Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການມີຈິດໃຈທີ່ຊື່ນບານລ່າເລີງ

    ໃຈຊື່ນບານລ່າເລີງເປັນຢາປົວຢ່າງດີ ” ສຸພາສິດ 17:22 ຄວາມສໍານຶກໃນພຣະ ຄຸນຄວາມຊື່ນຊົມຍິນດີ ຄວາມເມດຕາກະລຸນາ ຄວາມໄວ້ວາງໃຈໃນຄວາມຮັກແລະ ການດູແລຂອງພຣະເຈົ້າ ສິ່ງເຫຼົ່ານີ້ລ້ວນເປັນເຄື່ອງຄຸ້ມຄອງສຸຂະພາບທີ່ຍິ່ງໃຫຍ່ທີ່ສຸດ ສໍາ ລັບຊົນຊາດອິສະລະເອນແລ້ວ ສິ່ງເຫຼົ່ານີ້ເປັນຄໍາຂວັນຫຼັກປະຈໍາຊີວິດ {MH 281.3}ມແ 283.5

    ການໄດ້ເດີນທາງສາມຄັ້ງໃນໜຶ່ງປີເພື່ອເຂົ້າຮ່ວມພິທີໃນເທສະການລ້ຽງສະຫຼອງ ປະຈໍາປີທີ່ກຸງເຢລູຊາເລມ ແລະການໄດ້ອອກໄປພັກຢູ່ໃນເພີງພັກກາງແຈ້ງ ຕະຫຼອດໜຶ່ງ ອາທິດລະຫວ່າງງານລ້ຽງສະຫຼອງເທສະການຢູ່ເພິງພັກ ເປັນໂອກາດທີ່ຊົນຊາດອິສະລະ ເອນຈະໄດ້ໄປພັກຜ່ອນກາງແຈ້ງແລະໃຊ້ເວລາພົບປະສັງສັນກັນ ເທສະການນີ້ເປັນເວລາ ແຫ່ງຄວາມຊື່ນຊົມຍິນດີ ເພີ່ມຄວາມອົບອຸ່ນແລະຄວາມຫວານຊຶ້ງດ້ວຍການຕ້ອນຮັບ ຢ່າງເອົາໃຈໃສ່ຂອງຊາວທ້ອງຖິ່ນທີ່ມອບໃຫ້ກັບແຂກແປກໜ້າ ຄົນເລວີແລະຄົນຍາກຈົນ {MH 281.4}ມແ 283.6

    ຈົ່ງປິຕິລ່າເລີງດ້ວຍຂອງດີທຸກສິ່ງຊຶ່ງພຣະເຢໂຮວາພຣະເຈົ້າຂອງທ່ານປະສານ ແກ່ທ່ານ ແກ່ຄອບຄົວຂອງທ່ານ ແກ່ຕົວທ່ານເອງ ແລະຄົນເລວີ ແລະຄົນຕ່າງດ້າວທີ່ອາ ໄສຢູ່ໃນໝູ່ພວກທ່ານ” ພຣະບັນຍັດສອງ 26: 11 {MH 281.5}ມແ 284.1

    ຈົນກະທັ້ງໃນເວລາຕໍ່ມາ ເມື່ອທໍາມະບັນຍັດຂອງພຣະເຈົ້າໄດ້ຖືກນໍາມາອ່ານໃຫ້ ພວກສະເລີຍທີ່ໄດ້ກັບມາຈາກກຸງບາບິໂລນຟັງໃນກຸງເຢລູຊາເລັມ ພວກເຂົາພາກັນຮ້ອງໄຫ້ ເພາະການລ່ວງລະເມີດຂອງພວກເຂົາທີ່ມີຕໍ່ບົດບັນຍັດ ພຣະອົງຕັດແກ່ພວກເຂົາ ດ້ວຍຄວາມເມດຕາວ່າ {MH 281.6}ມແ 284.2

    ຢ່າຄໍ່າຄວນຫຼືຮ້ອງໄຫ້…ໄປສາ ໄປຮັບປະທານໄຂມັນແລະດື່ມນໍ້າຫວານ ແລະ ສິ່ງສ່ວນອາຫານໄປໃຫ້ຄົນທີ່ບໍ່ມີອັນໃດຕຽມໄວ້ ເພາະວ່າວັນນີ້ເປັນວັນບໍລິສຸດແດ່ອົງ ພຣະຜູ້ເປັນເຈົ້າຂອງເຮົາ ຢ່າໂສກເສົ້າເລີຍ ເພາະຄວາມຊື່ນບານຂອງຕົນໃຮພຣະເຈົ້າເປັນ ກໍາລັງຂອງທ່ານ ” ເນເລມີຢາ 8:9, 10 {MH 281.7}ມແ 284.3

    ແລະມີການປ່າວຮ້ອງປະກາດວ່າ “ໃນຫົວເມືອງທັງປວງແລະໃນເຢລູຊາເລັມວ່າ ຈົ່ງອອກໄປທີ່ພູເຂົາແລະນໍາກິ່ງໝາກກອກ ກິ່ງບົກ ກິ່ງຕົ້ນນໍ້າມັນຂຽວ ໃບອິນຜໍາແລະກິ່ງ ໄມ້ໃບດົກອື່ນ ເພື່ອເຮັດເພິງດັ່ງທີ່ໄດ້ຂຽນໄວ້ປະຊາຊົນຈຶ່ງອອກໄປ ເອົາກິ່ງໄມ້ເຫຼົ່ານັ້ນມາ ແລະເຮັດເພິງສໍາລັບຕົວເອງຢູ່ຕາມເທິງຫຼັງຄາເຮືອນຂອງຕົນ ແລະຕາມເດີ່ນບ້ານຂອງຕົນ ແລະໃນລານເດີ່ນພຣະນິເວດຂອງພຣະເຈົ້າແລະໃນລານເມືອງທີ່ປະຕູນໍ້າ ແລະໃນ ລານເມືອງທີ່ປະຕູເອຟຣາອິມ ແລະຊຸມນຸມຊົນທັງປວງ ຜູ້ໄດ້ກັບມາຈາກການເປັນສະ ເລີຍໄດ້ເຮັດເພິງແລະພັກຢູ່ໃນເພິງ ເຂົາມີຄວາມປິຕິຍິນດີຫຼາຍ ເພາະຕັ້ງແຕ່ສະໄໝເຢຊູ ອາບຸດນຸນ ເຖິງດຽວນີ້ປະຊາຊົນອິສະລະເອນບໍ່ໄດ້ເຮັດອີກເລີຍ” ເນເລມີຢາ 8:15-17 {MH 282.1}ມແ 284.4

    ພຣະເຈົ້າປະທານຄໍາແນະນໍາສັ່ງສອນກ່ຽວກັບບົດບັນຍັດທີ່ມີຄວາມຈໍາເປັນຕໍ່ສຸ ຂະພາບຂອງຮ່າງກາຍແລະຈິດໃຈໃຫ້ແກ່ປະຊາຊົນອິສະລະເອນແລະຄໍາແນະນໍາສັ່ງ ສອນເຫຼົ່ານີ້ຕ່າງມີຄວາມສໍາຄັນທີ່ບໍ່ນ້ອຍໄປກວ່າບົດບັນຍັດຝ່າຍສິນທໍາທີ່ພຣະເຈົ້າໄດ້ ບອກສັ່ງແກ່ພວກເຂົາກ່ອນໜ້ານັ້ນແລ້ວ {MH 283.1}ມແ 284.5

    “ຖ້ອຍຄໍາທີ່ຂ້າພະເຈົ້າບັນຊາພວກທ່ານໃນວັນນີ້ຢູ່ໃນໃຈຂອງທ່ານ ແລະພວກ ທ່ານຈົ່ງອຸດສາສອນຖ້ອຍຄໍາເຫຼົ່ານັ້ນແກ່ບຸດຫຼານຂອງທ່ານ ເມື່ອທ່ານນັ່ງຢູ່ໃນເຮືອນ ຍ່າງ ຢູ່ຕາມຫົນທາງ ແລະນອນລົງຫຼືລຸກຂຶ້ນ ຈົ່ງເວົ້າເຖິງຖ້ອຍຄໍານັ້ນ ຈົ່ງເອົາຖ້ອຍຄໍານີ້ພັນ ໄວ້ທີ່ມືຂອງທ່ານເພື່ອເປັນເຄື່ອງໝາຍ ແລະຈົ່ງຈາລຶກໄວທີ່ຫວ່າງຄິ້ວຂອງທ່ານ ແລະ ຂຽນໄວ້ທີ່ເສົາປະຕູເຮືອນ ແລະທີ່ປະຕູຂອງທ່ານ ” ພຣະບັນຍັດສອງ 6: 6-9 {MH 283.2}ມແ 285.1

    ເມື່ອເວລາຕໍ່ໄປ ບຸດຂອງທ່ານຈະຖາມທ່ານວ່າ ພຣະໂອວາດ ກົດເກນແລະກົດ ໝາຍຊຶ່ງພຣະເຢໂຮວາ ພຣະເຈົ້າຂອງເຮົາທັງຫຼາຍໄດ້ບັນຊາ ທ່ານທັງຫຼາຍໄວ້ນັ້ນມີ ຄວາມໝາຍວ່າຢ່າງໃດ ແລ້ວທ່ານຈະຕອບບຸດຂອງທ່ານວ່າ…ພຣະເຈົ້າຊົງບັນຊາໃຫ້ເຮົາ ເຮັດຕາມ ກົດເກນເຫຼົ່ານີ້ທັງສິ້ນ ຄືໃຫ້ຢໍາເກງພຣະເຢໂຮວາພຣະເຈົ້າຂອງເຮົາ ເພື່ອເປັນ ຜົນດີແກ່ເຮົາສະເໝີ ເພື່ອພຣະອົງຈະຊົງຮັກຊີວິດຂອງເຮົາໄວ້ໃຫ້ຄົງຢູ່ ດັ່ງທຸກວັນນີ້” ພຣະບັນຍັດສອງ 6:20-24 {MH 283.3}ມແ 285.2

    ຖ້າຊົນຊາດອິສະລະເອນໄດ້ຍອມປະຕິບັດຄໍາແນະນໍາສັ່ງສອນທີ່ພວກເຂົາໄດ້ຮັບ ແລະໄດ້ຮັບປະໂຫຍດຈາກການປະຕິບັດຕາມນັ້ນ ພວກເຂົາໜ້າຈະມີຄວາມໄດ້ປຽບ ເໜືອຊົນຊາດອື່ນໃດ ພວກເຂົາໜ້າຈະເປັນແບບຢ່າງແຫ່ງຄວາມຈະເລີນຮຸ່ງເຮືອງແລະ ການມີສຸຂະພາບທີ່ສົມບູນແຂງແຮງແກ່ມວນມະນຸດໃນໂລກ ຖ້າຊົນຊາດອິສະລະເອນ ໄດ້ດໍາເນີນຊີວິດຕາມແຜນການຂອງພຣະເຈົ້າ ພວກເຂົາໜ້າຈະໄດ້ຮັບການປົກປ້ອງໃຫ້ ລອດພົ້ນຈາກໂລກໄພທີ່ໄດ້ບຽດບຽນຊົນຊາດອື່ນໆ ເຂົາທັງຫຼາຍໜ້າຈະມີກໍາລັງແຂງ ແຮງແລະມີສະຕິປັນຍາທີ່ສະຫຼຽວສະຫຼາດເໜືອຊົນຊາດອື່ນໃດ ແລະໜ້າຈະເປັນຊົນ ຊາດທີ່ມີອໍານາດຍິ່ງໃຫຍ່ທີ່ສຸດໃນແຜ່ນດິນໂລກ ພຣະເຈົ້າຕັດວ່າ {MH 283.4}ມແ 285.3

    ແລະໃນມື້ນີ້ພຣະເຈົ້າຊົງຮັບວ່າທ່ານທັງຫຼາຍເປັນຊົນຊາດໃນກໍາມະສິດຂອງພຣະ ອົງ ດັ່ງທີ່ພຣະອົງຊົງສັນຍາໄວ້ກັບທ່ານ ແລະວ່າທ່ານຈະຮັກສາພຣະບັນຍັດທັງສິ້ນຂອງ ພຣະອົງ ແລະວ່າພຣະອົງຈະຊົງຕັ້ງທ່ານໃຫ້ສູງເໜືອບັນດາປະຊາຊາດ ຊຶ່ງພຣະອົງໄດ້ ຊົງສ້າງ ໃນເລື່ອງສັນລະເສີນ ຊື່ສຽງແລະກຽດຕິຍົດ ແລະວ່າທ່ານຈະເປັນຊົນຊາດທີ່ບໍລິ ສຸດແດ່ພຣະເຢໂຮວາພຣະເຈົ້າຂອງທ່ານ ດັ່ງທີ່ພຣະອົງບອກແລ້ວ” ພຣະບັນຍັດສອງ 16:18,19 {MH 284.1}ມແ 285.4

    ພຣະພອນເຫຼົ່ານີ້ຈະຕາມມາທັນທ່ານ ຖ້າທ່ານທັງຫຼາຍຟັງພຣະສຸລະສຽງຂອງ ພຣະເຢໂຮວາພຣະເຈົ້າຂອງທ່ານ ທ່ານທັງຫຼາຍຈະຮັບພຣະພອນໃນເມືອງ ທ່ານທັງ ຫຼາຍຈະຮັບພຣະພອນໃນທຸ່ງນາພົງພັນຂອງຕົວທ່ານເອງ ຜົນແຫ່ງພື້ນດິນຂອງທ່ານແລະ ພັນແຫ່ງສັດຂອງທ່ານຈະຮັບພຣະພອນ ຄືຝູງງົວຂອງທ່ານທີ່ເພີ່ມຂຶ້ນ ຝູງແກະຂອງທ່ານ ທີ່ເພີ່ມລູກຂຶ້ນ ທ່ານຈະຮັບພຣະພອນເມື່ອທ່ານເຂົ້າມາແລະທ່ານຈະຮັບພຣະພອນເມື່ອ ທ່ານອອກໄປ” ພຣະບັນຍັດສອງ 28:2-6 {MH 284.2}ມແ 286.1

    “ພຣະເຈົ້າຈະຊົງບັນຊາພຣະພອນໃຫ້ແກ່ທ່ານ ແລະບັນດາກິດຈະການທີ່ທ່ານເຮັດ ແລະພຣະອົງຈະຊົງອໍານວຍພຣະພອນແກ່ທ່ານໃນແຜ່ນດິນຊຶ່ງພຣະເຢໂຮວາພຣະ ເຈົ້າຂອງທ່ານປະທານແກ່ທ່ານ ພຣະເຈົ້າຈະຊົງຕັ້ງທ່ານໃຫ້ເປັນຊົນຊາດບໍລິສຸດແດ່ພຣະອົງ ດັ່ງທີ່ພຣະອົງຊົງປະຕິຍານແກ່ທ່ານແລ້ວ ຖ້າທ່ານຮັກສາພຣະບັນຍັດຂອງພຣະເຢ ໂຮວາພຣະເຈົ້າຂອງທ່ານແລະດໍາເນີນໃນເສັ້ນທາງຂອງພຣະອົງແລະຊົນຊາດທັງຫຼາຍໃນ ໂລກຈະເຫັນວ່າເຂົາເອີ້ນທ່ານຕາມພຣະນາມພຣະເຈົ້າ ແລະເຂົາທັງຫຼາຍຈະເກງກົວທ່ານ ພຣະເຈົ້າຈະຊົງເຮັດໃຫ້ທ່ານທັງຫຼາຍອຸດົມສົມບູນ ໄປດ້ວຍພັນຂອງທ່ານເອງ ຜົນຂອງ ຝູງສັດຂອງທ່ານແລະຜົນແຫ່ງພື້ນດິນຂອງທ່ານ ໃນແຜ່ນດິນຊຶ່ງພຣະເຈົ້າຊົງປະຕິຍານ ແກ່ບັນພຣະບຸລຸດວ່າຈະໃຫ້ທ່ານ ພຣະເຈົ້າຈະເປີດຄັງຟ້າອັນດີຂອງພຣະອົງປະທານຝົນ ແກ່ທ່ານຕາມລະດູການ ແລະຊົງອໍານວຍພຣະພອນແກ່ກິດຈະການນໍ້າມືຂອງທ່ານ ຖ້າ ທ່ານເຊື່ອຟັງບົດບັນຍັດຂອງພຣະເຢໂຮວາພຣະເຈົ້າຂອງທ່ານ ຊຶ່ງຂ້າພະເຈົ້າບັນຊາທ່ານ ໃນມື້ນີ້ ແລະລະວັງທີ່ຈະເຮັດຕາມ ພຣະເຈົ້າຈະຊົງເຮັດໃຫ້ທ່ານເປັນຫົວບໍ່ແມ່ນຫາງ ເຮັດໃຫ້ໃຫ້ສູງຂຶ້ນທາງດຽວບໍ່ແມ່ນໃຫ້ຕໍ່າລົງ ” ພຣະບັນຍັດສອງ 28: 8-13 {MH 285.1}ມແ 286.2

    “ທ່ານທັງຫຼາຍຈົ່ງອວຍພອນແກ່ຄົນອິສະລະເອນດັ່ງຕໍ່ໄປນີ້
    ຄືວ່າແກ່ເຂົາທັງຫຼາຍວ່າ” “ຂໍພຣະເຈົ້າຊົງອໍານວຍພຣະພອນແກ່ທ່ານ ແລະພິທັກຮັກສາທ່ານ
    ຂໍພຣະເຈົ້າຊົງໃຫ້ພຣະພັກຂອງພຣະອົງທໍແສງແກ່ທ່ານ
    ແລະຊົງພຣະກະລຸນາທ່ານ ຂໍພຣະເຈົ້າຊົງເງີຍພຣະພັກຂອງພຣະອົງ
    ເໜືອທ່ານ ແລະປະທານສະຫວັດດີພາບແກ່ທ່ານ
    ດັ່ງນັ້ນແຫຼະໃຫ້ເຂົາປະທັບນາມຂອງເຮົາເໜືອຄົນອິສະລະເອນ
    ແລະເຮົາໄດ້ອວຍພອນແກ່ເຂົາທັງຫຼາຍ”

    “ຂໍໃຫ້ກໍາລັງຂອງທ່ານຄົງຢູ່ຕະຫຼອດວັນຄືນຂອງທ່ານ
    ໂອ ເຢຊູຣຸນ ບໍ່ມີຜູ້ໃດເໝືອນພຣະເຈົ້າ
    ພຣະອົງສະເດັດມາທາງຟ້າສະຫວັນເພື່ອຊ່ວຍທ່ານ
    ສະເດັດມາດັ່ງຄວາມໂອອາຕະການຂອງພຣະອົງຕາມທ້ອງຟ້າ
    ພຣະເຈົ້າຜູ້ດໍາລົງເປັນນິດເປັນທີ່ອາໄສຂອງທ່ານ
    ແລະພຣະກອນຮອງຮັບທ່ານຢູ່.
    ອິສະລະເອນຈຶ່ງຢູ່ຢ່າງປອດໄພ
    ພົງພັນອັນສືບເນື່ອງຈາກຢາໂຄບຢູ່ໄດ້ແຕ່ລໍາພັງ”

    “ໃນແຜ່ນດິນທີ່ມີເຂົ້າແລະເຫຼົ້າອະງຸ່ນ
    ທ້ອງຟ້າຂອງພຣະອົງເທນໍ້າຄ້າງລົງມາ
    ໂອ ໂອ ອິສະລະເອນ ທ່ານທັງຫຼາຍເປັນສຸກແທ້ໆ
    ໃຜເໝືອນທ່ານແນ່ ເປັນຊົນຊາດທີ່ລອດມາດ້ວຍພຣະເຈົ້າຊົງຊ່ວຍ
    ເປັນໂລ້ຊ່ວຍທ່ນ ເປັນດາບໄຊຂອງທ່ານ
    ມແ 286.3

    ກັນດາວິຖີ 6: 23; 6: 24-27
    ພຣະບັນຍັດສອງ 33: 25-29 {MH 285.2}

    ຊົນຊາດອິສະລະເອນຫາກບໍ່ໄດ້ດໍາເນີນຊີວິດຕາມພຣະປະສົງຂອງພຣະເຈົ້າເພາະ ສະນັ້ນພວກເຂົາຈຶ່ງພາດຈາກການໄດ້ຮັບພຣະພອນທີ່ພວກເຂົາໜ້າຈະໄດ້ ແຕ່ສໍາລັບໂຢ ເຊບແລະດານຽນ ສໍາລັບໂມເສດແລະເອລິຊາແລະຄົນອື່ນໆອີກຫຼາຍຄົນ ເຮົາໄດ້ເຫັນ ແບບຢ່າງອັນດີງາມໃນການດໍາເນີນຊີວິດຕາມທາງອັນຊອບທໍາຂອງພວກເຂົາ ຖ້າເຮົາມັກ ຈະມີຄວາມຊື່ສັດຕໍ່ພຣະເຈົ້າໃນເວລານີ້ເໝືອນດັ່ງເຊັ່ນຜູ້ຊອບທໍາໃນອາດີດ ເຮົາກໍຈະໄດ້ ຮັບພຣະພອນຈາກພຣະອົງເຊັ່ນດຽວກັບຄົນເຫຼົ່ານັ້ນ ດັ່ງມີຂຽນໄວ້ສໍາລັບເຮົາທັງຫຼາຍວ່າ {MH 285.3}ມແ 287.1

    ແຕ່ທ່ານທັງຫຼາຍເປັນຊາດທີ່ພຣະອົງຊົງເລືອກໄວ້ແລ້ວ ເປັນພວກປຸໂລຫິດຫຼວງ ເປັນປະຊາຊົນບໍລິສຸດ ເປັນຊົນຊາດຂອງພຣະເຈົ້າໂດຍສະເພາະເພື່ອໃຫ້ທ່ານທັງຫຼາຍ ປະກາດພຣະບາລະມີຂອງພຣະອົງ ຜູ້ໃດຊົງເອີ້ນທ່ານທັງຫຼາຍໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ” 1 ເປໂຕ 2:9ມແ 288.1

    “ຄົນທີ່ວາງໃຈໃນພຣະເຈົ້າຍ່ອມໄດ້ຮັບພຣະພອນ
    ຄືຜູ້ທີ່ຄວາມວາງໃຈຂອງເຂົາຢູ່ໃນພຣະເຈົ້າ”
    “ຄົນຊອບທໍາ ກໍງອກຂຶ້ນຢ່າງຕົ້ນອິນທະຜະລໍາ
    ຈະເລີນຂຶ້ນຢ່າງຕົ້ນສົນສີດາໃນເລບານອນ
    ຄົນໄດ້ປູກມັນໄວ້ໃນພຣະນິເວດຂອງພຣະເຈົ້າ
    ມັນຈະເລີນຂຶ້ນໃນບໍລິເວນຂອງພຣະເຈົ້າຂອງເຮົາທັງຫຼາຍ
    ມັນແກ່ແລ້ວກໍຍັງເກີດຜົນ
    ມັນມີນໍ້າລ້ຽງເຕັມແລະຂຽວສົດຢູ່”
    “ຢ່າລືມຄໍາສອນຂອງເຮົາ
    ແຕ່ໃຫ້ໃຈຂອງເຈົ້າຮັກສາບົດບັນຍັດຂອງເຮົາ
    ເພາະສິ່ງເຫຼົ່ານີ້ຈະໃຫ້ວັນເດືອນປີຊີວິດຍືນຍາວ
    ແລະອໍານວຍຄວາມສຸກສົມບູນແກ່ເຈົ້າ”
    “ແລ້ວເຈົ້າຈະດໍາເນີນໃນທາງຂອງເຈົ້າຢ່າງປອດໄພ
    ແລະຕີນຂອງເຈົ້າຈະບໍ່ສະດຸດ
    ຖ້າເຈົ້ານັ່ງ ເຈົ້າຈະບໍ່ຢ້ານ
    ເມື່ອເຈົ້ານອນ ກໍຈະຫຼັບໄປຢ່າງຜາສຸກສົດຊື່ນ ຢ່າຢ້ານເຖິງເລື່ອງທີ່ເກີດຂຶ້ນຢ່າງກະທັນຫັນ
    ຫຼືຢ້ານຄວາມພິນາດທີ່ເກີດຂຶ້ນຈາກຄົນຊົ່ວຮ້າຍ
    ເພາະພຣະເຈົ້າຈະຊົງງເປັນທີ່ໄວ້ວາງໃຈຂອງເຈົ້າ
    ແລະຈະຊົງຮັກສາຕີນຂອງເຈົ້າໃຫ້ພົ້ນຈາກບ້ວງແຮ້ວ
    ມແ 288.2

    ເຢເລມີຢາ 17:7; ເພງສັນລະເສີນ 92:12-14;
    ສຸພາສິດ 3:1,2,23-26 {MH 286.1}

    *****

    Larger font
    Smaller font
    Copy
    Print
    Contents