Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ເຄື່ອງດື່ມມຶນເມົາ

    “ດື່ມເຫຼົ້າອາງຸ່ນເກີນສ່ວນພາໃຫ້ເກເລ
    ເມົາສຸລາກໍເຮັດໃຫ້ຂວາງຫູຂວາງຕາຜູ້ອື່ນ
    ໃຜຍອມໃຫ້ມັນຈູງເຮົາໄປ ກໍບໍ່ມີປັນຍາ”
    “ໃຜຜູ້ ດື່ມເຫຼົ້າຢ່າງບໍ່ຢຸດຢັ້ງ
    ສ້າງແຕ່ຄວາມເດືອດຮ້ອນຢູ່ສະເໝີ
    ເປັນຜູ້ທີ່ສົ່ງສຽງຮ້ອງໂອຍ ຮ້ອງອຸຍ
    ກໍ່ເລື່ອງວິວາດ ຈົ່ມທຸກພຶມພໍາ
    ໜ່ວຍຕາແດງກໍ່າ ມີຮອຍຊໍ້າຕາມຕົນຕົວ
    ຢ່າເບິ່ງເຫຼົ້າອະງຸ່ນທີ່ມີສີແດງ
    ເປັ່ງປະກາຍສົດໃສໃນຈອກແກ້ວ
    ເພາະເມື່ອມັນໄຫຼລ່ອງລົງຄໍເຈົ້າແລ້ວ
    ເຈົ້າຈະຮູ້ສຶກເຈັບປວດຄືກັບຖືກງູພິດກັດ
    ມແ 332.1

    ສຸພາສິດ 20: 1, 23:29-32 (THSV)

    ບໍ່ເຄີຍມີມະນຸດຜູ້ໃດສາມາດແຕ້ມພາບບັນຍາກາດຄວາມເສື່ອມໂຊມຂອງຜູ້ທີ່ ຕົກເປັນທາດຂອງສຸລາໄດ້ຢ່າງຊັດເຈນຍິ່ງໄປກວ່າຂໍ້ຄວາມທີ່ກ່າວໄວ້ໃນພຣະຄໍາພີຄວາມ ມົວເມົາລຸ້ມຫຼົງ ຄວາມເລວຊາມຕໍ່າຊ້າ ແມ່ນວ່າຈະຊ່ວງເມົາຈົນຮູ້ສຶກເຖິງຄວາມທໍລະ ມານຂອງຕົນເອງກໍຕາມ ເຂົາກໍບໍ່ເຫຼືອກໍາລັງອໍານາດໃດໆ ທີ່ຈະຊ່ວຍຕົວເອງໃຫ້ຫຼຸດພົ້ນ ໄປຈາກບ່ວງແຮ້ວນີ້ໄດ້ ເຂົາຈະກັບ “ໄປຫາການດື່ມອີກ” ສຸພາສິດ 23:35 (THSV) {HM 330.2}ມແ 332.2

    ບໍ່ຈໍາເປັນຕ້ອງໃຊ້ເຫດຜົນໃດມາເກ້ຍກ່ອມເຖິງໂທດຂອງສຸລາໃຫ້ກັບຄົນເມົາສຸລາ ຄວາມຫາຍະນະຂອງມະນຸດຊາດທີ່ໂງ່ຈ້າແລະມີສາຍຕາທີ່ຝ້າມົວປະກົດໃຫ້ເຫັນຢູ່ ທົ່ວທຸກຫົນແຫ່ງ ພຣະຄຣິດຊົງວາຍພຣະຊົນເພື່ອຈິດວິນຍານຂອງຄົນເຫຼົ່ານີ້ແລະເຫຼົ່າ ທູດສະຫວັນຮ້ອງໄຫ້ເສົ້າໂສກເພື່ອຄົນເຫຼົ່ານີ້ ເຂົາທັງຫຼາຍເປັນເໝືອນສິ່ງດ່າງພ້ອຍທີ່ ຄອຍທ່ອງດຶງຄວາມຈະເລີນແລະອາລິຍະທໍາທີ່ເຮົາພາກພູມແລະປະເອີບໃຈເຂົາທັງຫຼາຍ ເປັນຄວາມໜ້າລະອາຍ ເປັນສິ່ງທີ່ໜ້າລັງກຽດແລະເປັນໄພອັນຕະລາຍຂອງທຸກແຜ່ນດິນ {HM 331.1}ມແ 332.3

    ແລະຈະມີຜູ້ໃດບໍ່ທີ່ສາມາດພັນລະນາເຖິງພາບຂອງຄວາມຫາຍະນະ ຄວາມທຸກ ເວທະນາ ຄວາມສິ້ນຫວັງທີ່ເຊື່ອງຊ້ອນຢູ່ໃນຄອບຄົວຂອງຄົນເມົາສຸລາໄດ້ ຂໍໃຫ້ຄິດ ເຖິງຜູ້ທີ່ເປັນເມຍຊຶ່ງໄດ້ຮັບການອົບຮົມລ້ຽງດູມາຢ່າງທະນຸຖະໜອມ ມີຄວາມຮູ້ສືກທີ່ ລະອຽດອ່ອນ ເປັນຜູ້ທີ່ຄວາມເມດຕາທໍາອັນດີແລະມີຄວາມສຸພາບຮຽບຮ້ອຍກັບຕ້ອງ ມາໃຊ້ຊີວິດຢູ່ຮ່ວມກັບບຸກຄົນຜູ້ໜຶ່ງທີ່ອໍານາດຂອງສຸລາໄດ້ປ່ຽນເຂົາໃຫ້ເປັນຄົນເມົາ ແລະເປັນປີສາດຮ້າຍ ຂໍໃຫ້ຄິດເຖິງເດັກນ້ອຍ ທີ່ຂາດຄວາມອົບອຸ່ນໃນຄອບຄົວ ຂາດ ການສຶກສາແລະການອົບຮົມສັ່ງສອນ ຕ່າງຕ້ອງໃຊ້ຊີວິດຢູ່ກັບຄວາມຢ້ານກົວຕໍ່ຜູ້ທີ່ຄວນ ຈະເປັນຄວາມພາກພູມໃຈແລະເປັນເກາະຄຸ້ມຄອງປ້ອງກັນແກ່ພວກເຂົາທັງຫຼາຍ ພວກ ເດັກນ້ອຍ ຖືກຜັກດັນເຂົ້າສູ່ໂລກດ້ວຍການຕ້ອງແບກຮັບຄວາມອັບອາຍຂາຍໜ້າ ແລະ ຕ້ອງໄດ້ຮັບຄວາມທຸກທໍລະມານອັນເປັນຜົນຕົກທອດຈາກຄວາມກະຫາຍຂອງບຸບພະ ກາລີທີ່ຂີ້ເມົາຂອງເຂົາ {HM 331.2}ມແ 333.1

    ລອງຄິດເຖິງອຸບັດຕິເຫດທີ່ໜ້າຢ້ານກົວທີ່ເກີດຂຶ້ນທຸກມື້ທຸກວັນອັນເນື່ອງມາຈາກ ອິດທິພົນຂອງສຸລາ ພະນັກງານປະຈໍາລົດໄຟບາງຄົນທີ່ລະເລີຍແລະບໍ່ເອົາໃຈໃສ່ຕໍ່ອາ ລົມສະຕິປັນຍາໃຫ້ດີຫຼືເຂົ້າໃຈຄໍາສັ່ງຜິດ ລົດໄຟຈຶ່ງແລ່ນຕໍ່ໄປ ເຮັດໃຫ້ເກີດການຕໍາກັນ ແລະຫຼາຍຊີວິດຕ້ອງສູນເສຍໄປ ຫຼືເຮືອອາດຈະຊັດຂຶ້ນເກີຍຕື້ນຈົນເຮັດໃຫ້ເຮືອຫຼົ້ມລົງ ອັນເປັນເຫດໃຫ້ທັງຜູ້ໂດຍສານແລະລູກເຮືອຕ້ອງຈົມນໍ້າຕາຍ ເມື່ອສອບສວນເລື່ອງລາວ ເບິ່ງແລ້ວ ກໍປາກົດວ່າຜູ້ມີໜ້າທີ່ສໍາຄັນເທິງເຮືອນັ້ນໄດ້ຕົກຢູ່ພາຍໃຕ້ລິດຂອງສຸລາ ເຮົາ ຈະມອບຊີວິດຂອງມະນຸດໄວ້ພາຍໃຕ້ຄວາມຄຸ້ມຄອງຂອງຜູ້ທີ່ຕິດສຸລາໄດ້ຫຼາຍໜ້ອຍ ຂະໜາດໃດ ເຂົາຈະໄດ້ຮັບຄວາມໄວ້ວາງໃຈກໍຕໍ່ເມື່ອເຂົາລະເວັ້ນການດື່ມໂດຍສິ້ນເຊີນ ເທົ່ານັ້ນ {HM 331.3}ມແ 333.2

    Larger font
    Smaller font
    Copy
    Print
    Contents