Go to full page →

ບົດທີ 12 ການຊ່ວຍເຫຼືອຄົນຫວ່າງງານ ແລະຄົນທີ່ບໍ່ມີເຮືອນຢູ່ ມແ 175

ມີໝູ່ຊາຍຍິງຜູ້ທີ່ມີໃຈກວ້າງຂວາງແລະເມດຕາກໍາລັງພິຈາລະນາເຖິງສະພາບຄວາມເປັນຢູ່ ຂອງຄົນຍາກຈົນດ້ວຍຄວາມຫ່ວງໃຍ ແລະຄິດຫາຫົນທາງທີ່ຈະຊ່ວຍເຫຼືອບັນເທົາທຸກ ຂອງພວກເຂົາ ເຮົາຈະຊ່ວຍເຫຼືອຄົນຫວ່າງງານແລະຄົນທີ່ບໍ່ມີເຮືອນຢູ່ເພື່ອໃຫ້ພວກເຂົາ ໄດ້ມີສ່ວນຮ່ວມຮັບພຣະພອນແຫ່ງຄວາມກະລຸນາຂອງພຣະເຈົ້າແລະໄດ້ດໍາເນີນຊີວິດ ຕາມທີ່ພຣະອົງຊົງປະສົງໄວ້ໄດ້ຢ່າງໃດ ຈຶ່ງເປັນຄໍາຖາມທີ່ຫຼາຍຄົນໄດ້ພະຍາຍາມຢ່າງຈິງ ຈັງທີ່ຈະຄົ້ນຄວ້າຫາຄໍາຕອບ ແຕ່ມີຄົນຈໍານວນບໍ່ຫຼາຍ ແມ່ນແຕ່ໃນກຸ່ມຜູ້ນໍາຂອງປະເທດ ແລະໃນໝູ່ນັກສຶກສາ ທີ່ຈະເຂົ້າໃຈເຖິງສາເຫດມູນຖານທີ່ມາຂອງສະພາບສັງຄົມທີ່ເກີດ ຂຶ້ນໃນປັດຈຸບັນ ຜູ້ທີ່ກຸມບັງຫຽນຂອງປະເທດບໍ່ອາດທີ່ຈະແກ້ໄຂບັນຫາຂອງຄວາມຍາກ ຈົນ ຄວາມອັດຕະຄັດຂາດແຄນແລະອາຊະຍາກໍາທີ່ກໍາລັງເພີ່ມຂຶ້ນໄດ້ ພວກເຂົາຕ່າງກໍາ ລັງຕໍ່ສູ້ດິ້ນລົນຢ່າງບໍ່ໄດ້ຜົນເພື່ອໃຫ້ການດໍາເນີນງານເຫຼົ່ານີ້ຕັ້ງຢູ່ເທິງຮາກຖານທີ່ໝັ້ນຄົງ ກວ່າ {MH 183.1} ມແ 175.1

ຖ້າມະນຸດຈະໄດ້ໃສ່ໃຈຕໍ່ຄໍາສັ່ງສອນໃນພຣະວັດຈະນະຂອງພຣະເຈົ້າໃຫ້ຫຼາຍ ຂຶ້ນ ພວກເຂົາຈະເຫັນທາງອອກຂອງບັນຫາຫຍຸ້ງຍາກເຫຼົ່ານີ້ທີ່ເຮັດໃຫ້ພວກເຂົາສັບສົນວຸ້ນ ວາຍ ແລະຈະໄດ້ຮຽນຮູ້ອັນໃດອີກຫຼວງຫຼາຍທີ່ມີຢູ່ໃນພຣະຄໍາພິພາກພັນທະສັນຍາເດີມ ອັນກ່ຽວກັບບັນດາແຮງງານແລະການປົດປ່ອຍຄວາມທຸກຍາກຂອງຄົນປະຊາຊົນຜູ້ຍາກ ຈົນ {MH 183.2} ມແ 175.2