Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການເອົາໃຈໃສ່ຕໍ່ຄົນຍາກຄົນຈົນ

    ຢ່າງໃດກໍຕາມການຈັດລະບົບເຊັ່ນນີ້ກໍບໍ່ອາດຈະກໍາຈັດຄວາມຍາກຈົນອອກໄປ ໃຫ້ໝົດສິ້ນ ພຣະເຈົ້າບໍ່ຊົງປະສົງທີ່ຈະໃຫ້ຄວາມຍາກຈົນນັ້ນສູນສິ້ນໄປໝົດ ເພາະນີ້ ເປັນວິທີການໜຶ່ງຂອງພຣະອົງເພື່ອຊ່ວຍໃນການພັດທະນາອຸປະນິດໄສຂອງຄົນ ພຣະ ອົງຕັດວ່າ “ເພາະວ່າຄົນຍາກຈົນຈະບໍ່ໝົດໄປຈາກແຜ່ນດິນ ເພາະເຫດນັ້ນຂ້າພະເຈົ້າຈຶ່ງ ບັນຊາທ່ານວ່າ ທ່ານຕ້ອງຍື່ນມືໃຫ້ຢ່າງໃຈກວ້າງຕໍ່ພີ່ນ້ອງຂອງທ່ານ ຄືຕໍ່ຄົນຍາກຈົນຂັດ ສົນ ຊຶ່ງຢູ່ໃນແຜ່ນດິນຂອງທ່ານ” ພຣະບັນຍັດ 15:11 {MH 186.2}ມແ 178.1

    ຖ້າໃນທ່າມກາງທ່ານທັງຫຼາຍມີຄົນຍາກຈົນຄົນໜຶ່ງເປັນພີ່ນ້ອງຂອງທ່ານຢູ່ໃນ ເມືອງໃດໆໃນແຜ່ນດິນຊຶ່ງພຣະເຢໂຮວາພຣະເຈົ້າຂອງທ່ານ ທ່ານຢ່າເປັນຄົນທີ່ມີໃຈແຂງ ຫົດມືຂອງທ່ານໄວ້ຕໍ່ໜ້າພີ່ນ້ອງຂອງທ່ານທີ່ຍາກຈົນນັ້ນ ແຕ່ທ່ານທັງຫຼາຍຈົ່ງຍື່ນມືຂອງ ທ່ານໃຫ້ເຂົາ ແລະໃຫ້ເຂົາຢືມເຄື່ອງຂອງພໍແກ່ຄວາມຕ້ອງການຂອງເຂົາ ບໍ່ວ່າເປັນເຄື່ອງ ຂອງສິ່ງໃດໆ” ພຣະບັນຍັດ 15:7, 8 {MH 186.3}ມແ 178.2

    ” ຖ້າພີ່ນ້ອງຂອງເຈົ້າຍາກຈົນລົງແລະລ້ຽງຕົວເອງຢູ່ກັບເຈົ້າບໍ່ໄດ້ ເຈົ້າຈະຕ້ອງລ້ຽງ ດູເຂົາໃຫ້ເຂົາຢູກັບເຈົ້າຄືຄົນຕ່າງດ້າວແລະຄົນທີ່ອາໄສຢູ່ ” ເລວີ 25:35 {HM 186.4}ມແ 178.3

    “ເມື່ອເຈົ້າທັງຫຼາຍກ່ຽວເຂົ້າໃນນາ ຢ່າເກັບກ່ຽວເຂົ້າທີ່ຂອບນາໃຫ້ໝົດ ເມື່ອກ່ຽວ ແລ້ວກໍຢ່າເກັບເຂົ້າທີ່ຕົກ” “ເມື່ອທ່ານກ່ຽວເຂົ້າໃນນາຂອງທ່ານແລະລືມຟ່ອນເຂົ້າ ໄວ້ໃນນາຟ່ອນໜຶ່ງ ຢ່າກັບໄປເອົາມາເລີຍ.... ເມື່ອທ່ານຟາດຕົ້ນມະກອກເທດ ທ່ານຢ່າ ເກັບທີ່ງ່າເກົ່າຄັ້ງທີສອງອີກ....ເມື່ອທ່ານເກັບຜົນອະງຸ່ນຈາກສວນອະງຸ່ນຂອງທ່ານ ທ່ານ ຢ່າໄປເກັບເລັມອີກ ຈົ່ງເຫຼືອໄວ້ສໍາລັບຄົນຕ່າງດ້າວ ທັງລູກກໍາພ້າແລະແມ່ໝ້າຍ” ເລວີ 19:9 ພຣະບັນຍັດ 24:19-21 {MH 186.5}ມແ 178.4

    ບໍ່ມີໃຜທີ່ຈະຕ້ອງຢ້ານວ່າຄວາມມີໃຈເອື້ອເຟື້ອເພື່ອແຜ່ຂອງເຂົາຈະເຮັດໃຫ້ເຂົາ ຕ້ອງຂາດແຄນການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າຍ່ອມຈະນໍາມາຊຶ່ງຄວາມຈະເລີນ ຮຸ່ງເຮືອງ ພຣະເຈົ້າຄິດວ່າ ໃນກໍລະນີພຣະເຢໂຮວາພຣະເຈົ້າຂອງທ່ານຈະຊົງອໍານວຍ ພຣະພອນແກ່ທ່ານ ໃນບັນດາກິດຈະການທັງສິ້ນຂອງທ່ານບໍ່ວ່າທ່ານຈະກະທໍາສິ່ງໃດ ທ່ານທັງຫຼາຍຈົ່ງໃຫ້ປະຊາຊາດຫຼາຍຊາດຢືມຂອງຂອງທ່ານ ແຕ່ທ່ານຢ່າຢືມຂອງເຂົາເລີຍ ທ່ານທັງຫຼາຍຈະປົກຄອງຢູ່ເໜືອຫຼາຍປະຊາຊາດ ແຕ່ເຂົາທັງຫຼາຍຈະບໍ່ປົກຄອງເໜືອ ທ່ານໄດ້ ພຣະບັນຍັດ 15:10, 6 {MH 187.1}ມແ 178.5

    Larger font
    Smaller font
    Copy
    Print
    Contents