Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຍາກລຳບາກເຮັດໃຫ້ເກີດການຂັດເກົາ (ຜັດສີ)

    ການດຳເນີນຊີວິດເຊັ່ນນີ້ ເພື່ອທຸ່ມເທແຮງຊັກຈູງເຊັ່ນນີ້ຕ້ອງຈ່າຍຕົ້ນທຶນຂອງ ຄວາມພາກພຽນນີ້ໃນທຸກບາດກ້າວ ດ້ວຍການເສຍສະຫຼະສ່ວນຕົວແລະຄວາມມີລະ ບຽບວິໃນ ເນື່ອງຈາກການບໍ່ເຂົ້າໃຈເຖິງສິ່ງນີ້ເຮັດໃຫ້ຫຼາຍຄົນເກີດຄວາມທໍ້ຖອຍໄປຢ່າງ ງ່າຍດາຍໃນການດຳເນີນຊີວິດຂອງຄຣິດສະຕຽນ ຫຼາຍຄົນທີ່ຍອມມອບຖະຫວາຍຊີວິດ ຂອງຕົນເອງເພື່ອປະຕິບັດຮັບໃຊ້ພຣະເຈົ້າຢ່າງຈິງໃຈຕ່າງຕ້ອງປະຫຼາດໃຈແລະຜິດຫວັງ ທີ່ຕົນເອງຕ້ອງປະເສີນອຸປະສັກ ແລະປະກອບດ້ວຍການທົດລອງ ແລະເລື່ອງຫຍຸ້ງ ຍາກໃຈຢ່າງທີ່ບໍ່ເຄີຍປະສົບມາກ່ອນ ຄົນເຫຼົ່ານີ້ຕ່າງອະທິຖານຂໍໃຫ້ມີຄວາມຄືກັນໃນ ລັກສະນະຂອງພຣະຄຣິດ ເພື່ອມີຄວາມເໝາະສົມໃນກິດຈະການຂອງອົງພຣະເພື່ອເປັນ ເຈົ້າແຕ່ຄົນເຫຼົ່ານີ້ກັບຕົກຢູ່ໃນສະຖານະການຕ່າງໆທີ່ເບິ່ງຄືຈະຂຸດຄຸ້ຍຄວາມຊົ່ວຂອງອຸ ປະນິໃສໃຫ້ສະແດງອອກມາ ຂໍ້ບົກພ່ອງຕ່າງໆທີ່ເຂົາທັງຫຼາຍບໍ່ເຄີຍຄາດຄິດມາກ່ອນວ່າ ຈະມີຢູ່ໃນໂຕເຊັ່ນດຽວກັບຊາວອິສະລາເອນໃນສະໃໝບູຮານຊຶ່ງໄດ້ຕັ້ງຂໍ້ສົງໄສວ່າ “ຖ້າ ພຣະເຈົ້າຊົງນຳເຮົາຢູ່ ເຫດໃດສິ່ງເຫຼົ່ານີ້ຈຶ່ງເກີດຂຶ້ນກັບເຮົາ” {MH 470.2}ມແ 492.2

    ສິ່ງເຫຼົ່ານີ້ເກີດຂຶ້ນກັບຄົນເຫຼົ່ານັ້ນ ກໍເພາະວ່າພຣະເຈົ້າກຳລັງຊົງນຳເຂົາທັງຫຼາຍຢູ່ ການທົດລອງແລະອຸປະສັກຕ່າງໆເປັນວິທີການທີ່ອົງພຣະຜູ້ເປັນເຈົ້າຊົງເລືອກ ເພື່ອຂັດ ເກົາອຸປະນິໄສຂອງເຮົາໃກ້ມີລະບຽບວິໃນແລະເປັນຂໍ້ກຳນົດເງື່ອນໄຂຂອງຄວາມສຳເລັດ ຂອງພຣະອົງ ພຣະອົງຜູ້ຊົງສາມາດອ່ານຈິດໃຈຂອງມະນຸດ ຊົງຮູ້ຈັກອຸປະນິໄສຂອງເຂົາ ທັງຫຼາຍໄດ້ດີກວ່າຄົນເຫຼົ່ານັ້ນເສຍເອງອີກ ພຣະອົງຊົງເຫັນວ່າບາງຄົນມີກຳລັງຄວາມສາ ມາດແລະຄວາມເໝາະສົມພ້ອມຖ້າພວກເຂົາຈະໄດ້ຮັບການແນະນຳຢ່າງຖືກຕ້ອງກໍຈະ ເຮັດໃຫ້ພຣະລາຊະກິດຂອງພຣະອົງຈະເລີນກ້າວໜ້າຍິ່ງຂຶ້ນໃນການຈັດສັນຂອງພຣະອົງ ພຣະອົງຊົງບາງບູກຄົນເຫຼົ່ານີ້ໄວ້ໃນຕຳແໜ່ງແລະສະຖານະການຕ່າງໆເພື່ອເຂົາທັງຫຼາຍ ຈະສາມາດພົບເຫັນຂໍ້ບົກຜ່ອງໃນອຸປະນິໄສຂອງຕົນເອງທີ່ຖືກເຊື່ອງຊ້ອນໄວ້ ໂດຍທີ່ ໂຕເອງບໍ່ເຄີຍຮູ້ມາກ່ອນ ພຣະອົງໄດ້ປະທານໂອກາດໃຫ້ຄົນເຫຼົ່ານີ້ເພື່ອແກ້ໄຂຂໍ້ບົກຜ່ອງ ຕ່າງໆເພື່ອປັບປຸງໂຕເອງໃຫ້ມີຄວາມເໝາະສົມໃນການປະຕິບັດຮັບໃຊ້ພຣະອົງ ຫຼາຍຄັ້ງ ພຣະອົງໄດ້ຊົງອານຸຍາດໃຫ້ໄຟແຫ່ງຄວາມທຸກຍາກໄດ້ເຜົາໃໝ້ຄົນເຫຼົ່ານີ້ເພື່ອຊຳລະເຂົາທັງ ຫຼາຍໃຫ້ບໍລິສຸດ {MH 471.1}ມແ 493.1

    ຄວາມຈິງທີ່ເຮົາປະສົບກັບຄວາມຍາກລຳບາກຈາກການທົດລອງເຫຼົ່ານີ້ ເປັນເຄື່ອງ ສະແດງວ່າອົງພຣະເຢຊູ ເຈົ້າຊົງເຫັນບາງສິ່ງທີ່ມີຄ່າໃນຕົວເຮົາທີ່ພຣະອົງຊົງປາຖະໜາ ຈະພັດທະນາໃຫ້ດີຍິ່ງຂຶ້ນ ຫາກພຣະອົງບໍ່ຊົງເຫັນເຖິງອັນໃດໃນຕົວເຮົາທີ່ສາມາດໃຊ້ ເຊີດຊູພຣະສິລິຂອງພຣະອົງແລ້ວ ພຣະອົງຄົງບໍ່ຊົງເສຍເວລາເພື່ອຂັດເກົາເຮົາ ພຣະອົງກໍ ຄົງບໍ່ຊົງໂຍນຫີນທີາໄຮ້ຄ່າເຂົ້າໄປໃນເຕົາຫຼອມຂອງພຣະອົງ ພຣະອົງຈະຊົງຫຼອມສະເພາະ ແຮ່ທີ່ມີຄ່າເທົ່ານັ້ນຊ່າງຕີເຫຼັກນຳເຫຼັກແລະເຫຼັກກ້າໃສ່ໃນໄຟ ເພື່ອຈະຊາບວ່າເຫຼັກນັ້ນ ເປັນໂລຫະຊະນິດໃດເຊັ່ນດຽວກັນພຣະອົງຜູ້ເປັນເຈົ້າຊົງອະນຸຍາດໃຫ້ເຮົາຜູ້ທີ່ພຣະອົງຊົງ ເລືອກສນໄວ້ແລ້ວໄດ້ຕົກລົງໃນເຕົາຫຼອມແຫ່ງຄວາມທຸກຍາກ ເພື່ອຈະພິສູດວ່າເຂົາເຫຼົ່າ ນັ້ນມີອຸປະນິໄສໃຈຄໍແນວໃດແລະພຣະອົງຈະສາມາດປັ້ນແຕ່ງຄົນເຫຼົ່ານັ້ນໃຫ້ເປັນຜູ້ທີ່ ເໝາະສົມໃນພາລະກິດຂອງພຣະອົງຫຼືບໍ່ {MH 471.2}ມແ 493.2

    ຊ່າງປັ້ນໝໍ້ ນຳດິນໜຽວມານວດຕາມຄວາມຕ້ອງການຂອງເຂົາ ເຂົານວດແລະ ປັ້ນດິນກ້ອນນັ້ນ ເຂົາແຍກດິນເປັນສ່ວນໆແລ້ວກົດຮີດແລະນວດຈົນເນື້ອດິນເຂົ້າກັນ ເຂົາຮົດດິນໃຫ້ຊຸ່ມແລ້ວຜື່ງໃຫ້ແຫ້ງປ່ອຍຖີ້ມໄວ້ຈັກໜ່ອຍໂດຍບໍ່ຕ້ອງແຕະຕ້ອງມັນ ຖ້າຈົນເນື້ອດິນແຫ້ງໄດ້ທີ່ໃນສະພາບທີ່ສາມາດປັ້ນຂຶ້ນຮູບໄດ້ ເຂົາກໍຈະປັ້ນດິນເປັນພາ ຊະນະດ້ວຍການຂຶ້ນຮູບ ແລະແຕ່ງຮູບຊົງເທິງແປ້ນໝູນທ່ວງລໍ້ ເມື່ອຂຶ້ນຮູບແລ້ວກໍຈະ ນຳໄປຜື່ງແດດ ແລ້ວຈຶ່ງນຳໄປເຜົາໃນເຕົາຕໍ່ໄປ ດ້ວຍວິທີດັ່ງນີ້ດິນໜຽວກໍຈະກາຍ ເປັນພາຊະນະທີ່ສາມາດນຳໄປໃຊ້ງານໄດ້ ໃນທາງດຽວກັນພຣະເຈົ້າຜູ້ຊົງເປັນ ຈອມໂຍທາຊົງປາຖະໜາທີ່ຈະປັ້ນ ແລະຕົກແຕ່ງເຮົາເຊັ່ນດຽວກັບດິນທີ່ຢູ່ໃນມືຂອງຊ່າງ ປັ້ນໝໍ້ແນວໃດ ເຮົາກໍຈະຢູ່ໃນພະຫັດຂອງພຣະອົງແນວນັ້ນ ເຮົາຕ້ອງບໍ່ພະຍາຍາມທີ່ ຈະເຮັດວຽກຂອງຊ່າງປັ້ນ ໜ້າທີ່ຂອງເຮົາຄືການຍອມຈຳນົນຕົວເຮົາໃຫ້ກັບການປັ້ນແຕ່ງ ຂອງພຣະເຈົ້າຜູ້ຊົງເປັນຈອມໂຍທາ {MH 471.3}ມແ 494.1

    “ເບິ່ງກ່ອນທ່ານທີ່ຮັກ ຢ່າປະຫຼາດໃຈທີ່ທ່ານຕ້ອງໄດ້ຮັບຄວາມທຸກຍາກຢ່າງແສນ ສາຫັດ ເປັນການລອງໃຈເໝືອນວ່າເຫດການປະຫຼາດໄດ້ເກີດຂຶ້ນກັບທ່ານ ແຕ່ວ່າ ທ່ານທັງຫຼາຍຈົ່ງຊື່ນຊົມຍິນດີໃນການທີ່ທ່ານໄດ້ມີສ່ວນຮ່ວມໃນຄວາມທຸກຍາກຂອງ ພຣະຄຣິດ ເພື່ອວ່າເມື່ອພຣະສິລິຂອງພຣະເຈົ້າປະກົດຂຶ້ນ ທ່ານທັງຫຼາຍກໍຈະໄດ້ຊື່ນຊົມ ຍິນດີຫຼາຍທີ່ສຸດດ້ວຍ” 1 ເປໂຕ 4:12, 13 {MH 472.1}ມແ 494.2

    ຍາມກາງເວັນທີ່ມີແສງສະຫວ່າງເຈີດຈ້າແລະມີແສງອື່ນໆດັງມາເຂົ້າຫູຂອງມັນ ນົກທີ່ຢູ່ໃນກົງຈະບໍ່ສາມາດຮຽນຮ້ອງເພງທີ່ນາຍຂອງມັນພະຍາຍາມສອນ ມັນຈະຫັດ ໄດ້ແຕ່ສຽງນີ້ສຽງນັ້ນໜ້ອຍດຽວ ແຕ່ກໍບໍ່ອາດຮຽບຮຽງແລະເປັ່ງສຽງທຳນອງທັງບົດ ແຕ່ ຫາກນາຍຂອງມັນເອົາຜ້າມ່ານຄຸມກົງນົກໄວ້ ແລະນຳກົງໄປແຂວນໄວ້ໃນບ່ອນທີ່ມັນ ໄດ້ຍິນແຕ່ບົດເພງພຽງບົດດຽວທີ່ມັນຕ້ອງຫັດຮ້ອງ ເມື່ອຕົກຢູ່ໃນຄວາມມືດ ນົກໂຕນັ້ນ ຈະພະຍາຍາມຫັດຮ້ອງເພງນັ້ນຊໍ້າແລ້ວຊໍ້າອີກ ຈົນສາມາດຮ້ອງເພງນັ້ນໄດ້ຢ່າງມ່ວນຊື່ນ ເມື່ອເຈົ້າຂອງນຳນົກອອກຈາກຄວາມມືດ ຕໍ່ຈາກນັ້ນມັນກໍສາມາດຮ້ອງເພັງນັ້ນໃນທີ່ມີ ແສງສະຫວ່າງໄດ້ ພຣະອົງຊົງປະຕິບັດຕໍ່ເຫຼົ່າບຸດຂອງພຣະອົງໃນລັກສະນະເຊັ່ນດຽວກັນ ພຣະອົງຊົງມີບົດເພງທີ່ຈະສັ່ງສອນເຮົາ ຊື່ງເມື່ອເຮົາຮຽນຮ້ອງເພງນັ້ນທ່າມກາງເງົາມືດ ແຫ່ງຄວາມທຸກຍາກໄດ້ແລ້ວ ເຮົາກໍຈະສາມາດຮ້ອງເພງນັ້ນຕໍ່ມາໃນພາຍຫຼັງໄດ້ຕະຫຼອດ ໄປ {MH 472.2}ມແ 494.3

    ຫຼາຍຄົນບໍ່ເພິ່ງພໍໃຈໃນກິດຈະການງານທີ່ຕົນເອງເຮັດໃນຊີວິດ ທັງນີ້ອາດຈະເປັນ ເພາະສະພາບແວດລ້ອມຂອງສິ່ງທີ່ຢູ່ຮອບກາຍຂອງຄົນເຫຼົ່ານັ້ນບໍ່ເປັນທີ່ຖືກໃຈ ຄົນເຫຼົ່າ ນັ້ນໃຊ້ເວລາຢູ່ກັບງານທີ່ຊໍ້າຊາກ ເມື່ອຄິດວ່າຕົນເອງສາມາດເຮັດວຽກໃນໜ້າທີ່ຮັບຜິດ ຊອບທີ່ສູງສົ່ງກວ່ານັ້ນໄດ້ຫຼາຍຄັ້ງ ຄົນເຫຼົ່ານັ້ນມັກຈິຮູ້ສຶກວ່າ ຄວາມພາກພຽນພະຍາ ຍາມຂອງຕົນເອງນັ້ນບໍ່ມີຜົນ ຫຼືບໍ່ມີໃຜທີ່ເບິ່ງເຫັນຄຸນຄ່າອະນາຄົດຂອງເຂົາທັງຫຼາຍຈຶ່ງ ເລີ່ມສັ່ນຄອນ {MH 472.3}ມແ 495.1

    ຂໍໃຫ້ເຮົາລະນຶກໄວ້ສະເໝີວ່າ ແມ່ນວ່າສິ່ງທີ່ເຮົາຕ້ອງເຮັດບໍ່ແມ່ນວຽກງານທີ່ເຮົາ ສະໝັກໃຈ ເຮົາກໍຕ້ອງຍອມຮັບວ່າວຽກງານນັ້ນເປັນການຊົງເລືອກຂອງພຣະອົງໃຫ້ເຮົາ ເຮັດ ບໍ່ວ່າຈະພໍໃຈຫຼືບໍ່ເຮົາກໍຕ້ອງເຮັດໜ້າທີ່ໆຢູ່ໃກ້ໂຕຂອງເຮົາຫຼາຍທີ່ສຸດ ມືຂອງເຈົ້າເຮັດ ການງານອັນໃດຈົ່ງເຮັດການງານນັ້ນດ້ວຍເຕັມກຳລັງຂອງເຈົ້າ ເພາະວ່າໃນແດນຄົນຕາຍ ທີ່ເຈົ້າຈະໄປນັ້ນ ບໍ່ມີການງານຫຼືແນວຄວາມຄິດ ຫຼືຄວາມຮູ້ສະຕິປັນຍາ ປັນຍາຈານ 9: 10 {MH 472.4}ມແ 495.2

    ຫາກອົງພຣະຜູ້ເປັນເຈົ້າຊົງມີປະສົງໃຫ້ເຮົານຳຂ່າວປະເສີດໄປປະກາດທີ່ເມືອງນີ ນະເວ ພຣະອົງກໍຄົງບໍ່ຊົງພໍພຣະໄທຖ້າເຮົາຈະນຳຂ່າວນັ້ນໄປປະກາດຍັງເມືອງຢັບຟາຫຼື ເມືອງຄາເປີນາອູມ ພຣະອົງຊົງມີເຫດຜົນໃຊ້ເຮົາໄປຍັງບ່ອນທີ່ບາດຍ່າງຂອງເຮົາຖືກກຳ ນົດໃຫ້ມຸ້ງໜ້າໄປ ອາດຈະມີໃຜບາງຄົນທີ່ນັ້ນທີ່ຈຳເປັນຕ້ອງການຄວາມຊ່ວຍເຫຼືອທີ່ເຮົາ ສາມາດຊ່ວຍເຂົາໄດ້ ພຣະອົງຜູ້ຊົງສົ່ງຟີລິບໄປຫາຂ້າລາຊະການຊາວເອທິໂອເປຍສົ່ງເປ ໂຕໄປຫານາຍຮ້ອຍຊາວໂຣມັນແລະສົ່ງສາວໃຊ້ເດັກຍິງຊາວອິສະລາເອນຳປຊ່ວຍນາ ມານແມ່ທັບຊາວຊີເຣຍ ໃນວັນນີ້ພຣະອົງຊົງໃຊ້ຊາຍຍິງແລະຄົນໜຸ່ມສາວໃຫ້ເປັນຜູ້ ແທນຂອງພຣະອົງໄປຍັງຄົນທັງຫຼາຍ ທີ່ຕ້ອງການຄວາມຊ່ວຍເຫຼືອແລະຕ້ອງການການ ຊົງນຳຈາກພຣະເຈົ້າ {MH 473.1}ມແ 495.3