Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຈຳເປັນຂອງການລະທີ້ມຕົນ

    ໄພອັນຕະລາຍທີ່ຍິ່ງໃຫຍ່ຂອງມະນຸດຄືການຫຼອກລວງຕົນເອງ ແລະການຫຼົງ ວາງໃຈໃນຕົນເອງແລະດ້ວຍເຫດນີ້ຈຶ່ງເຫີນຫ່າງໄປຈາກພຣະເຈົ້າຜູ້ຊົງເປັນບໍ່ເກີດແຫ່ງ ກຳລັງຄວາມຮູ້ສຶກ ຝັກໄຝ່ໂດຍທຳມະຊາດໃນຈິດໃຈຂອງເຮົາຫາກບໍ່ໄດ້ຮັບການແກ້ໄຂ ດ້ວຍພຣະວິນຍານບໍລິສຸດຂອງພຣະເຈົ້າ ຈະເຮັດໃຫ້ວິນຍານຂອງເຮົາຕາຍດ້ານຕໍ່ສິນທຳ ແລະຄວາມຊອບທຳຖ້າເຮົາບໍ່ເຂົ້າສະນິດກັບພຣະເຈົ້າຢ່າງແທ້ຈິງ ເຮົາບໍ່ອາດຕ້ານທານ ຕໍ່ອິດທິພົນອັນຊົ່ວຮ້າຍຂອງການຕາມໃຈຕົນເອງແລະການຮັກຕົນເອງແລະການທົດລອງ ຂອງຄວາມຜິດບາບໄດ້ {MH 455.3}ມແ 474.4

    ເພື່ອຮັບຄວາມຊ່ວຍເຫຼືອຈາກພຣະຄຣິດ ເຮົາຕ້ອງຕະໜັກເຖິງຄວາມຈຳເປັນຂອງ ເຮົາ ເຮົາຕ້ອງມີຄວາມຮູ້ແຈ້ງໃນຕົວເຮົາເອງຜູ້ທີ່ຮູ້ຕົນວ່າເປັນຄົນບາບເທົ່ານັ້ນທີ່ພຣະ ຄຣິດຈະຊ່ວຍໃຫ້ລອດໄດ້ ເມື່ອໃດກໍຕາມທີ່ເຮົາຕະໜັກວ່າຕົວຂອງເຮົາໝົດຫົນທາງ ຢ່າງສິ້ນເຊິງທີ່ຈະຊ່ວຍເຫຼືອຕົນເອງທັງໝົດແລ້ວນັ້ນເຮົາຈຶ່ງຈະສຳຜັດເຖິງລິດທານຸພາບ ຂອງພຣະເຈົ້າໄດ້ {MH 455.4}ມແ 475.1

    ການລະຖີ້ມຕົນນີ້ບໍ່ແມ່ນລົງມືເຮັດເມື່ອຄັ້ງເລີ່ມຕົ້ນຊີວິດຄຣິດສະຕຽນເທົ່ານັ້ນ ໃນທຸກໆຍ່າງກ້າວທີ່ມຸ້ງໄປສູ່ສະຫວັນການລະຖີ້ມຕົນຕ້ອງໄດ້ຮັບການໄຄ່ຄວນແລະ ເລີ່ມຕົ້ນໃໝ່ ການເຮັດຄວາມດີຂອງເຂົາທັງປວງຕ້ອງເພິ່ງພາອາໄສລິດອຳນາດທີ່ຢູ່ພາຍ ນອກຕົວຂອງເຮົາເອງດ້ວຍເຫດນີ້ຈິດໃຈຂອງເຮົາຈຶ່ງຈຳເປັນຕ້ອງສະແຫວງຫາພຣະເຈົ້າ ຢູ່ສະເໝີເຮົາຕ້ອງສາລະພາບບາບດ້ວຍຄວາມຕັ້ງໃຈຈິງແລະຖ່ອມຈິດໃຈລົງຕໍ່ໜ້າພຣະ ພັກຂອງພຣະອົງສະເໝີ ໄພອັນຕະລາຍຫຼາກຫຼາຍຕ່າງລາຍລ້ອມຕົວເຮົາແລະເຮົາຈະມີ ຄວາມປອດໄພກໍຕໍ່ເມື່ອເຮົາສຳນຶກເຖິງຄວາມອ່ອນແອຂອງຕົນເອງ ແລະຍຶດໝັ້ນໃນ ຄວາມເຊື່ອຕໍ່ພຣະຜູ້ຊ່ວຍໃຫ້ລອດຜູ້ຊົງມະຫິດທິລິດເທົ່ານັ້ນ {MH 455.5}ມແ 475.2