Go to full page →

ຈິດໃຈທີ່ລ່າເລີງແຈ່ມໃສ ມແ 379

ມານດາຄວນປູກຝັງຕົນເອງໃຫ້ມີອາລົມທີ່ລ່າເລີງແຈ່ມໃສ ມີຄວາມເພິ່ງພໍໃຈ ແລະມີຄວາມສຸກ ທຸກຄົນພະຍາຍາມທີ່ເນັ້ນໄປໃນແນວທາງນີ້ເພື່ອຈະໄດ້ຮັບຜົນຕອບ ແທນຢ່າງເຫຼືອລົ້ນທັງຄວາມສົມບູນຂອງຮ່າງກາຍແລະອຸປະນິໄສຝ່າຍສິລະທໍາຂອງບຸດ ທິດາ ຈິດໃຈທີ່ລ່າເລີງຈະເສີມສ້າງຄວາມສຸກໃຫ້ແກ່ຄອບຄົວແລະປັບປຸງສຸຂະພາບຂອງ ຜູ້ເປັນມານດາໄດ້ຢ່າງຫຼາຍອີກດ້ວຍ {MH 374.4} ມແ 379.2

ຂໍໃຫ້ຜູ້ເປັນສາມີຊ່ວຍເຫຼືອພັນລະຍາຂອງຕົນດ້ວຍຄວາມເຫັນອົກເຫັນໃຈແລະ ຄວາມຮັກທີ່ບໍ່ເຊື່ອມຄາຍ ຖ້າເຂົາປາຖະໜາໃຫ້ພັນລະຍາເປັນຜູ້ທີ່ມີຄວາມສົດຊື່ນແລະ ເບີກບານໃຈ ເພື່ອເປັນຄືດັ່ງແສງອາລຸນອັນອົບອຸ່ນໃນຄອບຄົວ ຂໍໃຫ້ເຂົາຊ່ວຍແບ່ງເບົາ ພາລະຂອງພັນລະຍາ ຄວາມເມດຕາກະລຸນາແລະຄວາມສຸພາບອ່ອນໂຍນທີ່ເຕັມໄປ ດ້ວຍຄວາມຮັກ ຈະເປັນກໍາລັງໃຈອັນລໍ້າຄ່າແລະຄວາມສຸກທີ່ເຂົາມອບແກ່ພັນລະຍາຈະ ນໍາຄວາມຊື່ນຊົມຍິນດີແລະສັນຕິສຸກມາສູ່ຈິດໃຈຂອງເຂົາເອງ {MH 374.5} ມແ 379.3

ບິດາແລະມານດາທັງຫຼາຍຕ່າງໄດ້ຮັບກຽດແລະໜ້າທີ່ອັນຍິ່ງໃຫຍ່ຈາກພຣະເຈົ້າ ໃຫ້ເປັນຜູ້ທີ່ຄອຍເບິ່ງແຍງບຸດທິດາຂອງຕົນໃນໂລກນີ້ແທນພຣະເຈົ້າ ອຸປະນິດໄສຊີວິດ ປະຈໍາວັນແລະວິທີການອົບຮົມສັ່ງສອນຂອງບິດາມານດາຈະອະທິບາຍໃຫ້ເດັກນ້ອຍ ເຂົ້າໃຈເຖິງພຣະວັດຈະນະຂອງພຣະເຈົ້າ ອິດທິພົນຂອງເຂົາທັງຫຼາຍຈະປະຄອງຫຼື ຂັບ ໄລ່ຄວາມໄວ້ວາງໃຈພຣະເຈົ້າຂອງບຸດທິດາ {MH 375.2} ມແ 379.4