Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການລະບາຍອາກາດແລະແສງແດດ

    ໃນການກໍ່ສ້າງອາຄານ ບໍ່ວ່າຈະໃຊ້ເພື່ອວັດຖຸປະສົງດ້ານສາທາລະນະຫຼືໃຊ້ເປັນທີ່ ພັກອາໄສ ຄວນເອົາໃຈໃສ່ໃນການຈັດໃຫ້ມີການລະບາຍອາກາດທີ່ດີແລະແສງແດດສ່ອງ ໄດ້ທົ່ວເຖິງ ໂບດແລະຫ້ອງຮຽນໃນສະຖານສຶກສາຫຼາຍແຫ່ງມັກຈະມີຂໍ້ບົກຜ່ອງໃນ ເລື່ອງນີ້ ການເບິ່ງຂ້າມໃນເລື່ອງຂອງການລະບາຍຖ່າຍເທອາກາດໄດ້ສະດວກເປັນສາ ເຫດທີ່ເຮັດໃຫ້ເກີດອາການເຊື່ອງຊຶມແລະງ້ວງເຫງົາຫາວນອນຈົນບັ່ນທອນຜົນຂອງຄໍາ ເທສະໜາມາຫຼາຍຕໍ່ຫຼາຍແລະເຮັດໃຫ້ວຽກຂອງຄູອາຈານໜັກເພີ່ມຂຶ້ນແລະຂາດປະສິດ ທິພາບ {MH 274.2}ມແ 275.3

    ເທົ່າທີ່ສາມາດເຮັດໄດ້ ອາຄານບ້ານເຮືອນທີ່ໃຊ້ໃນການພັກອາໃສ ຄວນຈະຕັ້ງຢູ່ ເທິງພື້ນທີ່ສູງແລະລະບາຍນໍ້າອອກໄດ້ດີ ເພາະພື້ນດິນໃນລັກສະນະນີ້ຈະມີຄວາມແຫ້ງ ບໍ່ປຽກຊື້ນແລະສາມາດປ້ອງກັນໂລກໄພທີ່ມາກັບຄວາມອັບຊື້ນແລະກິ່ນອາຍຂອງສິ່ງທີ່ ເປັນພິດ ແຕ່ຄົນສ່ວນຫຼາຍບໍ່ມັກເຫັນຄວາມສໍາຄັນໃນເລື່ອງນີ້ ບາງກໍເຈັບອອດໆແອດໆ ຫຼືປ່ວຍເປັນໂລກທີ່ຮ້າຍແຮງ ແລະຫຼາຍຄົນໄດ້ຕົກໄປສູ່ຄວາມຕາຍ ອັນເປັນຜົນຈາກ ຄວາມຊື້ນແລະອາກາດທີ່ເປັນອັນຕະລາຍຕໍ່ສຸຂະພາບຈາກສະພາບພື້ນດິນທີ່ຢູ່ໃນທີ່ຕໍ່າ ແລະມີລະບົບລະບາຍນໍ້າທີ່ບໍ່ດີ {MH 274.3}ມແ 276.1

    ໃນການປຸກສ້າງເຮືອນຊານນັ້ນ ສິ່ງທີ່ຄວນໃຫ້ຄວາມສໍາຄັນເປັນພິເສດຄືມີລະບົບ ການລະບາຍອາກາດທີ່ສາມາດຖ່າຍເທໄດ້ສະດວກແລະມີແສງແດດສ່ອງເຖິງໂດຍຖ້ວນທົ່ວ ທຸກໆຫ້ອງໃນເຮືອນຈະຕ້ອງມີກະແສລົມທີ່ໄຫຼວຽນແລະມີແສງສະຫວ່າງສ່ອງ ເຖິງຢ່າງພຽງພໍ ສໍາລັບຫ້ອງນອນນັ້ນກໍຄວນຈະມີອາກາດທີ່ໄຫຼວຽນແລະຖ່າຍເທໄດ້ສະ ດວກທັງໃນເວລາກາງເວັນກາງຄືນ ເຮົາບໍ່ຄວນເລືອກຫ້ອງທີ່ບໍ່ມີອາກາດຖ່າຍເທເຂົ້າ ອອກແລະບໍ່ມີແສງແດດສ່ອງເຖິງຫ້ອງນອນ ໃນປະເທດສ່ວນໃຫຍ່ທີ່ມີອາກາດໜາວ ໃນ ຫ້ອງນອນຈໍາເປັນຕ້ອງມີເຄື່ອງເຮັດຄວາມຮ້ອນ ເພື່ອຊ່ວຍໃຫ້ອາກາດໃນຫ້ອງນັ້ນອົບ ອຸ່ນແລະແຫ້ງໃນຊ່ວງອາກາດໜາວຫຼືປຽກຊື້ນ {MH 274.4}ມແ 276.2

    ຫ້ອງຮັບແຂກກໍຄວນຈະໄດ້ຮັບການດູແລເອົາໃຈໃສ່ເຊັ່ນດຽວກັນກັບຫ້ອງອື່ນໆ ທີ່ໃຊ້ກັນຢູ່ສະເໝີ ເຊັ່ນດຽວກັບຫ້ອງນອນ ຫ້ອງຮັບແຂກຄວນຈະມີອາກາດທີ່ຖ່າຍເທ ໄດ້ສະດວກແລະມີແສງແດດສ່ອງເຖິງແລະຄວນຈະມີເຄື່ອງເຮັດຄວາມຮ້ອນເພື່ອຂັບໄລ່ ຄວາມຊື້ນທີ່ມັກສະສົມໃນຫ້ອງທີ່ບໍ່ຄ່ອຍໄດ້ໃຊ້ງານ ຜູ້ທີ່ນອນໃນຫ້ອງທີ່ບໍ່ມີແສງແດດ ສ່ອງເຖິງຫຼືນອນເທິງຕຽງທີ່ບໍ່ໄດ້ພຶ່ງແດດໃຫ້ແຫ້ງ ຜູ້ນັ້ນຍ່ອມສ່ຽງຕໍ່ການເສຍສຸຂະພາບ ແລະບາງເທື່ອອາດເຖິງແກ່ຊີວິດໄດ້ {MH 275.1}ມແ 276.3

    ຫຼາຍຄົນຕ່າງເອົາໃຈໃສ່ຈັດຕຽມສິ່ງຈໍາເປັນຕ່າງໃນອາຄານ ສໍາລັບການປູກຕົ້ນໄມ້ ແລະດອກໄມ້ຂອງພວກເຂົາ ຖ້າໃຊ້ເຮືອນແກ້ວຫຼືປ່ອງຢ້ຽມຕາມວັດຖຸປະສົງແລ້ວກໍຈະ ໃຫ້ຄວາມອົບອຸ່ນແລະແສງແດດ ເພາະຖ້າບໍ່ມີຄວາມອົບອຸ່ນ ອາກາດແລະແສງແດດ ຕົ້ນ ໄມ້ຈະບໍ່ສາມາດມີຊີວິດແລະຈະເລີນເຕີບໂຕບໍ່ໄດ້ ຖ້າສິ່ງເຫຼົ່ານີ້ມີຄວາມຈໍາເປັນສໍາລັບ ຊີວິດຂອງຕົ້ນໄມ້ ແລ້ວສຸຂະພາບຂອງເຮົາ ຂອງຄອບຄົວຂອງເຮົາແລະຂອງແຂກທີ່ມາ ຢ້ຽມຢາມຈະບໍ່ຍິ່ງຕ້ອງການສິ່ງເຫຼົ່ານີ້ຫຼາຍຂຶ້ນອີກເທົ່າໃດ {MH 275.2}ມແ 276.4

    ຖ້າເຮົາຕ້ອງການໃຫ້ບ້ານເຮືອນຂອງເຮົາເປັນສະຖານທີ່ໆຖືກສຸຂະລັກສະນະ ແລະຢູ່ຢ່າງມີຄວາມສຸກ ເຮົາຕ້ອງສ້າງບ້ານເຮືອນໄວ້ໃນທີ່ສູງກວ່າໝອກຄວັນແລະກິ່ນ ອາຍອັບຊື້ນຂອງບໍລິເວນທີ່ລຸ່ມ ແລະປ່ອຍໃຫ້ສິ່ຫຼືສິ່ງທີ່ເປັນຕົວແທນທີ່ປະທານຊີວິດ ຂອງສະຫວັນເຂົ້າມາໄດ້ຢ່າງເສລີ ຫຼີກລ້ຽງການໃຊ້ຜ້າກັ້ງໜາໆ ເປີດປ່ອງຢ້ຽມແລະຜ້າ ບັງຕາອອກ ຢ່າປ່ອຍໃຫ້ເຄືອໄມ້ເລືອບໍ່ວ່າຈະມີຄວາມສວຍງາມເທົ່າໃດຂຶ້ນບັງປ່ອງຢ້ຽມ ແລະບໍ່ຄວນປູກຕົ້ນໄມ້ໃກ້ບ້ານເກີນໄປຈົນບົດບັງແສງອາທິດ ແສງແດດອາດຈະເຮັດໃຫ້ ຜ້າກັ້ງແລະພົມມີສີຕົກໄປ ແລະເຮັດໃຫ້ກອບຮູບຕ້ອງເບິ່ງໝອງໄປ ແຕ່ແສງແດດຈະ ເຮັດໃຫ້ແກ້ມເດັກນ້ອຍເປ່ງປະກາຍສົດໃສດ້ວຍສຸຂະພາບທີ່ດີ {MH 275.3}ມແ 277.1

    ຜູ້ທີ່ຄອຍດູແລລ້ຽງດູຜູ້ສູງອາຍຸ ຄວນຈື່ໄວ້ວ່າພວກເຂົາຕ້ອງການຢູ່ໃນຫ້ອງທີ່ອົບ ອຸ່ນສະບາຍເປັນພິເສດ ກໍາລັງວັງຊາຂອງຮ່າງກາຍທີ່ລົດລົງຕາມໄວເປັນເຫດໃຫ້ຄວາມ ແຂງແຮງທີ່ຄອຍຕ້ານທານສິ່ງທີ່ບໍ່ຖືກສຸຂະອານະໄມຫຼຸດຖອຍລົງດ້ວຍເຫດນີ້ ຈຶ່ງມີ ຄວາມຈໍາເປັນທີ່ຜູ້ສູງອາຍຸຈະຕ້ອງໄດ້ຮັບແສງແດດແລະອາກາດທີ່ບໍລິສຸດໃຫ້ຫຼາຍຂຶ້ນ {MH 275.4}ມແ 277.2

    Larger font
    Smaller font
    Copy
    Print
    Contents