Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພາກທີ 1 - ໃນດ້ານການແພດທີ່ແທ້ຈິງ

    ບົດທີ່ 1 ແບບຢ່າງຂອງເຮົາ

    ພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາສະເດັດມາໃນໂລກນີ້ໃນຖານະຜູ້ຮັບ ໃຊ້ທີ່ບໍ່ເຫັນແກ່ຄວາມອິດເມື່ອຍເພື່ອສະໜອງຄວາມຕ້ອງການຂອງມະນຸດພຣະອົງຊົງ ແບກຄວາມເຈັບໄຂ້ຂອງພວກເຮົາທັງຫຼາຍແລະຫອບຄວາມເຈັບປວດຂອງເຮົາໄປ ເພື່ອ ຈະຮັບໃຊ້ຕາມຄວາມຕ້ອງການຂອງມະນຸດ ມັດທາຍ 8:17 ພຣະອົງສະເດັດມາເພື່ອກໍາ ຈັດໂລກໄພໄຂ້ເຈັບ ບົດຄວາມທຸກຍາກແລະກໍາຈັດຄວາມຜິດທີ່ທັບຖົມຢູ່ໃນຕົວຂອງ ມະນຸດໃຫ້ໝົດສິ້ນໄປ ກິດຈະການຂອງພຣະອົງຄື ການຊ່ວຍໃຫ້ມະນຸດໄດ້ກັບຄືນສູ່ ຄວາມບໍລິສຸດຊອບທໍາໂດຍບໍລິບູນ ພຣະອົງສະເດັດມາເພື່ອປະທານສຸຂະພາບທີ່ດີ ມີສັນ ຕິສຸກແລະລັກສະນະນິໄສທີ່ສົມບູນແບບໃຫ້ແກ່ມວນມະນຸດ {MH 17.1}ມແ 3.1

    ບັນດາຜູ້ທີ່ເຂົ້າໄປຂໍຄວາມຊ່ວຍເຫຼືອຈາກພຣະອົງ ມີສະພາບແລະຄວາມຕ້ອງ ການ ທີ່ແຕກຕ່າງກັນ ຜູ້ທີ່ມາຫາພຣະອົງບໍ່ມີຈັກຄົນທີ່ຈາກໄປໂດຍບໍ່ໄດ້ຮັບພຣະເມດຕາ ພະລັງແຫ່ງລິດອໍານາດການຮັກສາຫຼັ່ງໄຫຼມາຈາກພຣະອົງ ໄດ້ຢຽວຢາສະພາບທາງກາຍ ຈິດໃຈແລະຈິດວິນຍານຂອງມະນຸດໃຫ້ຫາຍເຊົາຈົນໝົດສິ້ນ {MH 17.2}ມແ 3.2

    ພຣະລາຊະກິດຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ຈໍາກັດຢູ່ກັບເວລາຫຼືສະຖານທີ່ ພຣະ ເມດຕາຂອງພຣະອົງບໍ່ມີສິ່ງໃດຂີດຂັ້ນ ພຣະອົງຊົງປະກອບພຣະລາຊະກິດໃນການຮັກ ສາໂຣກແລະການສັ່ງສອນຢ່າງຫຼວງຫຼາຍຈົນບໍ່ມີອາຄານສິ່ງປຸກສ້າງໃດໆໃນແຜ່ນດິນປາ ເລດສະຕິນກວ້າງໃຫຍ່ພໍທີ່ຈະຮອງຮັບຝູງຊົນທີ່ບຽດເຂົ້າໄປອ້ອມພຣະອົງເທິງເນີນພູ ຂຽວກະຈີແຫ່ງແຄ້ວນກາລິເລ ຕາມເສັ້ນທາງ ສັນຈອນແຄມຝັ່ງທະເລໃນທໍາມະສາລາ ແລະທຸກຫົນທຸກແຫ່ງທີ່ນໍາຄົນປ່ວຍໄປພົບພຣະອົງໄດ້ກາຍເປັນສະຖານທີ່ພະຍາບານສໍາລັບ ຮັກສາຄົນເຈັບປ່ວຍຂອງພຣະເຢຊູ ຕົວເມືອງໃຫຍ່ເມືອງນ້ອຍໝູ່ບ້ານທຸກບ່ອນທີ່ພຣະ ອົງສະເດັດຜ່ານໄປຊົງວາງພຣະຫັດລົງເທິງຄົນທີ່ເຈັບປ່ວຍທໍລະມານແລະຮັກສາພວກ ເຂົາໃຫ້ຫາຍ ບໍ່ວ່າບ່ອນໃດທີ່ມີປະຊາຊົນຕຽມຈິດໃຈພ້ອມຮັບຟັງຂ່າວປະເສີດຂອງພຣະອົງ ຊົງປອບໃຈພວກເຂົາໃຫ້ໝັ້ນໃຈໃນຄວາມຮັກຂອງພຣະບິດາເທິງສະຫວັນພຣະອົງ ຊົງໃຫ້ການບໍາບັດຮັກສາແກ່ຜູ້ທີ່ມາຫາພຣະອົງຕະຫຼອດໝົດມື້ ສ່ວນໃນຕອນແລງພຣະອົງ ຊົງເອົາໃຈໃສ່ດູແລຄົນທີ່ລໍາບາກເຮັດວຽກໜັກຕະຫຼອດວັນ ເພື່ອທີ່ຈະໄດ້ຄ່າຈ້າງພຽງ ເລັກນ້ອຍໄປລ້ຽງຄອບຄົວ {MH17.3}ມແ 4.1

    ພຣະເຢຊູຊົງແບກຄວາມຮັບຜິດຊອບອັນໜັກໜ່ວງເພື່ອຄວາມລອດຂອງມວນມະນຸດ ພຣະອົງຊົງຮັບຮູ້ດີວ່າ ຫາກມະນຸດບໍ່ປ່ຽນແປງຫຼັກການແລະຄວາມມຸ້ງໝາຍໃນຊີວິດ ຢ່າງຈິງຈັງແລ້ວ ຄົນທັງໂລກຈະສູນຫາຍ ນີ້ຄືຄວາມທຸກທີ່ຢູ່ໃນພຣະໄທຂອງພຣະອົງ ບໍ່ມີຜູ້ໃດຮູ້ເລິກເຊິ່ງເຖິງພາລະໜັກທີ່ທັບຖົມຢູ່ນີ້ ຕັ້ງແຕ່ຊົງພຣະເຍົາ ໃນໄວໜຸ່ມຈົນ ກະທັ້ງເຕີບໃຫຍ່ ພຣະອົງຊົງດໍາເນີນຊີວິດຕາມລໍາພັງ ເຖິງຢ່າງນັ້ນ ສະຫວັນມາຢູ່ໜ້າພຣະ ພັກຂອງພຣະອົງ ວັນແລ້ວວັນເລົ່າທີ່ພຣະອົງຕ້ອງຊົງປະສົບກັບຄວາມທຸກຍາກແລະການ ຖືກທົດລອງ ວັນແລ້ວວັນເລົ່າທີ່ພຣະອົງຕ້ອງສໍາຜັດກັບຄວາມຊົ່ວຮ້າຍແລະເຫັນເຖິງລິດ ອໍານາດຄອບງໍາຂອງມັນທີ່ຢູ່ເໜືອຄົນທັງຫຼາຍທີ່ພຣະອົງຊົງສະແຫວງຫາ ເພື່ອອໍານວຍພອນ ແລະຊ່ວຍໃຫ້ລອດພົ້ນ ເຖິງຢ່າງນັ້ນກໍຕາມ ພຣະອົງບໍ່ເຄີຍຄິດລົ້ມເລີກຫຼືທໍ້ຖອຍເລີຍ {MH18.1}ມແ 4.2

    ຄວາມປາຖະໜາທຸກຢ່າງຂອງພຣະອົງ ຊົງລະງັບໄວ້ຢູ່ພາຍໃຕ້ພຣະລາຊະກິດ ຂອງພຣະອົງຢ່າງເຄັ່ງຄັດ ພຣະເຢຊູຊົງໃຫ້ກຽດແກ່ຊີວິດຂອງພຣະອົງດ້ວຍການປະຕິ ບັດທຸກສິ່ງພາຍໃຕ້ພຣະປະສົງຂອງພຣະບິດາຂອງພຣະອົງ ຕອນເມື່ອພຣະອົງຊົງເຍົາໄວ ມານດາຂອງພຣະອົງໄດ້ນໍາຫາ ເຫັນພຣະອົງຢູ່ໃນໂຮງຮຽນຂອງພວກອາຈານ(ຮັບບີ) ແລະນາງກ່າວວ່າ ລູກເອີຍ ເປັນຫຍັງຈຶ່ງເຮັດກັບເຮົາຢ່າງນີ້? ພຣະອົງຊົງຕອບວ່າ: ພໍ່ກັບ ແມ່ຕາມຫາລູກເຮັດຫຍັງ? ພໍ່ກັບແມ່ບໍ່ຮູ້ຫຼືບໍ່ວ່າ ລູກຕ້ອງຢູ່ໃນພຣະເນດຂອງພຣະບິດາ? ລູກາ 2: 48, 49 ຄໍາຕອບຂອງພຣະອົງນີ້ເອງໄດ້ສະແດງເຖິງຫົວໃຈສໍາຄັນຂອງລາຊະກິດ ໃນຊີວິດຂອງພຣະອົງ {MH 19.1}ມແ 4.3

    ຊີວິດຂອງພຣະອົງເປັນຊີວິດແຫ່ງການເສຍສະລະເພື່ອຜູ້ອື່ນ ພຣະອົງບໍ່ມີບ້ານ ເມືອງໃນໂລກນີ້ ນອກຈາກໄດ້ຮັບຄວາມເອື້ອເຟື້ອຈາກມິດສະຫາຍທີ່ຕຽມໄວ້ສໍາລັບ ພຣະອົງໄດ້ພັກພິງເໝືອນຄົນພະເນຈອນ ພຣະອົງສະເດັດມາເພື່ອໃຊ້ຊີວິດເໝືອນສາມັນ ຊົນຜູ້ຍາກໄຮ້ທີ່ສຸດ ຊົງດໍາເນີນຊີວິດຮ່ວມກັບຄົນທີ່ຂັດສົນແລະທຸກຍາກເພື່ອເຫັນແກ່ເຮົາ ຊົງດໍາເນີນຊີວິດຢູ່ທ່າມກາງປະຊາຊົນທີ່ພຣະອົງໄດ້ຊົງກະທໍາໄວ້ຢ່າງຫຼວງຫຼາຍ ເຖິງຢ່າງນັ້ນ ຄົນເຫຼົ່ານັ້ນກັບບໍ່ຮູ້ຊຶ້ງເຖິງຄຸນຄ່າຫຼືຖະຫວາຍພຣະກຽດແດ່ພຣະອົງ {MH 18.3}ມແ 5.1

    ພຣະອົງຊົງອົດທົນແລະມີພຣະໄທຊື່ນບານຢູ່ສະເໝີ ແລະຜູ້ທີ່ຕົກຢູ່ໃນຄວາມ ທຸກຍາກຕ່າງກໍສັນເສີນພຣະອົງວ່າເປັນຜູ້ນໍາຄວາມຫວັງແຫ່ງຊີວິດແລະສັນຕິສຸກມາໃຫ້ ພຣະອົງຊົງທອດພຣະເນດເຫັນເຖິງຄວາມຕ້ອງການຂອງບັນດາຊາຍຍິງ ເດັກ ແລະຄົນ ໜຸ່ມສາວ ພຣະອົງຊົງປະທານຄໍາເຊີນແກ່ທຸກຄົນວ່າ ເຊີນມາຫາເຮົາ {MH 19.3}ມແ 5.2

    ຕະຫຼອດຊີວິດຂອງການຮັບໃຊ້ຂອງພຣະອົງ ພຣະເຢຊູໄດ້ຊົງອຸທິດເວລາຮັກສາ ຄົນເຈັບຫຼາຍກວ່າການເທສະໜາສັ່ງສອນ ການທໍາການອັດສະຈັນເປັນພະຍານວ່າພຣະ ດໍາລັດຂອງພຣະອົງເປັນຄວາມຈິງ ພຣະອົງສະເດັດມາບໍ່ແມ່ນມາເພື່ອທໍາລາຍແຕ່ມາເພື່ອ ຊ່ວຍໃຫ້ລອດພົ້ນບໍ່ວ່າພຣະອົງຈະສະເດັດໄປໃນແຫ່ງຫົນໃດຂ່າວແຫ່ງພຣະຄຸນຂອງພຣະອົງກໍຈະຖືກປ່າວຮ້ອງລ່ວງໜ້າຕາມສະຖານທີ່ພຣະອົງສະເດັດຜ່ານໄປ ຜູ້ທີ່ໄດ້ຮັບຄວາມ ເມດຕາຈາກພຣະອົງຕ່າງຊື່ນຊົມຍິນດີທີ່ສຸຂະພາບກັບມາສົມບູນແຂງແຮງ ໄດ້ທົດສອບ ກໍາລັງວັງຊາທີ່ໄດ້ຮັບມາໃໝ່ ຜູ້ຄົນຈໍານວນຫຼວງຫຼາຍຕ່າງເຂົ້າໄປອ້ອມລ້ອມຄົນເຫຼົ່ານັ້ນ ເພື່ອຈະຟັງຄໍາເວົ້າຈາກປາກຂອງເຂົາເລື່ອງພາລະກິດທີ່ພຣະອົງພຣະຜູ້ເປັນເຈົ້າໄດ້ຊົງກະທໍາ ຫຼາຍໆຄົນໄດ້ຍິນສຽງຂອງພຣະອົງເປັນຄັ້ງທໍາອິດ ພວກເຂົາກ່າວເຖິງພຣະນາມຂອງພຣະອົງ ເປັນຄໍາທໍາອິດທີ່ເຂົາໄດ້ເຫັນ ເຫດໃດພວກເຂົາຈະບໍ່ຮັກພຣະເຢຊູແລະສັນ ລະເສີນພຣະອົງລະ ໃນຂະນະທີ່ພຣະອົງສະເດັດຜ່ານໄປຕາມຫົວເມືອງນ້ອຍໃຫຍ່ນັ້ນ ຊົງປຽບສະເໝືອນທານທິບທີ່ໄດ້ໄຫຼລິນນໍາຊີວິດແລະຄວາມປິຕິຍິນດີແຜ່ກະຈາຍໄປ.ມແ 5.3

    ແຄວ້ນເສບູລຸນ ແລະແຄວ້ນນັບທາລີ
    ທີ່ຢູ່ຫ່າງໄປຫາທະເລແລະຝັ່ງແມ່ນໍ້າຈໍແດນຂ້າງນັ້ນ
    ກາລີລີຂອງພວກຕ່າງຊາດ
    ປະຊາຊົນຜູ້ນັ່ງຢູ່ໃນຄວາມມືດ
    ໄດ້ເຫັນຄວາມສະຫວ່າງຍິ່ງໃຫຍ່
    ແລະຜູ້ທີ່ນັ່ງຢູ່ໃນແດນແລະເງົາແຫ່ງຄວາມຕາຍ
    ກໍມີຄວາມສະຫວ່າງຂຶ້ນສ່ອງເຖິງເຂົາແລ້ວ
    ມແ 6.1

    ມັດທາຍ 4:15,16 {MH 19.4}

    ພຣະຜູ້ຊ່ວຍໃຫ້ລອດຊົງປະຕິບັດລາຊະກິດເພື່ອຮັກສາໂຣກທຸກຄັ້ງນັ້ນ ພຣະອົງ ຊົງໃຊ້ໂອກາດນີ້ປູກຝັງຫຼັກການຂອງພຣະເຈົ້າໃຫ້ຊືມຊັບເຂົ້າສູ່ຈິດໃຈແລະຈິດວິນຍານ ສິ່ງນີ້ຄືຈຸດມຸ້ງໝາຍລາຊະກິດຂອງພຣະອົງ ພຣະອົງຊົງປະທານພອນໃຫ້ແກ່ໂລກເພື່ອ ຈະສາມາດໂນ້ມນ້າວຈິດໃຈຂອງມະນຸດໃຫ້ຍອມຮັບເອົາຂ່າວປະເສີດແຫ່ງພຣະຄຸນຂອງ ພຣະອົງ {MH 20.1}ມແ 6.2

    ພຣະຄຣິດຊົງໜ້າຈະໄດ້ຮັບຕໍາແໜ່ງສູງທີ່ສຸດໃນໝູ່ອາຈານຊາວຢິວ ແຕ່ພຣະອົງ ຊົງພໍພຣະໄທນໍາຂ່າວປະເສີດໄປເຜີຍແຜ່ແກ່ຄົນທຸກຍາກຫຼາຍກວ່າ ຈຶ່ງສະເດັດລ້ອນເລ້ ໄປຕາມທີ່ຕ່າງໆ ເພື່ອປະຊາຊົນທີ່ຢູ່ຕາມຫົນທາງສັນຈອນນ້ອຍໃຫຍ່ຈະໄດ້ຍິນພຣະວັດ ຈະນະແຫ່ງຄວາມຈິງ ແຄມຝັ່ງທະເລເທິງເນີນພູ ຕາມຖະໜົນຫົນທາງໃນເມືອງ ໃນທໍາ ມະສາລາ ຈະໄດ້ຍິນພຣະສຸລະສຽງຂອງພຣະອົງອະທິບາຍພຣະຄໍາພີ ຫຼາຍຄັ້ງທີ່ພຣະອົງ ຊົງສັ່ງສອນຢູ່ໃນລານວິຫານຊັ້ນນອກ ເພື່ອຄົນຕ່າງຊາດຈະໄດ້ຟັງພຣະດໍາລັດຂອງພຣະອົງ {MH 20.2}ມແ 6.3

    ຄໍາສັ່ງສອນຂອງພຣະຄຣິດດຶງດູດຄວາມສົນໃຈຈາກປະຊາຊົນ ແຕກຕ່າງຈາກ ການອະທິບາຍ ພຣະຄໍາພີຂອງພວກທໍາມະຈາກແລະຟາລີຊາຍ ພວກຮັບບີ້ຕ່າງໝົກໝົ້ນ ຢູ່ກັບຂະໜົບທໍານຽມປະເພນີຄວາມເຫັນຂອງມະນຸດ ບັນຍັດແລະກົດເກນຕ່າງໆ ຫຼາຍ ຄັ້ງທີ່ພວກເຂົານໍາເອົາຄໍາສອນມະນຸດຊຶ່ງຂຽນເຖິງເລື່ອງລາວຂອງພຣະຄໍາພີມາໃຊ້ແທນຂໍ້ ຄວາມໃນພຣະຄໍາພີ ໃຈຄວາມໃນຄໍາສອນຂອງພຣະຄໍາພີເປັນພຣະວັດຈະນະຂອງພຣະເຈົ້າ ພຣະອົງບອກສອນແກ່ຄົນທີ່ຊັກຖາມດ້ວຍຄໍາຕອບທີ່ຊັດເຈນວ່າ ມີພຣະຄໍາພີຂຽນໄວ້ວ່າ ພຣະຄໍາພີວ່າຢ່າງໃດ? ທ່ານໄດ້ອ່ານເຂົ້າໃຈຢ່າງໃດ? ໃນທຸກໂອກາດເມື່ອມິດ ຫຼືສັດຕູປຸກໃຫ້ເກີດຄວາມສົນໃຈ ພຣະອົງຊົງໃຊ້ພຣະວັດຈະນະຂອງພຣະເຈົ້າອະທິ ບາຍໃຫ້ເກີດຄວາມເຂົ້າໃຈຂ່າວປະເສີດຢ່າງຈະແຈ້ງດ້ວຍພະລັງອໍານາດ ພຣະດໍາລັດຂອງ ພຣະອົງປຽບດັ່ງແສງທີ່ເຈີດຈ້າສາຍສ່ອງເຮັດໃຫ້ມະນຸດໄດ້ປະຈັກຄໍາສັ່ງສອນຂອງບັນພະຊົນ ແລະຜູ້ເຜີຍພຣະວັດຈະນະ ເປີດເຜີຍໃຫ້ເຫັນຄວາມໝາຍໃນພຣະຄໍາພີແບບໃໝ່ ທີ່ຜູ້ຟັງພຣະວັດຈະນະຂອງພຣະເຈົ້າຕ່າງເກີດຄວາມເຂົ້າໃຈເລິກເຊິ່ງຢ່າງທີ່ບໍ່ເຄີຍເປັນມາກ່ອນ {MH 21.1}ມແ 6.4

    ບໍ່ເຄີຍມີຜູ້ເຜີຍແຜ່ສາສະໜາຄົນໃດທີ່ເປັນຄືດັ່ງພຣະຄຣິດ ພຣະອົງຊົງເປັນຜູ້ຊົງ ມີລິດອໍານາດແຫ່ງສະຫວັນ ແຕ່ໄດ້ຖ່ອມພຣະອົງລົງມາຮັບສະພາບເປັນມະນຸດ ເພື່ອຈະ ເຂົ້າເຖິງສະພາບຂອງມະນຸດຢ່າງທີ່ເຂົາເປັນຢູ່ ພຣະຄຣິດຜູ້ດໍາລົງເປັນທູດແຫ່ງພັນທະສັນຍາ ພຣະອົງນໍາຂ່າວແຫ່ງຄວາມລອດມາປະກາດແກ່ຄົນທັງປວງ ທັງຄົນຮັ່ງມີແລະຄົນຍາກຈົນ ທັງນາຍແລະທາດ ກິດຕິສັບຂອງພຣະອົງໃນຖານະແພດຜູ້ປະເສີດໄດ້ດົ່ງດັ່ງ ໄປທົ່ວເຂດແດນປາເລດສະໄຕ ຄົນເຈັບຄົນປ່ວຍພາກັນໄປຍັງສະຖານທີ່ຕາມເສັ້ນທາງ ທີ່ພຣະອົງສະເດັດຜ່ານ ເພື່ອທູນຂໍໃຫ້ພຣະອົງຊ່ວຍເຫຼືອພວກເຂົາຂະນະດຽວກັນຕາມ ສະຖານທີ່ເຫຼົ່ານັ້ນ ມີຜູ້ຄົນຈໍານວນຫຼວງຫຼາຍທີ່ກະຫາຍຢາກຟັງພຣະດໍາລັດຂອງພຣະອົງ ແລະເພື່ອຈະໃຫ້ພຣະຫັດຂອງພຣະອົງສໍາຜັດພວກເຂົາ ດ້ວຍເຫດນີ້ກະສັດຜູ້ຊົງສະຫງ່າ ລາສີຜູ້ສວມເສື້ອຜ້າອັນຕໍ່າຕ້ອຍຄືຄົນທົ່ວໄປ ສະເດັດໄປຕາມຕົວເມືອງນ້ອຍໃຫຍ່ເພື່ອ ຈະເທສະໜາສັ່ງສອນຂ່າວດີອັນປະເສີດແລະຮັກສາຄົນເຈັບປ່ວຍໃຫ້ຫາຍ {MH22.1}ມແ 7.1

    ພຣະອົງສະເດັດໄປງານລ້ຽງສະຫຼອງປະຈໍາປີຂອງຊາດ ໃນຂະນະທີ່ຝູງຊົນຈົດຈໍ ຢູ່ກັບພິທີກໍາພາຍນອກນັ້ນ ພຣະອົງໄດ້ຕັດເຖິງສິ່ງທີ່ຢູ່ຝ່າຍສະຫວັນແລະຊີ້ໃຫ້ພວກເຂົາ ເຫັນເຖິງສິ່ງທີ່ເປັນນິລັນດອນ ພຣະອົງຊົງນໍາຊັບສົມບັດຈາກຄັງແຫ່ງສະຕິປັນຍາມາ ມອບໃຫ້ແກ່ຄົນທັງຫຼາຍ ເວົ້າກັບພວກເຂົາດ້ວຍພາສາງ່າຍໆ ເຂົ້າໃຈຢ່າງຈະແຈ້ງຊົງຊ່ວຍ ເຫຼືອຜູ້ທີ່ທຸກໃຈແລະໂສກເສົ້າດ້ວຍວິທີສະເພາະຂອງພຣະອົງ ຮັບໃຊ້ຈິດວິນຍານທີ່ເຈັບ ປ່ວຍດ້ວຍໂລກແຫ່ງຄວາມບາບ ທັງຊົງຮັກສາເສີມຄວາມເຂັ້ມແຂງດ້ວຍພຣະກາລຸນາ ແລະເອື້ອເຟື້ອ {MH 22.2}ມແ 7.2

    ພຣະອົງຊົງສະແຫວງຫາທາງເຂົ້າເຖິງຜູ້ຄົນໂດຍການເຊື່ອມໂຍງເຂົ້າກັບສິ່ງໃກ້ຕົວ ທີ່ເຂົ້າຄຸ້ນເຄີຍຫຼາຍທີ່ສຸດ ພຣະອົງຊົງອະທິບາຍເຖິງຄວາມຈິງ ດ້ວຍວິທີການທີ່ຈະເຮັດ ໃຫ້ຜູ້ທີ່ໄດ້ຍິນ ສາມາດນໍາຄວາມຈິງທີ່ປະສານກັບຄວາມຊົງຈໍາແລະຄວາມເຫັນພ້ອມມາ ທົບທວນໃໝ່ພາຍຫຼັງໄດ້ອີກ ພຣະອົງຊົງສັ່ງສອນດ້ວຍວິທີທີ່ເຮັດໃຫ້ພວກເຂົາໄດ້ສໍາຜັດ ເຖິງພັນທະຂອງພຣະອົງທີ່ເປັນປະໂຫຍດແລະຄວາມສຸກຂອງພວກເຂົານັ້ນວ່າມີຢູ່ຢ່າງ ເຕັມປ່ຽມ ຄໍາສັ່ງສອນຂອງພຣະອົງຖືກຈຸດ ອຸທາຫອນທີ່ພຣະອົງຊົງຍົກມາສະແດງກໍ ເໝາະສົມຢ່າງຍິ່ງ ພຣະດໍາລັດຂອງພຣະອົງເຕັມໄປດ້ວຍຄວາມເມດຕາແລະຄວາມຊື່ນບານ ເຮັດໃຫ້ຜູ້ທີ່ໄດ້ຍິນຕ່າງກໍປະທັບໃຈ ຄວາມລຽບງ່າຍແລະຄວາມຈິງໃຈທີ່ພຣະອົງ ຊົງສອນກັບຄົນຍາກຈົນ ເຮັດໃຫ້ທຸກຖ້ອຍຄໍານັ້ນຄົງໄວ້ຊຶ່ງຄວາມສັກສິດ {MH 23.1}ມແ 8.1

    ພຣະລາຊະກິດຕະຫຼອດເຖິງຊີວິດຂອງພຣະອົງມີຢູ່ນານັບປະການ ແຕ່ລະມື້ຈະ ເຫັນພຣະອົງສະເດັດໄປຍັງບ້ານເຮືອນທີ່ຕໍ່າຕ້ອຍຂອງຄົນຍາກຈົນແລະຜູ້ມີຄວາມທຸກ ຊົງສອນຖ້ອຍຄໍາແຫ່ງຄວາມຫວັງໃຫ້ແກ່ຜູ້ທີ່ທໍ້ຖອຍໝົດກໍາລັງໃຈ ປະທານສັນຕິສຸກ ແກ່ຄົນທີ່ຕົກທຸກໄດ້ຍາກ ດ້ວຍພຣະເມດຕາ ດ້ວຍພຣະໄທທີ່ອ່ອນໂຍນແລະເຕັມໄປ ດ້ວຍຄວາມສົງສານ ພຣະອົງສະເດັດໄປຕາມທີ່ຕ່າງໆ ເພື່ອຍົກຜູ້ທີ່ຖືກກົດຂີ່ຂຶ້ນແລະ ປອບໃຈຄົນທີ່ໂສກເສົ້າ ບໍ່ວ່າບ່ອນໃດທີ່ພຣະອົງສະເດັດໄປຊົງນໍາພຣະພອນໄປນໍາສະເໝີ {MH 24.1}ມແ 8.2

    ຂະນະທີ່ພຣະເຢຊູຊົງຮັບໃຊ້ຄົນຍາກຈົນນັ້ນ ພຣະອົງຊົງສຶກສາຫາວິທີເຂົ້າເຖິງ ຄົນຮັ່ງມີໄປນໍາ ພຣະອົງຊົງສະແຫວງຫາທາງຜູກມິດກັບຄົນຟາລີຊາຍຜູ້ຮັ່ງມີແລະມີ ຄວາມຮູ້ສູງ ຂຸນນາງຊາວຢິວແລະຜູ້ປົກຄອງຊາວໂຣມັນ ພຣະອົງຊົງຕອບຮັບຄໍາເຊີນ ແລະສະເດັດໄປຮ່ວມງານລ້ຽງຊົງທໍາຄວາມຄຸ້ນເຄີຍດ້ວຍການສົນພຣະໄທໃນຄວາມສົນ ໃຈແລະການງານຂອງພວກເຂົາ ເພື່ອທີ່ຈະເຂົ້າເຖິງຈິດໃຈຂອງຄົນເຫຼົ່ານັ້ນແລະເຜີຍໃຫ້ ເຫັນເຖິງຊັບສົມບັດທີ່ຈະດໍາລົງຢູ່ຕະຫຼອດນິລັນດອນ {MH 24.2}ມແ 8.3

    ພຣະຄຣິດສະເດັດເຂົ້າມາໃນໂລກເພື່ອສະແດງໃຫ້ເຫັນວ່າ ມະນຸດສາມາດດໍາເນີນ ຊີວິດທີ່ບໍລິສຸດຊອບທໍາໄດ້ເພື່ອຮັບສິດທິອໍານາດຈາກເບື້ອງເທິງ ພຣະອົງຊົງເພີ່ມເຕີມສິ່ງ ທີ່ຈໍາເປັນໃຫ້ແກ່ຄົນຂັດສົນ ດ້ວຍພຣະໄທອົດທົນ ບໍ່ທໍ້ຖອຍແລະຊ່ວຍເຫຼືອດ້ວຍພຣະ ເມດຕາ ພຣະອົງຊົງຂະຈັດຄວາມວຸ້ນວາຍໃຈແລະຄວາມລະແວງສົງໃສອອກໄປຈາກຈິດ ໃຈດ້ວຍສໍາຜັດແຫ່ງພຣະຄຸນອັນອ່ອນໂຍນຊົງປ່ຽນຄວາມເປັນສັດຕູໃຫ້ກາຍເປັນຄວາມຮັກ ແລະຄວາມບໍ່ເຊື່ອໃຫ້ກາຍເປັນຄວາມໄວ້ວາງໃຈ {MH 25.1}ມແ 8.4

    ພຣະອົງຊົງຕັດກັບຜູ້ທີ່ພຣະອົງຊົງພໍພຣະໄທວ່າ ຈົ່ງຕາມເຮົາມາ ຈາກນັ້ນຄົນທີ່ ພຣະອົງຊົງກ່າວເຖິງກໍລຸກຂຶ້ນແລະຕິດຕາມພຣະອົງໄປ ຄວາມລຸ້ມຫຼົງໃນໂລກທີ່ເຄີຍ ຄອບງໍາຢູ່ກໍຈາງຫາຍໄປເມື່ອພວກເຂົາໄດ້ຍິນພຣະສຸລະສຽງຂອງພຣະອົງ ວິນຍານແຫ່ງ ຄວາມໂລບແລະຄວາມທະເຍີທະຍານກໍໜີໄປຈາກຈິດໃຈ ແລະຄົນເຫຼົ່ານັ້ນກໍໄດ້ຮັບ ການປົດປ່ອຍຈາກພັນທະນາການຈຶ່ງລຸກຂຶ້ນແລະຕິດຕາມພຣະຜູ້ຊ່ວຍໃຫ້ລອດໄປ {MH25.2}ມແ 9.1

    Larger font
    Smaller font
    Copy
    Print
    Contents