Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການສຶກສາໃນເລື່ອງຂອງສະຣິລະວິທະຍາ

    ບິດາມານດາຄວນປູກຝັງລູກໆໃຫ້ມີຄວາມສົນໃຈຕໍ່ການສຶກສາໃນເລື່ອງຂອງສະ ຣິລະວິທະຍາແລະຄວນສອນຫຼັກການຢ່າງງ່າຍສອນພວກເຂົາໃຫ້ຮູ້ຈັກວິທີສະຫງວນ ຮັກສາກໍາລັງຂອງຮ່າງກາຍຂອງສະຕິປັນຍາຕະຫຼອດຈົນອໍານາດໃນຝ່າຍຈິດວິນຍານໃຫ້ ດີທີ່ສຸດໄດ້ຢ່າງໃດແລະຮູ້ຈັກວິທີໃຊ້ຂອງປະທານເຫຼົ່ານີ້ເພື່ອວ່າຊີວິດຂອງເຂົາທັງຫຼາຍ ຈະເປັນພຣະພອນແກ່ກັນແລະກັນແລະເພື່ອເປັນການຖະຫວາຍພຣະກຽດຕິຍົດແກ່ ພຣະອົງໄດ້ຢ່າງໃດຄວາມຮູ້ນີ້ມີຄ່າເຫຼືອລົ້ນສໍາຫຼັບເດັກໆການສຶກສາຮໍ່າຮຽນໃນສິ່ງທີ່ ກ່ຽວກັບຊີວິດແລະສຸຂະພາບມີຄວາມສໍາຄັນຕໍ່ເດັກເຫຼົ່ານີ້ຍິ່ງກວ່າຄວາມຮູ້ໃນຂະແໜງ ຕ່າງໆທີ່ສອນກັນໃນໂຮງຮຽນ {MH 385.4}ມແ 390.3

    ບິດາມານດາຄວນໃຊ້ຊີວິດເພື່ອລູກໆຫຼາຍກວ່າເພື່ອສັງຄົມຈົ່ງຮຽນຮູ້ເຖິງເລື່ອງ ຕ່າງໆກ່ຽວກັບສຸຂະພາບແລະນໍາຄວາມຮູ້ນັ້ນໄປໃຊ້ໃຫ້ເກີດປະໂຫຍດຈົ່ງສອນລູກໆ ຂອງທ່ານໃຫ້ຮູ້ຈັກໃຊ້ເຫດຜົນ ຄົ້ນຫາຈາກສາເຫດຈົນເຖິງຜົນລັບຈົ່ວສອນໃຫ້ພວກເຂົາ ຮູ້ວ່າປາຖະໜາຈະມີຄວາມສຸຂະພາບທີ່ດີແລະມີຄວາມສຸກເດັກນ້ອຍຕ້ອງປະຕິບັດຕາມກົດ ແຫ່ງທໍາມະຊາດແມ່ນວ່າທ່ານອາດເບິ່ງບໍ່ເຫັນການປັບປຸງທີ່ດີຂຶ້ນຢ່າງວ່ອງໄວຕາມທີ່ຕົນ ເອງຕ້ອງການກໍຢ່າທໍ້າຖອຍແຕ່ຈົ່ງພາກພຽນປະຕິບັດໜ້າທີ່ຂອງທ່ານຕໍ່ໄປດ້ວຍຄວາມອົດ ທົນ {MH 386.1}ມແ 391.1

    ຈົ່ງສອນລູກໆຂອງທ່ານຕັ້ງແຕ່ຍັງຢູ່ໃນອູ່ (ເປ) ໃຫ້ຮູ້ຈັກບັງຄັບແລະຄວບຄຸມຕົນ ເອງສອນເຂົາໃຫ້ມີຄວາມເພີດເພີນໃຈກັບທໍາມະຊາດທີ່ສວຍງາມແລະປະໂຫຍດຈາກ ການໃຊ້ພະລັງງານຂອງຮ່າງກາຍແລະຂອງສະຕິປັນຍາຢ່າງມີລະບົບລະບຽບຈົ່ງອົບຮົມ ລ້ຽງດູເດັກໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງແລະມີສິລະປະທໍາຈັນຍາອັນດີລວມທັງໃຫ້ ເປັນຄົນອາລົມລ່າເລີງແລະແຈ່ມໃສ ຈົ່ງສ້າງຄວາມປະທັບໃຈໃນຈິດໃຈທີ່ສຸພາຍອ່ອນ ໂຍນຂອງລູກໆໄດ້ໝັ້ນໃຈໃນຄວາມຈິງທີ່ວ່າ ພຣະເຈົ້າຊົງບໍ່ໄດ້ມີພຣະປະສົງໃຫ້ເຮົາມີຊີ ວິດຢູ່ເພື່ອສະໜອງຄວາມສຸກໃນປະຈຸບັນຂອງຕົນເທົ່ານັ້ນແຕ່ເພື່ອສິ່ງທີ່ດີທີ່ສຸດຂອງເຮົາ ຈົ່ງສອນລູກໃຫ້ຮູ້ວ່າການຍອມພ່າຍແພ້ຕໍ່ການທົດລອງເປັນເລື່ອງຂອງຄວາມອ່ອນແອ ແລະເປັນສິ່ງທີ່ເລວຊາມ ແຕ່ການຕໍ່ຕ້ານການທົດລອງຍ່ອມຖືວ່າເປັນຄວາມກ້າຫານ ແລະເປັນສິ່ງທີ່ດີງາມ ບົດຮຽນເຫຼົ່ານີ້ຈະເປັນຄືເມັດພັນທີ່ຫວ່ານລົງໃນດິນແລະຈະບັງ ເກີດຜົນຊຶ່ງຈະເຮັດໃຫ້ທ່ານມີຈິດໃຈທີ່ຊື່ນຊົມຍິນດີ {MH 386.2}ມແ 391.2

    ເໜື່ອສິ່ງອື່ນໃດບິດາມານດາຕ້ອງລ້ຽງດູລູກດ້ວຍບັນຍາກາດແຫ່ງຄວາມສົດຊື່ນ ແຈ່ມໃສຄວາມສຸພາບອ່ອນໂຍນແລະປ່ຽມດ້ວຍຄວາມຮັກຊຊຶ່ງສະມາຊິກໃນຄອບຄົວ ຕ່າງສະແດງອອກມາຈາກສີໜ້າທ່າທາງຄໍາເວົ້າແລະການກະທໍາເປັນບ່ອນທີ່ທູດສະຫວັນ ມີຄວາມປິຕິຍິນດີທີ່ຈະສະຖິດຢູ່ນະທີ່ນັ້ນ {MH 386.3}ມແ 391.3

    ບິດາມານດາທັງຫຼາຍຂໍໃຫ້ທ່ານມີຈິດໃຈທີ່ປ່ຽມດ້ວຍຄວາມຮັກຄວາມເບີກ ບານ ໃຈແລະຄວາມສຸກແລະຈົ່ງໃຫ້ບັນຍາກາດອັນແສນອົບອຸ່ນແລະໜ້າຊື່ນໃຈເຫຼົ່ານີ້ໄດ້ອົບ ອວນຢູ່ໃນຄອບຄົວຂອງທ່ານຈົ່ງສະແດງຈິດໃຈທີ່ເມດຕາປານີແລະມີຄວາມອົດທົນອົດ ກັ້ນແລະສົ່ງເສີມລູກຂອງທ່ານໃຫ້ມີຄຸນສົມບັດຢ່າງດຽວກັນຈົ່ງປູກຝັງຄຸນງາມຄວາມດີ ທັງປວງໃຫ້ສ່ອງສະຫວ່າງໃນຊີວິດຄອບຄົວຂອງທ່ານ ບັນຍາກາດທີ່ເກີດຂຶ້ນນີ້ຈະເສີມ ສ້າງໃຫ້ລູກໆມີສະຕິປັນຍາແລະຮ່າງກາຍທີ່ສຽບຄົມແລະແຂງແຮງຄືດັ່ງເຊັ່ນອາກາດ ແລະແສງແດດມີຜົນຕໍ່ເຫຼົ່າພຶກສາຊາດເທິງໜ້າໂລກນີ້ {MH 387.1}ມແ 391.4

    *****