Go to full page →

ບໍ່ມີເວລາໃຫ້ສູນເສຍ ມແ 473

ເຮົາບໍ່ມີເວລາຈະສູນເສຍອີກແລ້ວ ເຮົາບໍ່ຮູ້ວ່າພຣະຄຸນທີ່ຊົງມີຕໍ່ເຮົາຈະໝົດລົງ ເມື່ອໃດຢ່າງຍາວນານທີ່ສຸດຊີວິດຂອງເຮົາມີເວລາພຽງຊ່ວງສັ້ນໆໃນໂລກນີ້ແລະເຮົາບໍ່ຮູ້ວ່າ ອີກນານເທົ່າໃດສອນແຫ່ງມໍລະນະຈະພຸ່ງມາປັກຂົ້ວຫົວໃຈຂອງເຮົາ ເຮົາບໍ່ຮູ້ວ່າເມື່ອ ໃດເຮົາຈະຖືກເອີ້ນໂຕໃຫ້ລະຖີ້ມໂລກນີ້ແລະຊັບສິນໄປນິລັນການຢຽດຍາວຢູ່ຕໍ່ໜ້າເຮົາ ຜ້າມ່ານ ທີ່ແບ່ງກັ້ນຢູ່ກຳລັງຖືກເລື່ອນຂຶ້ນໃນເວລາສັ້ນໆອີກບໍ່ພຽງເທົ່າໃດປີສຳລັບທຸກຜູ້ ທຸກນາມ ທີ່ຍັງມີຊີວິດຢູ່ຈະມີພຣະບັນຊາທີ່ປະກາດວ່າ {MH 454.2} ມແ 473.2

“ຜູ້ທີ່ເປັນຄົນອະທຳກໍໃຫ້ເຂົາປະພຶດອະທຳຕໍ່ໄປຜູ້ທີ່ເປັນຄົນຊອບທຳກໍໃຫ້ ເຂົາ ເຮັດໃນການຊອບທຳຕໍ່ໄປ” ພຣະນິມິດ 22:11 {MH 454.3} ມແ 473.3

ເຮົາຕຽມໂຕພ້ອມແລ້ວບໍ່ ເຮົາໄດ້ຮູ້ຈັກເຂົ້າສະໜິດພຣະເຈົ້າຜູ້ຊົງຄອບຄອງ ແຜ່ນດິນ ສະຫວັນແລະຜູ້ຊົງປະທານພຣະບັນຍັດໃຫ້ແກ່ເຮົາອີກທັງໄດ້ ເຂົ້າສະນິດກັບ ພຣະເຢຊູຄຣິດຜູ້ທີ່ພຣະອົງຊົງສົ່ງມາໂລກນີ້ເພື່ອເປັນຜູ້ແທນຂອງພຣະອົງແລ້ວລະຫຼື ເມື່ອງານໃນຊີວິດຂອງເຮົາສິ້ຍສຸດລົງເຮົາຈະເວົ້າເຊັ່ນດຽວກັບພຣະຄຣິດຜູ້ຊົງເປັນແບບ ຢ່າງຂອງເຮົາໄດ້ຫຼືບໍ່ວ່າ {MH 454.4} ມແ 473.4

“ຂ້າພຣະອົງໄດ້ຖະຫວາຍກຽດແດ່ພຣະອົງໃນໂລກເພາະຂ້າພຣະອົງໄດ້ກະທຳພາ ລະກິດ ທີ່ພຣະອົງຊົງໃຫ້ຂ້າພຣະອົງກະທຳນັ້ນສຳເລັດແລ້ວຂ້າພຣະອົງໄດ້ສຳແດງພຣະ ນາມຂອງພຣະອົງ” ໂຢຮັນ 17:4-6 {MH 454.5} ມແ 473.5

ທູດສະຫວັນຂອງພຣະເຈົ້າກຳລັງພະຍາຍາມຊັກຈູງເຮົາບໍ່ໃຫ້ຄິດເຖິງຕົນເອງແລະ ສະພາບສິ່ງໃນທາງໂລກຂໍຢ່າງໃຫ້ທູດສະຫວັນເຫຼົ່ານີ້ຕ້ອງສິ້ນເປືອງແຮງງານ ໂດຍເປົ່າປະ ໂຫຍດ {MH 454.6} ມແ 474.1

ຈິດໃຈທີ່ເຄີຍໝົກໝົ້ນໃນໂລກີວິໄສຈຳເປັນຕ້ອງໄດ້ຮັບການປ່ຽນແປງໃໝ່ “ເຫດ ສະນັ້ນທ່ານທັງຫຼາຍຈົ່ງຕຽມຕົວຕຽມໃຈຂອງທ່ານໄວ້ໃຫ້ດີ ແລະຈົ່ງຂົ່ມໃຈຕັ້ງຄວາມ ຫວັງໃຫ້ເຕັມປ່ຽມໃນພຣະຄຸນຄືພຣະຄຸນຈະຊົງໂປດປະທານແກ່ທ່ານເມື່ອພຣະເຢຊູ ຈະຊົງສຳແດງພຣະອົງໂດຍທີ່ທ່ານເປັນບຸດທີ່ເຊື່ອຟັງຂໍຢ່າໄດ້ປະພຶດຕາມກິເລດຕັນຫາ ຢ່າງທີ່ເກີດຈາກໂງ່ງ່າວຂອງທ່ານ ໃນກາລະກ່ອນແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານ ທັງຫຼາຍນັ້ນບໍລິສຸດທ່ານທັງຫຼັງຈົ່ງປະພຶດໃຫ້ບໍລິສຸດພ້ອມທຸກປະການ ດັ່ງທີ່ມີພຣະ ວັດຈະນະຂຽນໄວ້ແລ້ວວ່າທ່ານທັງຫຼາຍຈົ່ງເປັນຄົນບໍລິສຸດເພາະເຮົາບໍລິສຸດ” 1 ເປໂຕ 1:13-16 {MH 455.1} ມແ 474.2

ຄວາມຄິດຕ້ອງຮວມສູນຢູ່ທີ່ພຣະເຈົ້າ ເຮົາຕ້ອງພຽນພະຍາຍາມຢ່າງຈິງຈັງເພື່ອ ເອົາຊະນະຈິດໃຈທີ່ໂດຍທຳມະຊາດຝັກຝ່າຍໃນທາງຊົ່ວຮ້າຍ ຄວາມພຽນພະຍາຍາມ ຂອງເຮົາ ການຮູ້ຈັກບັງຄັບໃຈຕົນເອງແລະຄວາມມານະບາກບັ່ນຕ້ອງມີສັດສ່ວນສະເໝີ ກັບຄຸນຄ່າທີ່ບໍ່ອາດປະເມີນໄດ້ເຖິງເປົ້າໝາຍທີ່ເຮົາໄຝ່ຫາ ດ້ວຍການພິຊິດຟັນຝ່າອຸປະ ສັກຄືດັ່ງ ທີ່ພຣະຄຣິດຊົງຊະນະມາແລ້ວເທົ່ານັ້ນທີ່ເຮົາຈິງຈະພິຊິດມຸງກຸດແຫາງຊີວິດມາຄອງ {MH 455.2} ມແ 474.3