Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 38 ຄວາມສຳຄັນຂອງການສະແຫວງ ຫາຄວາມຮູ້ທີ່ແທ້ຈິງ

    ເຮົາຈຳເປັນຕ້ອງເຂົ້າໃຈປະເດັນເດີມພັນຂອງສົງຄາມຄັ້ງຍິ່ງໃຫຍ່ ທີ່ເຮົາເຂົ້າໄປມີ ສ່ວນຮ່ວມນຳໃຫ້ແຈ່ມແຈ້ງຫຼາຍກວ່າທີ່ເປັນຢູ່ທັງຍັງຈຳເປັນຕ້ອງເຂົ້າໃຈຢ່າງເລິກ ເຊິ່ງ ເຖິງຄຸນຄ່າແຫ່ງຄວາມຈິງໃນພຣະວັດຈະນະຂອງພຣະເຈົ້າ ແລະໄພອັນຕະລາຍທີ່ເຮົາ ຍິນຍອມໃຫ້ຈອມ ມຸສາ ມາບ່ຽງເບນ ຈິດໃຈຂອງເຮົາໄປຈາກພຣະວັດຈະນະຂອງພຣະເຈົ້າ {MH 451.1}ມແ 469.1

    ຄຸນຄ່າທີ່ບໍ່ອາດປະເມີນໄດ້ເຖິງຄວາມເສຍສະລະ ເພື່ອການໄຖ່ບາບຂອງເຮົາ ເຜີຍໃຫ້ເຮົາເຫັນຄວາມຈິງວ່າ ຄວາມຜິດບາບນັ້ນເປັນຄວາມຊົ່ວຮ້າຍຢ່າງມະຫັນ ໂດຍ ຄວາມຜິດບາບອະໄວຍະວະຮ່າງກາຍຂອງມະນຸດຖືກລົບກວນໃຫ້ຜິດປົກກະຕິຈິດໃຈ ຖືກຊັກນຳໃຫ້ໄປໃນທາງຊົ່ວຮ້າຍຈິນຕະນາການຝັກໄຝ່ໃນທາງສຸດຈະລິດ ຄວາມຜິດບາບ ບັ່ນທອນສະຕິປັນຍາ ຝ່າຍຈິດວິນຍານຄວາມຮູ້ສຶກທີ່ຢູ່ພາຍໃນຈິດໃຈ ຂານຮັບການ ທົດລອງທີ່ຄຸກຄາມຈາກພາຍນອກ ດັ່ງນັ້ນເຮົາຈຶ່ງກ້າວໄປສູ່ຄວາມຊົ່ວຮ້າຍໂດຍບໍ່ທັນ ຮູ້ຕົວ {MH 451.2}ມແ 469.2

    ການຊົງພຼິພະຊົນເພື່ອເຮົາທັງຫຼາຍສຳເລັດສົມບູນສັນໃດ ການຊຳລະເຮົາໃກ້ກັບ ບໍລິສຸດ ປາສະຈາກບາບມົນທິນກໍໄດ້ສຳເລັດສົມບູນສັນນັ້ນ ພຣະບັນຍັດ ຂອງພຣະເຈົ້າບໍ່ອາດຍົກໂທດໃຫ້ກັບການກະທຳທີ່ຊົ່ວຮ້າຍ ບໍ່ມີຄວາມອັດສະຕະທຳໃດ ທີ່ຈະຫຼຸດພົ້ນ ຈາກການພິພາກສາລົງໂທດໄດ້ຈະຣິຍະທຳຂອງຂ່າວປະເສີດບໍ່ຍອມຮັບ ໃນມາດຕະຖານອື່ນໃດ ນອກຈາກຄວາມບໍລິບູນດີເລີດທີ່ຢູ່ໃນພຣະລັກສະນະຂອງ ພຣະເຈົ້າຊີວິດ ຂອງພຣະຄຣິດເປັນແບບຢ່າງທີ່ສົມບູນ ພ້ອມຂອງຂໍ້ບັນຍັດຂອງພຣະ ເຈົ້າພຣະອົງຕັດວ່າ: “ເຮົາປະພຶດຕາມພຣະບັນຍັດຂອງພຣະບິດາ” ຊີວິດຂອງພຣະອົງ ເປັນແບບຢ່າງແກ່ເຮົາໃນເລື່ອງຂອງການເຊື່ອຟັງແລະການປະຕິບັດຮັບໃຊ້ພຣະເຈົ້າ ພຣະອົງດຽວເທົ່ານັ້ນທີ່ສາມາດປ່ຽນແປງຈິດໃຈຂອງເຮົາໃໝໍ້ໄດ້ ເພາະວ່າພຣະ ເຈົ້າເປັນຜູ້ຊົງກະທຳກິດຢູ່ພາຍໃນທ່ານໃຫ້ທ່ານມີຈິດໃຈປາຖະໜາທັງໃຫ້ປະພຶດຕາມຊອບ ພຣະໄທຂອງພຣະອົງ” ແຕ່ເຮົາທັງຫຼາຍຕ່າງໄດ້ຮັບພຣະບັນຊາຈາກພຣະອົງວ່າ “ຈົ່ງອຸດສາປະພຶດເພື່ອໃຫ້ໄດ້ຄວາມລອດ” ໂຢຮັນ15:10; ຟີລິບປີ 2: 13,12 {MH 451.3}ມແ 470.1

    Larger font
    Smaller font
    Copy
    Print
    Contents