Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 22 ການແຕ່ງກາຍ

    ພຣະຄໍາພີສອນໃຫ້ເຮົາແຕ່ງກາຍຢ່າງສຸພາບຮຽບຮ້ອຍ “ ຝ່າຍພວກຜູ້ຍິງກໍຄືກັນ ໃຫ້ແຕ່ງຕົງສຸພາບຮຽບຮ້ອຍ” 1 ຕີໂມທຽວ 2:9 ພຣະຄໍາພີຫ້າມເຮົາແຕ່ງກາຍເພື່ອການ ໂອ້ອວດ ດ້ວຍເສື້ອຜ້າທີ່ມີສີສັນບາດຕາ ຫຼືດ້ວຍເຄື່ອງປະດັບທີ່ເຕັມຕົວ ສິ່ງໃດທີ່ມຸ້ງ ໝາຍໃຫ້ຜູ້ອື່ນເກີດຄວາມສົນໃຈໃນຕົວຜູ້ສວມໃສ່ ຫຼືກະຕຸ້ນໃຫ້ເກີດຄວາມຊື່ນຊົມ ລ້ວນຢູ່ນອກຄໍາຈໍາກັດຄວາມເລື່ອງເຄື່ອງແຕ່ງກາຍທີ່ສຸພາບຮຽບຮ້ອຍທີ່ພຣະວັດຈະນະ ຂອງພຣະເຈົ້າບັນຊາໄວ້ {MH 287.1}ມແ 290.1

    ເສື້ອຜ້າຂອງເຮົາຈະຕ້ອງມີລາຄາບໍ່ແພງ ບໍ່ໃສ່ເສື້ອຜ້າທີ່ “ປະດັບດ້ວຍເຄື່ອງທອງ ແລະໄຂ່ມຸກຫຼືເສື້ອຜ້າລາຄາແພງ ” 1 ຕີໂມທຽວ 2:9 {MH 287.2}ມແ 290.2

    ເງິນຄໍາເປັນສິ່ງທີ່ພຣະເຈົ້າຊົງໂປດໃຫ້ເຮົາເປັນຜູ້ດູແລ ບໍ່ແມ່ນເປັນຂອງໆເຮົາເອງ ທີ່ຈະໃຊ້ຈ່າຍເພື່ອສະໜອງຕັນຫາຄວາມອວດອົ່ງ ຫຼືຄວາມຟຸ້ມເຟີ້ເຫີ່ເຫີມໃນມືຂອງເຫຼົ່າ ບຸດຂອງພຣະເຈົ້າ ເງິນຄືອາຫານສໍາລັບຄົນທີ່ຫິວໂຫຍ ຄືເສື້ອຜ້າສໍາລັບຄົນທີ່ເປືອຍກາຍ ຄືສິ່ງທີ່ຊ່ວຍຄຸ້ມກັນໃຫ້ແກ່ຜູ້ທີ່ຖືກກົດຂີ່ ຄືປັດໃຈໃນການຊ່ວຍເຫຼືອຜູ້ເຈັບປ່ວຍ ຄືສິ່ງ ທີ່ໃຊ້ສໍາລັບການເຜີຍແຜ່ຂ່າວປະເສີດໃຫ້ແກ່ຄົນຍາກຈົນ ທ່ານອາດນໍາຄວາມສຸກມາສູ່ ຈິດໃຈຂອງຜູ້ຄົນຫຼວງຫຼາຍໄດ້ດ້ວຍການໃຊ້ຈ່າຍຢ່າງມີວິຈາລະນະຍານ ປັດໃຈທີ່ທ່ານ ໃຊ້ຈ່າຍຢູ່ທຸກມື້ນີ້ເພື່ອການໂອ້ອວດ ຈົ່ງພິຈາລະນາເບິ່ງຊີວິດຂອງພຣະຄຣິດ ຈົ່ງຮຽນຮູ້ ເຖິງພຣະອຸປະນິດໄສຂອງພຣະອົງແລະມາມີສ່ວນຮ່ວມກັບພຣະອົງໃນການບໍ່ເຫັນແກ່ ຕົວເອງ {MH 287.3}ມແ 290.3

    ໃນໂລກຜູ້ທີ່ສະແດງຕົນວ່າເປັນຄຣິດສະຕຽນ ເງິນຄໍາທີ່ພວກເຂົາໄດ້ຈັບຈ່າຍໃຊ້ ສອຍເພື່ອຊື້ເພັດນິນຈິນດາແລະເຄື່ອງແຕ່ງກາຍລາຄາແພງທີ່ບໍ່ຈໍາເປັນນັ້ນ ມີຫຼາຍພໍທີ່ຈະ ໃຊ້ເພື່ອຊື້ອາຫານມາລ້ຽງຄົນທີ່ອຶດຢາກຫິວໂຫຍແລະເສື້ອຜ້າສໍາລັບຄົນທີ່ເປືອຍກາຍ ທັງໝົດໄດ້ ການແຕ່ງກາຍຕາມສະໄໝນິຍົມແລະເພື່ອການໂອ້ອວດດູດຊັບປັດໃຈຊຶ່ງສາ ມາດນໍາໄປບັນເທົາຄວາມເດືອດຮ້ອນຂອງຄົນຍາກຈົນແລະຄົນຕົກທຸກໄດ້ຍາກໄດ້ ພວກ ເຂົາບຽດບັງໂລກຈາກຂ່າວປະເສີດແຫ່ງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ພັນທະກິດ ໃນການເຜີຍແຜ່ກໍຫຼຸດນ້ອຍລົງ ຄົນສ່ວນຫຼາຍຕ້ອງສູນສິ້ນໄປໂດຍຍັງບໍ່ມີໂອກາດໄດ້ຍິນ ຫຼັກຄໍາສອນຂອງຄຣິດສະຕຽນ ບໍລິເວນຂ້າງບ້ານຂອງເຮົາເອງແລະໃນຕ່າງແດນ ຄົນ ນອກສາສະໜາເຫຼົ່ານີ້ຍັງບໍ່ໄດ້ຮັບການສອນແລະພົບທາງແຫ່ງຄວາມລອດ ໃນຂະນະທີ່ ພຣະເຈົ້າໄດ້ປະທານຄວາມອຸດົມສົມບູນໄວ້ເທິງໂລກຢ່າງຫຼວງຫຼາຍແລະຊົງເຮັດໃຫ້ຄັງ ພັດສະດຸໃນໂລກນີ້ເຕັມລົ້ນໄປດ້ວຍສິ່ງອໍານວຍຄວາມສະດວກໃນຊີວິດ ໃນຂະນະທີ່ ພຣະອົງຍັງຊົງໃຫ້ເຮົາແບບລ້າໆ ໄດ້ຮຽນຮູ້ເຖິງຄວາມຈິງຂອງທາງແຫ່ງຄວາມລອດ ແລ້ວ ເຮົາຈະມີຂໍ້ແກ້ຕົວໃດຕໍ່ພຣະອົງໃນການທີ່ປ່ວຍໃຫ້ສຽງໂອດຄວນຂອງຍິງໝ້າຍແລະ ລູກກໍາພ້າ ສຽງໂອດຄວນຂອງຄົນທີ່ເຈັບປ່ວຍແລະຄົນທີ່ທົນທຸກທໍລະມານ ສຽງຮຽກ ຮ້ອງຂອງຄົນທີ່ບໍ່ໄດ້ຮັບການສັ່ງສອນແລະຄົນທີ່ບໍ່ໄດ້ຮັບຄວາມລອດໃຫ້ລອຍຂຶ້ນໄປ ເຖິງສະຫວັນ ໃນວັນພິພາກສາຂອງພຣະເຈົ້າ ເມື່ອເຮົາເຂົ້າເຝົ້າຕໍ່ເບື້ອງພຣະພັກຂອງພຣະ ອົງຜູ້ປະທານຊີວິດຂອງພຣະອົງໃຫ້ແກ່ຄົນທີ່ຍາກໄຮ້ຂັດສົນເຫຼົ່ານີ້ ຂໍ້ແກ້ຕົວອັນໃດທີ່ຜູ້ ໃຊ້ເວລາແລະເງິນຄໍາເພື່ອສະແຫວງຫາຄວາມສຸກສໍາລານໃນສິ່ງທີ່ພຣະເຈົ້າບອກຫ້າມ ໄວ້ຈະຖະແຫຼງຕໍ່ພຣະອົງ ພຣະຄຣິດຈະບໍ່ຕັດບອກແກ່ຄົນເຫຼົ່ານັ້ນວ່າ “ ເພາະວ່າເມື່ອ ເຮົາຫິວທ່ານກໍບໍ່ໄດ້ໃຫ້ເຮົາກິນເຮົາກະຫາຍນໍ້າທ່ານກໍບໍ່ໄດ້ໃຫ້ເຮົາດື່ມ....ເຮົາເປືອຍກາຍ ທ່ານກໍບໍ່ໄດ້ໃຫ້ເສື້ອຜ້າເຮົານຸ່ງຫົ່ມ ເຮົາເຈັບປ່ວຍແລະຕ້ອງຈໍາຢູ່ໃນອາຄານ ທ່ານບໍ່ໄດ້ ຢ້ຽມຢາມເຮົາ ” ມັດທາຍ 25:42,43 {MH 287.4}ມແ 291.1

    ແມ່ນວ່າເຮົາຈະໃຊ້ເສື້ອຜ້າເຄື່ອງນຸ່ງຫົ່ມທີ່ລຽບງ່າຍແລະສຸພາບຮຽບຮ້ອຍ ແຕ່ ເສື້ອຜ້າຂອງເຮົາກໍຄວນຈະເປັນເສື້ອຜ້າເນື້ອດີ ມີສີສັນສວຍງາມເໝາະສົມທີ່ຈະໃຊ້ຕາມ ໂອກາດ ຄວນເລືອກເສື້ອຜ້າທີ່ມີຄວາມທົນທານຫຼາຍກວ່າເພື່ອອວດ ເສື້ອຜ້າທີ່ໃຊ້ຄວາມ ໃຫ້ຄວາມອົບອຸ່ນແລະຊ່ວຍປົກປ້ອງຮ່າງກາຍ ໜັງສືພຣະຄໍາສຸພາສິດໄດ້ກ່າວເຖິງຍິງທີ່ ມີປັນຍາໄວ້ວ່າ “ລາວບໍ່ຢ້ານຫິມະມາເຮັດອັນຕະລາຍແກ່ຄົນໃນຄອບຄົວຂອງລາວ ເພາະ ເຂົາໃສ່ເສື້ອສອງຊັ້ນ ” ສຸພາສິດ 31:21 {MH 288.1}ມແ 292.1

    ເຄື່ອງແຕ່ງກາຍຂອງເຮົາຄວນຈະສະອາດຮຽບຮ້ອຍ ເສື້ອຜ້າທີ່ບໍ່ສະອາດເປັນເສື້ອ ຜ້າທີ່ບໍ່ຖືກສຸຂະລັກສະນະ ດ້ວຍເຫດນີ້ຈຶ່ງເຮັດໃຫ້ຮ່າງກາຍແລະຈິດວິນຍານຂອງເຮົາ ຕ້ອງເປັນມົນທິນໄປ “ທ່ານເປັນວິຫານຂອງພຣະເຈົ້າ.....ຖ້າຜູ້ໃດທໍາລາຍວິຫານຂອງ ພຣະເຈົ້າ ພຣະເຈົ້າຈະຊົງທໍາລາຍຜູ້ນັ້ນ” 1 ໂກລິນໂທ 3:16,17 {MH 288.2}ມແ 292.2

    ໂດຍປະການທັງປວງ ເຄື່ອງແຕ່ງກາຍຄວນເປັນຜ້າທີ່ຖືກສຸຂະລັກສະນະ ” ນອກ ເໜືອສາລະພັດທຸກສິ່ງ ” ພຣະເຈົ້າຊົງປາຖະໜາທີ່ຈະໃຫ້ເຮົາ ” ຈະເລີນແລະມີສຸຂະພາບດີ ” ທັງຮ່າງກາຍແລະຈິດວິນຍານ ແລະເຮົາຈະເປັນຜູ້ຮ່ວມງານກັບພຣະອົງເພື່ອໃຫ້ຮ່າງ ກາຍມີສຸຂະພາບທີ່ດີແລະມີຈິດວິນຍານທີ່ຜ່ອງໃສເຊິ່ງຈະເກີດຂຶ້ນໄດ້ຈາກການແຕ່ງກາຍ ດ້ວຍເສື້ອຜ້າທີ່ຖືກສຸຂະລັກສະນະ {MH 288.3}ມແ 292.3

    ເຄື່ອງແຕ່ງກາຍຄວນມີຄວາມສະຫງ່າງາມແລະມີຄວາມເໝາະເຈາະກັບຄວາມ ລຽບງ່າຍຕາມທໍາມະຊາດ ພຣະຄຣິດຊົງເຕືອນບໍ່ໃຫ້ເຮົາດໍາເນີນຊີວິດດ້ວຍຄວາມອວດ ອົ່ງລືມຕົງ ແຕ່ໃຫ້ເຮົາໄດ້ມີຄວາມສະຫງ່າງາມຕາມທໍາມະຊາດ ພຣະອົງຊົງຊີ້ໃຫ້ເບິ່ງ ດອກໄມ້ໃນທົ່ງແລະບຸບຜາທີ່ເຜີຍໃຫ້ເຫັນເຖິງຄວາມບໍລິສຸດ ແລະບອກວ່າ “ກະສັດຊາ ໂລມອນເມື່ອບໍລິບູນດ້ວຍສະຫງ່າລາສີ ກໍບໍ່ໄດ້ຊົງເຄື່ອງງາມເທົ່າດອກໄມ້ນີ້ດອກໜຶ່ງ” ມັດທາຍ 6:29 ໂດຍອາໄສສິ່ງຕ່າງໆທີ່ມີຢູ່ໃນທໍາມະຊາດພຣະຄຣິດຊົງຊີ້ໃຫ້ເຮົາໄດ້ເຫັນ ເຖິງຄວາມງາມທີ່ສະຫວັນຊົງໃຫ້ຄຸນຄ່າ ຄວາມສະຫງ່າງາມທີ່ມີໃຈຖ່ອມ ຄວາມລຽບງ່າຍ ຄວາມບໍລິສຸດແລະຄວາມເໝາະສົມ ຈຶ່ງຈະເຮັດໃຫ້ເຄື່ອງແຕ່ງກາຍຂອງເຮົາເປັນທີ່ ໂປດປານຂອງພຣະອົງ {MH 289.1}ມແ 292.4

    ພຣະອົງຊົງມີພຣະບັນຊາໃຫ້ເຮົາໄດ້ໃສ່ເຄື່ອງແຕ່ງກາຍທີ່ງົດງາມທີ່ສຸດໄວ້ໃນຈິດ ວິນຍານ ບໍ່ມີເຄື່ອງປະດັບນອກກາຍຊະນິດໃດທີ່ສາມາດທຽບຄຸນຄ່າຫຼືຄວາມງົດງາມກັບ “ຈິດໃຈທີ່ສະຫງົບແລະສຸພາບ ” ຊຶ່ງໃນສາຍພຣະເນດຂອງພຣະອົງນັ້ນ “ເປັນສິ່ງທີ່ ປະເສີດຍິ່ງ ” 1 ເປໂຕ 3:4 {MH 289.2}ມແ 292.5

    ສໍາລັບຜູ້ທີ່ນໍາກົດເກນຂອງພຣະຜູ້ຊ່ວຍໃຫ້ລອດມາໃຊ້ເປັນຫຼັກການໃນການດໍາ ເນີນຊີວິດ ພຣະສັນຍາຂອງພຣະອົງຍ່ອມຈະເປັນສິ່ງທີ່ປະເສີດຍິ່ງນັກ {MH 289.3}ມແ 293.1

    ທ່ານກະວົນກະວາຍເຖິງເຄື່ອງນຸ່ງຫົ່ມເຮັດຫຍັງ.....ແມ່ນວ່າພຣະເຈົ້າຊົງເຕີບ ແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນ ຊຶ່ງເປັນຢູ່ມື້ນີ້ແລະແຈ້ງຂຶ້ນຕ້ອງຖິ້ມໃນເຕົາໄຟ....ພຣະອົງຈະ ບໍ່ຊົງຕົບແຕ່ງທ່ານຫຼາຍຍິ່ງກວ່ານັ້ນບໍ່ ເຫດສະນັ້ນຢ່າກະວົນກະວາຍ.... ຈະເອົາອັນໃດ ນຸ່ງຫົ່ມ…ເພາະວ່າ…ບິດາຂອງທ່ານທີ່ສະຖິດໃນສະຫວັນຊົງຮູ້ແລ້ວວ່າທ່ານຕ້ອງການ ສິ່ງທັງປວງເຫຼົ່ານີ້ ແຕ່ທ່ານທັງຫຼາຍຈຶ່ງສະແຫວງຫາແຜ່ນດິນຂອງພຣະເຈົ້າ ແລະຄວາມ ຊອບທໍາຂອງພຣະອົງກ່ອນ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ ” ມັດທາຍ 6:28-33 {MH 289.4}ມແ 293.2

    ຜູ້ທີ່ມີໃຈແນ່ນອນ ພຣະອົງຈະຊົງຮັກສາໄວ້ໃນຄວາມສະຫງົບສຸກຢ່າງບໍລິບູນ ເພາະເຂົາໄດ້ວາງໃຈໃນພຣະອົງ ” ເອຊະຢາ 26:3 {MH 289.5}ມແ 293.3

    ຜົນຂອງການຄອບງໍາຂອງການແຕ່ງກາຍຕາມສະໄໝນິຍົມສ້າງຄວາມແຕກຕ່າງຕໍ່ ຜູ້ຄົນທີ່ອ່ອນແອ ວຸ້ນວາຍໃຈ ເຈັບປ່ວຍແລະຜູ້ລໍາບາກພຽງໃດ ການແຕ່ງກາຍຕາມ ແບບສະໄໝນິຍົມ ຊ່າງເປັນສິ່ງທີ່ກົງກັນຂ້າມກັບຫຼັກເກນໃນພຣະຄໍາພີຢ່າງຫຼວງຫຼາຍ ພຽງໃດ ຂໍໃຫ້ລອງຄິດເຖິງແບບເຄື່ອງແຕ່ງກາຍທີ່ນິຍົມກັນຢ່າງຫຼາຍໃນໄລຍະເວລາສອງ ສາມຮ້ອຍປີກ່ອນຫຼືແມ່ນແຕ່ໃນໄລຍະຫຼາຍສິບປີທີ່ຜ່ານມາ ມີຈັກແບບຊຶ່ງເມື່ອພົ້ນສະ ໄໝນິຍົມໄປແລ້ວ ກາຍເປັນເສື້ອຜ້າທີ່ບໍ່ສຸພາບ ແລະມີຈັກແບບທີ່ຖືກປະຈານວ່າບໍ່ ເໝາະສົມສໍາລັບມະຕິ (ຜູ້ຍິງ) ທີ່ມີຄວາມສຸພາບຮຽບຮ້ອຍ ມີຄວາມນັບຖືໃນຕົນເອງແລະ ເປັນຜູ້ທີ່ມີຄວາມຢໍາເກງໃນພຣະເຈົ້າ {MH 289.6}ມແ 293.4

    ການປ່ຽນແປງແບບເຄື່ອງແຕ່ງກາຍພຽງເພາະເຫັນແກ່ສະໄໝນິຍົມ ບໍ່ແມ່ນເປັນ ເລື່ອງທີ່ພຣະວັດຈະນະຂອງພຣະເຈົ້າສະໜັບສະໜູນຫຼືເຫັນດີນໍາ ການປ່ຽນແປງແບບ ແລະລາຍລະອຽດ ເພີ່ມເຕີມລາຍປະດັບທີ່ສູງຄໍາເກາະກິນເວລາແລະເງິນຄໍາຂອງຄົນຮັ່ງ ມີແລະຍັງສິ້ນເປືອງກໍາລັງຂອງຄວາມຄິດແລະຈິດວິນຍານໄປນໍາ ຫຼາຍຄົນທີ່ທໍາມາຫາ ລ້ຽງຊີບດ້ວຍຄວາມຍາກລໍາບາກ ຊຶ່ງສາມາດທີ່ຈະຕັດຍິບເສື້ອຜ້າໃນແບບທີ່ລຽບງ່າຍໄວ້ ໃສ່ເອງ ກັບຕ້ອງໄປຫາຊ່າງຕັດເສື້ອເພື່ອຈະໄດ້ໃສ່ເສື້ອຜ້າໃຫ້ເຂົ້າກັບສະໄໝນິຍົມ ຍິງ ສາວທີ່ຍາກຈົນຫຼາຍຄົນຍອມເສຍເງິນເພື່ອຊື້ເສື້ອຄຸມທີ່ທັນສະໄໝ ໂດຍບໍ່ເຫຼືອເງິນທີ່ ຈະຊື້ເສື້ອຜ້າໃຫ້ຄວາມອົບອຸ່ນແກ່ຮ່າງກາຍ ແລະທີ່ສຸດຍິງເຫຼົ່ານັ້ນກໍຕ້ອງໄດ້ຮັບຜົນຮ້າຍ ຈາກເຄື່ອງແຕ່ງກາຍຂອງສະໄໝນິຍົມດ້ວຍຊີວິດຂອງຕົນເອງ ແລະຍັງມີອີກຫຼາຍຄົນທີ່ ມີຈິດໃຈໂລບແລະປາຖະໜາທີ່ຈະໄດ້ແຕ່ງກາຍຕາມແບບຢ່າງຄົນທີ່ລໍ້າລວຍ ຈຶ່ງຖືກຊັກ ນໍາໄປໃນທາງທີ່ຜິດດ້ວຍການເຮັດທີ່ບໍ່ຊື່ສັດແລະໜ້າລະອາຍ ຫຼາຍຄອບຄົວຕ້ອງຂາດ ຄວາມສຸກສະບາຍຂອງຊີວິດໄປ ແລະຜູ້ຊາຍບາງຄົນຖືກບັງຄັບໃຫ້ຕ້ອງກາຍເປັນຄົນທີ່ ສໍ້ໂກງຫຼືຕ້ອງລົ້ມລະລາຍ ເພື່ອສະໜອງການໃຊ້ຈ່າຍຢ່າງຟຸ້ມເຟືອຍຂອງເມຍຫຼືລູກໆ {MH 290.1}ມແ 293.5

    ເພື່ອຕາມໃຫ້ທັນແຟຊັນ ຍິງຫຼາຍຄົນຖືກບັງຄັບໃຫ້ຕ້ອງຈັດຫາເສື້ອຜ້າທີ່ງົດງາມ ໃຫ້ທັນສະໄໝກັບຕົວເອງແລະລູກໆ ຈົນຕ້ອງທົນທຸກລໍາບາກເຮັດວຽກເຮັດງານປານວ່າ ເປັນຂ້ອຍຂ້າຢູ່ຕະຫຼອດເວລາ ມານດາຫຼາຍຄົນຕ້ອງເຮັດວຽກຈົນເດິກຈົນດື່ນດ້ວຍເສັ້ນ ປະສາດທີ່ຕຶງຄຽດແລະມືໄມ້ທີ່ສັ່ນ ເພື່ອທີ່ຈະເພີ່ມເຄື່ອງປະດັບໃຫ້ກັບເສື້ອຜ້າຂອງລູກໆ ຊຶ່ງເປັນສິ່ງທີ່ບໍ່ໄດ້ຊ່ວຍສົ່ງເສີມໃຫ້ມີສຸຂະພາບທີ່ດີຫຼືມີຄວາມສຸກສະບາຍຫຼາຍຂຶ້ນຫຼືມີ ຄວາມງາມຢ່າງແທ້ຈິງແຕ່ປະການໃດ ເພື່ອເຫັນແກ່ແຟຊັນສະໄໝນິຍົມ ລາວຍອມສູນ ເສຍສຸຂະພາບແລະຄວາມສະຫງົບຂອງຈິດໃຈຊຶ່ງເປັນສິ່ງສໍາຄັນຍິ່ງໃນການນໍາພາລູກໆ ໃຫ້ດໍາເນີນໄປໃນທາງທີ່ຖືກຕ້ອງ ເມື່ອການອົບຮົມຈິດໃຈຖືກເພີກເສີຍ ຈິດວິນຍານ ຈຶ່ງຕົກຕໍ່າ {MH 290.2}ມແ 294.1

    ມານດາບໍ່ມີເວລາທີ່ຈະສຶກສາຮຽນຮູ້ເຖິງຫຼັກການກ່ຽວກັບການຈະເລີນແລະພັດ ທະນາດ້ານຮ່າງກາຍເພື່ອຈະໄດ້ຮູ້ຈັກວິທີການດູແລຮັກສາສຸຂະພາບຂອງລູກໆ ລາວບໍ່ ມີເວລາທີ່ຈະເອົາໃຈໃສ່ດູແລຄວາມຕ້ອງການດ້ານຈິດໃຈຫຼືດ້ານຈິດວິນຍານຂອງເດັກ ນ້ອຍ ບໍ່ມີເວລາສະແດງຄວາມເຫັນອົກເຫັນໃຈເມື່ອພວກເຂົາຕ້ອງປະສົບກັບຄວາມຜິດ ຫວັງຫຼືໄດ້ຮັບຄວາມຍາກລໍາບາກແມ່ນວ່າຈະເປັນເລື່ອງເລັກນ້ອຍກໍຕາມ ຫຼືມີສ່ວນ ຮ່ວມໃນສິ່ງທີ່ລູກໆສົນໃຈແລະໃຝ່ຝັນ {MH 291.1}ມແ 294.2

    ຕັ້ງແຕ່ເຂົາເກີດມາເບິ່ງໂລກ ພວກເຂົາກໍຕົກຢູ່ພາຍໃຕ້ອິດທິພົນຂອງແຟຊັນສະ ໄໝນິຍົມ ພວກເຂົາໄດ້ຍິນເຖິງເລື່ອງເສື້ອຜ້າແລະເຄື່ອງແຕ່ງກາຍຫຼາຍກວ່າເລື່ອງຂອງ ພຣະເຢຊູຜູ້ຊ່ວຍໃຫ້ລອດ ພວກເຂົາເຫັນມານດາຄົ້ນຫາເບິ່ງແບບເສື້ອທີ່ທັນສະໄໝຢ່າງ ໃຈຈິດຈໍ່ຫຼາຍກວ່າພຣະຄໍາພີ ການແຕ່ງກາຍໃຫ້ງາມເດ່ນຖືວ່າເປັນສິ່ງສໍາຄັນຍິ່ງກວ່າການ ອົບຮົມນິໄສ ທັງບິດາມານດາແລະບຸດຈຶ່ງຕ້ອງສູນເສຍສິ່ງທີ່ດີທີ່ສຸດ ງົດງາມທີ່ສຸດແລະ ຖືກຕ້ອງແທ້ຈິງທີ່ສຸດໃນຊີວິດໄປ ເພື່ອເຫັນແກ່ແຟຊັນ ພວກເຂົາຈຶ່ງຖືກລໍ້ລວງໃຫ້ພາດ ຈາກການກະກຽມໃຫ້ພ້ອມສໍາລັບຊີວິດໃນອະນາຄົດ {MH 291.2}ມແ 294.3

    ສັດຕູແຫ່ງຄວາມດີນັ້ນເອງທີ່ເປັນຜູ້ທີ່ຢູ່ເບື້ອງຫຼັງໃນການສົ່ງເສີມການອອກແບບ ເຄື່ອງແຕ່ງກາຍໃຫ້ມີແຟຊັນໃໝ່ໆ ປ່ຽນແປງຢູ່ຕະຫຼອດເວລາ ບໍ່ມີສິ່ງໃດທີ່ມັນຈະຕ້ອງ ການຫຼາຍໄປກວ່າການລົບຫຼູ່ພຣະກຽດຂອງພຣະເຈົ້າແລະນໍາຄວາມເຊື່ອມໂຊມມາສູ່ ພຣະອົງ ດ້ວຍການສ້າງຄວາມທຸກຍາກແລະຄວາມຫາຍະນະໃຫ້ແກ່ມະນຸດຊາດ ໜຶ່ງໃນ ວິທີການທີ່ຊາຕານໃຫ້ເພື່ອບັນລຸເປົ້າໝາຍຂອງມັນຢ່າງໄດ້ຜົນທີ່ສຸດກໍຄື ການວາງອຸບາຍ ໂດຍໃຊ້ແຟຊັນຂອງເສື້ອຜ້າເຄື່ອງແຕ່ງກາຍຊຶ່ງຈະເຮັດໃຫ້ຮ່າງກາຍອ່ອນແອ ສະໝອງ ເຊື່ອມລົງແລະຈິດວິນຍານຕ້ອງຕົກຕໍ່າ {MH 291.3}ມແ 295.1

    ຜູ້ຍິງຫຼາຍຄົນຕ້ອງປ່ວຍເປັນໂລກຮ້າຍແຮງຕ່າງໆ ແລະຕ້ອງທົນທຸກທໍລະມານ ຍິ່ງຂຶ້ນ ເພາະການແຕ່ງກາຍ ແທນທີ່ຈະຮັກສາຮ່າງກາຍໃຫ້ແຂງແຮງເພື່ອຮັບມືກັບສະ ຖານະການຍາກລໍາບາກທີ່ຈະເກີດຂຶ້ນ ພວກເຂົາກັບປ່ອຍຕົວປ່ອຍໃຈຕາມນິໄສທີ່ຜິດໆ ຫຼາຍຄັ້ງທີ່ເຮັດໃຫ້ເສຍສຸຂະພາບຫຼືແມ່ນແຕ່ກະທັ້ງຊີວິດແລະຖິ້ມມໍລະດົກແຫ່ງຄວາມ ທຸກຍາກໃຫ້ແກ່ລູກໆ ໃນສະພາບຮ່າງກາຍທີ່ເຊື່ອມໂຊມ ນິໄສທີ່ປະຫຼາດແລະມີຄວາມ ຄິດເຫັນຢ່າງຜິດໆ ກ່ຽວກັບຊີວິດ {MH 291.4}ມແ 295.2

    ກະໂປ່ງທີ່ຍາວລາກພື້ນເປັນແຟຊັນຂອງເຄື່ອງແຕ່ງກາຍທີ່ສິ້ນເປືອງແລະອັນຕະລາຍ ຄວາມບໍ່ສະອາດ ບໍ່ສະດວກສະບາຍແລະບໍ່ຖືກສຸຂະລັກສະນະ ທັງໝົດນີ້ແລະ ອື່ນໆອີກຫຼວງຫຼາຍເປັນຄວາມຈິງທີ່ມີຢູ່ໃນເສື້ອຜ້າລັກສະນະນີ້ ຊຶ່ງເຮັດໃຫ້ຕ້ອງເປືອງ ໂດຍບໍ່ຈໍາເປັນ ເນື່ອງຈາກຕ້ອງໃຊ້ເນື້ອຜ້າຫຼາຍຂຶ້ນໃນການຕັດຍິບແລະມີຄວາມລ່າມຢ່າງ ໄຮ້ປະໂຫຍດ ເມື່ອເຮົາເຫັນຜູ້ຍິງທີ່ໃສ່ກະໂປ່ງຍາວລາກພື້ນ ຫອບຫິ້ວຂອງພະລຸງພະລັງ ພະຍາຍາມຈະຂຶ້ນຫຼືລົງບັນໄດຂຶ້ນລົດໂດຍສານປະຈໍາທາງຍ່າງຝ່າຝູງຊົນທີ່ບຽດສຽດກັນ ຍ່າງຕາກຝົນຫຼືຍ່າງໄປຕາມທາງທີ່ມີຂີ້ຕົມປຽກຊື້ນ ຈະຕ້ອງມີຂໍ້ພິສູດອັນໃດອີກແດ່ເຖິງ ຄວາມບໍ່ສະດວກສະບາຍທີ່ຈະຕ້ອງໃສ່ເສື້ອຜ້າປະເພດນີ້ {MH 291.5}ມແ 295.3

    ຜົນເສຍຮ້າຍແຮງຂອງເຄື່ອງແຕ່ງກາຍອີກແບບໜຶ່ງຄືການໃສ່ກະໂປ່ງທີ່ນໍ້າໜັກ ຂອງກະໂປ່ງຖືກແບກຮັບໄວ້ທີ່ສະໂພກ ນໍ້າໜັກທີ່ຫຼາຍນີ້ກົດທັບແລະຖ່ວງອະໄວຍະວະ ພາຍໃນສູ່ດ້ານລຸ່ມ ເຮັດໃຫ້ຊ່ວງທ້ອງອ່ອນແຮງຮູ້ສຶກອິດເມື່ອຍ ເຮັດໃຫ້ຜູ້ໃສ່ຕ້ອງຍ່າງ ຫຼັງກົ່ງຈົນບີບຮັດປອດ ເຮັດໃຫ້ຫາຍໃຈລໍາບາກ {MH 292.1}ມແ 296.1

    ໃນຊ່ວງຫຼາຍປີທີ່ຜ່ານໄປ ໄດ້ມີການນໍາເລື່ອງອັນຕະລາຍອັນເກີດຈາກການໃສ່ ເຄື່ອງແຕ່ງກາຍທີ່ຮັດແອວມາອະທິບາຍກັນຢ່າງກວ້າງຂວາງ ແລະມີໜ້ອຍຄົນທີ່ຈະໄດ້ ຮັບຮູ້ເຖິງເລື່ອງເຫຼົ່ານີ້ ແຕ່ເຖິງຢ່າງນັ້ນ ການແຕ່ງກາຍຕາມແຟຊັນສະໄໝນິຍົມກໍຍັງມີ ອິດທິພົນຢູ່ຫຼາຍຈົນຄວາມຊົ່ວຮ້າຍນີ້ຍັງຄົງດໍາເນີນຕໍ່ໄປ ໂດຍການປະຕິບັດເຊັ່ນນີ້ ບັນ ດາຜູ້ຍິງແລະສາວນ້ອຍກໍາລັງນໍາໄພອັນຕະລາຍທີ່ບໍ່ຮູ້ຕົວມາສູ່ຕົວເອງສິ່ງສໍາຄັນທີ່ຊ່ວຍ ໃຫ້ຮ່າງກາຍມີສຸຂະພາບທີ່ດີກໍຄື ເອິກຈະຕ້ອງມີຊ່ອງວ່າງທີ່ຂະຫຍາຍອອກໄດ້ຢ່າງເຕັມ ທີ່ເພື່ອເຮັດໃຫ້ປອດສາມາດເຮັດວຽກໄດ້ຢ່າງສົມບູນເວລາຫາຍໃຈເຂົ້າ ເມື່ອປອດຖືກ ບີບຢູ່ໃນບ່ອນທີ່ຈໍາກັດ ປະລິມານອອກຊິເຈນທີ່ຈະເຂົ້າໄປໃນປອດກໍໜ້ອຍລົງ ເລືອດ ຈະບໍ່ໄດ້ຮັບການຟອກຢ່າງເຕັມທີ່ ຂອງເສຍແລະສານພິດຊຶ່ງປອດຈະຕ້ອງກໍາຈັດຖິ້ມ ຍັງຄົງເຫຼືອຢູ່ເຊັ່ນເຄີຍ ນອກຈາກນີ້ ການໄຫຼວຽນຂອງເລືອດກໍຈະຖືກຂັດຂວາງແລະ ອະໄວຍະວະພາຍໃນກໍຖືກບີບຮັດແລະບຽດໃຫ້ຢູ່ໃນຕໍາແໜ່ງທີ່ບໍ່ສາມາດຈະປະຕິບັດ ໜ້າທີ່ໄດ້ເທົ່າທີ່ຄວນ {MH 292.2}ມແ 296.2

    ເສື້ອຜ້າທີ່ຮັດຮູບບໍ່ໄດ້ຊ່ວຍໃຫ້ເຮົາມີຮູບຮ່າງທີ່ສວຍງາມຂຶ້ນເລີຍ ພື້ນຖານທີ່ສໍາ ຄັນໃນຄວາມງາມຂອງຮ່າງກາຍກໍຄື ຄວາມເໝາະສົມກົມກືນຂອງສ່ວນຕ່າງໆຂອງຮ່າງ ກາຍ ແບບຢ່າງທີ່ຖືກຕ້ອງຂອງການຈະເລີນໃນຝ່າຍຮ່າງກາຍບໍ່ອາດຫາໄດ້ໃນນາງແບບ ຝຣັ່ງເສດທີ່ກໍາລັງຍ່າງແຟຊັນ ແຕ່ຫາໄດ້ຈາກຮູບຮ່າງຂອງມະນຸດທີ່ຈະເບີນຂຶ້ນຕາມກົດ ແຫ່ງທໍາມະຊາດຂອງພຣະເຈົ້າ ພຣະເຈົ້າຊົງເປັນຜູ້ສັນສ້າງຄວາມງົດງາມທັງປວງ ແລະ ເຮົາສາມາດກ້າວຂຶ້ນສູ່ມາດຕະຖານແຫ່ງຄວາມງາມທີ່ແທ້ຈິງໄດ້ກໍຕໍ່ເມື່ອເຮົາໄດ້ປະຕິບັດ ຕາມແບບຢ່າງອັນດີເລີດຂອງພຣະເຈົ້າເທົ່ານັ້ນ {MH 292.3}ມແ 296.3

    ຄວາມຊົ່ວຮ້າຍອີກລັກສະນະໜຶ່ງຊຶ່ງເຮັດຕາມກັນມາແບບທໍານຽມປະຕິບັດຄື ການຈັດແບ່ງເຄື່ອງນຸ່ງຮົ່ມທີ່ຂາດຄວາມສົມດຸນ ບາງສ່ວນຂອງຮ່າງກາຍກໍໃຊ້ເສື້ອຜ້າຫຼາຍ ເກີນຄວາມຕ້ອງການ ໃນຂະນະທີ່ບາງສ່ວນກັບໃຊ້ໜ້ອຍເກີນໄປ ມືແລະຕີນຊຶ່ງເປັນ ສ່ວນຂອງຮ່າງກາຍທີ່ຢູ່ຫ່າງໄກຈາກອະໄວຍະວະທີ່ສໍາຄັນຄວນຈະມີເຄື່ອງປົກປິດຢ່າງ ພຽງພໍເພື່ອໃຫ້ພົ້ນຈາກຄວາມໜາວເຢັນ ເຮົາຈະມີຮ່າງກາຍທີ່ສົມບູນແຂງແຮງບໍ່ໄດ້ຖ້າ ເຮົາປ່ອຍແຂນຂາໃຫ້ເຢັນຢູ່ເປັນປະຈໍາ ເພາະຖ້າແຂນຂາມີເລືອດຢູ່ໜ້ອຍ ເລືອດກໍຈະໄປ ຄ້າງຢູ່ໃນສ່ວນອື່ນໆຂອງຮ່າງກາຍຫຼາຍເກີນໄປການທີ່ຈະມີສຸຂະພາບທີ່ສົມບູນແຂງແຮງ ໄດ້ນັ້ນ ຕ້ອງການການໄຫຼວຽນເລືອດທີ່ສົມບູນ ແຕ່ເຮົາຈະມີສຸຂະພາບທີ່ດີບໍ່ໄດ້ ຖ້າເຮົາ ໃສ່ເສື້ອຜ້າໜາໆສາມຫຼືສີ່ເທົ່າຫໍ່ຫຸ້ມຮ່າງກາຍຖືກຈຸດທີ່ມີອະໄວຍະວະສໍາຄັນໆຂອງຮ່າງ ກາຍແລ້ວປ່ອຍໃຫ້ມີຕີນເຢັນ ເພາະບໍ່ມີເຄື່ອງປົກປິດທີ່ພຽງພໍ {MH 293.1}ມແ 296.4

    ຜູ້ຍິ່ງຢ່າງຈໍານວນຫຼາຍປ່ວຍເປັນໂລກປະສາດອ່ອນແລະມີຄວາມວິຕົກກັງວົນ ເພາະຮ່າງກາຍຂາດອາກາດບໍລິສຸດທີ່ຈະໄປຟອກເລືອດໃນຮ່າງກາຍໃຫ້ສະອາດ ແລະ ຮ່າງກາຍຂາດການຂະຍັບເໜັງຕີງແລະເຄື່ອນໄຫວທີ່ຈະຊ່ວຍໃຫ້ເລືອດໄດ້ໄຫຼຜ່ານໄປ ຍັງເສັ້ນເລືອດອັນຈະເຮັດໃຫ້ມີຊີວິດ ມີສຸຂະພາບທີ່ດີແລະມີກໍາລັງວັງຊາ ຜູ້ຍິງຫຼາຍຄົນ ຕ້ອງເຈັບອອດໆແອດໆ ຢູ່ຕະຫຼອດເວລາ ທັງທີ່ສາມາດຈະມີຮ່າງກາຍທີ່ແຂງແຮງໄດ້ ແລະຫຼາຍຄົນໄດ້ຕາຍຈາກໄປດ້ວຍໂລກວັນນະໂລກແລະໂລກອື່ນໆ ໃນເມື່ອສາມາດຈະ ມີຊີວິດຢູ່ຢ່າງຍືນຍາວ ຖ້າຫາກໄດ້ແຕ່ງກາຍຕາມຫຼັກການດ້ານສຸຂະພາບແລະໄດ້ອອກ ກໍາລັງກາຍໃນທີ່ກາງແຈ້ງຢ່າງເຕັມທີ່ {MH 293.2}ມແ 297.1

    ໃນການທີ່ເຮົາຈະຮູ້ສຶກໃສ່ເສື້ອຜ້າທີ່ຖືກສຸຂະລັກສະນະທີ່ສຸດນັ້ນເຮົາຕ້ອງສຶກສາ ເຖິງຄວາມຕ້ອງການຂອງອະໄວຍະວະທຸກສ່ວນຂອງຮ່າງກາຍຢ່າງລະອຽດ ເຮົາຈະຕ້ອງ ຄໍານຶງເຖິງລັກສະນະຂອງພູມອາກາດ ສະພາບແວດລ້ອມ ສະພາບຂອງຮ່າງກາຍ ອາຍຸ ແລະອາຊີບທີ່ເຮັດດ້ວຍເຄື່ອງແຕ່ງກາຍທຸກສິ້ນຄວນເປັນເສື້ອຜ້າທີ່ໃສ່ໄດ້ຢ່າງສະບາຍ ບໍ່ ກີດຂວາງການໄຫຼວຽນຂອງເລືອດຫຼືການຫາຍໃຈຢ່າງອິດສະຫຼະເຕັມທີ່ແລະຕາມທໍາມະ ຊາດ ເສື້ອຜ້າທຸກສິ້ນທີ່ໃສ່ຄວນຈະຫຼວມພໍເມື່ອເຮົາຍົກແຂນຂຶ້ນຕົວເສື້ອກໍຈະຍົກຂຶ້ນຕາມ {MH 293.3}ມແ 297.2

    ທ່ານຍິງທີ່ມີສຸຂະພາບຮ່າງກາຍທີ່ອ່ອນແອ ສາມາດຊ່ວຍເຫຼືອຕົນເອງໄດ້ດ້ວຍ ການມີວິຈາລະນະຍານໃນການແຕ່ງກາຍແລະການອອກກໍາລັງກາຍ ເມື່ອແຕ່ງກາຍຢ່າງ ເໝາະສົມສໍາລັບກິດຈະກໍາສົນທະນານອກອາຄານແລ້ວໃຫ້ພວກເຂົາໄດ້ອອກກໍາລັງກາຍ ໃນກາງແຈ້ງ ໃນຊ່ວງທໍາອິດນັ້ນໃຫ້ອອກກໍາລັງແຕ່ນ້ອຍດ້ວຍຄວາມລະມັດລະວັງ ແລ້ວ ຈຶ່ງຄ່ອຍໆເພີ່ມຂຶ້ນເທົ່າທີ່ຮ່າງກາຍຈະສາມາດທົນໄດ້ດ້ວຍການເຮັດເຊັ່ນນີ້ ຫຼາຍຄົນຈະ ສາມາດຟື້ນຄວາມແຂງແຮງແລະສາມາດມີຊີວິດຢູ່ຕໍ່ໄປເພື່ອທີ່ຈະໄດ້ມີສ່ວນຮ່ວມໃນ ກິດຈະກໍາຕ່າງໆ ໃນໂລກນີ້ໄດ້ {MH 293.4}ມແ 297.3