Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຍິນດີຂອງພຣະຜູ້ເປັນເຈົ້າ

    “ແກະເກົ້າສິບເກົ້າຕົວນອນຢູ່ຢ່າງປອດໄພ
    ກຳບັງໄວ້ໃນຄອກແກະ
    ແຕ່ມີແກະໂຕໜຶ່ງຫຼົງຢູ່ເທິງເນີນເຂົາອັນຫ່າງໄກ
    ລະວາງຫ່າງຮ້າງໄປຈາກທະວາລະບົດທອງຄຳ
    ໃນປ່າປ່ຽວເທິງພູເຂົາອັນແຫ້ງແລ້ງ
    ຕ້ອງຫ່າງໄກຈາກພຣະຜູ້ລ້ຽງທີ່ຄອຍດູແລເປັນຫວ່ງເປັນໃຍ
    “ຂ້າແຕ່ພຣະຍາເວ ພຣະອົງຊົງມີແກະເກົ້າສິບເກົ້າໂຕຢູ່ແລ້ວ ພຣະອົງຊົງມີແກະບໍ່ພໍ່ຫວາ?”
    ແຕ່ພຣະຜູ້ລ້ຽງຕັດຕອບວ່າ “ຕົວໜຶ່ງຂອງເຮົາໄດ້ຫຼົງຫາຍໄປ
    ແລະແມ່ນແຕ່ຫົນທາງຈະກັນການແລະສູງຊັນ
    ເຮົາກໍຈະອອກໄປຕາມຫາແກະນ້ອຍຂອງເຮົາ”
    ແຕ່ຄົນທີ່ໄດ້ຮັບການໄຖ່ໃຫ້ລອດບໍ່ມີໃຜທີ່ເຂົ້າໃຈ
    ນະບ່ອນທີາພຣະອົງຕ້ແງສະເດັດລຸຍຂ້າມຜ່ານໄປນັ້ນເລິກສຸດຢັ່ງພຽງໃດ
    ຄຳຄືນທີ່ພະຢາເວສະເດັດດຳເນີນໄປນັ້ນອົນທະການພຽງໃດ
    ກ່ອນທີ່ພຣະອົງຈະຊົງພົບແກະທີ່ຫຼົງຫາຍ
    ພຣະອົງໄດ້ຍິນສຽງຮຽກເອີ້ນຈາກປ່າກັນດານເລິກ
    ເປັນສຽງຮ້ອງອັນແຜ່ວເບົາ ແລະອ່ອນແຮງຈວນຈະສິ້ນໃຈ
    “ໂອ ພຣະຢາເວ ພຣະໂລຫິດຢົດນີ້ມາແຕ່ໃດ
    ເປັນຮອຍເຫັນລາດຢາຍຕາມຫົນທາງເທິງພູເຂົາ”
    “ໄດ້ຫຼັ່ງໄວ້ໃຫ້ກັບຜູ້ທີ່ຫຼົງທາງດັ່ງເຊັ່ນລູກແກະຫາຍໄປຄືເງົາ
    ພຣະຜູ້ຊົງລ້ຽງຈະຊົງນຳເຂົາໃຫ້ກັບຄືນມາ”
    “ພຣະຢາເວເຈົ້າຂ້າ ເຫດອັນໃດພຣະຫັດຂອງພຣະອົງ
    ຈຶ່ງມີຮອຍແຜເປັນຮູຈີກຂາດເຊັ່ນນີ້
    “ໜາມແຫຼມໄດ້ແທງພຣະຫັດຂອງພຣະອົງໃນຄຳຄືນ”
    ທົ່ວທັງພູເຂົາຟ້າຮ້ອງດັງສະນັ່ນ
    ແລະ ຈາກເນີນຫີນຂະລຸຂະລະ
    ມີສຽງດັງຂຶ້ນໄປແຫ່ງປະຕູສະຫວັນສະຖານ
    “ຈົ່ງຊື່ນຊົມຍິນດີເຖີດ ເພາະເຮົາໄດ້ພົບແກະຂອງເຮົາແລ້ວ
    ແລະເຫຼົ່າທູດສະຫວັນຮ່ວມຂັບຂານຮອບອ້ອມພຣະທີ່ນັ່ງ
    ຕ່າງຊື່ນຊົມຍິນດີ ເພາະພຣະຢາເວຊົງນຳແກະຂອງພຣະອົງກັບຄືນມາ”
    ເອົາລີເຊີເບດ ຊີ.ແຄຣແຟນ
    ມແ 532.3

    ແຕ່ມື້ນັ້ນກຳລັງຈະມາເຖິງ ເມື່ອສົງຄາມຢຸດຕິລົງຫຼັງການຕໍ່ສູ້ແລະບັນລຸໄຊຊະນະ ນໍ້າພຣະໄທຂອງພຣະເຈົ້າສຳເລັດຜົນຢ່າງໃດໃນສະຫວັນ ກໍ່ຈະສຳເລັດຜົນຢ່າງນັ້ນໃນ ແຜ່ນດິນໂລກ ເຫຼົ່າປະຊາຊົນຂອງຜູ້ໄດ້ຮັບຄວາມລອດຈະບໍ່ຮູ້ບົດບັນຍັດອື່ນໃດ ນອກຈາກບົດບັນຍັດຂອງພຣະເຈົ້າ ທຸກຄົນຈະເຂົ້າມາຮ່ວມເປັນຄອບຄົວດຽວກັນທີ່ ປ່ຽມໄປດ້ວຍຄວາມສຸກ ແຕ່ງກາຍດ້ວຍອາພອນແຫ່ງການສັນລະເສີນແລະການໂມທະ ນາພຣະຄຸນ ອັນເປັນເສື້ອຄຸມແຫ່ງຄວາມບໍລິສຸດແລະຊອບທຳຂອງພຣະຄຣິດ ທຳມະ ຊາດທັງປວງທີ່ສວຍງາມເລີດລໍ້າກວ່າປົກກະຕິຈະທວາຍຄຳສັນລະເສີນ ແລະກາບ ໄຫວ້ນະມັດສະການພຣະເຈົ້າ ໂລກຈະອາບໄປດ້ວຍແສງສະຫວ່າງຈາກສະຫວັນ ແສງ ຈັນຈະເຈີດຈ້າດຸດດັ່ງແສງອາທິດ ແລະແສງອາທິດຈະສຸກສະຫວ່າງຍິ່ງກວ່າດວລານີ້ອີກ ເຈັດເທົ່າ ວັນປີຈະຜ່ານໄປດ້ວຍຄວາມຊື່ນຊົມຍິນດີເໜຶອທັດສະນະພາບເຫຼົ່ານີ້ ດາວຮຸ່ງ ອາລຸນທັງຫຼາຍຕ່າງສ່ອງແສງສັນລະເສີນ ເຫຼົ່າບຸດທັງຫຼາຍຂອງພຣະເຈົ້າຈະເປັ່ງສຽງຮ້ອງ ດ້ວຍຄວາມຊື່ນຊົມຍິນດີ ຂະນະທີ່ພຣະເຈົ້າແລະພຣະຄຣິດຈະຊົງຮ່ວມກັນປະກາດວ່າ “ບາບຈະບໍ່ມີອີກຕໍ່ໄປ ຄວາມຕາຍຈະບໍ່ມີອີກເລີຍ” {MH 505.1}ມແ 533.1

    ພາບສວຍງາມແຫ່ງພຣະສີຣິໃນພາຍພາກໜ້າເຫຼົ່ານີ້ ພາບຈາກຝີພະຫັດຂອງ ພຣະເຈົ້າ ຈະຕ້ອງເປັນສິ່ງທີ່ລໍ້າເລີດທີ່ສຸດໃນສາຍຕາຂອງເຫຼົ່າບຸດຂອງພຣະອົງ {MH 506.1}ມແ 534.1

    ຈົ່ງຢືນຢູ່ທີ່ທໍລະນີປະຕູທີ່ຈະນຳໄປສູ່ນິລັນການ ແລະຟັງສຽງຮ້ອງຕ້ອນຮັບຢ່າງ ສົມສະຫງ່າລາສີແກ່ຄົນທັງຫຼາຍທີ່ໄດ້ຮ່ວມງານກັບພຣະຄຣິດ ຖືວ່າເປັນສິດທິພິເສດ ແລະເປັນກຽດຂອງພວກເຂົາທີ່ໄດ້ທົນຮັບຄວາມທຸກຍາກແທນພຣະອົງ ພ້ອມດ້ວຍເຫຼົ່າ ທູດສະຫວັນ ເຂົາທັງຫຼາຍຕ່າງວາງມົງກຸດໄວ້ແທບພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດ ແລະເປ່ງສຽງຮ້ອງດັງຂຶ້ນວ່າ “ພຣະເມດໂປດົກຜູ້ຊົງຖືກປົງພະຊົນແລ້ວນັ້ນ ເປັນຜູ້ທີ່ ສົມຄວນໄດ້ຮັບລິດເດດ ຊັບສົມບັດ ປັນຍາ ອານຸພາບ ກຽດ ພຣະສິລິ ແລະຄຳສັນເສີນ ຂໍໃຫ້ຄຳສັນເສີນ ແລະກຽດ ແລະພຣະສິຣິ ແລະລິດເດດ ຈົ່ງມີແດ່ພຣະອົງຜູ້ປະທັບເທິງ ພຣະທີ່ນັ່ງ ແລະແດ່ພຣະເມດໂປດົກຕະຫຼອດໄປເປັນນິດ” ພຣະນິມິດ 5:12,13 {MH 506.2}ມແ 534.2

    ນະທີ່ນັ້ນ ບັນດາຜູ້ໄດ້ຮັບການໄຖ່ໃຫ້ລອດຕ່າງທັກທາຍກັບຜູ້ນຳເຂົາທັງຫຼາຍ ໄປຫາພຣະຜູ້ຊ່ວຍໃຫ້ລອດຜູ້ຊົງຖືກຍົກຂຶ້ນ ເຂົາທັງຫຼາຍຮ່ວມໃຈກັນທວາຍຄຳສັນ ລະເສີນແດ່ພຣະອົງຜູ້ຊົງພຣີພຣະຊົນ ເພື່ອນມະນຸດທັງປວງຈະໄດ້ມີຊີວິດນິລັນທີ່ທຽບ ໄດ້ກັບພຣະຊົນຊີບຂອງພຣະເຈົ້າ ສົງຄາມການຕໍ່ສູ້ໄດ້ຜ່ານພົ້ນໄປແລ້ວ ຄວາມຍາກລຳ ບາກລະຄວາມຂັດແຍ່ງໄດ້ສິ້ນສຸດລົງ ບົດເພງແຫ່ງໄຊຊະນະດັງກັງວານໄປທົ່ວສະຫວັນ ຂະນະທີ່ບັນດາຜູ້ໄດ້ຮັບການໄຖ່ໃຫ້ລອດຢືນອ້ອມຮອບພຣະບັນລັງຂອງພຣະເຈົ້າ ທຸກຄົນພາກັນເປັ່ງສຽງຮ້ອງດ້ວຍຄວາມປິຕິຍິນດີວ່າ ພຣະເມດໂປດົກຜູ້ຊົງຖືກປົງ ພຣະຊົນແລ້ວນັ້ນເປັນຜູ້ທີ່ສົມຄວນ ແລະພຣະອົງໄດ້ຊົງໄຖ່ໃຫ້ເຮົາທັງຫຼາຍເພື່ອຖະຫວາຍ ແດ່ພຣະເຈົ້າ {MH 506.3}ມແ 534.3

    ຕໍ່ຈາກນັ້ນມາ ຂ້າພຣະເຈົ້າກໍຫຼຽວເບິ່ງ ແລະເບິ່ງເຖີດຄົນຈຳນວນຫຼວງຫຼາຍເຫຼືອ ຄະນານັບ ມາຈາກທຸກເຜົ່າພັນ ທຸກຊາດທຸກພາສາ ຄົນເຫຼົ່ານັ້ນໃສ່ເສື້ອສີຂາວ ຖືໃບຕານ ຢືນຢູ່ໜ້າພຣະທີ່ນັ່ງແລະຕໍ່ພຣະພັກພຣະເມດໂປດົກຄົນເຫຼົ່ານັ້ນຮ້ອງສຽງດັງວ່າ ຄວາມ ລອດຂຶ້ນຢູ່ກັບພຣະເຈົ້າຂອງເຮົາຜູ້ປະທັບເທິງພຣະທີ່ນັ່ງແລະຂຶ້ນຢູ່ກັບພຣະເມດໂປດົກ” ພຣະນິມິດ 7:9,10 {MH 507.1}ມແ 535.1

    “ຄົນເຫຼົ່ານີ້ຄືຄົນທີ່ມາຈາກຄວາມທຸກຂະເວດທະນາຄັ້ງໃຫຍ່ ພວກເຂົາໄດ້ຊຳລະ ລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມດໂປດົກຈົນເສື້ອຜ້ານັ້ນຂາວສະອາດ ເພາະເຫດນັ້ນເຂົາທັງຫຼາຍຈຶ່ງໄດ້ຢູ່ໜ້າພຣະທີ່ນັ່ງຂອງພຣະເຈົ້າ ແລະປະຕິບັດພຣະອົງ ໃນພຣະວິຫານຂອງພຣະອົງທັງກາງເວັນແລະກາງຄືນ ແລະພຣະອົງຜູ້ປະທັບເທິງພຣະທີ່ ນັ່ງຈະສະຖິດດ້ວຍ ແລະປົກປ້ອງຄຸ້ມຄອງເຂົາ ພວກເຂົາຈະບໍ່ຫິວກະຫາຍອີກເລີຍ ແສງ ແດດແລະຄວາມຮ້ອນຈະບໍ່ສົ່ງເຖິງເຂົາອີກຕໍ່ໄປເພາະວ່າພຣະເມດໂປດົກຜູ້ຊົງຢູ່ກາງ ພຣະທີ່ນັ່ງນັ້ນຈະຄຸ້ມຄອງເບິ່ງແຍງເຂົາ ແລະຈະຊົງນຳເຂົາໄປໃຫ້ເຖິງນໍ້າພຸແຫ່ງຊີວິດ ແລະພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງເຂົາເຫຼົ່ານັ້ນ” “ຄວາມຕາຍຈະບໍ່ມີ ອີກຕໍ່ໄປ ການຄຳ່ຄວນ ການຮ້ອງໄຫ້ ແລະການເຈັບປວດຈະບໍ່ມີອີກຕໍ່ໄປ ເພາະຍຸກເດີມ ນັ້ນໄດ້ຜ່ານພົ້ນໄປແລ້ວ” ພຣະນິມິດ 7:14-17;21:4 {MH 507.2}ມແ 535.2

    ເຮົາຈຳເປັນຕ້ອງລະນຶກເຖິງພາບຂອງສິ່ງຕ່າງໆທີ່ເຮົາຍັງເບິ່ງບໍ່ເຫັນຢູ່ເບື້ອງໜ້າເຮົາ ສະເໝີ ດ້ວຍການກະທຳເຊັ່ນນີ້ ເຮົາຈຶ່ງຈະສາມາດປະເມີນເຖິງຄຸນຄ່າຂອງສິ່ງຕ່າງໆທີ່ ກ່ຽວກັບຊີວິດນິລັນ ແລະທີ່ກ່ຽວກັບເວລາ ສິ່ງນີ້ຈະຊ່ວຍໃຫ້ເຮົາມີພະລະກຳລັງທີ່ຈະສາ ມາດຊັກຈູງຈິດໃຈຂອງຜູ້ອື່ນມາສູ່ຊີວິດໃນມາງທີ່ສູງສົ່ງຍິ່ງຂຶ້ນໄດ້ {MH 508.1}ມແ 535.3