Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຈຸດມຸ່ງໝາຍທີ່ເປັນເອກະພາບ

    ຕະຫຼອດພຣະຊົນຊີບຂອງພຣະຄຣິດ ທຸກສິ່ງທຸກຢ່າງລ້ວນບໍ່ມີຄ່າເມື່ອທຽບກັບ ພຣະລາຊະກິດຂອງພຣະອົງ ພຣະລາຊະກິດຍິ່ງໃຫຍ່ຂອງການໄຖ່ມະນຸດໃຫ້ລອດຊຶ່ງ ພຣະອົງສະເດັດມາເພື່ອເຮັດວຽກນີ້ໃຫ້ສຳເລັດແລະການອຸທິດຕົນແບບດຽວກັນ ການ ປະຕິເສດຄວາມຕ້ອງການຂອງຕົນເອງ ແລະການເສຍສະຫຼະແບບດຽວກັນຮວມທັງ ການປະຕິເສດຄວາມຕ້ອງການຂອງຕົນເອງ ແລະການເສຍສະລະແບບດຽວກັນຮວມທັງ ການຍອມຈຳນົນຕໍ່ຄຳບັນຍັດຕາໃພຣະວັດຈະນາຂອງພຣະເຈົ້າແບບດຽວກັນ ຈຶ່ງສຳ ແດງອອກຜ່ານທາງພັນທະກິດຂອງເຫຼົ່າສາວົກຂອງພຣະອົງ {MH 502.2}ມແ 528.2

    ທຸກຄົນທີ່ຍອມຮັບພຣະຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງຕົນເອງ ຍ່ອມປາ ຖະໜາໃນສິດທິພິເສດທີ່ຈະໄດ້ປະຕິບັດຮັບໃຊ້ພຣະເຈົ້າ ເມື່ອຄິດເຖິງສິ່ງທີ່ສະຫວັນໄດ້ ເຮັດເພື່ອເຂົາໆຈະປະທັບໃຈໃນຄວາມຮັດອັນບໍ່ມີທີ່ສິ້ນສຸດ ແລະພຣະຄຸນທີ່ເຕັມລົ້ນ ດ້ວຍຄວາມຮັກເຂົາປາຖະໜາຢ່າງແຮງກ້າທີ່ຈະສະແດງອອກເຖິງຄວາມຊາບຊຶ້ງໃນພຣະ ຄຸນ ດ້ວຍການທຸ່ມເທຄວາມສາມາດເພື່ອປະຕິບັດຮັບໃຊ້ໃນພາລະກິດຂອງພຣະເຈົ້າ ເຂົາເຝົ້າໄຝ່ຝັນທີ່ຈະສະແດງຄວາມຮັກຂອງເຂົາແກ່ພຣະຄຣິດ ແລະແກ່ເຫຼົ່າຈິດວິນຍານ ທີ່ພຣະອົງຊົງໄຖ່ໄວ້ເຂົາເຕັມໃຈທີ່ຈະເຮັດວຽກໜັກຍອມທົນລຳບາກແລະເສຍສະລະ {MH 502.3}ມແ 528.3

    ຜູ້ຮັບໃຊ້ທີ່ຊື່ສັດຂອງພຣະເຈົ້າ ຈະພະຍາຍາມເຮັດວຽກຂອງເຂົາຢ່າງດີທີ່ສຸດເພາະ ການກະທຳເຊັ່ນນັ້ນເປັນການເທີດທູນພຣະສິລິຂອງຈອມເຈົ້ານາຍຂອງເຂົາ ເຂົາຈະເຮັດ ທຸກສິ່ງໃຫ້ຖືກຕ້ອງຕາມພຣະປະສົງຂອງພຣະເຈົ້າ ເຂົາຈະພະຍາຍາມປັບປຸງພັດທະນາ ຄວາມສາມາດທັງໝົດທີ່ເຂົາມີໃຫ້ດີຍິ່ງຂຶ້ນ ເຂົາຈະເຮັດໜ້າທີ່ທຸກໆຢ່າງເພື່ອພຣະເຈົ້າ ຄວາມປາຖະໜາດຽວຂອງເຂົາຄື ເພື່ອພຣະຄຣິດຈະໄດ້ຮັບການເຄົາລົບບູຊາແລະການ ປະຕິບັດຮັບໃຊ້ຢ່າງດີເລີດ {MH 502.4}ມແ 529.1

    ມີຮູບພາບຢູ່ຮູບໜຶ່ງຊຶ່ງເປັນຮູບງົວທີ່ກຳລັງຢືນຢູ່ລະຫວ່າງຄັນໄຖແລະແທ່ນບູຊາ ພ້ອມກັບມີຂໍ້ຄວາມຈະລຶກໄວ້ວ່າ “ຈົ່ງຕຽມພ້ອມສຳລັບສິ່ງໜຶ່ງສິ່ງໃດ” ຊຶ່ງໝາຍເຖິງ ການກຽມພ້ອມທ່່ຈະຄາດໄຖໃນນາ ຫຼືຍອມມອບຕົວເອງເທິງແທ່ນບູຊາແຫ່ງການເສຍ ສະຫຼະ ນີ່ຄືຕຳແໜ່ງໜ້າທີ່ຂອງບຸດຜູ້ຊື່ສັດຂອງພຣະເຈົ້າທີ່ເຕັມໃຈ ພ້ອມຈະອອກໄປ ເຮັດວຽກເມື່ອພຣະເຈົ້າຊົງເອີ້ນເຂົາ ພ້ອມທີ່ຈະປະຕິເສດຕົນເອງແລະເສຍສະລະເພື່ອ ແຜນການແຫ່ງການໄຖ່ໃຫ້ລອດຂອງພະອົງ {MH 502.5}ມແ 529.2

    *****