼົ່າສາວົກຂອງພຣະອົງ ດັ່ງສິ່ງທີ່ລໍ້າຄ່າ ພວກເຂົາຈຶ່ງມີຄວາມຊອບທໍາທີ່ສຸດທີ່ຈະໄດ້ຮັບຄວາມເຫັນອົກເຫັນໃຈ ຈາກເຮົາ {MH 202.2} ມແ 196.4

ແມ່ຍິງໝ້າຍຫຼາຍຄົນພ້ອມດ້ວຍລູກກໍາພ້າຂອງນາງຕ້ອງທົນດິ້ນຮົນຕໍ່ສູ້ດ້ວຍພາ ລະທີ່ທະວີຄູນທີ່ຫຼາຍຄັ້ງນາງຕ້ອງລໍາບາກເຮັດວຽກຢ່າງເກີນກໍາລັງ ເພື່ອທີ່ຈະບໍ່ຕ້ອງພາກ ຈາກລູກທີ່ຍັງອ່ອນນ້ອຍຂອງນາງ ແລະຍັງຕ້ອງຫາລ້ຽງທຸກປາກ ນາງມີເວລາເຫຼືອພຽງ ເລັກນ້ອຍໃນການອົບຮົມສັ່ງສອນລູກໆ ແລະບໍ່ຄ່ອຍຈະມີໂອກາດທີ່ຈະໄດ້ຢູ່ໃນບັນຍາ ກາດທີ່ຈະຊ່ວຍໃຫ້ຊີວິດຂອງລູກໆ ໄດ້ມີຄວາມລ່າເລີງແຈ່ມໃສ ແມ່ຍິງໝ້າຍເຫຼົ່ານີ້ຕ້ອງ ການກໍາລັງໃຈ ຄວາມເຫັນອົກເຫັນໃຈແລະຄວາມຊ່ວຍເຫຼືອຢ່າງຈິງໃຈ {MH 203.1} ມແ 197.1

ພຣະເຈົ້າຊົງເອີ້ນເຮົາໃຫ້ຊ່ວຍອຸປະຖໍາຄໍ້າຊູເດັກກໍາພ້າເຫຼົ່ານີ້ເທົ່າທີ່ເຮົາຈະສາມາດ ເຮັດໄດ້ ແທນທີ່ເຮົາຈະເຮັດຕົວເຢັນຊາບໍ່ໃສ່ໃຈ ຄອຍຈົ່ມຕິຕຽນຄວາມບົກຜ່ອງຂອງ ພວກເຂົາແລະບັນຫາທພວກເຂົາກໍ່ ແຕ່ຈົ່ງໃຫ້ຄວາມຊ່ວຍເຫຼືອພວກເຂົາໃນທຸກໆທາງ ເທົ່າທີ່ເຮົາຈະຊ່ວຍໄດ້ ຈົ່ງຊ່ວຍກັນປົດປ່ອຍຄວາມທຸກຍາກແລະແບ່ງເບົາພາລະຂອງຍິງ ໝ້າຍຜູ້ເປັນມານດາ {MH 203.2} ມແ 197.2

ນອກຈາກເດັກກໍາພ້າເຫຼົ່ານີ້ແລ້ວກໍຍັງມີເດັກອີກຢ່າງຫຼວງຫຼາຍທີ່ຂາດການອົບຮົມ ສັ່ງສອນຈາກບິດາມານດາ ແລະບໍ່ໄດ້ຢູ່ພາຍໃຕ້ສະພາບແວດລ້ອມໃນຄອບຄົວຂອງຄຣິດ ສະຕຽນ ຂໍໃຫ້ຜູ້ທີ່ເປັນຄຣິດສະຕຽນໄດ້ເປີດຈິດໃຈແລະບ້ານເຮືອນເພື່ອຕ້ອນຮັບເດັກໆ ຜູ້ຂາດທີ່ເພິ່ງພາເຫຼົ່ານີ້ ກິດຈະການງານທີ່ພຣະເຈົ້າໄດ້ຊົງມອບໝາຍໃຫ້ກັບພວກເຂົາເປັນ ໜ້າທີ່ຮັບຜິດຊອບສະເພາະສ່ວນບຸກຄົນຊຶ່ງບໍ່ຄວນຈະຖືກປັດໄປໃຫ້ເປັນໜ້າທີ່ຂອງອົງ ການກຸສົນຫຼືປ່ອຍໃຫ້ໄປຕາມຍະຖາກໍາໂດຍໃຫ້ມູລະນິທິສົງເຄາະຂອງສາທາລະນະເປັນ ຜູ້ດູແລ ຫາກເດັກນ້ອຍນັ້ນບໍ່ມີຍາດພີ່ນ້ອງທີ່ຄອຍລ້ຽງດູ ກໍຂໍໃຫ້ສະມາຊິກຂອງຄຣິສຕະ ຈັກຮັບລ້ຽງເດັກເຫຼົ່ານັ້ນໄວ້ໃນຄອບຄົວ ພຣະຜູ້ຊົງສ້າງເຮົາທັງຫຼາຍໄດ້ມີພຣະບັນຊາໃຫ້ ເຮົາໄດ້ມີສໍາພັນໄກ້ຊິດລະຫວ່າງຄອບຄົວ ແລະເດັກເຫຼົ່ານີ້ຈະສາມາດພັດທະນາອຸປະນິດ ໄສທີ່ດີທີ່ສຸດພາຍໃຕ້ບັນຍາກາດທີ່ອົບອຸ່ນໄປດ້ວຍຄວາມຮັກໃນຄອບຄົວຂອງຄຣິດສະ ຕຽນ {MH 203.3} ມແ 197.3

ຫຼາຍຄົນທີ່ມີບຸດຂອງຕົນເອງ ສາມາດທີ່ຈະຊ່ວຍອົບຮົມລ້ຽງດູບຸດຂອງຄົນອື່ນໆ ໄດ້ເປັນຢ່າງດີ ແທນທີ່ຈະຄອຍເອົາໃຈໃສ່ດູແລສັດລ້ຽງຫຼືທຸ້ມເທຄວາມຮັກໄຄ່ໃຫ້ກັບ ສັດເດຍລະສານ ຂໍໃຫ້ພວກເຂົາໄດ້ເອົາໃຈໃສ່ເດັກນ້ອຍເຫຼົ່ານີ້ແທນ ເດັກນ້ອຍທີ່ເຂົາສາ ມາດຈະຊ່ວຍປັ້ນແຕ່ງໃຫ້ມີອຸປະນິດໄສທີ່ຄ້າຍກັບພຣະເຈົ້າ ຈົ່ງສະແດງຄວາມຮັກຂອງ ທ່ານຕໍ່ເພື່ອນມະນຸດທີ່ບໍ່ມີບ່ອນພັກພິງ ຈົ່ງພິຈາລະນາເບິ່ງວ່າທ່ານຈະຊ່ວຍອົບຮົມເດັກ ນ້ອຍເຫຼົ່ານີ້ດ້ວຍການສັ່ງສອນແລະດ້ວຍການຕັກເຕືອນຕາມບົດບັນຍັດຂອງພຣະຜູ້ເປັນ ເຈົ້າໄດ້ເປັນຈໍານວນຫຼວງຫຼາຍສໍາລັບຕົວຂອງພວກເຂົາເອງ {MH 203.4} ມແ 198.1