Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະຄຣິດຊົງເປັນບໍ່ເກີດແຫ່ງຄວາມຮູ້ທີ່ແທ້ຈິງ

    ເຮົາຕ້ອງຫັນໃຫ້ພົ້ນຈາກສິ່ງສາລະພັດທີ່ໂນ້ມນ້າວຄວາມສົນໃຈ ມີຫຼາຍສິ່ງຫຼາຍ ຢ່າງທີ່ເຮັດໃຫ້ເຮົາສູນເສຍເວລາແລະຊວນໃຫ້ສົງໃສ ແຕ່ກັບເປັນສິ່ງໄຮ້ສາລະຫຼາຍຄັ້ງສິ່ງທີ່ ໜ້າສົນໃຈຫຼາຍທີ່ສຸດທີ່ຮຽກຮ້ອງທັງກຳລັງເຫື່ອແຮງແລະຄວາມເອົາໃຈໃສ່ກັບຖືກໃຊ້ ໄປກັບສິ່ງທີ່ບໍ່ມີຄວາມສຳຄັນ {MH 456.1}ມແ 475.3

    ການຍອມຮັບໃນພາລະກິດໃໝ່ໆພຽງຢ່າງດຽວບໍ່ອາດນຳຊີວິດທີ່ປ່ຽນແປງໃໝ່ ມາໃຫ້ແກ່ຈິດວິນຍານໄດ້ ແມ່ນວ່າການຄຸ້ນເຄີຍກັບຄວາມຈິງແລະພຶດຕິກຳຕ່າງໆທີ່ມີ ຄວາມສຳຄັນຢູ່ໃນໂຕເອງກໍບໍ່ມີຄຸນຄ່າຫາກບໍ່ໄດ້ນຳມາປະຕິບັດ ເຮົາຈຳເປັນຕ້ອງຮູ້ສຶກ ເຖິງໜ້າທີ່ຄວາມຮັບຜິດຊອງຂອງເຮົາທີ່ຕ້ອງບຳລຸງລ້ຽງຈິດວິນຍານຂອງຕົນເອງດ້ວຍອາ ຫານທີ່ຈະຊ່ວຍສົ່ງເສີມຊີວິດຝ່າຍຈິດວິນຍານມແ 475.4

    “ຈົ່ງງ່ຽງຫູຂອງເຈົ້າຟັງປັນຍາ...
    ຈົ່ງອຽງໃຈຂອງເຈົ້າເຂົ້າຫາຄວາມເຂົ້າໃຈ...
    ຖ້າເຈົ້າສແຫວງຫາປັນຫາເໝືອນຫາເງິນ...
    ແລະຊອກຫາເຈົ້າຢ່າງຫາຂຸມຊັບທີ່ເຊື່ອງຢູ່
    ແລ້ວເຈົ້າຈະເຂົ້າໃຈຄວາມຢຳເກງພຣະຍາເວ
    ແລະພົບຄວາມຮູ້ຂອງພຣະເຈົ້າ...
    ແລ້ວເຈົ້າຈະເຂົ້າໃຈຄວາມຊອບທຳແລະຄວາມຍຸຕິທຳ
    ແລະຄວາມທ່ຽງທຳຄືແນວທາງທີ່ດີງາມທຸກຢ່າງ
    ເພາະປັນຍາຈະເຂົ້າມາໃນໃຈຂອງເຈົ້າ
    ແລະຄວາມຮູ້ຈະເຮັດໃຫ້ເຈົ້າມີຄວາມສຸກສະບາຍໃຈ
    ຄວາມເຂົ້າໃຈອັນແທ້ຈິງແລະຄວາມສະຫຼຽວສະຫຼາດຈະປົກປ້ອງເຈົ້າ”
    “ປັນຍາເປັນຕົ້ນໄມ້ແຫ່ງຊີວິດແກ່ຜູ້ທີ່ຊອກຫາເອົາໄວ້
    ບັນດາຜູ້ທີ່ມີປັນຍາທັງຫຼາຍຈະສຸກສະບາຍ”
    ມແ 476.1

    ສຸພາສິດ 2: 2-11 , 3:18 (THSV)

    ຄຳຖາມທີ່ເຮົາຕ້ອງຮຽນຮູ້ຄື “ອັນໃດຄືຄວາມຈິງ ຄວາມຈິງທີ່ເຮົາຕ້ອງຢຶດໝັ້ນ ຮັກໃຫ້ກຽດແລະປະຕິບັດຕາມ” ຜູ້ທີ່ໄຝ່ໃຈທາງວິທະຍາສາດໄດ້ພ່າຍແພ້ແລະຜິດຫວັງ ໃນຄວາມພະຍາຍາມທີ່ຈະກວດສອບຫາຄວາມຈິງທີ່ກ່ຽວກັບພຣະເຈົ້າສິ່ງທີ່ເຂົາທັງຫຼາຍ ຈຳເປັນຕ້ອງຖາມໃນເວລານີ້ກໍຄື “ອັນໃດຄືຄວາມຈິງທີ່ສາມາດຊ່ວຍໃຫ້ຈິດວິນຍານຂອງ ເຮົາໄດ້ຮຫບຄວາມລອດ” ຕ່າງຫາກ {MH 456.3}ມແ 476.2

    “ທ່ານຄິດແນວໃດກ່ຽວກັບພຣະຄຣິດ” ນີ້ເປັນຄຳຖາມທີ່ສຳຄັນທີ່ສຸດ ທ່ານ ຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງທ່ານຫຼືບໍ່ທຸກໆຄົນທີ່ຍອມຮັບພຣະອົງ ພຣະອົງປະທານສິດທິການເປັນບຸດຂອງພຣະເຈົ້າໃຫ້ {MH 457.1}ມແ 476.3

    ພຣະຄຣິດສຳແດງພຣະເຈົ້າໃຫ້ປະກົດແກ່ເຫຼົ່າສາວົກຂອງພຣະອົງ ເພື່ອປະກອບ ພາລະກິດທີ່ພິເສດໃນຈິດໃຈຂອງສາວົກເຫຼົ່ານັ້ນ ພຣະອົງຊົງປະສົງທີ່ຈະເຮັດໃນຈິດໃຈ ຂອງເຮົາເຊັ່ນດຽວກັນຫຼາຍຄົນຍຶດໝັ້ນໃນທິດສະດີເກີນໄປຈົນບໍ່ເບິ່ງເຫັນລິດອຳນາດທີ່ ມີຢູ່ໃນແບບຢ່າງຂອງພຣະຜູ້ຊາວຍໃຫ້ລອດເຂົາທັງຫຼາຍບໍ່ໄດ້ມອງເຫັນພຣະອົງ ດັ່ງຜູ້ຮັບ ໃຊ້ທີ່ຖ່ອມພຣະອົງແລະບໍ່ເຫັນແກ່ຕົນ ສິ່ງທີ່ເຂົາທັງຫຼາຍຈຳເປັນຕ້ອງເຮັດກໍຄືການເບິ່ງ ໄປຍັງພຣະເຢຊູທຸກໆມື້ ເຮົາຕ້ອງການການສຳແດງເຖິງການສະຖິດຢູ່ດ້ວຍກັບເຮົາທີ່ສົດ ໃໝ່ຂອງພຣະອົງເຮົາຈຳເປັນຕ້ອງເດີນຕາມຮອຍໃຫ້ໃກ້ຄຽງຫຼາຍຍິ່ງຂຶ້ນຕາມແບບຢ່າງ ແຫ່ງການບໍ່ເຫັນແກ່ຕົນແລະການເສຍສະຫຼະຂອງພຣະອົງ {MH 457.2}ມແ 476.4

    ເຮົາຕ້ອງປະສົບການເຊັ່ນດຽວກັບເປົາໂລເມື່ອເຂົາຂຽນວ່າ “ຂ້າພຣະເຈົ້າຖືກ ຕຶງໄວ້ກັບພຣະຄຣິດແລ້ວ ຂ້າພຣະເຈົ້າເອງບໍ່ມີຊີວິດຢູ່ຕໍ່ໄປແຕ່ພຣະຄຣິດຕ່າງຫາກທີ່ຊົງມີ ຊີວິດຢູ່ ໃນຂ້າພະເຈົ້າຊີວິດຊຶ່ງຂ້າພຣະເຈົ້າດຳເນີນຢູ່ໃນຮ່າງກາຍຂະນະນີ້ຂ້າພຣະເຈົ້າດຳເນີນ ຢູ່ໂດຍສັດທາໃນພຣະບຸດຂອງພຣະເຈົ້າຜູ້ຊົງໄດ້ຮັບຂ້າພຣະເຈົ້າແລະໄດ້ຊົງສະລະພຣະອົງ ເອງເພື່ອຂ້າພະເຈົ້າ” ກາລາເທຍ 2: 20 {MH 457.3}ມແ 477.1

    ຄວາມຮູ້ກ່ຽວກັບພຣະເຈົ້າແລະພຣະເຢຊູຄຣິດ ທີ່ສະແດງອອກໃນອຸປະນິໃສ ຂອງເຮົາເປັນການຍົກຍ້ອງສັນລະເສີນເໜືອສິ່ງອື່ນໃດທີ່ສູງຄ່າເທິງແຜ່ນດິນໂລກຫຼືໃນ ສະຫວັນເປັນການສຶກສາໃນລະດັບສູງສຸດ ເປັນກະແຈທີ່ໄຂປະຕູລາຊະທານີແຫ່ງສະ ຫວັນເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ມະນຸດທຸກຜູ້ທຸກນາມທີ່ຍອມຮັບໃນພຣະ ຄຣິດເປັນເຈົ້າຂອງຄວາມຮູ້ເຫຼົ່ານີ້ {MH 457.4}ມແ 477.2

    *****