Go to full page →

ເຄື່ອງປຸງແຕ່ງລົດຊາດອາຫານ ມແ 327

ໃນຍຸກສະໄໝທີ່ຟ້າວຟັ່ງນີ້ ອາຫານທີ່ມີລິດກະຕຸ້ນໜ້ອຍເທົ່າໃດກໍຈະເປັນອາ ຫານທີ່ດີກວ່າຫຼາຍເທົ່ານັ້ນ ເຄື່ອງປຸງແຕ່ງລົດອາຫານຕ່າງໆມີໂທດໃນຕົວຂອງມັນເອງ ຢູ່ແລ້ວ ທັງມັດສະຕາດ ພິກໄທ ເຄື່ອງເທດ ຂອງໝັກດອງ ແລະສິ່ງອື່ນໆ ທີ່ມີລັກສະ ນະຢ່າງດຽວກັນ ຕ່າງມີລິດລະຄາຍເຄືອງຕໍ່ກະເພາະອາຫານແລະເຮັດໃຫ້ເລືອດຮ້ອນ ຂຶ້ນແລະບໍ່ບໍລິສຸດ ສະພາບອາການອັກເສບພາຍໃນກະເພາະອາຫານຂອງນັກດື່ມທັງ ຫຼາຍເປັນເຄື່ອງຢືນຢັນເຖິງຜົນທີ່ເກີດຈາກການດື່ມເຄື່ອງດື່ມຜະສົມແອລກໍຮໍ ສ່ວນການ ໃຊ້ເຄື່ອງປຸງແຕ່ງລົດອາຫານທີ່ມີລິດລະຄາຍເຄືອງກໍສາມາດເຮັດໃຫ້ກະເພາະອາຫານ ອັກເສບໃນລັກສະນະດຽວກັນ ໃນບໍ່ດົນ ອາຫານທໍາມະດາບໍ່ອາດສະໜອງຄວາມພໍໃຈ ຂອງຄວາມຕ້ອງການໃນລົດຊາດ ຮ່າງກາຍມີຄວາມຮູ້ສຶກວ່າຂາດບາງສິ່ງຈຶ່ງກະຫາຍຫາ ສິ່ງກະຕຸ້ນຫຼາຍຍິ່ງຂຶ້ນ {HM 325.2} ມແ 327.2