Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພາກທີ 2 - ພາລະໜ້າທີ່ຂອງແພດ

    ບົດທີ 7 ມະນຸດຮ່ວມງານກັບພຣະ ເຈົ້າໃນການປະຕິບັດພາລະກິດ

    ໃນການປະຕິບັດຮັບໃຊ້ໂດຍການບໍາບັດຮັກສາຜູ້ທີ່ເຈັບປ່ວຍນັ້ນ ແພດຈະຕ້ອງ ເປັນຜູ້ຮ່ວມງານກັບພຣະຄຣິດ ພຣະຜູ້ຊ່ວຍໃຫ້ລອດຊົງໃຫ້ການຢຽວຢາຮັກສາທັງທາງ ຝ່າຍຈິດວິນຍານແລະຝ່າຍຮ່າງກາຍ ພຣະກິດຕິຄຸນປະເສີດທີ່ພຣະອົງຊົງສັ່ງສອນນັ້ນເປັນ ຂ່າວສານຂອງຊີວິດຝ່າຍຈິດວິນຍານແລະເປັນການຟື້ນຟູສະພາບຝ່າຍຮ່າງກາຍໃຫ້ກັບ ຄືນສູ່ຄວາມສົມບູນແຂງແຮງ ການຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບແລະການຮັກ ສາໃຫ້ຫາຍຈາກໂລກໄພນັ້ນເປັນສິ່ງທີ່ເສື່ອມໂຍງກັນ ພຣະເຈົ້າຊົງມອບໝາຍງານດຽວ ກັນນີ້ໃຫ້ແກ່ແພດທີ່ເປັນຄຣິດສະຕຽນໃຫ້ປະຕິບັດໃນໜ້າທີ່ນີ້ ເຂົາຈະຕ້ອງຮ່ວມມືກັບ ພຣະຄຣິດໃນການຮັກສາບັນເທົາຄວາມເຈັບປ່ວຍໃນດ້ານຮ່າງກາຍແລະໃນຝ່າຍຈິດວິນ ຍານຂອງເພື່ອນມະນຸດດ້ວຍກັນ ເຂົາຈະຕ້ອງເປັນທູດຂອງພຣະເຈົ້າທີ່ເຕັມໄປດ້ວຍ ຄວາມເມດຕາກະລຸນາແກ່ຜູ້ທີ່ເຈັບປ່ວຍ ນໍາການຮັກສາມາໃຫ້ແກ່ພວກເຂົາສໍາລັບຮ່າງ ກາຍທີ່ເຈັບປ່ວຍແລະຈິດວິນ ຍານທີ່ປ່ວຍດ້ວຍໂລກແຫ່ງຄວາມບາບ {MH 111.1}ມແ 89.1

    ພຣະຄຣິດຊົງດໍາລົງເປັນຜູ້ນໍາທີ່ແທ້ຈິງຂອງວິຊາຊີບແຫ່ງການແພດໃນຖານະຂອງ ແພດໃຫຍ່ ພຣະອົງຊົງສະຖິດຢູ່ຄຽງຂ້າງກັບແພດທຸກຄົນທີ່ມີຄວາມຢໍາເກງພຣະເຈົ້າໃນ ການເຮັດວຽກເພື່ອຮັກສາບັນເທົາຄວາມທຸກທໍລະມານຂອງມະນຸດ ໃນຂະນະທີ່ແພດໃຊ້ ທໍາມະຊາດບໍາບັດເພື່ອຮັກສາໂຣກທາງກາຍນັ້ນ ເຂົາຄວນຈະຊີ້ໃຫ້ຜູ້ປ່ວຍໄດ້ເຫັນເຖິງ ພຣະອົງຜູ້ຊົງປົດປ່ອຍບັນດາໂລກໄພທາງຈິດວິນຍານແລະທາງຮ່າງກາຍໄດ້ສິ່ງທີ່ແພດສາ ມາດເຮັດໄດ້ເປັນພຽງການໃຫ້ຄວາມຊ່ວຍເຫຼືອເທົ່ານັ້ນ ສ່ວນພຣະຄຣິດຊົງເປັນຜູ້ກະທໍາ ໃຫ້ທຸກສິ່ງສໍາເລັດຜົນ ພວກເຂົາພະຍາຍາມໃຫ້ການຊ່ວຍເຫຼືອດ້ວຍວິທີການທາງທໍາມະ ຊາດບໍາບັດ ແຕ່ພຣະຄຣິດຊົງເປັນຜູ້ຮັກສາໃຫ້ຫາຍ ແພດພະຍາຍາມທີ່ຈະສະຫງວນຮັກສາຊີວິດໄວ້ ແຕ່ພຣະຄຣິດຊົງເປັນຜູ້ປະທານຊີວິດ {MH 111.2}ມແ 89.2