Go to full page →

ພຣະສັນຍາຂອງການຊົງຮັກສາ ມແ 251

“ພຣະເຢໂນວາຊົງໄຖ່ຊີວິດຜູ້ຮັບໃຊ້ພຣະອົງ
ແລະບໍ່ມີຜູ້ໃດທີ່ວາງໃຈໃນພຣະອົງແລ້ວຈະຕ້ອງສາບສູນໄປ” ມແ 251.3

ເພງສັນລະເສີນ 34: 22 (TKJV)

“ຄວາມຢໍາເກງພຣະເຈົ້າເຮັດໃຫ້ຄົນຢູ່ຢ່າງອຸ່ນໃຈ
ລູກຫຼານຂອງເຂົາຈະມີທີ່ເພິ່ງ” ມແ 252.1

ສຸພາສິດ 14:26

“ຊິໂຍນກ່າວວ່າ ພຣະເຈົ້າໄດ້ຊົງປະຖິ້ມຂ້າພະເຈົ້າແລ້ວ
ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າຊົງລືມຂ້າພະເຈົ້າເສຍແລ້ວ
ຜູ້ຍິງຈະລືມບຸດທີ່ຍັງກິນນົມຂອງນາງ
ແລະຈະບໍ່ເມດຕາບຸດຈາກທ້ອງຂອງນາງຊັ້ນບໍ່
ແມ່ນວ່າຄົນເຫຼົ່ານີ້ຈະລືມໄດ້ ເຖິງຢ່າງໃດເຮົາກໍຈະບໍ່ລືມເຈົ້າ
ເບິ່ງແມ້ ເຮົາໄດ້ສະລັກເຈົ້າໄວ້ເທິງຝ່າມືຂອງເຮົາ” ມແ 252.2

ເອຊະຢາ 49:14-16

“ຢ່າຢ້ານເລີຍ ເພາະເຮົາຢູ່ກັບເຈົ້າ
ຢ່າສູ້ຢ້ານສິ່ງໃດໆ ເພາະເຮົາເປັນພຣະເຈົ້າຂອງເຈົ້າ
ເຮົາຈະໜຸນກໍາລັງເຈົ້າ ເຮົາຈະຊ່ວຍເຈົ້າ
ເຮົາຈະຊູເຈົ້າດ້ວຍມືຂວາແຫ່ງຄວາມຊອບທໍາຂອງເຮົາ” ມແ 252.3

ເອຊະຢາ 41:10 (TKJV)

“ຜູ້ທີ່ເຮົາອຸ້ມມາຕັ້ງແຕ່ກໍາເນີດ ຊູມາຕັ້ງແຕ່ໃນທ້ອງ
ຈົນກະທັ້ງເຈົ້າແກ່ເຖົ້າ ເຮົາກໍຄື ພຣະອົງນັ້ນ
ເຮົາຈະອຸ້ມເຈົ້າຈົນຜົມເຈົ້າຫງອກ
ເຮົາໄດ້ສ້າງ ເຮົາໄດ້ຊູໄວ້
ເຮົາຈະອຸ້ມແລະເຮົາຈະຊ່ວຍໃຫ້ລອດ” ມແ 252.4

ເອຊະຢາ 46:3,4 {MH 250.1}

ບໍ່ມີສິ່ງໃດທີ່ຄອຍສົ່ງເສີມສຸຂະພາບແກ່ຮ່າງກາຍແລະຈິດໃຈໄດ້ຫຼາຍກວ່າຈິດວິນ ຍານທີ່ຮູ້ຄຸນແລະສັນລະເສີນ ການຕໍ່ຕ້ານຄວາມເສົ້າໝອງ ຄວາມຄິດແລະຄວາມຮູ້ສຶກບໍ່ ສົບອາລົມເປັນໜ້າທີ່ໆໃຫ້ຄຸນຢ່າງໜຶ່ງຊຶ່ງຫຼາຍພໍໆກັບການອາທິຖານ ຖ້າເຮົາມີຄວາມມຸ້ງ ມາດປາຖະໜາທີ່ຈະໄປສະຫວັນ ເຮົາຈະໄປຢ່າງຄົນໂສກເສົ້າ ຮ້ອງຄວນຄາງຕະຫຼອດ ທາງທີ່ຈະໄປຍັງພຣະນິເວດຂອງພຣະບິດາຂອງເຮົາໄດ້ຢ່າງໃດ {MH 251.1} ມແ 252.5

ຄົນທັງຫຼາຍທີ່ສະແດງຕົນວ່າເປັນຄຣິດສະຕຽນແຕ່ມັກຈົ່ມຢູ່ສະເໝີແລະມັກຄິດ ວ່າຄວາມລ່າເລີງເບີກບານແລະຄວາມສຸກເປັນຄວາມຜິດບາບນັ້ນ ຍັງບໍ່ມີສາສະໜາທີ່ ແທ້ຈິງຢູ່ໃນຈິດໃຈ ຄົນທັງຫຼາຍທີ່ມັກສະແຫວງຫາຄວາມສໍາລານຈາກສິ່ງທີ່ເສົ້າໝອງໃນ ໂລກ ຜູ້ທີ່ເລືອກເບິ່ງແຕ່ໃບໄມ້ທີ່ຫ່ຽວແຫ້ງຮ່ວງໂຮຍແທນທີ່ຈະແມ່ນບຸບຜາຊາດທີ່ສວຍ ງາມມີຊີວິດຊີວາຜູ່ທີ່ເບິ່ງບໍ່ເຫັນຄວາມສະຫງ່າວາມຂອງຫຸບເຂົາແລະພູຜາອັນຕະການອີກ ທັງຮ່ອມພູທີ່ປົກຄຸມດ້ວຍອາພອນຂຽວກະຈີເຕັມໄປດ້ວຍຊີວິດຜູ້ທີ່ປິດໂສດປະສາດ ຂອງພວກເຂົາຈາກສຽງອັນລ່າເລີງທີ່ກ່າວເຖິງຄວາມງາມແລະຄວາມຍິ່ງໃຫຍ່ຂອງທໍາມະ ຊາດຄືດັ່ງສຽງດົນຕີອັນມ່ວນຫູ ຄົນເຫຼົ່ານີ້ບໍ່ໄດ້ຢູ່ໃນພຣະຄຣິດ ພວກເຂົາກໍາລັງສະສົມ ຄວາມໝົ່ນໝອງມືດມົນມາສູ່ຕົນເອງ ແທນທີ່ຈະມີແສງສະຫວ່າງ ແມ່ນແຕ່ໃນຂະນະທີ່ ດວງອາທິດແຫ່ງຄວາມຊອບທໍາພ້ອມດ້ວຍລໍາແສງຂອງການບໍາບັດຮັກສາໄດ້ຜຸດຂຶ້ນໃນ ໃຈຂອງພວກເຂົາແລ້ວກໍຕາມ {MH 251.2} ມແ 253.1

ຫຼາຍຄັ້ງຈິດໃຈຂອງທ່ານອາດຈະໝົ່ນໝອງເພາະຄວາມເຈັບປວດທໍລະມານຖ້າ ເຊັ່ນນັ້ນ ຈົ່ງພະຍາຍາມຢ່າຄິດເຖິງສິ່ງໃດເລີຍ ທ່ານຮູ້ດີວ່າພຣະເຢຊູຊົງຮັກທ່ານ ພຣະອົງ ຊົງເຂົ້າໃຈເຖິງຄວາມອ່ອນແອຂອງທ່ານ ທ່ານອາດເຮັດຕາມນໍ້າພຣະໄທຂອງພຣະອົງ ໂດຍພຽງແຕ່ພັກພິງໃນອ້ອມກອດຂອງພຣະອົງ {MH 251.3} ມແ 253.2

ເປັນກົດຂອງທໍາມະຊາດທີ່ຄວາມຄິດແລະຄວາມຮູ້ສຶກຂອງເຮົາຈະໄດ້ຮັບການ ເສີມກໍາລັງແລະໜຸນຊູຖ້າຖືກລະບາຍອອກມາເປັນຄໍາເວົ້າ ໃນຂະນະທີ່ຖ້ອຍຄໍາສະແດງ ອອກເຖິງຄວາມຄິດ ມັນກໍແມ່ນແທ້ທີ່ຄວາມຄິດຈະກະທໍາຕາມຖ້ອຍຄໍາ ຖ້າເຮົາສະແດງ ອອກເຖິງຄວາມເຊື່ອແລະຄວາມຊື່ນຊົມຍິນດີໃນພຣະພອນທີ່ເຮົາໄດ້ຮັບຈາກພຣະຄຸນ ແລະຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າຫຼາຍເທົ່າໃດ ເຮົາກໍຈະມີຄວາມເຊື່ອແລະມີ ຄວາມຊື່ນຊົມຍິນດີຫຼາຍຂຶ້ນເທົ່ານັ້ນ ບໍ່ມີຖ້ອຍຄໍາໃດ ບໍ່ມີຂອບເຂດຄວາມຄິດໃດຈະ ເຂົ້າໃຈເຖິງພຣະພອນທີ່ເປັນຜົນມາຈາກການຊື່ນຊົມໃນຄຸນຄວາມດີແລະຄວາມຮັກ ຂອງພຣະເຈົ້າ ແມ່ນໃນໂລກນີ້ ເຮົາສາມາດມີຄວາມສຸກສໍາລານອັນປຽບສະເໝືອນດັ່ງ ບໍ່ນໍ້າພຸທີ່ບໍ່ມີວັນແຫ້ງໄປ ເພາະໄດ້ຮັບການຫຼໍ່ລ້ຽງຈາກສາຍທານທີ່ໄຫຼລິນມາຈາກບັນລັງ ຂອງພຣະເຈົ້າ {MH 251.4} ມແ 253.3

ຂໍໃຫ້ເຮົາໄດ້ອົບຮົມຈິດໃຈແລະຝຶກຝົນຮີບສົບຂອງເຮົາເພື່ອຈະມີຊ່ອງສັນລະ ເສີນພຣະເຈົ້າໃນຄວາມຮັກຂອງພຣະອົງທີ່ບໍ່ມີສິ່ງໃດທີ່ຈະປຽບປານໄດ້ ຂໍໃຫ້ເຮົາຝຶກ ຈິດໃຈຂອງເຮົາໃຫ້ມີຄວາມຫວັງແລະໃຫ້ອາໄສຢູ່ໃນແສງສະຫວ່າງທີ່ສ່ອງສາຍມາຈາກ ກາງແຂນແຫ່ງຄາວາຣີ ຂໍຢ່າໃຫ້ເຮົາລືມວ່າເຮົາທັງຫຼາຍເປັນບຸດຂອງພຣະມະຫາກະສັດ ຜູ້ສະຖິດຢູ່ເທິງສະຫວັນ ເປັນບຸດຕາແລະບຸດຕີຂອງພຣະເຈົ້າຈອມໂຢທາ ເຮົາຈິ່ງມີສິດທີ່ ຈະໄດ້ຮັບການພັກພິງຢ່າງສະຫງົບໃນພຣະເຈົ້າ {MH 253.1} ມແ 254.1

ແລະຈົ່ງໃຫ້ສັນຕິສຸກແຫ່ງພຣະເຈົ້າຄອບຄອງຢູ່ໃນໃຈຂອງທ່ານທັງຫຼາຍ…ແລະ ທ່ານທັງຫຼາຍຈົ່ງຂອບພຣະຄຸນ” ໂຄໂລຊາຍ 3:15 ຂໍໃຫ້ເຮົາລືມຄວາມຍາກລໍາບາກແລະ ຄວາມທຸກຍາກຂອງເຮົາເສຍ ຂໍໃຫ້ເຮົາສັນລະເສີນພຣະເຈົ້າສໍາລັບໂອກາດທີ່ຊົງໃຫ້ມີຊີ ວິດຢູ່ເພື່ອຖະຫວາຍສະຫງ່າລາສີແດ່ພຣະນາມຂອງພຣະອົງ ຂໍໃຫ້ພຣະພອນສົດໃໝ່ທີ່ ປະທານໃຫ້ເຮົາໃນທຸກວັນໃໝ່ປຸກກະຕຸ້ນຄໍາສັນລະເສີນໃຫ້ເກີດຂຶ້ນໃນຈິດໃຈຂອງເຮົາ ສໍາລັບການດູແລເອົາໃຈໃສ່ທີ່ສະແດງເຖິງນິມິດແຫ່ງຄວາມຮັກຂອງພຣະອົງທີ່ປະທານ ໃຫ້ແກ່ເຮົາ ເມື່ອທ່ານໄດ້ມືນຕາຂຶ້ນໃນຍາມອາລຸນຮຸ່ງເຊົ້າ ຈົ່ງຂອບພຣະຄຸນພຣະອົງທີ່ ຊົງຄຸ້ມຄອງຮັກສາທ່ານໃຫ້ລອດປອດໄພຕະຫຼອດລາຕີ ຈົ່ງຂອບພຣະຄຸນພຣະອົງສໍາລັບ ສັນຕິສຸກທີ່ມີຢູ່ໃນຈິດໃຈຂອງທ່ານ ທັງໃນຍາມອາລຸນຮຸ່ງເຊົ້າ ໃນຍາມທ່ຽງແລະໃນຍາມ ກາງຄືນ ຈົ່ງໃຫ້ຄວາມຊາບຊຶ້ງໃນພຣະມາຫາກະລຸນາທິຄຸນຂອງພຣະອົງເປັນເປັນເໝືອນ ດັ່ງກິ່ນຂອງເຄື່ອງຫອມທີ່ໄດ້ລອຍຂຶ້ນໄປຍັງສະຫວັນ {MH 253.2} ມແ 254.2

ເມື່ອມີໃຜຄົນໜຶ່ງຖາມວ່າທ່ານມີຄວາມຮູ້ສຶກຢ່າງໃດ ຈົ່ງຢ່າພະຍາຍາມຄິດຫາ ເລື່ອງເສົ້າໂສກມາເລົ່າໃຫ້ເຂົາຟັງເພື່ອຈະໄດ້ຂໍຄວາມເຫັນອົກເຫັນໃຈ ຈົ່ງຢ່າເວົ້າເຖິງເລື່ອງ ທີ່ທ່ານຂາດຄວາມເຊື່ອ ເລື່ອງທີ່ໜ້າໂສກແລະຄວາມທຸກທໍລະມານຂອງທ່ານ ຊາຕານ ຜູ້ລໍ້ລວງມີຄວາມຍິນດີທີ່ໄດ້ຟັງຄໍາເວົ້າເຫຼົ່ານີ້ ເມື່ອທ່ານເວົ້າເຖິງເລື່ອງທີ່ໜ້າສະລົດຫົດຫູ່ ທ່ານກໍາລັງເຊີດຊູກຽດໃຫ້ແກ່ຜູ້ລໍ້ລວງ ເຮົາບໍ່ໄດ້ເພິ່ງລິດອໍານາດອັນຍິ່ງໃຫຍ່ຂອງຊາຕານ ເພື່ອມາມີໄຊຊະນະເໜືອເຮົາ ຫຼາຍຄັ້ງທີ່ເຮົາມອບຕົວເຮົາເອງໃຫ້ຢູ່ໃນເງື້ອມມືຂອງມັນ ດ້ວຍການເວົ້າເຖິງລິດອໍານາດຂອງມັນແທນທີ່ຈະເຮັດເຊັ່ນນັ້ນ ຂໍໃຫ້ເຮົາໄດ້ເວົ້າເຖິງລິດ ທານຸພາບອັນຍິ່ງໃຫຍ່ຂອງພຣະເຈົ້າເພື່ອເຮົາຈະໄດ້ຢືດຄວາມສົນໃຈທັງປວງຂອງເຮົາໄວ້ ກັບພຣະອົງ ຈົ່ງກ່າວເຖິງລິດທານຸພາບທີ່ບໍ່ມີສິ່ງໃດຈະປຽບປານໄດ້ຂອງພຣະຄຣິດແລະ ເວົ້າເຖິງສະຫງ່າລາສີຂອງພຣະອົງ ບັນດາຊາວສະຫວັນທັງມວນຕ່າງສົນໃຈໃນຄວາມ ລອດຂອງເຮົາ ທູດສະຫວັນເປັນພັນໆ ໄດ້ຮັບຄໍາບັນຊາໃຫ້ຄອຍປະຕິບັດຮັບໃຊ້ຄົນທັງ ຫຼາຍທີ່ເປັນທາຍາດແຫ່ງຄວາມລອດ ທູດສະຫວັນເຫຼົ່ານັ້ນຄອຍປົກປ້ອງເຮົາໃຫ້ພົ້ນ ຈາກຄວາມຊົ່ວຮ້າຍແລະຊ່ວຍຂັບໄລ່ອໍານາດແຫ່ງຄວາມມືດທີ່ພະຍາຍາມດຈະຄອຍທໍາ ລາຍເຮົາໃຫ້ພິນາດ ເຮົາບໍ່ມີເຫດຜົນທີ່ຈະຂອບພຣະຄຸນພຣະເຈົ້າໃນທຸກເວລານາທີຈັ່ງ ຊັ້ນບໍ່ ຂອບພຣະຄຸນພຣະເຈົ້າແມ່ນແຕ່ໃນຍາມທີ່ມີຄວາມຍາກລໍາບາກຂວາງກັ້ນຢູ່ໃນ ທາງຊີວິດຂອງເຮົາຊັ້ນບໍ່ {MH 253.3} ມແ 254.3