Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ວັນນະກຳປະໂລມໂລກ

    ສື່ສິ່ງພິມຫຼາກຫຼາຍທີ່ໄດ້ຮັບຄວາມນິຍົມໃນທຸກວັນນີ້ ຕ່າງເຕັມໄປດ້ວຍເລື່ອງ ກາມະລົມປະໂລມໂລກທີ່ສ້ຽມສອນຄົນໜຸ່ມສາວໃຫ້ມີພຶດຕິກຳຊົ່ວຮ້າຍແລະນຳພາຄົນ ໜຸ່ມສາວໄປສູ່ຫົນທາງແຫ່ງຄວາມພິນາດ ເດັກນ້ອຍແມ່ນແຕ່ຍັງອ່ອນເຍົາກໍຍັງຖືກຊັກ ນຳເຂົ້າໄປຫາຄວາມຮູ້ທີ່ກ່ຽວກັບອາດສະຍາກຳ ພວກເດັກນ້ອຍເຫຼົ່ານີ້ຖືກກະຕຸ້ນໄປສູ່ ຄວາມຊົ່ວຮ້າຍຈາກນິທານຕ່າງໆ ທີ່ເຂົາທັງຫຼາຍໄດ້ອ່ານໃນຈິນຕະນາການເຂົາທັງຫຼາຍ ຈຳລອງການກະທຳຕາມພຶດຕິກຳທີ່ບັນຍາຍໄວ້ໃນໜັງສືຈົນເຖິງຂັ້ນທີ່ຊັກນຳໃຫ້ເຂົາເກີດ ຄວາມຕ້ອງການເຫັນຄວາມສາມາດຂອງຕົນເອງໃນການກໍ່ອາຊະຍະກຳແລະຫຼົບຫຼີກໃຫ້ ພົ້ນຈາກຖືກໂທດໄດ້ຢ່າງໃດ {MH 444.4}ມແ 461.1

    ສຳລັບພວກເດັກນ້ອຍແລະຄົນໜຸ່ມສາວທີ່ຢູ່ໃນໄວ ທີ່ມີຄວາມຄິດຄວາມອ່ານ ທີ່ແຄ້ວຄ່ອງວ່ອງໄວພາບເຫດການໃນຈິນຕະນາການທີ່ສະແດງເຖິງອະນາຄົດເປັນເລື່ອງ ຈິງ ເໝືອນໜັງສືທີ່ຄາດການວ່າຈະຖືກກໍ່ກະບົດຮວມທັງຍັງອະທິບາຍເຖິງວິທີການ ແລະຂັ້ນຕອນຕ່າງໆຂອງເຫດການ ຈົນເຮັດໃຫ້ບ້ານເມືອງຕົກຢູ່ໃນສະພາບທີ່ໄຮ້ກົດ ໝາຍແລະປະຊາຊົນໄຮ້ການຄວບຄຸມຕົນເອງ ຜູ້ອ່ານຫຼວງຫຼາຍເກີດອາລົມແລະຄວາມ ຮູ້ສຶກຄ້ອຍຕາມໄປກັບການນຳສະເໜີນີ້ ເຂົາທັງຫຼາຍຖືກຊັກຈູງໃຫ້ກໍ່ອາຊະຍາກຳທີ່ຊົ່ວ ຮ້າຍຍິ່ງກວ່າສິ່ງທີ່ຜູ້ຂຽນໄດ້ຂຽນໄວ້ຢ່າງໜ້າເລົ້າໃຈໃນໜັງສືດ້ວຍຊໍ້າ ໂດຍອິດທິພົນ ຂອງໜັງສືເຫຼົ່ານີ້ສິນທຳໃນສັງຄົມຈຶ່ງເຊື່ອມຊາມລົງ ເມັດພັນຂອງການເຮັດຜິດກົດໝາຍ ຖືກວ່ານອອກໄປຢ່າງແຜ່ກະຈາຍບໍ່ເປັນທີ່ໜ້າປະຫຼາດໃຈເລີຍວ່າຜົນທີ່ໄດ້ຮັບຄືການ ເກັບກ່ຽວຜົນຂອງອາຊະຍາກຳ {MH 444.5}ມແ 461.2

    ຜົນງານການປະພັນປະເພດນິຍາຍຮັກໆໄຄ່ໆ ເລື່ອງອ່ານຫຼີ້ນເລື່ອງຕື່ນເຕັ້ນກະ ທຶກຂວັນຕ່າງໆເປັນຄຳຊາບແຊ່ງທີ່ນຳຄວາມຫາຍະນະມາສູ່ຜູ້ອ່ານທີ່ບໍ່ຫຼຸດຜ່ອນຢ່ອນຍາວ ໄປກວ່າກັນ ຜູ້ປະພັນອາດອ້າງວ່າເພື່ອສັ່ງສອນບົດຮຽນທາງສິລະທຳເຂົາອາດສອດແຊັກ ທັກສະນະໃນດ້ານສາສະໜາລົງໄປນຳ ແຕ່ສິ່ງນີ້ກໍເປັນພຽງການປິດບັງອຳພາງຄວາມໂງ່ຈ້າ ແລະຄວາມໄຮ້ຄ່າທີ່ມີຢູ່ໃນໜັງສືເຫຼົ່ານັ້ນ {MH 445.1}ມແ 461.3

    ໂລກນີ້ເຕັມລົ້ນໄປດ້ວຍສັບພະໜັງສືທີ່ຄອຍຊັກຈູງເຮົາໃຫ້ໄປໃນທາງທີ່ຜິດ ຄົນໜຸ່ມສາວຍອມຮັບວ່າເປັນຄວາມຈິງໃນສິ່ງທີ່ພຣະຄຳພີປະນາມວ່າ ເປັນຄວາມບໍ່ຈິງ (ເທັດ) ຄົນໜຸ່ມສາວຊື່ນຊອບແລະຫຼົງຕິດຢູ່ກັບການຫຼອກລວງທີ່ມຸ້ງເອົາຈິດວິນຍານ ໄປສູ່ຄວາມພິນາດ {MH 445.2}ມແ 461.4

    ມີງານການປະພັນປະເພດນິຍາຍທີ່ຂຽນຂຶ້ນ ໂດຍມີຄວາມມຸ້ງໝາຍເພື່ອສັ່ງສອນ ເຖິງຄວາມຈິງຫຼືເປີດເຜີຍເຖິງຄວາມຊົ່ວອັນເລວຮ້າຍໃນບາງປະການ ຜົນງານ ໃນບາງເຫຼັ້ມກໍຄຸ້ມຄ່າແກ່ຜູ້ອ່ານແຕ່ຢ່າງໃດກໍຕາມໜັງສືເຫຼົ່ານີ້ກໍຍັງອັນຕະລາຍທີ່ບໍ່ອາດບັນລະຍາຍໄດ້ ໜັງສືເຫຼົ່ານີ້ມີຖ້ອຍຄຳແລະສຳນວນທີ່ພັນລະນາພາບໄວ້ໂດຍລະ ອຽດຊຶ່ງກະຕຸ້ນຈິນຕະນາການໄດ້ແລະກໍ່ໃຫ້ເກີດແນວຄິດທີ່ເຕັມໄປດ້ວຍໄພອັນຕະລາຍ ໂດຍສະເພາະຢ່າງຍິ່ງກັບຄົນໜຸ່ມສາວພາບທີ່ບັນລະຍາຍໄວ້ໃນໜັງສືຈະຜຸດຂຶ້ນມາໃນ ຄວາມຄິດຂອງໜຸ່ມສາວເຫຼົ່ານັ້ນຄັ້ງແລ້ວຄັ້ງເລົ່າການອ່ານໜັງສືປະເພດນີ້ເຮັດໃຫ້ຄວາມ ຄິດຂາດຄວາມເໝາະສົມໃນການນຳໃຊ້ປະໂຫຍດ ແລະເຮັດໃຫ້ການເຮັດວຽກຝ່າຍຈິດ ວິນຍານຂາດຄຸນສົມບັດອີກທັງຍັງບັ່ນທອນຄວາມສົນໃຈທີ່ຈະສຶກສາພຣະຄຳພີ ຄວາມ ຄິດແທບຈະບໍ່ເຫຼືອທີ່ຫວ່າງໄວ້ກັບສິ່ງທີ່ເປັນຝ່າຍສະຫວັນໃນຂະນະທີ່ຈິດໃນໝົກໝົ້ນຢູ່ ແຕ່ເລື່ອງລາສີ ທີ່ໄດ້ພັນລະນາໄວ້ໃນໜັງສືກິເລດຕັນຫາຈຶ່ງຖືກປຸກກະຕຸ້ນແລະຜົນເບື້ອງ ປາຍກໍຄືຄວາມຜິດບາບ {MH 445.3}ມແ 462.1

    ແມ່ນແຕ່ນິຍາຍທີ່ບໍ່ມີເນື້ອຫາທີ່ບໍ່ບໍລິສຸດແລະອາດມຸ້ງຫວັງ ເພື່ອສັ່ງສອນຫຼັກສິ ລະທຳອັນດີງາມກໍຍັງມີໂທດຢູ່ດີເພາະຈະສົ່ງເສີມນິໃສໃນການອ່ານແບບຜ່ານໆສາບ ສວຍ ເພື່ອໃຫ້ເຂົ້າໃຈເຖິງເນື້ອເລື່ອງເທົ່ານັ້ນ ໂດຍທີ່ບໍ່ໄດ້ຄິດພິຈາລະນາອັນໃດຢ່າງເລິກ ເຊິ່ງດ້ວຍເຫດນີ້ຈຶ່ງມີສ່ວນໄປບັ່ນທອນຄວາມສາມາດໃນການເຊື່ອມໂຍງ ແລະຊະລໍ ຄວາມຄິດລົງເຮັດໃຫ້ຄວາມສາມາດໃນການຄົ້ນຄິດພິຈາລະນາເຖິງໜ້າທີ່ ແລະຊີວິດໃນ ອະນາຄົດຂອງຈິດວິນຍານຖົດຖອຍລົງ {MH 445.4}ມແ 462.2

    ດ້ວຍການຖະໜອມເກັບຄວາມຮັກພຽງເພື່ອຄວາມເພີດເພີນ ການອ່ານນະວະນິ ຍາຍຈະກໍ່ໃຫ້ເກີດຄວາມເບື່ອໜ່າຍໃນໜ້າທີ່ ທີ່ແທ້ຈິງທີ່ຫາກໍປະຕິບັດໃນຊີວິດດ້ວຍ ອິດທິພົນຂອງເນື້ອຫາທີ່ຕື່ນເຕັ້ນເລົ້າໃຈແລະຊວນເຄີບເຄີ້ມຫຼົງໄຫຼ ຫຼາຍຄັ້ງຈະເປັນສາ ເຫດທີ່ເຮັດໃຫ້ເກີດໂລກທາງກາຍແລະໂລກທາງຈິດໃຈ ຄອບຄົວທີ່ໜ້າເສົ້າແລະຖືກ ທອດຖີ້ມ ຈຳນວນຫຼາຍຄົນພິການຕະຫຼອດຊີບຫຼາກຫຼາຍລວມທັງຜູ້ຖືກກັກກັນໃນສະ ຖານບຳບັດຜູ້ປ່ວຍໂລກຈິດຕ້ອງຕົກຢູ່ໃນສະພາບເຊັ່ນນີ້ໂດຍນິໃສການອ່ານນະວະນິ ຍາຍນັ້ນເອງ {MH 446.1}ມແ 462.3

    ມີຄຳແນະນຳທີ່ໃຫ້ໄວ້ຢູ່ເລື້ອຍໆວ່າ ເພື່ອຊະນະໃຈຂອງຄົນໜຸ່ມສາວໃຫ້ປະຕິ ເສດການອ່ານງານຂຽນທີ່ປຸກເລົ້າໃຫ້ເກີດກາມມະໂລມແລະໄຮ້ຄຸນຄ່າ ເຮົາຄວນຈັດຫານະ ວະນິຍາຍທີ່ມີເນື້ອຫາສາລະທີ່ດີກວ່າໃຫ້ໜຸ່ມສາວເຫຼົ່ານັ້ນ ການເຮັດເຊັ່ນນີ້ກໍປຽບ ເໝືອນການພະຍາຍາມບຳບັດຄົນຂີ້ເມົາ ດ້ວຍການຈັດຫາເຄື່ອງມຶນເມົາທີ່ມີລິດ ອ່ອນກວ່າເຊັ່ນ ວາຍ ເບຍ ຫຼືນໍ້າແອບເປີ້ນມາທົດແທນເຫຼົ້າວິສະກີ້ ຫຼື ເຫຼົ້າບະຣັ່ນດີ ການໃຊ້ເຄື່ອງດື່ມເຫຼົ່ານີ້ກັບຈະສົ່ງຜົນຢ່າງຕໍ່ເນື່ອງໃຫ້ເກີດຄວາມຢາກທີ່ຈະດື່ມ ເຄື່ອງ ດື່ມທີ່ແຮງຍິ່ງຂຶ້ນ ຄວາມປອດໄພດຽວຂອງຄົນຂີ້ເມົາແລະເຄື່ອງປ້ອງກັນດຽວຂອງຜູ້ທີ່ ຕ້ອງການຄວບຄຸມໂຕເອງ ກໍຄືການງົດດື່ມຢ່າງເດັດຂາດ ຫຼັກການດຽວກັນຍັງຄົງເປັນ ຄວາມຈິງຂອງຜູ້ທີ່ຊື່ນຊອບການອ່ານນະວະນິຍາຍ ການງົດອ່ານຢ່າງເດັດຂາດເປັນວິຖີ ທາງປອດໄພດຽວຂອງເຂົາ {MH 446.2}ມແ 463.1