Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພຣະເຈົ້າຈະຊົງຈັດກຽມ

    ຫຼາຍຄົນທີ່ສະແດງຕົນວ່າເປັນຜູ້ຕິດຕາມຂອງພຣະຄຣິດ ມີຄວາມກະວົນກະວາຍ ແລະຫຍຸ້ງຍາກໃຈເພາະເຂົາທັງຫຼາຍຢ້ານທີ່ຈະມອບຕົນເອງໄວ້ກັບພຣະເຈົ້າ ຄົນເຫຼົ່ານີ້ ຈື່ງບໍ່ຍອມຖະຫວາຍໂຕເອງໃຫ້ແກ່ພຣະອົງຢ່າງສິ້ນເຊີງ ເພາະຕ່າງບໍ່ກ້າປະເຊີນກັບຜົນທີ່ຈະ ຕາມມາຈາກການຖະຫວາຍໂຕນັ້ນ ຖ້າຫາກຄົນເຫຼົ່ານີ້ຍັງບໍ່ເຕັມໃຈຖະຫວາຍຕົນເອງແກ່ ພຣະເຈົ້າໂດຍສິ້ນເຊີງແລ້ວເຂົາທັງຫຼາຍກໍບໍ່ອາດພົບສັນຕິສຸກ {MH 480.3}ມແ 503.2

    ຫຼາຍຄົນຕ້ອງເຈັບປວດຈິດໃຈເນື່ອງຈາກພາລະໜັດທີ່ກຳລັງແບກຮັບຢູ່ ເພາະ ຄົນເຫຼົ່ານີ້ພະຍາຍາມກ້າວໃຫ້ເຖິງມາດຕະຖານຂອງໂລກ ຄົນເຫຼົ່ານີ້ເລືອກທີ່ຈະຮັບໃຊ້ ໂລກເລືອກທີ່ຈະອ້າແຂນຮັບຄວາມວຸ້ນວາຍສັບສົນແລະຮັບເອົາທຳນຽມປະຕິບັດຂອງ ໂລກມາໃຊ້ດ້ວຍເຫດນີ້ອຸປະນິໄສຂອງຄົນເຫຼົ່ານີ້ຈຶ່ງເສື່ອມໄປແລະຊີວິດມີແຕ່ຄວາມອິດ ເມື່ອຍ ຄວາມວິຕົກກັງວົນທີ່ໂຮມເຂົ້າມາຢ່າງຕໍ່ເນື່ອງ ບັ່ນທອນກຳລັງກາຍແລະກຳລັງໃຈ ອົງພຣະຜູ້ເປັນເຈົ້າຂອງເຮົາຊົງປາຖະໜາໃຫ້ພວກເຂົາປະຖີ້ມແອກທີ່ພັນທະນາການນີ້ ເສຍ ພຣະອົງຊົງເຊື້ອເຊີນເຂົາທັງຫຼາຍເຂົ້າມາຮັບແອກຂອງພຣະອົງພຣະອົງຕັດວ່າ “ແອກ ຂອງເຮົາກໍພໍເໝາະແລະພາລະຂອງເຮົາກໍເບົາ” ຄວາມວິຕົກກັງວົນບົດບັງຕາແລະ ເບິ່ງບໍ່ເຫັນອະນາຄົດພຣະເຢຊູຊົງຫຼຽວເບິ່ງປາຍ ນັບແຕ່ເລີ່ມຕົ້ນໃນຄວາມ ຍາກລຳບາກທັງຫຼາຍນັ້ນພຣະອົງໄດ້ຊົງຈັດກຽມຫົນທາງບັນເທົາຢູ່ແລ້ວ “ພຣະເຈົ້າບໍ່ ໄດ້ຊົງຫວງຂອງດີໄວ້ເລີຍ ຈາກບຸກຄົນຜູ້ເດີນໄປຢ່າງທ່ຽງທຳ” ມັດທາຍ 11:30; 84:11 {MH 481.1}ມແ 503.3

    ພຣະບິດາເທິງສະຫວັນຂອງເຮົາຊົງມີຫົນທາງຫຼາກຫຼາຍວິທີທີ່ຈັດຕຽມໄວ້ສຳ ຫຼັບເຮົາໂດຍທີ່ເຮົາບໍ່ຮູ້ອັນໃດກ່ຽວກັບເລື່ອງນີ້ເລີຍ ຄົນທັງຫຼາຍທີ່ຍອມຮັບວ່າການປະຕິ ບັດຮັບໃຊ້ພຣະເຈົ້າເປັນຫຼັກການທີ່ສຳຄັນທີ່ສຸດ ຈະພົບວ່າຄວາມວຸ່ນວາຍຕ່າງໆອັນຕະ ທານຫາຍໄປແລະເບື້ອງໜ້າບາດກ້າວຂອງເຂົາທັງຫຼາຍມີເສັ້ນທາງຮາບພຽງພາດຢູ່ {MH 481.2}ມແ 504.1

    ການປະຕິບັດໜ້າທີ່ໃນວັນນີ້ຂອງເຮົາດ້ວຍຄວາມຊື່ສັດເປັນການກຽມຕົວທີ່ດີທີ່ ສຸດສັບລັບຄວາມຍາກລຳບາກໃນມື້ອື່ນ ຈົ່ງຢ່າເກັບພາລະແລະຄວາມຫ່ວງໃຍຂອງມື້ອື່ນ ມາຊໍ້າເຕີມພາລະຂອງມື້ນີ້ເພາະ “ແຕ່ລະວັນກໍມີທຸກພໍຢູ່ແລ້ວ” ມັດທາຍ 6:34 {MH 481.3}ມແ 504.2

    ຂໍໃຫ້ເຮົາມີຄວາມຫວັງແລະມີກຳລັງໃຈ ຄວາມທໍ້ຖອຍສິ້ນຫວັງໃນການປະຕິ ບັດຮັບໃຊ້ພຣະເຈົ້າເປັນຄວາມຜິດບາບແລະໄຮ້ເຫດຜົນ ພຣະອົງຊົງຮູ້ທຸກຄວາມຕ້ອງ ການຂອງເຮົາ ສຳຫຼັບຈອມລາຊັນຜູ້ຊົງເປັນຈອມໂຍທາ ພຣະເຈົ້າຜູ້ຊົງຮັກສາທຸກພັນ ທະສັນຍາຂອງເຮົາຈະສົ່ງຜົນແຫ່ງຄວາມຍິ່ງໃຫຍ່ແລະຄວາມຫ່ວງໃຍເບິ່ງແຍງເອົາໃຈ ໃສ່ຂອງພຣະຜູ້ລ້ຽງທີ່ອ່ອນໂຍນ ລິດທານະພາບຂອງພຣະອົງບໍ່ມີຂີດຈຳກັດແລະເປັນ ເຄື່ອງຮັບປະກັນເທິງຄວາມສຳເລັດຜົນແຫ່ງພັນທະສັນຍາຂອງພຣະອົງ ສຳຫຼັບຄົນທັງ ຫຼາຍທີ່ວາງໃຈໃນພຣະອົງ ພຣະອົງຊົງມີວິທີທີ່ຈະຂະຈັດທຸກຄວາມຍາກລຳບາກເພື່ອ ຄົນທັງຫຼາຍທີ່ຮັບໃຊ້ພຣະອົງແລະເຊື່ອໝັ້ນໃນວິທີການທີ່ພຣະອົງຊົງນຳມາໃຊ້ຈະໄດ້ ຮັບການລ້ຽງດູ ຄວາມຮັກຂອງພຣະອົງສູງສົ່ງຍິ່ງກວ່າຄວາມຮັກໃດໆ ຄືດັ່ງຟ້າສະຫວັນທີ່ ສູງກວ່າແຜ່ນດິນໂລກ ພຣະອົງຊົງຄອຍອະພິບານດູແລບຸດຂອງພຣະອົງດ້ວຍຄວາມຮັກ ທີ່ບໍ່ສາມາດວັດຄ່າໄດ້ແລະດຳລົງຢູ່ຊົ່ວນິດນິລັນ {MH 481.4}ມແ 504.3

    ໃນມື້ທີ່ມືດມັນທີ່ສຸດ ເມື່ອເຫດການເບິ່ງຄືວ່າຈະໝົດຫວັງ ຂໍໃຫ້ເຮົາໄດ້ມີຄວາມ ເຊື່ອໃນພຣະເຈົ້າ ພຣະອົງຊົງດຳເນີນການຕາມນໍ້າພຣະໄທຂອງພຣະອົງ ຊົງກຳລັງ ຈະເຮັດທຸກສິ່ງຢ່າງເໝາະສົມເພື່ອປະຊາກອນຂອງພຣະອົງ ພຣະກຳລັງຂອງຜູ້ຄົນທັງ ຫຼາຍທີ່ຮັກແລະປະຕິບັດຮັບໃຊ້ພຣະອົງຈະໄດ້ຮັບການຟື້ນຟູໃໝ່ໃນວັນຕໍ່ວັນ {MH 482.1}ມແ 504.4

    ພຣະອົງຊົງພຣະປີຊາສາມາດ ແລະຊົງເຕັມພຣະໄທທີ່ຈະປະທານຄວາມຊ່ວຍ ເຫຼືອໃນທຸກສິ່ງທີ່ຮັບໃຊ້ຂອງພຣະອົງຕ້ອງການ ພຣະອົງຈະປະທານສະຕິປັນຍາແກ່ຄົນ ເຫຼົ່ານັ້ນຕາມຄວາມຈຳເປັນທີ່ແຕກຕ່າງກັນໄປຕາມຄວາມຕ້ອງການ {MH 482.2}ມແ 504.5

    ອັກຄະລະທູດເປົາໂລຜູ້ເຄີຍຜ່ານຄວາມຍາກລຳບາກມາກ່ອນໄດ້ກ່າວໄວ້ວ່າ ແຕ່ ພຣະອົງຕັດກັບຂ້າພຣະເຈົ້າວ່າ ພຣະຄຸນຂອງເຮົາກໍມີພໍສຳລັບເຈົ້າແລ້ວເພາະຄວາມອ່ອນ ແອມີຢູ່ໃສເດດຂອງເຮົາກໍມີລິດຂຶ້ນເຕັມຂະໜາດທີ່ນັ້ນ ເຫດສະນັ້ນຂ້າພຣະເຈົ້າຈຶ່ງຍິນດີ ໂອ້ອວດໃນບັນດາຄວາມອ່ອນແອຂອງຂ້າພຣະເຈົ້າ ເພື່ອລິດເດດຂອງພຣະຄຣິດຈະໄດ້ຢູ່ ໃນຂ້າພຣະເຈົ້າເຫດສະນັ້ນ ເພາະເຫັນແກ່ພຣະຄຣິດຂ້າພຣະເຈົ້າຈຶ່ງຊື່ນໃຈໃນບັນດາຄວາມ ອ່ອນແອຂອງຂ້າພະເຈົ້າ ໃນການປະທຸດສະຮ້າຍຕ່າງໆໃນຄວາມຍາກລຳບາກ ໃນການ ຂົ່ມເຫັງໃນຄວາມອັບຈົນເພາະວ່າຂ້າພຣະເຈົ້າອ່ອນແອ ເມື່ອໃດຂ້າພຣະເຈົ້າກໍຈະແຂງ ແຮງຫຼາຍເມື່ອນັ້ນ 2 ໂກລິໂທ 12: 9,10 {MH 482.3}ມແ 505.1

    *****

    Larger font
    Smaller font
    Copy
    Print
    Contents