Go to full page →

ຄວມຮັບຜິດຊອບຂອງບິດາມານດາ ມແ 26

ພຣະຜູ້ຊ່ວຍໃຫ້ລອດຊົງສົນພຣະໄທໃສ່ທຸກຄົນທີ່ຊົງໄຖ່ດ້ວຍພຣະໂລຫິດຂອງພຣະອົງດ້ວຍຄວາມຮັກເກີນພັນລະນາ ພຣະອົງຊົງອ້າງສິດນີ້ດ້ວຍຄວາມຮັກ ຊົງເຝົ້າເບິ່ງ ພວກເຂົາດ້ວຍຄວາມປາຖະໜາທີ່ບໍ່ອາດຈະບັນລະຍາຍໄດ້ພຣະໄທຂອງພຣະອົງຊົງເອີ້ນ ຫາເຂົາ ບໍ່ແມ່ນພຽງເດັກນອ້ຍທີ່ໄດ້ຮັບການສັ່ງສອນມາຢ່າງດີແລະຫນ້າຮັກທັງນັ້ນ ແຕ່ ລວມເຖິງບັນດາເດັກນ້ອຍທີ່ມີອຸປະນິດໄສບໍ່ດີຊຶ່ງສືບທອດມາຈາກສາຍເລືອດແລະຈາກ ການຖືກປ່ອຍປະລະເລີຍ ບິດາມານດາຫຼາຍຄົນບໍ່ເຂົ້າໃຈວ່າເຂົາຈະຕ້ອງຮັບຜິດຊອບຕໍ່ ອຸປະນິດໄສຂອງຕົນຫຼາຍພຽງໃດ ພວກເຂົາຂາດຄວາມອ່ອນໂຍນແລະຂາດສະຕິປັນຍາ ທີ່ຈະແກ້ບັນຫາຂອງເດັກນ້ອຍທີ່ປະພຶດຜິດເຫຼົ່ານີ້ຊຶ່ງພໍ່ແມ່ຜູ້ທີ່ກໍ່ຂຶ້ນ ແຕ່ພຣະອົງຊົງ ເຝົ້າເບິ່ງເດັກນ້ອຍເຫຼົ່ານີ້ດ້ວຍພຣະໄທເມດຕາສົງສານ ພຣະອົງຊົງພິຈາລະນາເຖິງສາເຫດ ທີ່ແທ້ຈິງຈຶ່ງມີຜົນເຮັດໃຫ້ເກີດຄວາມປະພຶດເຊັ່ນນີ້ {MH 44.2} ມແ 26.1

ຜູ້ຮັບໃຊ້ຄຣິດສະຕຽນເປັນຜູ້ແທນຂອງພຣະຄຣິດໃນການນຳເດັກທີ່ມີຂໍ້ບົກຜ່ອງ ແລະປະພຶດຜິດເຫຼົ່ານີ້ມາຫາພຣະຜູ້ຊ່ວຍໃຫ້ລອດໄດ້ ໂດຍອາໃສສະຕິປັນຍາແລະປະຕິ ຫານໄຫວພິບ ຜູກຈິດໃຈຂອງເດັກເຫຼົ່ານັ້ນ ທັງຍັງໃຫ້ກຳລັງໃຈແລະຄວາມຫວັງໂດຍພຣະ ຄຸນຂອງພຣະຄຣິດເຂົາຈະໄດ້ເຫັນເດັກເຫຼົ່ານັ້ນເກີດຄວາມປຽນແປງຂຶ້ນໃນອຸປະນິດໃສ ເພື່ອທີ່ຈະກ່າວເຖິງເດັກເຫຼົ່ານັ້ນໄດ້ວ່າ ແຜ່ນດິນຂອງພຣະເຈົ້າເປັນຂອງຄົນຄືກັບເດັກ ນ້ອຍນັ້ນ {MH 44.2} ມແ 26.2