Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ໂອກາດເລັກໆນ້ອຍໆ

    ຂໍຢ່າໃຫ້ມີຜູ້ໃດປ່ອຍໃຫ້ໂອກາດເລັກໆນ້ອຍຕ້ອງຫຼຸດມືໄປ ພຽງເພາະຄາດຫວັງ ແຕ່ວຽກທີ່ເບິ່ງຍິ່ງໃຫຍ່ກວ່າ ທ່ານອາດຈະປະສົບຜົນສໍາເລັດໃນການເຮັດວຽກອັນນ້ອຍໆ ແຕ່ອາດຈະຕ້ອງຫຼົ້ມເຫຼວໂດຍສິ້ນເຊີງເພື່ອພະຍາຍາມເຮັດການໃຫຍ່ ແລະເຮັດ ໃຫ້ຈິດໃຈຕົກຢູ່ໃນສະພາບທີ່ທໍ້ແທ້ສິ້ນຫວັງ ການທີ່ທ່ານໄດ້ເຮັດໃນສິ່ງທີ່ທ່ານຕ້ອງເຮັດ ຢ່າງສຸດຄວາມສາມາດຍ່ອມຈະເຮັດໃຫ້ທ່ານໄດ້ຮັບການພັດທະນາຄວາມສາມາດສູ່ວຽກ ງານທີ່ໃຫຍ່ກວ່າໄດ້ ການເບິ່ງຂ້າມໂອກາດທີ່ໄດ້ຮັບໃນແຕ່ລະວັນແລະການລະເລີຍຕໍ່ໜ້າ ທີ່ເລັກໆນ້ອຍໆທີ່ຢູ່ໄກ້ມື້ນີ້ແຫຼະ ທີ່ເຮັດໃຫ້ຄົນຈໍານວນຫຼາຍເປັນເໝືອນຕົ້ນໄມ້ທີ່ບໍ່ມີ ໝາກແລະກັບຕ້ອງຫ່ຽວແຫ້ງໄປໃນທີ່ສຸດ {HM 153.2}ມແ 138.3

    ຢ່າເພິ່ງພາຄວາມຊ່ວຍເຫຼືອຈາກມະນຸດແຕ່ຈົ່ງແນມຂ້າມມະນຸດໄປຍັງພຣະອົງຜູ້ ຊຶ່ງພຣະເຈົ້າໄດ້ຊົງຕັ້ງໄວ້ເພື່ອຊົງແບກຮັບເອົາຄວາມທຸກຂອງເຮົາໄປ ແບກຄວາມໂສກ ເສົ້າຂອງເຮົາໄວ້ ແລະປະທານສິ່ງທີ່ຈໍາເປັນໃນຊີວິດໃຫ້ແກ່ເຮົາ ຈົ່ງຍຶດຖືໃນພຣະວັດຈະ ນະຂອງພຣະເຈົ້າ ເລີ່ມລົງມືປະຕິບັດວຽກທີ່ທ່ານໄດ້ມາແລະເຮັດໜ້າທີ່ຕໍ່ໄປດ້ວຍຄວາມ ເຊື່ອທີ່ໝັ້ນຄົງ ການເຊື່ອວ່າພຣະຄຣິດຊົງສະຖິດຢູ່ນໍາຍ່ອມເຮັດໃຫ້ເຮົາມີກໍາລັງແລະມີ ຄວາມໝັ້ນຄົງ ຈົ່ງເຮັດວຽກດ້ວຍຄວາມເອົາໃຈໃສ່ຢ່າງບໍ່ເຫັນແກ່ຕົວ ດ້ວຍຄວາມມານະ ອຸດສາຫະແລະດ້ວຍກໍາລັງທີ່ອົດທົນ {HM 153.3}ມແ 138.4

    ໃນທ້ອງຖິ່ນ ທີ່ມີສະພາບແວດລ້ອມ ເບິ່ງຄືວ່າຈະບໍ່ເປັນມິດແລະເຮັດໃຫ້ເສຍກໍາ ລັງໃຈ ຈົນຫຼາຍຄົນບໍ່ຢາກຈະໄປຍັງສະຖານທິ່ເຫຼົ່ານັ້ນ ແຕ່ດ້ວຍຄວາມພາກພຽນຂອງຜູ້ ປະຕິບັດງານທີ່ຍອມເສຍສະຫຼະຄວາມສຸກສ່ວນຕົວ ຈຶ່ງໄດ້ກໍໃຫ້ເກີດການປ່ຽນແປງຢ່າງ ໜ້າອັດສະຈັນຂຶ້ນ ພວກເຂົາໄດ້ເຮັດວຽກດ້ວຍຄວາມບາກບັ່ນອົດທົນ ໂດຍບໍ່ຫວັງເພິ່ງ ໃນກໍາລັງອໍານາດຂອງມະນຸດ ແຕ່ໄດ້ໄວ້ວາງໃຈໃນພຣະເຈົ້າ ແລະພຣະຄຸນຂອງພຣະອົງ ໄດ້ຄໍ້າຈຸນພວກເຂົາໄວ້ ຄຸນງານຄວາມດີທີ່ພວກເຂົາໄດ້ເຮັດໄປນັ້ນ ແມ່ນວ່າບໍ່ມີຜູ້ໃດໃນ ໂລກນີ້ຮັບຮູ້ແຕ່ຍ່ອມຈະປາກົດຜົນອັນມີຄ່າໃນວັນອັນຍິ່ງໃຫຍ່ໃນພາຍພາກໜ້າ {HM153.4}ມແ 139.1