Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການໃຊ້ນໍ້າເພື່ອການບໍາບັດຮັກສາ

    ນໍ້າບໍລິສຸດເປັນຂອງປະທານອັນປະເສີດປະການໜຶ່ງຈາກສະຫວັນສໍາລັບໃຊ້ໃນ ຍາມປ່ວຍໄຂ້ແລະຍາມສຸກສະບາຍ ການໃຊ້ຢ່າງຖືກຕ້ອງເໝາະສົມຊ່ວຍສົ່ງເສີມສຸຂະພາບ ນໍ້າເປັນເຄື່ອງດື່ມທີ່ພຣະເຈົ້າປະທານໄວ້ເພື່ອລະງັບຄວາມກະຫາຍຂອງມະນຸດ ແລະບັນດາສັດຕ່າງໆ ເມື່ອດື່ມນໍ້າໃນປະລິມານທີ່ຫຼາຍພຽງພໍ ຈະຊ່ວຍທົດແທນສິ່ງທີ່ ຂາດໄປໃນລະບົບຕ່າງໆຂອງຮ່າງກາຍແລະຍັງຊ່ວຍໃຫ້ຮ່າງກາຍສາມາດຕໍ່ຕ້ານໂລກໄພ ໄຂ້ເຈັບອີກດ້ວຍ ສ່ວນການໃຊ້ນໍ້າສໍາລັບພາຍນອກຮ່າງກາຍນັ້ນ ເປັນວິທີການທີ່ງ່າຍທີ່ ສຸດແລະໃຫ້ຜົນທີ່ໜ້າພໍໃຈຫຼາຍທີ່ສຸດໃນການຄວບຄຸມລະບົບການໄຫຼວຽກຂອງໂລຫິດ ການອາບນໍ້າເຢັນຈັດຫຼືການອາບນໍ້າເຢັນເປັນຢາບໍາລຸງທີ່ສຸດຍອດ ສ່ວນການອາບນໍ້າອຸ່ນ ຈະຊ່ວຍໃຫ້ຮູຂຸມຂົນເປີດອອກແລະຊ່ວຍໃນການກໍາຈັດຂອງເສຍ ທັງການອາບນໍ້າອຸ່ນ ຮ່ວມທັງການອາບນໍ້າຮ້ອນສະລັບນໍ້າເຢັນ ແລະຊ່ວຍຜ່ອນຄາຍລະບົບປະສາດແລະປັບ ສົມດຸນໃຫ້ກັບລະບົບການໄຫຼວຽນຂອງໂລຫິດ {MH 237.1}ມແ 236.1

    ແຕ່ຫຼາຍຄົນຍັງບໍ່ໄດ້ຮຽນຮູ້ຈາກປະສົບການເຖິງຄຸນຄ່າຂອງການໃຊ້ນໍ້າຢ່າງຖືກວິທີ ແລະພວກເຂົາຍັງບໍ່ກ້າທີ່ຈະລອງ ການບໍາບັດດ້ວຍນໍ້າຍັງບໍ່ໄດ້ຮັບການຍອມຮັບແລະ ຄິດເຖິງຄຸນຄ່າເທົ່າທີ່ຄວນແລະການທີ່ຈະນໍາວິທີການນີ້ມາໃຊ້ຢ່າງຊໍານານນັ້ນຕ້ອງອາໄສ ການລົງມືປະຕິບັດຊຶ່ງຫຼາຍຄົນບໍ່ສະມັກໃຈທີ່ຈະເຮັດ ແຕ່ຢ່າໃຫ້ມີໃຜກ່າວອ້າງວ່າຕົນ ເອງນັ້ນບໍ່ຮູ້ ບໍ່ມີຄວາມຮູ້ຫຼືບໍ່ເຂົ້າໃສ່ໃຈໃນເລື່ອງນີ ເຮົາສາມາດໃຊ້ນໍ້າໄດ້ໃນຫຼາກຫຼາຍວິ ທີເພື່ອຊ່ວຍໃນການບັນເທົາອາການເຈັບປວດແລະຢັບຢັ້ງໂລກໄພໄຂ້ເຈັບໄດ້ ທຸກຄົນ ຄວນມີຄວາມຮູ້ຄວາມເຂົ້າໃຈໃນເລື່ອງຂອງການໃຊ້ນໍ້າໃນການບໍາບັດຮັກສາຢ່າງງ່າຍໆ ພາຍໃນບ້ານ ໂດຍສະເພາະຜູ້ທີ່ເປັນມານດາຄວນຈະຮູ້ຈັກວິທີການໃນການດູແລແລະ ຮັກສາພະຍາບານສະມາຊິກໃນຄອບຄົວທັງໃນເວລາປົກກະຕິແລະໃນຍາມທີ່ເຈັບປ່ວຍ {MH 237.2}ມແ 236.2

    Larger font
    Smaller font
    Copy
    Print
    Contents