Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຝຶກອົບຮົມຕົນເອງເພື່ອຮັບມືກັບການຕໍ່ສູ້ໃນຊີວິດ

    ເຮົາບໍ່ຄວນຕ້ອງຄອຍໃຫ້ເຕືອນຢູ່ສະເໝີວ່າການມີສຸຂະພາບທີ່ດີນັ້ນບໍ່ແມ່ນເລື່ອງ ບັງເອີນ ສຸຂະພາບທີ່ດີເປັນຜົນຈາກການທີ່ເຮົາເຊື່ອຟັງກົດ ເລື່ອງນີ້ເປັນທີ່ຍອມຮັບກັນ ຂອງນັກກິລາທີ່ລົງແຂ່ງຂັນແລະປະລອງກໍາລັງ ຄົນເຫຼົ່ານີ້ຕ້ອງຕຽມຕົວຢ່າງດີທີ່ສຸດ ເຂົາ ທັງຫຼາຍຕ່າງທຸ້ມເທໃຫ້ກັບການຝຶກຝົນຟຢ່າງຈິງຈັງແລະປະຕິບັດຕາມກົດລະບຽບຢ່າງເຄັ່ງ ຄັດ ອຸປະນິໄສໃນການເຄື່ອນໄຫວທາງຮ່າງກາຍຖືກຄວບຄຸມຢ່າງລະອຽດ ພວກເຂົາຮູ້ ດີວ່າການປ່ອຍປະລະເລີຍ ການເຮັດທີ່ເກີນພໍດີຫຼືຄວາມຖືເບົາຂາດຄວາມເອົາໃຈໃສ່ຊຶ່ງ ເຮັດໃຫ້ອະໄວຍະວະໃດອະໄວຍະວະໜຶ່ງ ຫຼືການເຮັດວຽກຂອງຮ່າງກາຍອ່ອນແອລົງ ຫຼື ໃຊ້ການບໍ່ໄດ້ ຍ່ອມຈະເປັນສິ່ງທີ່ຮັບປະກັນໄດ້ວ່າໃນທີ່ສຸດ ກໍຈະກ້າວໄປເຖິງຄວາມພ່າຍ ແພ້ {HM 128.2}ມແ 109.1

    ແລ້ວການດູແລເອົາໃຈໃສ່ສຸຂະພາບເພື່ອເປັນການຮອງຮັບເຖິງຄວາມສໍາເລັດຂອງ ການຕໍ່ສູ້ໃນຊີວິດ ບໍ່ຕ້ອງມີຄວາມສໍາຄັນຫຼາຍປານໃດ ການຕໍ່ສູ້ທີ່ເຮົາເຂົ້າຮ່ວມນີ້ບໍ່ແມ່ນ ເປັນພຽງແຕ່ສະໜາມຈໍາລອງເຮົາກໍາລັງເຂົ້າຮ່ວມໃນສົງຄາມທີ່ມີຊີວິດນິລັນເປັນເດີມພັນ ເຮົາຕ້ອງປະເຊີນໜ້າກັບສັດຕູທີ່ສາຍຕາບໍ່ອາດແນມເຫັນ ທູດສະຫວັນທີ່ຊົ່ວຮ້າຍກໍາລັງ ຄວບຄຸມເໜືອມະນຸດທຸກຄົນ ສິ່ງໃດກໍຕາມທີ່ທໍາລາຍສຸຂະພາບບໍ່ພຽງແຕ່ເປັນການບັນ ທອນກໍາລັງຂອງຮ່າງກາຍເທົ່ານັ້ນ ແຕ່ຍັງເຮັດໃຫ້ກໍາລັງສະຕິປັນຍາແລະສິນທໍາເສື່ອມ ຊາມຕາມລົງໄປດ້ວຍ ການເຮັດຕາມໃຈຕົນເອງໃນສິ່ງທີ່ທໍາລາຍສຸຂະພາບ ສົ່ງຜົນໃຫ້ເຮົາ ແບ່ງແຍກຄວາມແຕກຕ່າງລະຫວ່າງສິ່ງທີ່ຖືກກັບສິ່ງທີ່ຜິດໄດ້ຍາກຂຶ້ນແລະດ້ວຍເຫດ ນີ້ຈຶ່ງເຮັດໃຫ້ຄວາມສາມາດໃນການຂັດຂືນຄວາມຊົ່ວຮ້າຍລໍາບາກຍິ່ງຂຶ້ນ ອັນຕະລາຍ ຈາກຄວາມລົ້ມເຫຼວແລະຄວາມພ່າຍແພ້ຈຶ່ງມີໂອກາດສູງຂຶ້ນ {HM 128.3}ມແ 109.2

    ຄົນເຫຼົ່ານີ້ ທີ່ແລ່ນແຂ່ງກັນກໍແລ່ນແຂ່ງນໍາກັນທຸກຄົນ ແຕ່ຄົນທີ່ໄດ້ຮັບລາງວັນມີ ພຽງຄົນດຽວ” 1 ໂກຣິນໂທ 9:24 ໃນສົງຄາມທີ່ເຮົາມີສ່ວນຮ່ວມຢູ່ນັ້ນຄົນທີ່ຈະໄດ້ຮັບ ໄຊຊະນະຈະຕ້ອງເປັນຜູ້ທີ່ຢູ່ໃນລະບຽບວິໄນດ້ວຍການເຊື່ອຟັງໃນຫຼັກການທີ່ຖືກຕ້ອງ ຫຼາຍຄັ້ງທີ່ການປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງລະອຽດກັບຖືກເຫັນວ່າເປັນສິ່ງທີ່ບໍ່ສໍາຄັນ ແລະເປັນເລື່ອງເລັກນ້ອຍເກີນກວ່າທີ່ຈະຕ້ອງໃສ່ໃຈ ແຕ່ເມື່ອພິຈາລະນາເຖິງປະເດັນ ທີ່ເດີມພັນຢູ່ນັ້ນ ບໍ່ມີສິ່ງໃດທີ່ເຮົາຕ້ອງໃຊ້ໃນການເຮັດເປັນເລື່ອງເລັກນ້ອຍ ການເຮັດທຸກ ຢ່າງມີນໍ້າໜັກທີ່ຈະຕັດສິນໄຊຊະນະຫຼືຄວາມພ່າຍແພ້ຂອງຊີວິດພຣະຄໍາພີໄດ້ບອກແກ່ ເຮົາວ່າ ” ດ້ວຍເຫດນັ້ນຈົ່ງແລ່ນເພື່ອຊິງລາງວັນໃຫ້ໄດ້ ” 1 ໂກຣິນໂທ 9:24 {HM 129.1}ມແ 110.1

    ການທີ່ບັນພະບຸລຸດຂອງພວກເຮົາຄູ່ທໍາອິດຕ້ອງສູນເສຍສວນເອເດນໄປນັ້ນ ກໍ ເພາະເກີດຄວາມຢາກທີ່ປາສະຈາກການຢັ້ງຄິດ ການຮູ້ຈັກການປະມານຕົນໃນທຸກສິ່ງມີ ຄວາມສໍາຄັນກັບການທີ່ເຮົາຈະໄດ້ສວນເອເດນກັບຄືນມາຫຼາຍຍິ່ງກວ່າມະນຸດຈະເຂົ້າໃຈ ເສຍອີກ {HM 129.2}ມແ 110.2

    ເມື່ອກ່າວເຖິງການຄວບຄຸມຕົນເອງຂອງຜູ້ເຂົ້າແຂ່ງຂັນກິລາໃນສະໄໝກຣີກບູ ຮານປະຕິບັດກັນອັກຄະທູດເປົາໂລໄດ້ຂຽນໄວ້ວ່າ ຝ່າຍນັກກິລາທຸກຄົນຕ້ອງເຄັ່ງຄັດໃນ ລະບຽບທຸກຢ່າງ ແລ້ວເຂົາຈະເຮັດຢ່າງນັ້ນເພື່ອຈະໄດ້ມົງກຸດໃບໄມ້ຊຶ່ງລົ່ນໄດ້ ແຕ່ເຮົາຈະ ເຮັດເພື່ອຈະໄດ້ມຸງກຸດທີ່ບໍ່ມີມື້ລົ່ນເລີຍ ສ່ວນຂ້າພະເຈົ້າແລ່ນແຂ່ງຢ່າງມີເປົ້າໝາຍ ຂ້າພະ ເຈົ້າໄດ້ຕໍ່ສູ້ຢ່າງນັກມວຍທີ່ຊົກລົມ ແຕ່ຂ້າພະເຈົ້າໄດ້ທຸບຕີຮ່າງກາຍທີ່ມັນແຂງໃຫ້ຢູ່ມື ເພາະເກງວ່າ ເມື່ອຂ້າພະເຈົ້າໄດ້ປະກາດຂ່າວປະເສີດແກ່ຄົນອື່ນແລ້ວ ຕົວຂ້າພະເຈົ້າເອງ ຈະເປັນຄົນທີ່ໃຊ້ການບໍ່ໄດ້ 1 ໂກຣິນໂທ 9:25-27 {HM 129.3}ມແ 110.3

    ຄວາມກ້າວໜ້າຂອງການຕີຮູບຂຶ້ນຢູ່ກັບການຍອມຮັບຢ່າງຈະແຈ້ງໃນຮາກ ຖານຂອງຄວາມຈິງ ໃນແງ່ໜຶ່ງໄພອັນຕະລາຍແອບແຝງຢູ່ໃນຫຼັກການທີ່ຄັບແຄບແລະ ໃນຄວາມເຊື່ອຫຼືຫຼັກປະຕິບັດທາງສາສະໜາທີ່ເຂັ້ມງວດແລະເຢັນຊາ ສ່ວນໃນອີກແງ່ໜຶ່ງ ຍັງມີໄພອັນໃຫຍ່ຫຼວງຂອງລັດທິເສລີນິຍົມທີ່ຂາດການຢັ້ງຄິດ ຮາກຖານຂອງການປະຕິ ຮູບທີ່ຢັ້ງຢືນນັ້ນຢູ່ທີ່ພຣະບັນຍັດຂອງພຣະເຈົ້າເຮົາຈະຕ້ອງສະແດງໃຫ້ຄົນທົ່ວໄປເຂົ້າໃຈ ຢ່າງຊັດເຈນແລະກະຈ່າງແຈ້ງເຖິງຄວາມຈໍາເປັນຂອງການປະຕິ ບັດຕາມພຣະບັນຍັດນີ້ ຫຼັກການຂອງພຣະບັນຍັດຈະຕ້ອງເຜີຍແຜ່ຕໍ່ໜ້າປະຊາຊົນເພາະເປັນບົດບັນຍັດຂອງ ພຣະເຈົ້າທີ່ໝັ້ນຄົງຢັ້ງຢືນແລະບໍ່ປ່ຽນແປງເຊັ່ນດຽວກັບພຣະອົງ {HM 129.4}ມແ 110.4

    ໜຶ່ງໃນຜົນທີ່ຮ້າຍແຮງທີ່ສຸດຂອງການຫຼົງໄປຈາກພຣະເຈົ້າແຕ່ດັ້ງເດີມຄືການສູນ ເສຍພະລັງໃນການຄວບຄຸມຕົນເອງມະນຸດ ການນໍາເອົາອໍານາດນີ້ກັບຄືນມາເທົ່ານັ້ນຈຶ່ງ ຈະເຮັດໃຫ້ເກີດຄວາມກ້າວໜ້າໃນການປະຕິຮູບໄດ້ຢ່າງແທ້ຈິງ {HM 129.5}ມແ 111.1

    ຮ່າງກາຍເປັນພຽງເຄື່ອງມືຢ່າງດຽວທີ່ຖືກໃຊ້ໃນການພັດທະນາຈິດໃຈແລະຈິດ ວິນຍານໃນການປູກສ້າງອຸປະນິໄສ ດັ່ງນັ້ນ ສັດຕູຂອງຈິດວິນຍານຈຶ່ງມຸ້ງການທົດລອງໄປ ທີ່ການເຮັດໃຫ້ກໍາລັງຂອງຮ່າງກາຍອ່ອນແອແລະເສື່ອມຖອຍລົງ ຄວາມສໍາຄັນຂອງສັດ ຕູໃນທີ່ນີ້ໝາຍເຖິງການທີ່ຮ່າງກາຍແລະຈິດໃຈຂອງເຮົາໄດ້ຍອມຈໍານົນຕໍ່ຄວາມຊົ່ວຮ້າຍ ການຝັກໄຝ່ຕາມທໍາມະຊາດຝ່າຍຮ່າງກາຍຂອງເຮົາ ຫາກບໍ່ໄດ້ຮັບການຄຸ້ມຄອງຈາກອໍາ ນາດທີ່ເໜືອກວ່າ ຍ່ອມນໍາມາຊຶ່ງຄວາມຫາຍະນະແລະຄວາມຕາຍຢ່າງແນ່ນອນ {HM 130.1}ມແ 111.2

    ຮ່າງກາຍນັ້ນຕ້ອງຖືກຊັກນໍາມາໃຫ້ຍອມຈໍານົນ ລິດອໍານາດທີ່ເໜືອຂຶ້ນໄປຕ້ອງ ເປັນຝ່າຍຄວບຄຸມດູແລກິເຫຼດແລະຕັນຫາຕ້ອງຖືກບັງຄັບໂດຍຄວາມຕັ້ງໃຈຊຶ່ງໃນຕົວ ມັນເອງຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ ອໍານາດອັນຍິ່ງໃຫຍ່ໃນການໃຊ້ເຫດຜົນ ຊຶ່ງໄດ້ຮັບການເຈີມໂດຍພຣະຄຸນຂອງພຣະເຈົ້າຈະເປັນອໍານາດທີ່ສາມາດບັງຄັບທິດທາງ ໃນຊີວິດຂອງເຮົາ {HM 130.2}ມແ 111.3

    ຂໍ້ກໍານົດຕ່າງໆຂອງພຣະເຈົ້າ ຈະຕ້ອງຖືກນໍາກັບມາໃຫ້ຢູ່ໃນຈິດສໍານຶກ ມະນຸດ ຊາຍຍິງຈະຕ້ອງໄດ້ຮັບການກະຕຸ້ນເຕືອນໃຫ້ໃສ່ໃຈເຖິງໜ້າທີ່ໃນການຄວບຄຸມຕົນເອງ ຄວາມປາຖະໜາໃນສິ່ງທີ່ບໍລິສຸດ ການຫຼຸດພົ້ນຈາກຄວາມປາຖະໜາໃນສິ່ງທີ່ຜິດສິນທໍາ ແລະອຸປະນິໄສອັນເສື່ອມຊາມ ຄົນທັງຫຼາຍຈໍາເປັນຕ້ອງຮູ້ຊຶ້ງເຖິງຄວາມຈິງທີ່ວ່າ ກໍາລັງ ກາຍແລະກໍາລັງຄວາມຄິດທັງໝົດຂອງຕົນນັ້ນເປັນຂອງທານທີ່ໄດ້ຮັບຈາກພຣະເຈົ້າ ແລະຈະຕ້ອງໄດ້ຮັບການຖະໜອມຮັກສາໄວ້ໃນສະພາບທີ່ດີທີ່ສຸດເພື່ອການປະຕິບັດຮັບ ໃຊ້ໃນກິດຈະການຂອງພຣະເຈົ້າ {HM 130.3}ມແ 111.4

    ພິທີກໍາໃນສະໄໝໂບຮານອັນເປັນສັນຍາລັກທີ່ເລັງເຖິງຂ່າວປະເສີດນັ້ນ ມີການ ນໍາເຄື່ອງບູຊາທີ່ບໍ່ມີຕໍານິມາຖະຫວາຍຍັງແທ່ນບູຊາຂອງພຣະເຈົ້າ ເຄື່ອງຖະຫວາຍບູຊາ ທີ່ເປັນສັນຍາລັກແທນພຣະຄຣິດນັ້ນຕ້ອງປາສະຈາກຈຸດດ່າງພ້ອຍ ພຣະວັດຈະນະຂອງ ພຣະເຈົ້າບົ່ງບອກວ່າເຄື່ອງຖະຫວາຍບູຊາຊຶ່ງເປັນສິ່ງທີ່ສະແດງເຖິງບັນດາບຸດຂອງພຣະ ເຈົ້ານັ້ນຈະຕ້ອງເປັນ “ເຄື່ອງຖະຫວາຍບູຊາທີ່ມີຊີວິດ ” ” ບໍ່ມີຮ່ອງຮອຍຕໍານິ ຫຼືມົນທິນໃດໆ ” ” ເປັນທີ່ພໍພຣະໄທພຣະເຈົ້າ” ໂລມ 12:1 ເອເຟໂຊ 5:27 {HM 130.4}ມແ 111.5

    ຖ້າປາສະຈາກລິດອໍານາດຂອງພຣະເຈົ້າ ການປະຕິຮູບທີ່ແທ້ຈິງກໍບໍ່ອາດສໍາເລັດຜົນ ເຄື່ອງກີດຂວາງຂອງມະນຸດທີ່ຕໍ່ຕ້ານແຮງຈູງໃຈທັງຈາກທາງທໍາມະຊາດແລະຈາກ ການບົ່ມເພາະໃຫ້ເຮັດຜິດກໍເປັນພຽງແຕ່ສັນດອນຊາຍທີ່ຂວາງກັ້ນກະແສນໍ້າທີ່ໄຫຼແຮງ ຈົນກວ່າລັກສະນະຊີວິດຂອງພຣະຄຣິດໄດ້ກາຍມາເປັນອໍານາດເສີມສ້າງໃນຊີວິດຂອງ ເຮົາແລ້ວເທົ່ານັ້ນ ເຮົາຈຶ່ງຈະສາມາດຕ້ານທານການທົດລອງທີ່ລຸຫຼັ່ງໂຮມເຂົ້າມາທັງຈາກ ພາຍໃນແລະພາຍນອກໄດ້ {HM 130.5}ມແ 112.1

    ພຣະຄຣິດສະເດັດມາຍັງໂລກນີ້ແລະຊົງໃຊ້ຊີວິດຕາມພຣະບັນຍັດຂອງພຣະເຈົ້າ ຊົງເປັນແພດທັງທາງຝ່າຍຈິດວິນຍານແລະຝ່າຍຮ່າງກາຍ ພຣະອົງຊົງມີໄຊເໜືອການທົດ ສອບທັງມວນ ພຣະອົງຊົງຕຽມທຸກຢ່າງເພື່ອມະນຸດຈະໄດ້ກ້າວເຖິງຄວາມສົມບູນຂອງ ການປະພຶດ {HM 130.6}ມແ 112.2

    ເມື່ອມີຜູ້ໃດຍອມຈໍານົນຕໍ່ພຣະຄຣິດ ຈິດໃຈຂອງເຂົາກໍຈະຢູ່ພາຍໃຕ້ການຄວບ ຄຸມຂອງພຣະບັນຍັດ ແຕ່ເປັນພຣະບັນຍັດແຫ່ງພຣະມະຫາກະສັດທີ່ຊົງປະກາດອິດສະ ຫຼະພາບໃຫ້ແກ່ສະເລີຍທຸກຄົນ ດ້ວຍການຮ່ວມເປັນໜຶ່ງດຽວກັນກັບພຣະຄຣິດ ມະນຸດ ຈົ່ງຈະຖືກປົດປ່ອຍໃຫ້ເປັນອິດສະຫຼະໄດ້ ການຍອມຈໍານົນຕາມນໍ້າພຣະໄທຂອງພຣະ ຄຣິດໝາຍເຖິງການກັບຄືນສູ່ສະພາບຄວາມເປັນມະນຸດທີ່ສົມບູນ {HM 131.1}ມແ 112.3

    ການເຊື່ອຟັງພຣະເຈົ້າຍ່ອມນໍາມາຊຶ່ງອິດສະຫຼະພາບຈາກການຕົກເປັນທາດຂອງ ຄວາມຜິດບາບແລະການປົດປ່ອຍໃຫ້ພົ້ນຈາກກິເຫຼດແລະລາຄາຕັນຫາຂອງມະນຸດ ມະ ນຸດຈະເປັນຜູ້ມີໄຊເໜືອຕົນເອງ ຜູ້ມີໄຊເໜືອແຮງຈູງໃຈທາງທີ່ຊົ່ວຮ້າຍຂອງຕົນເອງ ຜູ້ມີ ໄຊເໜືອແພດຜູ້ຄອບຄອງແລະ “ເທບຜູ້ຄອງພິພົບໃນໂມຫະຄວາມມືດແຫ່ງໂລກນີ້” ຕໍ່ສູ້ກັບເຫຼົ່າ “ວິນຍານທີ່ຊົ່ວຮ້າຍໃນທ້ອງຟ້າອາກາດ” ເອເຟໂຊ 6:12 {HM 131.2}ມແ 112.4

    ບໍ່ມີສະຖານທີ່ໃດທີ່ຄໍາແນະນໍາສັ່ງສອນເຊັ່ນນີ້ມີຄວາມຈໍາເປັນເທົ່າແລະບໍ່ມີບ່ອນ ໃດທີ່ການອົບຮົມສັ່ງສອນນີ້ຈະເກີດຜົນງອກງາມໄດ້ຫຼາຍໄປກວ່າທີ່ຈະໄດ້ຮັບຈາກບ້ານ ບິດາມານດາເປັນຜູ້ວາງຮາກຖານຂອງອຸປະນິໄສແລະຄວາມປະພຶດ ຂະບວນການປະຕິຮູບ ນັ້ນຈະຕ້ອງເລີ່ມດ້ວຍການຊີ້ແຈງໃຫ້ບິດາມານດາເຫັນເຖິງກົດເກນໃນພຣະບັນຍັດຂອງ ພຣະເຈົ້າທີ່ມີຜົນຕໍ່ສຸຂະພາບແລະທັງທາງດ້ານຮ່າງກາຍແລະຈິດໃຈ ຈົ່ງສະແດງໃຫ້ເຫັນ ວ່າການເຊື່ອຟັງຕໍ່ພຣະວັດຈະນະຂອງພຣະເຈົ້າເປັນເກາະກໍາບັງດຽວຂອງເຮົາໃນການຕໍ່ ຕ້ານຄວາມຊົ່ວຮ້າຍທີ່ກໍາລັງພັດກະໜໍ່າທັງໂລກໄປສູ່ຄວາມຫາຍະນະ ຈົ່ງຊີ້ແຈງຢ່າງຈະ ແຈ້ງເຖິງຄວາມຮັບຜິດຊອບຂອງບິດາມານດາ ທັງນີ້ບໍ່ແມ່ນພຽງແຕ່ຕົນເອງເທົ່ານັ້ນແຕ່ ເພື່ອບຸດຂອງເຂົາທັງຫຼາຍດ້ວຍ ເຂົາທັງຫຼາຍກໍາລັງສະແດງຕົວຢ່າງຂອງການເຊື່ອຟັງຫຼື ຂອງການເຮັດບາບຢ່າງໃດຢ່າງໜຶ່ງແກ່ລູກຂອງຕົນ ຈາກຕົວຢ່າງແລະການສັ່ງສອນຂອງ ເຂົາທັງຫຼາຍຈະເປັນເຄື່ອງກໍານົດທິດທາງຂອງຄອບຄົວຂອງຕົນເອງລູກໆຈະຖືກຫຼໍ່ຫຼອມ ຕາມແບບຢ່າງທີ່ບິດາມານດາໄດ້ເຮັດ {HM 131.1}ມແ 112.5

    ຖ້າສາມາດນໍາບິດາມານດາໄປຕິດຕາມເຖິງຜົນແຫ່ງການກະທໍາຂອງເຂົາເອງແລະ ແນມເຫັນວ່າ ດ້ວຍຕົວຢ່າງແລະການສັ່ງສອນຂອງຕົນເອງ ພວກເຂົາມີສ່ວນໃນການຂະ ຫຍາຍອິດທິພົນຂອງຄວາມຜິດບາບຫຼືເພີ່ມອໍານາດແຫ່ງຄວາມຊອບທໍາໄດ້ຢ່າງໃດ ກໍຈະ ກໍ່ໃຫ້ເກີດການປັບປຸງປ່ຽນແປງຢ່າງແນ່ນອນ ຫຼາຍຄົນຄົງຈະເລີກປະພຶດຕາມຂະນົມທໍາ ນຽມແລະປະເພນີນິຍົມ ແລ້ວຫັນມາຮັບໄວ້ຊຶ່ງຫຼັກການໃນການດໍາເນີນຊີວິດຕາມວິຖີ ທາງຂອງພຣະເຈົ້າ {HM 131.4}ມແ 113.1

    Larger font
    Smaller font
    Copy
    Print
    Contents