Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ໜັງສືນິຍາຍປະລັມປະລາແລະເທບນິຍາຍ

    ໃນການສຶກສາຮຳ່ຮຽນຂອງເດັກໆແລະຄົນໜຸ່ມສາວໃນປະຈຸບັນ ໜັງສືຕຳນານ ປະລຳປະລາແລະເທບນິຍາຍຮ່ວມທັງເລື່ອງທີ່ແຕ່ງຂຶ້ນມາ ເຂົ້າມາມີບົດບາດສຳຄັນຢູ່ບໍ່ ໜ້ອຍໜັງສືປະເພດນີ້ມີການໃຊ້ກັນຕາມໂຮງຮຽນຕ່າງໆແລະມີຢູ່ໃນຫຼາຍໆຄອບຄົວ ບິດາມານດາທີ່ເປັນຄຣິດສະຕຽນອະນຸຍາດໃຫ້ລູກໆອ່ານໜັງສືທີ່ເຕັມໄປດ້ວຍເລື່ອງບໍ່ ແທ້ເຫຼົ່ານີ້ໄດ້ຢ່າງໃດ ເມື່ອເດັກໆຖາມເຖິງຄວາມໝາຍຂອງເລື່ອງທີ່ອ່ານຊຶ່ງກົງກັນຂ້າມກັບ ຄຳສອນຂອງບິດາມານດາກໍຈະຕອບວ່າເລື່ອງເຫຼົ່ານັ້ນເປັນເລື່ອງທີ່ບໍ່ຈິງ ແຕ່ການຕອບ ເຊັ່ນນີ້ບໍ່ໄດ້ລົບລ້າງຜົນຮ້າຍຈາກການອ່ານໜັງສືເຫຼົ່ານີ້ ຂໍ້ຄິດທີ່ປະກົດໃນໜັງສືເຫຼົ່ານີ້ໄດ້ ລົບລ້າງຜົນຮ້າຍຈາກການອ່ານໜັງສືເຫຼົ່ານີ້ ຂໍ້ຄິດທີ່ປະກົດໃນໜັງສືເຫຼົ່ານີ້ໄດ້ຊັກນຳ ເດັກໆໄປໃນທາງທີ່ຜິດແລະຖ່າຍທອດທັດສະນະຄະຕິທີ່ຈອມປອມພ້ອມກັບປູກຝັງ ແລະເພາະລ້ຽງຄວາມປາຖະໜາໃນສິ່ງທີ່ບໍ່ເປັນຄວາມຈິງ {MH 446.3}ມແ 463.2

    ການໃຊ້ໜັງສືປະເພດດັ່ງກ່າວຢ່າງແພ່ຫຼາຍໃນທຸກວັນນີ້ ເປັນອຸບາຍກົນລວງຢ່າງ ໜຶ່ງ ຂອງຊາຕານມັນພະຍາຍາມບ່ຽງເບນຈິດໃຈຂອງຄົນໜຸ່ມສາວແລະຄົນທີ່ມີອາຍຸສູງ ໄປຈາກໜ້າທີ່ສຳຄັນໃນການຝຶກຝົນອຸປະນິໃສທີ່ດີງາມ ມັນຕັ້ງໃຈທຳລາຍເດັກໆແລະ ຄົນໜຸ່ມສາວ ດ້ວຍເລື່ອງຫຼອກລວງຈິດວິນຍານທີ່ມັນກຳລັງກະຈາຍຈົນເຕັມລົ້ນຢູ່ໃນ ໂລກມັນຈຶ່ງພະຍາຍາມຫັນເຫຈິດໃຈຂອງຄົນໜຸ່ມສາວໃຫ້ຫ່າງເຫີນຈາກພຣະວັດຈະ ນະຂອງພຣະເຈົ້າ ແລະດ້ວຍເຫດນີ້ປິດກັ້ນບໍ່ໃຫ້ຮຽນຮູ້ເຖິງຄວາມຈິງຊຶ່ງຈະເປັນເກາະ ປ້ອງກັນເຂົາທັງຫຼາຍ {MH 447.1}ມແ 463.3

    ໜັງສືທີ່ບິດເບືອນຄວາມຈິງຈະຕ້ອງບໍ່ຕົກຢູ່ໃນມືຂອງເດັກໆແລະຄົນໜຸ່ມສາວ ບົນເສັ້ນທາງຂອງການໄຝ່ຫາການສຶກສາແລະຮຳ່ຮຽນ ຈົ່ງຢ່າປ່ອຍໃຫ້ເດັກໆຮັບຄວາມຮູ້ ໃດທີ່ຈະການເປັນເມັດພັນແຫ່ງຄວາມຜິດບາບ ຫາກຜູ້ມີຄວາມຄິດເປັນຜູ້ໃຫຍ່ບໍ່ຂ້ອງ ແວະກັບໜັງສືເຫຼົ່ານີ້ ເຂົາທັງຫຼາຍກໍຈະມີຄວາມປອດໄພກວ່າຫຼາຍແລະດ້ວຍແບບຢ່າງ ແລະອິດທິພົນຂອງການດຳເນີນໃນທາງທີ່ຖືກຕ້ອງຈະເຮັດໃຫ້ເຂົາທັງຫຼາຍຄຸ້ມຄອງປ້ອງກັນຄົນໜຸ່ມສາວໃຫ້ພົ້ນຈາກການທົດລອງໄດ້ງ່າຍຍິ່ງຂຶ້ນ {MH 447.2}ມແ 464.1

    ເຮົາມີໜັງສືອີກຫຼວງຫຼາຍທີ່ກ່າວເຖິງຄວາມຈິງໃນທາງຂອງພຣະຜູ້ເປັນເຈົ້າ ຄົນ ທັງຫຼາຍທີ່ກະຫາຍສະແຫວງຫາຄວາມຮູ້ບໍ່ຈຳເປັນຕ້ອງສະແຫວງຫາຈາກນໍ້າພຸທີ່ບໍ່ບໍລິ ສຸດອົງພຣະຜູ້ເປັນເຈົ້າຕັດໄວ້ວ່າ:ມແ 464.2

    “ອຽງຫູຂອງເຈົ້າແລະຟັງຖ້ອຍຄຳຂອງນັກປາດ
    ແລະເອົາໃນໃສ່ຄວາມຮູ້ຂອງເຮົາ...
    ເພື່ອຄວາມໄວ້ວາງໃຈຂອງເຈົ້າຈະຢູ່ໃນພຣະເຈົ້າ
    ເຮົາໃຫ້ແຈ້ງປະຈັກໃນວັນນີ້ແມ່ນເພື່ອແກ່ໂຕເຈົ້າເອງ
    “ເຮົາໄດ້ຂຽນໃຫ້ເຈົ້າເຖິງສິ່ງວິເສດນັກ
    ເຖິງເລື່ອງການປຶກສາແລະຄວາມຮູ້ແລ້ວແມ່ນບໍ່”
    “ເພື່ອສຳແດງແກ່ເຈົ້າວ່າສິ່ງໃດຖືກແລະແທ້ຈິງ
    ເພື່ອເຈົ້າຈະໄດ້ໃຫ້ຄຳຕອບທີ່ຈິງແກ່ຜູ້ທີ່ເຈົ້າໃຊ້ໄປ”
    “ພຣະອົງຊົງສະຖາປະນາກົດເກນໄວ້ໃນຢາໂຄບ
    ແລະຊົງແຕ່ຕັ້ງກົດໝາຍໄວ້ໃນອິສະລາເອນ
    ຊຶ່ງພຣະອົງຊົງບັນຊາແກ່ບັນພະບູລຸດຂອງເຮົາ ວ່າໃຫ້ແຈ້ງເລື່ອງລາວເຫຼົ່າແກ່ລູກຫຼານຂອງເຂົາ”
    “ເຮົາ...ຈະບອກແກ່ຊາດພັນທີ່ກຳລັງເກີດມາ
    ເຖິງພະລາຊະກິດອັນຄວນສັນລະເສີນຂອງພຣະເຈົ້າ
    ແລະລິດທານຸພາບຂອງພຣະອົງ
    ແລະການອັດສະຈັນຊຶ່ງພຣະອົງໄດ້ຊົງກະທຳ”
    “ເພື່ອຊາດພັນລຸ້ນຕໍ່ໄປຈະຮູ້ເລື່ອງ
    ຄືລູກຫຼານທີ່ຈະເກີດມາ
    ແລະທີ່ຈະລຸກຂຶ້ນບອກລູກຫຼານຂອງເຂົາ
    ເພື່ອເຂົາຈະຕັ້ງຄວາມຫວັງຂອງເຂົາໃນພຣະເຈົ້າ”
    “ພຣະພອນຂອງພຣະເຈົ້າກະທຳໃຫ້ມັ້ງຄັ່ງ
    ແລະພຣະອົງບໍ່ໄດ້ແຖມຄວາມໂສກເສົ້າໄວ້ດ້ວຍ”
    ມແ 464.3

    ສຸພາສິດ 22:17,21; ເພງສັນລະເສີນ 78:5,4,6,7;
    ສຸພາສິດ 10:22 {MH 447.3}

    Larger font
    Smaller font
    Copy
    Print
    Contents