Go to full page →

ເຄື່ອງດື່ມມຶນເມົາ ມແ 332

“ດື່ມເຫຼົ້າອາງຸ່ນເກີນສ່ວນພາໃຫ້ເກເລ
ເມົາສຸລາກໍເຮັດໃຫ້ຂວາງຫູຂວາງຕາຜູ້ອື່ນ
ໃຜຍອມໃຫ້ມັນຈູງເຮົາໄປ ກໍບໍ່ມີປັນຍາ”
“ໃຜຜູ້ ດື່ມເຫຼົ້າຢ່າງບໍ່ຢຸດຢັ້ງ
ສ້າງແຕ່ຄວາມເດືອດຮ້ອນຢູ່ສະເໝີ
ເປັນຜູ້ທີ່ສົ່ງສຽງຮ້ອງໂອຍ ຮ້ອງອຸຍ
ກໍ່ເລື່ອງວິວາດ ຈົ່ມທຸກພຶມພໍາ
ໜ່ວຍຕາແດງກໍ່າ ມີຮອຍຊໍ້າຕາມຕົນຕົວ
ຢ່າເບິ່ງເຫຼົ້າອະງຸ່ນທີ່ມີສີແດງ
ເປັ່ງປະກາຍສົດໃສໃນຈອກແກ້ວ
ເພາະເມື່ອມັນໄຫຼລ່ອງລົງຄໍເຈົ້າແລ້ວ
ເຈົ້າຈະຮູ້ສຶກເຈັບປວດຄືກັບຖືກງູພິດກັດ ມແ 332.1

ສຸພາສິດ 20: 1, 23:29-32 (THSV)

ບໍ່ເຄີຍມີມະນຸດຜູ້ໃດສາມາດແຕ້ມພາບບັນຍາກາດຄວາມເສື່ອມໂຊມຂອງຜູ້ທີ່ ຕົກເປັນທາດຂອງສຸລາໄດ້ຢ່າງຊັດເຈນຍິ່ງໄປກວ່າຂໍ້ຄວາມທີ່ກ່າວໄວ້ໃນພຣະຄໍາພີຄວາມ ມົວເມົາລຸ້ມຫຼົງ ຄວາມເລວຊາມຕໍ່າຊ້າ ແມ່ນວ່າຈະຊ່ວງເມົາຈົນຮູ້ສຶກເຖິງຄວາມທໍລະ ມານຂອງຕົນເອງກໍຕາມ ເຂົາກໍບໍ່ເຫຼືອກໍາລັງອໍານາດໃດໆ ທີ່ຈະຊ່ວຍຕົວເອງໃຫ້ຫຼຸດພົ້ນ ໄປຈາກບ່ວງແຮ້ວນີ້ໄດ້ ເຂົາຈະກັບ “ໄປຫາການດື່ມອີກ” ສຸພາສິດ 23:35 (THSV) {HM 330.2} ມແ 332.2

ບໍ່ຈໍາເປັນຕ້ອງໃຊ້ເຫດຜົນໃດມາເກ້ຍກ່ອມເຖິງໂທດຂອງສຸລາໃຫ້ກັບຄົນເມົາສຸລາ ຄວາມຫາຍະນະຂອງມະນຸດຊາດທີ່ໂງ່ຈ້າແລະມີສາຍຕາທີ່ຝ້າມົວປະກົດໃຫ້ເຫັນຢູ່ ທົ່ວທຸກຫົນແຫ່ງ ພຣະຄຣິດຊົງວາຍພຣະຊົນເພື່ອຈິດວິນຍານຂອງຄົນເຫຼົ່ານີ້ແລະເຫຼົ່າ ທູດສະຫວັນຮ້ອງໄຫ້ເສົ້າໂສກເພື່ອຄົນເຫຼົ່ານີ້ ເຂົາທັງຫຼາຍເປັນເໝືອນສິ່ງດ່າງພ້ອຍທີ່ ຄອຍທ່ອງດຶງຄວາມຈະເລີນແລະອາລິຍະທໍາທີ່ເຮົາພາກພູມແລະປະເອີບໃຈເຂົາທັງຫຼາຍ ເປັນຄວາມໜ້າລະອາຍ ເປັນສິ່ງທີ່ໜ້າລັງກຽດແລະເປັນໄພອັນຕະລາຍຂອງທຸກແຜ່ນດິນ {HM 331.1} ມແ 332.3

ແລະຈະມີຜູ້ໃດບໍ່ທີ່ສາມາດພັນລະນາເຖິງພາບຂອງຄວາມຫາຍະນະ ຄວາມທຸກ ເວທະນາ ຄວາມສິ້ນຫວັງທີ່ເຊື່ອງຊ້ອນຢູ່ໃນຄອບຄົວຂອງຄົນເມົາສຸລາໄດ້ ຂໍໃຫ້ຄິດ ເຖິງຜູ້ທີ່ເປັນເມຍຊຶ່ງໄດ້ຮັບການອົບຮົມລ້ຽງດູມາຢ່າງທະນຸຖະໜອມ ມີຄວາມຮູ້ສືກທີ່ ລະອຽດອ່ອນ ເປັນຜູ້ທີ່ຄວາມເມດຕາທໍາອັນດີແລະມີຄວາມສຸພາບຮຽບຮ້ອຍກັບຕ້ອງ ມາໃຊ້ຊີວິດຢູ່ຮ່ວມກັບບຸກຄົນຜູ້ໜຶ່ງທີ່ອໍານາດຂອງສຸລາໄດ້ປ່ຽນເຂົາໃຫ້ເປັນຄົນເມົາ ແລະເປັນປີສາດຮ້າຍ ຂໍໃຫ້ຄິດເຖິງເດັກນ້ອຍ ທີ່ຂາດຄວາມອົບອຸ່ນໃນຄອບຄົວ ຂາດ ການສຶກສາແລະການອົບຮົມສັ່ງສອນ ຕ່າງຕ້ອງໃຊ້ຊີວິດຢູ່ກັບຄວາມຢ້ານກົວຕໍ່ຜູ້ທີ່ຄວນ ຈະເປັນຄວາມພາກພູມໃຈແລະເປັນເກາະຄຸ້ມຄອງປ້ອງກັນແກ່ພວກເຂົາທັງຫຼາຍ ພວກ ເດັກນ້ອຍ ຖືກຜັກດັນເຂົ້າສູ່ໂລກດ້ວຍການຕ້ອງແບກຮັບຄວາມອັບອາຍຂາຍໜ້າ ແລະ ຕ້ອງໄດ້ຮັບຄວາມທຸກທໍລະມານອັນເປັນຜົນຕົກທອດຈາກຄວາມກະຫາຍຂອງບຸບພະ ກາລີທີ່ຂີ້ເມົາຂອງເຂົາ {HM 331.2} ມແ 333.1

ລອງຄິດເຖິງອຸບັດຕິເຫດທີ່ໜ້າຢ້ານກົວທີ່ເກີດຂຶ້ນທຸກມື້ທຸກວັນອັນເນື່ອງມາຈາກ ອິດທິພົນຂອງສຸລາ ພະນັກງານປະຈໍາລົດໄຟບາງຄົນທີ່ລະເລີຍແລະບໍ່ເອົາໃຈໃສ່ຕໍ່ອາ ລົມສະຕິປັນຍາໃຫ້ດີຫຼືເຂົ້າໃຈຄໍາສັ່ງຜິດ ລົດໄຟຈຶ່ງແລ່ນຕໍ່ໄປ ເຮັດໃຫ້ເກີດການຕໍາກັນ ແລະຫຼາຍຊີວິດຕ້ອງສູນເສຍໄປ ຫຼືເຮືອອາດຈະຊັດຂຶ້ນເກີຍຕື້ນຈົນເຮັດໃຫ້ເຮືອຫຼົ້ມລົງ ອັນເປັນເຫດໃຫ້ທັງຜູ້ໂດຍສານແລະລູກເຮືອຕ້ອງຈົມນໍ້າຕາຍ ເມື່ອສອບສວນເລື່ອງລາວ ເບິ່ງແລ້ວ ກໍປາກົດວ່າຜູ້ມີໜ້າທີ່ສໍາຄັນເທິງເຮືອນັ້ນໄດ້ຕົກຢູ່ພາຍໃຕ້ລິດຂອງສຸລາ ເຮົາ ຈະມອບຊີວິດຂອງມະນຸດໄວ້ພາຍໃຕ້ຄວາມຄຸ້ມຄອງຂອງຜູ້ທີ່ຕິດສຸລາໄດ້ຫຼາຍໜ້ອຍ ຂະໜາດໃດ ເຂົາຈະໄດ້ຮັບຄວາມໄວ້ວາງໃຈກໍຕໍ່ເມື່ອເຂົາລະເວັ້ນການດື່ມໂດຍສິ້ນເຊີນ ເທົ່ານັ້ນ {HM 331.3} ມແ 333.2