Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຢ້ຽມຢາມຜູ້ປ່ວຍ

    ຄວາມປາຖະໜາທີ່ດີຖືກແນະນໍາຢ່າງຜິດໆ ຄວາມເຂົ້າໃຈຜິດໃນເລື່ອງຂອງມາ ລະຍາດເປັນເຫດນໍາພາໃຫ້ມີຜູ້ເຂົ້າມາຢ້ຽມຢາມຈໍານວນຫຼວງຫຼາຍ ຜູ້ທີ່ກໍາລັງປ່ວຍໜັກ ບໍ່ຄວນໃຫ້ມີຜູ້ເຂົ້າຢ້ຽມຢາມເລີຍ ຄວາມຕື່ນເຕັ້ນທີ່ກ່ຽວເນື່ອງກັບການຮັບຮອງຜູ້ເຂົ້າ ຢ້ຽມຢາມ ສາມາດບັນທອນພາລະກໍາລັງຂອງຜູ້ປ່ວຍໃນເວລາທີ່ເຂົາຕ້ອງການພັກຜ່ອນ ຢ່າງງຽບສະຫງົບແລະບໍ່ຖືກລົບກວນຫຼາຍທີ່ສຸດ {MH 222.1}ມແ 219.1

    ຜູ້ປ່ວຍທີ່ຢູ່ໃນລະຍະພັກຟື້ນຫຼືຜູ້ປ່ວຍທີ່ເຈັບປ່ວຍດ້ວຍໂລກເຮື້ອຮັງ ຈະຮູ້ສຶກ ເປັນສຸກແລະເກີດຜົນດີຕໍ່ຄົນໄຂ້ ເມື່ອຮູ້ວ່າຍັງມີຄົນລະລຶກເຖິງເຂົາດ້ວຍຄວາມຫ່ວງໃຍ ການສະແດງອອກທີ່ສື່ດ້ວຍຂໍ້ຄວາມສະແດງຄວາມເຫັນອົກເຫັນໃຈຫຼືຂອງຝາກຢ້ຽມ ຢາມເລັກໆນ້ອຍໆ ຍ່ອມຈະສົ່ງຜົນດີຫຼາຍກວ່າການໄປຢ້ຽມຢາມດ້ວຍຕົວເອງ ອີກທັງ ຍັງບໍ່ກໍ່ໃຫ້ເກີດໄພອັນຕະລາຍທີ່ຈະມີຜົນເສຍຕໍ່ຄົນໄຂ້ອີກດ້ວຍ {MH 222.2}ມແ 219.2