Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການເລືອກອາຫານທີ່ຈະກິນ

    ອາຫານທີ່ເຮົາເລືອກກິນຄວນເປັນອາຫາຊະນິດທີ່ມີສ່ວນປະກອບສໍາຄັນຕ່າງໆ ທີ່ຈໍາເປັນຕໍ່ການເສີມສ້າງຮ່າງກາຍ ໃນການເລືອກນັ້ນ ຄວາມຢາກອາຫານບໍ່ແມ່ນເປັນ ຕົວຊີ້ທີ່ປອດໄພເທົ່າໃດ ນິໄສການກິນທີ່ຜິດໆເຮັດໃຫ້ຄວາມຢາກອາຫານຖືກບິດເບືອນ ຫຼາຍຄັ້ງສາເຫດນີ້ເຮັດໃຫ້ເກີດຄວາມຢາກອາຫານທີ່ບັນທອນສຸຂະພາບ ແທນທີ່ຈະເສີມ ສ້າງກໍາລັງຄວາມແຂງແຮງໃຫ້ແກ່ຮ່າງກາຍ ເຮົາບໍ່ອາດປ່ອຍໃຫ້ທໍານຽມປະຕິບັດຂອງວັງ ຄົມນໍາເຮົາຫຼົງທາງ ໂລກໄພໄຂ້ເຈັບແລະຄວາມທຸກທໍລະມາຍທີ່ມີຢູ່ໃນທົ່ວທຸກຫົນແຫ່ງ ນັ້ນ ສ່ວນໃຫຍ່ລ້ວນແລ້ວແຕ່ເກີດຈາກຄ່ານິຍົມທີ່ຜິດໆ ກ່ຽວກັບອາຫານການກິນ {MH 295.2}ມແ 301.1

    ເພື່ອທີ່ຈະຮູ້ວ່າອາຫານໃດດີທີ່ສຸດເຮົາຕ້ອງສຶກສາແຜນການຕັ້ງແຕ່ເລີ່ມຕົ້ນທີ່ ພຣະເຈົ້າໄດ້ຊົງວາງໄວ້ກ່ຽວກັບອາຫານສໍາລັບມະນຸດ ພຣະອົງຜູ້ຊົງສ້າງມະນຸດແລະຜູ້ຊົງ ເຂົ້າພຣະໄທເຖິງຄວາມຕ້ອງການຂອງເຂົາ ປະທານອາຫານໃຫ້ແກ່ອາດາມໂດຍບອກວ່າ “ເບິ່ງແມ້ ເຮົາໃຫ້ພືດທີ່ມີເມັດທັງໝົດ......ແລະຕົ້ນໄມ້ທຸກຊະນິດທີ່ມີເມັດໃນຜົນຂອງ ມັນແກ່ເຈົ້າເປັນອາຫານເຈົ້າ” ປະຖົມມະການ 1:29 ເມື່ອມະນຸດຕ້ອງອອກຈາກສວນ ເອເດນເພື່ອທໍາມາຫາລ້ຽງຊີບໂດຍອາໄສການເພາະປູກພືດຜົຮ ອັນເປັນຜົນມາຈາກການ ເຮັດຄວາມຜິດບາບນັ້ນ ມະນຸດໄດ້ຮັບອະນຸຍາດໃຫ້ກິນ “ພືດຕ່າງໆ ຂອງທົ່ງນາ” ໂດຍ ປະຖົມມະການ 3:18 {MH 295.3}ມແ 301.2

    ພືດແລະໝາກໄມ້ ຖົ່ວແລະພືດຜັກຊະນິດຕ່າງໆ ເປັນສ່ວນປະກອບຂອງອາຫານ ທີ່ພຣະຜູ້ສ້າງໄດ້ຊົງເລືອກສັນໄວ້ໃຫ້ແກ່ເຮົາ ອາຫານເຫຼົ່ານີ້ ຖ້າປຸງຢ່າງລຽບງ່າຍແລະມີ ສະພາບທີ່ໃກ້ຄຽງກັບທໍາມະຊາດ ຈະມີປະໂຫຍດສໍາລັບບໍາລຸງລ້ຽງຮ່າງກາຍຫຼາຍທີ່ສຸດ ທັງຍັງຊ່ວຍໃຫ້ຮ່າງກາຍເກີດຄວາມແຂງແຮງ ມີຄວາມອົດທົນ ມີສະຕິປັນຍາທີ່ສະຫຼາດ ຊຶ່ງອາຫານທີ່ປຸງຢ່າງວິຈິດຊັບຊ້ອນແລະອາຫານທີ່ມີລິດໃນການກະຕຸ້ນຮ່າງກາຍບໍ່ອາດທີ່ ຈະໃຫ້ຄຸນຄ່າຢ່າງດຽວກັນນີ້ໄດ້ {MH 296.1}ມແ 301.3

    ແຕ່ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍທຸກຊະນິດກໍບໍ່ແມ່ນວ່າຈະມີຄວາມເໝາະ ສົມກັບຄວາມຕ້ອງການຂອງເຮົາໃນທຸກໆສະພາວະ ເຮົາຄວນຈະເລືອກອາຫານທີ່ຈະ ກິນດ້ວຍຄວາມລະມັດລະວັງ ອາຫານການກິນຂອງເຮົາຄວນຈະມີຄວາມເໝາະສົມກັບ ລະດູການ ສະພາບພູມິອາກາດທີ່ເຮົາອາໄສຢູ່ ແລະເໝາະກັບອາຊີບທີ່ເຮົາເຮັດ ອາຫານ ບາງຊະນິດທີ່ເໝາະສໍາລັບລະດູໜຶ່ງຫຼືໃນທ້ອງຖິ່ງທີ່ມີສະພາບອາກາດຢ່າງໜຶ່ງ ອາດບໍ່ ເໝາະສົມສໍາລັບລະດູການໜຶ່ງໃນສະພາບອາກາດອີກຢ່າງໜຶ່ງ ດັ່ງນັ້ນ ຈຶ່ງມີອາຫານຊະ ນິດຕ່າງໆ ທີ່ເໝາະສົມກັບແຕ່ລະອາຊີບ ຫຼາຍຄັ້ງອາຫານທີ່ໃຫ້ປະໂຫຍດແກ່ຜູ້ໃຊ້ແຮງ ງານຫຼາຍ ຍ່ອມບໍ່ເໝາະສໍາລັບຜູ້ທີ່ເຮັດວຽກນັ່ງໂຕະຢູ່ກັບທີ່ ຫຼືບໍ່ທີ່ຕ້ອງເຮັດວຽກໜັກ ໄປທາງຄວາມຄິດແລະສະໝອງ ພຣະເຈົ້າປະທານອາຫານທີ່ເປັນປະໂຫຍດຊະນິດຕ່າງໆ ຢ່າງພຽງພໍໃຫ້ເຮົາ ແລະແຕ່ລະຄົນຄວນເລືອກອາຫານທີ່ເໝາະສົມທີ່ສຸດກັບຄວາມຈໍາ ເປັນຂອງເຂົາດ້ວຍປະສົບການແລະຈິດວິນຍານທີ່ມີສະຕິຂອງເຂົາເອງ {MH 296.2}ມແ 301.4

    ທໍາມະຊາດບັນດານໃຫ້ມີຜົນຜະລິດຂອງໝາກໄມ້ ຖົ່ວ ແລະພືດຊະນິດຕ່າງໆ ຢ່າງລົ້ນເຫຼືອ ໃນແຕ່ລະປີຜະລິດຜົນຈາກທຸກດິນແດນທົ່ວໂລກຖືກກະຈາຍໄປຢ່າງກວ້າງ ໄກຫຼາຍຍິ່ງຂຶ້ນ ໂດຍປະສິດທິພາບຂອງລະບົບການຂົນສົ່ງທີ່ເຕີບໃຫຍ່ຂຶ້ນ ຜົນທີ່ຕາມ ມາກໍຄື ອາຫານຫຼາຍຊະນິດທີ່ເຄີຍຖືກຈັດວ່າເປັນຂອງຟູມເຟືອຍແລະມີລາຄາແພງເມື່ອ ບໍ່ເທົ່າໃດປີກ່ອນ ກັບກາຍເປັນອາຫານທີ່ທຸກຄົນສາມາດຊື້ຫາມາກິນໄດ້ທຸກມື້ ໂດຍສະ ເພາະຢ່າງຍິ່ງອາຫານຈໍາພວກໝາກໄມ້ແຫ້ງແລະໝາກໄມ້ບັນຈຸກະປ໋ອງ {MH 297.1}ມແ 302.1

    ຖົ່ວເຫຼືອງແຂງແລະອາຫານທີ່ເຮັດຈາກຖົ່ວຈໍານວນຫຼາຍກໍາລັງມີການນໍາມາໃຊ້ ແທນເນື້ອສັດຫຼາຍຂຶ້ນເລື້ອຍໆ ໂດຍອາດນໍາຖົ່ວຊະນິດຕ່າງໆມາປຸງຜະສົມກັບພືດ ໝາກ ໄມ້ແລະພືດໃຫ້ຫົວບາງຊະນິດເພື່ອປະກອບເປັນອາຫານທີ່ມີປະໂຫຍດແລະບໍາລຸງຮ່າງກາຍ ຢ່າງໃດກໍຕາມ ຄວນລະມັດລະວັງຢ່າຜະສົມຖົ່ວໃນສັດສ່ວນທີ່ຫຼາຍເກີນໄປ ຜູ້ ທີ່ຮູ້ເຖິງຜົນກະທົບທີ່ບໍ່ພຶງປະສົງອາດສາມາດຂະຈັດບັນຫານີ້ອອກໄປໄດ້ ໂດຍການໃສ່ ໃຈໃນຄໍາເຕືອນນີ້ ເຮົາຄວນຈະຈື່ໄວ້ວ່າຖົ່ວບາງຊະນິດອາດຈະມີຄຸນຄ່າທາງໂພສະນາ ການທີ່ບໍ່ເທົ່າກັນ ເມັດໝາກອັນມອນດ໌ມີຄຸນຄ່າທາງໂພສະນາການຫຼາຍກວ່າຖົ່ວໝາກ ຖົ່ວດິນ ແຕ່ການກິນໝາກຖົ່ວດິນໃນປະລິມານຈໍາກັດຮ່ວມກັບພືດຊະນິດຕ່າງໆ ຈະ ຊ່ວຍບໍາລຸງສຸຂະພາບແລະຍ່ອຍງ່າຍ {MH 298.1}ມແ 302.2

    ເມື່ອຈັດປຸງຕາມວິທີການທີ່ຖືກຕ້ອງ ຜົນໝາກກອກຈະມີຄຸນສົມບັດຄືຖົ່ວເປືອກ ແຂງຊຶ່ງສາມາດຈະນໍາມາໃຊ້ແທນເນີຍແລະເນື້ອສັດໄດ້ ການກິນນໍ້າມັນໝາກກອກໃຫ້ ປະໂຫຍດຫຼາຍກວ່ານໍ້າມັນຫຼືໄຂມັນສັດ ນໍ້າມັນໝາກກອກມີລິດເປັນຢາລະບາຍ ສາ ມາດນໍາມາໃຊ້ປະໂຫຍດໃນຜູ້ທີ່ປ່ວຍເປັນວັນນະໂລກ ແລະ ຮັກສາໂຣກກະເພາະອາ ຫານອັກເສບໄດ້ {MH 298.2}ມແ 302.3

    ຜູ້ທີ່ລຶ້ງເຄີຍກັບອາຫານລົດຈັດແລະມີລິດກະຕຸ້ນຫຼາຍໆ ເປັນຜູ້ທີ່ມີລົດສະນິຍົມ ຜິດທໍາມະຊາດ ແລະເຮັດໃຫ້ພວກເຂົາບໍ່ສາມາດຮູ້ໃນທັນທີເຖິງລົດຊາດຂອງອາຫານທີ່ ທໍາມະດາໆ ແລະລຽບງ່າຍໄດ້ ປະສາດຮັບລົດແລະກະເພາະອາຫານຕ້ອງໃຊ້ເວລາໃນ ການປັບສະພາບຈາກການຖືກໃຊ້ງານຢ່າງໜັກ ສ່ວນຜູ້ທີ່ພາກພຽນກິນແຕ່ອາຫານທີ່ໃຫ້ ປະໂຫຍດຕໍ່ຮ່າງກາຍຈະເຫັນວ່າເມື່ອເວລາຜ່ານໄປຈະຮູ້ສຶກວ່າອາຫານປະເພດນີ້ມີລົດ ຊາດທີ່ໜ້າກິນ ພວກເຂົາຈະມັກກັບລົດຊາດທີ່ແຊບແລະລະອຽດອ່ອນ ແລະຈະກິນ ດ້ວຍຄວາມຮູ້ສຶກເພິ່ງພໍໃຈຫຼາຍກວ່າການກິນອາຫານລາຄາແພງທີ່ບໍ່ມີຄຸນຄ່າຕໍ່ຮ່າງກາຍ ແລະເມື່ອກະເພາະອາຫານຢູ່ໃນສະພາບທີ່ແຂງແຮງບໍ່ຕ້ອງເຮັດວຽກໜັກຈົນເກີນໄປກໍ ພ້ອມຈະປະຕິບັດໜ້າທີ່ຂອງມັນ {MH 298.3}ມແ 303.1

    ເພື່ອຮັກສາສຸຂະພາບທີ່ແຂງແຮງ ຮ່າງກາຍຈຶ່ງຕ້ອງໄດ້ຮັບສານອາຫານທີ່ດີແລະມີ ປະໂຫຍດຢ່າງພຽງພໍ {MH 299.1}ມແ 303.2

    ຖ້າເຮົາຮູ້ຈັກກະກຽມຢ່າງສະຫຼາດ ອາຫານທີ່ບໍາລຸງສຸຂະພາບສາມາດຈັດຫາໄດ້ ເກືອບຈະທົ່ວທຸກທ້ອງຖິ່ນຂອງໂລກຜະລິດຜົນຕ່າງໆ ທີ່ຜ່ານການກຽມມາແລ້ວບໍ່ວ່າຈະ ເປັນເຂົ້າຈ້າວ ເຂົ້າສາລີ ແລະເຂົ້າໂອດ ຮ່ວມທັງຖົ່ວຊະນິດຕ່າງໆ ຖົ່ວລັນເຕົາແລະຖົ່ວ ຝັກຍາວ ຕ່າງຖືກກະຈາຍສົ່ງອອກນອກປະເທດໃນທົ່ວທຸກຫົນແຫ່ງ ອາຫານເຫຼົ່ານີ້ ຮ່ວມກັບໝາກໄມ້ໃນທ້ອງຖິ່ນຫຼືທີ່ນໍາເຂົ້າຈາກຕ່າງປະເທດແລະພືດຜັກຊະນິດຕ່າງໆ ທີ່ປູກໃນແຕ່ລະທ້ອງຖິ່ນ ຈະຊ່ວຍໃຫ້ເຮົາມີໂອກາດເລືອກອາຫານທີ່ມີປະໂຫຍດຄົບ ຖ້ວນໂດຍທີ່ບໍ່ຕ້ອງໃຊ້ເນື້ອສັດ {MH 299.2}ມແ 303.3

    ໃນທ້ອງຖິ່ນໃດທີ່ສາມາດປູກໝາກໄມ້ໄດ້ຫຼາຍໆ ເຮົາຄວນຈັດຕຽມສະບຽງຢ່າງ ພຽງພໍໄວ້ສໍາລັບໃນຊ່ວງລະດູໜາວໂດຍການເກັບຖະໜອມໃນຮູບກະປ໋ອງຫຼືຕາກແຫ້ງ ໝາກໄມ້ໜ່ວຍນ້ອຍໆເຊັ່ນ ອະງຸ່ນ ກູເບີລີ້ ສະຕໍເບີລີ້ ຣາດເບີລີ້ ແລະ ແບຣກເບີລີ້ ສາ ມາດຈະນໍາມາປູກເພື່ອໃຫ້ປະໂຫຍດໄດ້ໃນສະຖານທີ່ຫຼາຍແຫ່ງທີ່ຍັງບໍ່ເຫັນເຖິງປະ ໂຫຍດແລະບໍ່ເອົາໃຈໃສ່ຕໍ່ການປູກໝາກໄມ້ຈໍາພວກນີ້ {MH 299.3}ມແ 303.4

    ສໍາລັບການເກັບຖະໜອມອາຫານຕາມຄົວເຮືອນ ເຮົາຄວນເລືອກໃຊ້ແກ້ວຫຼາຍ ກວ່າກະປ໋ອງແຜ່ນເຫຼັກເທົ່າທີ່ຈະເຮັດໄດ້ ປັດໃຈສໍາຄັນໂດຍສະເພາະຢ່າງຍິ່ງຄື ໝາກໄມ້ ທີ່ຈະນໍາມາເກັບຖະໜອມນັ້ນຄວນຈະຢູ່ໃນສະພາບທີ່ດີ ໃຊ້ນໍ້າຕານໜ້ອຍ ແລະຕົ້ມໃຫ້ ດົນພໍທີ່ຈະເກັບໄວ້ໂດຍທີ່ບໍ່ເນົ່າບູດ ໂດຍວິທີນີ້ ເຮົາກໍຈະສາມາດໃຊ້ແທນໝາກໄມ້ສົດ ໄດ້ເປັນຢ່າງດີ {MH 299.4}ມແ 304.1

    ບ່ອນໃດທີ່ສາມາດຊື້ໝາກໄມ້ແຫ້ງໃນລາຄາພໍສົມຄວນ ເຊັ່ນ ໝາກເກດ ໝາກ ພຸນ ແອບເປີ້ນ ໝາກແພຼ ໝາກພີດ ຫຼືແອບປຣີຄອດ ກໍອາດຈະໃຊ້ໝາກໄມ້ແຫ່ງເຫຼົ່ານີ້ ເປັນລາຍການອາຫານຫຼັກໄດ້ຫຼາຍກວ່າປົກກະຕິ ຊຶ່ງສົ່ງຜົນຢ່າງດີເລີດຕໍ່ສຸຂະພາບແລະ ກໍາລັງຄວາມແຂງແຮງຂອງຮ່າງກາຍຂອງຜູ້ທີ່ເຮັດວຽກໃນທຸກໆສາຂາອາຊີບ {MH 299.5}ມແ 304.2

    ໃນການກິນອາຫານແຕ່ລະມື້ນັ້ນເຮົາບໍ່ຄວນທີ່ຈະມີອາຫານໃຫ້ຫຼາຍຊະນິດ ເພາະ ຈະເຮັດໃຫ້ກິນຫຼາຍຈົນເກີນໄປແລະສົ່ງຜົນໃຫ້ເກີດອາການອາຫານບໍ່ຍ່ອຍຂຶ້ນໄດ້ {MH 299.6}ມແ 304.3

    ເປັນການບໍ່ເໝາະສົມທີ່ຈະກິນໝາກໄມ້ແລະຜັກໃນຄາບດຽວກັນ ຍິ່ງຖ້າລະບົບ ຍ່ອຍອາຫານອ່ອນແອ ການກິນອາຫານທັງສອງຢ່າງໃນເວລາດຽວກັນມັນຈະເຮັດໃຫ້ ເກີດອາການປວດທ້ອງແລະເຮັດໃຫ້ສະໝອງຄິດອັນໃດບໍ່ຄ່ອຍອອກ ເຮົາຄວນກິນ ໝາກໄມ້ໃນຄາບໜຶ່ງແລະຜັກໃນອີກຄາບໜຶ່ງຈະດີກວ່າ {MH 299.7}ມແ 304.4

    ອາຫານຄວນຈະສັບປ່ຽນໃຫ້ແຕກຕ່າງກັນອອກໄປແນ່ບາງຄັ້ງ ເຮົາບໍ່ຄວນກິນອາ ຫານຊະນິດດຽວກັນທີ່ປຸງດ້ວຍວິທີການແບບດຽວກັນຊໍ້າຊາກຈໍາເຈຢູ່ທຸກມື້ ເມື່ອມີອາ ຫານທີ່ຫຼາກຫຼາຍປ່ຽນແປງອອກໄປແນ່ ເຮົາກໍຈະຮູ້ສຶກວ່າອາຫານທີ່ເຮົາກິນນັ້ນມີຄວາມ ແຊບຫຼາຍຍິ່ງຂຶ້ນ ທັງຍັງມີຄຸນຄ່າຕໍ່ຮ່າງກາຍຫຼາຍກວ່າອີກດ້ວຍ {MH 300.1}ມແ 304.5

    Larger font
    Smaller font
    Copy
    Print
    Contents