Go to full page →

ຄວາມສະອາດ ມແ 281

ຄວາມສໍາຄັນຂອງການຮັກສາຄວາມສະອາດສ່ວນບຸກຄົນນັ້ນໄດ້ຮັບການອົບຮົມ ສັ່ງສອນຢ່າງໜ້າປະທັບໃຈທີ່ສຸດ ກ່ອນທີ່ຊົນຊາດອິສະລະເອນຈະໄປຊຸມນຸມກັນຢູ່ທີ່ພູ ເຂົາຊິນາຍເພື່ອຟັງພຣະສຸລະສຽງຂອງພຣະເຈົ້າທີ່ຊົງປະກາດເຖິງພຣະບັນຍັດສິບປະ ການພວກເຂົາຕ້ອງອາບນໍ້າຊໍາລະຮ່າງກາຍແລະຊັກເສື້ອຜ້າເຄື່ອງນຸ່ງຫົ່ມຂອງຕົນໃຫ້ສະ ອາດ ພວກເຂົາຕ້ອງປະຕິບັດຕາມພຣະບັນຊານີ້ຢ່າງເຄ່ງຄັດຖ້າບໍ່ດັ່ງນັ້ນແລ້ວມີໂທດເຖິງ ຕາຍ ເພາະເມື່ອຢູ່ສະເພາະພຣະພັກພຣະເຈົ້ານັ້ນ ທຸກຄົນຕ້ອງປາສະຈາກສິ່ງບໍ່ບໍລິສຸດທີ່ ເປັນມົນທິນ {MH 279.1} ມແ 281.2

ລະຫວ່າງທີ່ຊົນຊາດອິສະລະເອນເລ່ລ້ອນຢູ່ໃນຖິ່ນທຸລະກັນດານນັ້ນ ພວກເຂົາ ໃຊ້ຊີວິດໃນກາງແຈ້ງເປັນສ່ວນໃຫຍ່ ບ່ອນທີ່ພວກເຂົາໄດ້ຮັບຜົນເສຍຈາກຄວາມສົກກະ ປົກນ້ອຍກວ່າຜູ້ທີ່ພັກຢູ່ໃນບ້ານເຮືອນທີ່ອັດມິດຊິດ ແຕ່ພວກເຂົາກໍຍັງຕ້ອງຖືຮັກສາ ຄວາມສະອາດທັງພາຍໃນແລະພາຍນອກຢ່າງເຄ່ງຄັດທີ່ສຸດ ພວກເຂົາຕ້ອງບໍ່ປ່ອຍໃຫ້ມີ ເສດຂີ້ເຫຍື່ອຫຼືຂີ້ຝຸ່ນໃດໆ ຢູ່ພາຍໃນຫຼືຢູ່ອ້ອມຮອບບໍລິເວນຄ້າຍພັກ ອົງພຣະຜູ້ເປັນເຈົ້າ ຕັດວ່າ {MH 279.2} ມແ 281.3

ພຣະເຢໂຮວາພຣະເຈົ້າຂອງທ່ານຊົງດໍາເນີນຢູ່ທ່າມກາງຄ້າຍຂອງທ່ານ ເພື່ອຈະ ຊ່ວຍກູ້ທ່ານແລະມອບສັດຕູຂອງທ່ານໄວ້ໃນມືທ່ານ ເພາະສະນັ້ນຄ້າຍຂອງທ່ານຕ້ອງບໍລິ ສຸດ” ພຣະບັນຍັດສອງ 23:14 {MH 280.1} ມແ 281.4