Go to full page →

ໜ້າທີ່ຂອງຜູ້ທີ່ດູແລ ມແ 218

ພະຍາບານແລະຄົນອື່ນໆ ທີ່ມີໜ້າທີ່ກ່ຽວຂ້ອງໃນຫ້ອງຂອງຜູ້ປ່ວຍ ຄວນຈະເປັນ ຜູ້ທີ່ມີຈິດໃຈແຈ່ມໃສ ສະຫງົບແລະມີສະຕິທີ່ໝັ້ນຄົງຢູ່ສະເໝີ ພວກເຂົາຄວນຈະຫຼີກ ລ້ຽງການສະແດງອອກເຖິງຄວາມຕື່ນເຕັ້ນ ຮີບຮ້ອນຫຼືຄວາມສັບສົນວຸ້ນວາຍ ຄວນເປີດ ປິດປະຕູດ້ວຍຄວາມລະມັດລະວັງແລະຜູ້ທີ່ຢູ່ໃນຫ້ອງຄວນຈະຢູ່ໃນຄວາມສະຫງົບ ໃນ ກໍລະນີທີ່ຄົນປ່ວຍມີໄຂ້ຂຶ້ນສູງ ຜູ້ດູແລຈໍາເປັນຕ້ອງໃຫ້ຄວາມເອົາໃຈໃສ່ລະມັດລະວັງ ເປັນພິເສດໃນລະຍະທີ່ອາການສະແດງຄວາມຮຸນແຮງເຕັມທີ່ຈົນເມື່ອໄຂ້ໄດ້ທຸເລົາລົງ ກໍ ຍັງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຄອຍເຝົ້າຕິດຕາມດູແລອາການ ການຂາດຄວາມຮູ້ ການ ຫຼົງລືມໄດ້ຂ້າຊີວິດຂອງຜູ້ປ່ວຍຫຼາຍຄົນທີ່ໜ້າຈະມີຊີວິດຢູ່ ຖ້າໄດ້ຮັບການດູແລເອົາໃຈ ໃສ່ຢ່າງຖືກຕ້ອງໂດຍພະຍາບານທີ່ມີຄວາມສຸຂຸມຮອບຄອບແລະມີຄວາມລະມັດລະວັງ {MH 221.3} ມແ 218.3