Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການສາລະພາບຄວາມຜິດບາບ

    ຄົນທັງຫຼາຍທີ່ປາຖະໜາຈະຫາຍຈາກໂລກແລະມີສຸຂະພາບທີ່ດີດ້ວຍການອະ ທິຖານນັ້ນ ຈະຕ້ອງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງວ່າການລ່ວງລະເມີດຕໍ່ບົດບັນຍັດ ຂອງພຣະເຈົ້າທັງຝ່າຍຮ່າງກາຍແລະຈິດວິນຍານນັ້ນເປັນຄວາມຜິດບາບ ແລະເພື່ອທີ່ຈະ ຮັບພຣະພອນຂອງພຣະອົງ ພວກເຂົາຕ້ອງສາລະພາບຄວາມຜິດບາບແລະປະຖິ້ມຄວາມ ຜິດບາບເຫຼົ່ານັ້ນເສຍກ່ອນ {MH 228.1}ມແ 226.2

    ພຣະຄໍາພີໄດ້ກ່າວແກ່ເຮົາວ່າ “ທ່ານທັງຫຼາຍຈົ່ງສາລະພາບບາບຕໍ່ກັນແລະກັນ ແລະຈົ່ງອະທິຖານເພື່ອກັນແລະກັນ ເພື່ອທ່ານທັງຫຼາຍຈະພົ້ນໂລກໄພ” ຢາກອບ 5:16 ສໍາລັບຜູ້ທີ່ຂໍໃຫ້ຄົນອື່ນໆອະທິຖານເພື່ອໃຫ້ເຂົາຫາຍຈາກໂລກໃຫ້ສະເໜີຂໍ້ຄິດແກ່ເຂົາ ແບບນີ້ວ່າ “ເຮົາບໍ່ອາດທີ່ຈະອ່ານຈິດໃຈຫຼືຮູ້ເລື່ອງລັບໆທີ່ມີຢູ່ໃນຊີວິດຂອງທ່ານໄດ້ ສິ່ງ ເຫຼົ່ານີ້ຕົວຂອງທ່ານເອງແລະພຣະເຈົ້າເທົ່ານັ້ນທີ່ຊົງຮູ້ ຫາກທ່ານຈະກັບໃຈເສຍໃໝ່ຈາກ ຄວາມຜິດບາບຂອງທ່ານກໍເປັນໜ້າທີ່ຂອງທ່ານເອງທີ່ຈະສາລະພາບເຖິງບາບເຫຼົ່ານັ້ນ ເຮົາຕ້ອງທູນສາລະພາບຕໍ່ພຣະຄຣິດເຖິງຄວາມຜິດບາບອັນເປັນການລັບທີ່ເຮົາໄດ້ເຮັດ ພຣະອົງພຽງຜູ້ດຽວທີ່ຊົງເປັນຄົນກາງເຊື່ອມລະຫວ່າງພຣະເຈົ້າກັບມະນຸດ ເພາະ “ຖ້າຜູ້ ໃດເຮັດບາບ ເຮົາກໍມີພຣະອົງຜູ້ທູນຂໍພຣະບິດາເພື່ອ ເຮົາຄືພຣະເຢຊູຄຣິດຜູ້ຊົງທ່ຽງທໍາ ນັ້ນ” 1 ໂຢຮັນ 2:1 ຄວາມຜິດບາບທຸກໆຢ່າງເປັນການກະທໍາຜິດຕໍ່ພຣະເຈົ້າແລະເຮົາຈະ ຕ້ອງສາລະພາບຄວາມຜິດບາບນັ້ນຕໍ່ພຣະອົງໂດຍທາງພຣະຄຣິດ ທຸກຄວາມຜິດບາບທີ່ ກະທໍາຢ່າງເປີດເຜີຍຕ້ອງສາລະພາບຢ່າງເປີດເຜີຍ ຖ້າເຮົາໄດ້ກະທໍາຜິດຕໍ່ຜູ້ໃດເຮົາກໍຄວນ ທີ່ຈະສາລະພາບຜິດຕໍ່ຜູ້ນັ້ນ ຖ້າຜູ້ໜຶ່ງຜູ້ໃດປາຖະໜາທີ່ຈະຫາຍໂລກໄດ້ເຮັດຜິດດ້ວຍ ການເວົ້າກ່າວຮ້າຍຕໍ່ຜູ້ອື່ນ ຖ້າເຂົາໄດ້ຫວ່ານຄວາມແຕກແຍກແລະກໍ່ຄວາມວຸ້ນວາຍຂຶ້ນ ມາພາຍໃນຄອບຄົວ ກັບບ້ານໃກ້ເຮືອນຄຽງ ຫຼືໃນຄຣິສຕະຈັກ ແລະໄດ້ກໍ່ໃຫ້ເກີດຄວາມ ບາດໝາງແບະແຕກແຍກ ຖ້າດ້ວຍການເຮັດອັນໃດທີ່ເຂົາໄດ້ຊັກນໍາຄົນອື່ນໆໃຫ້ຫຼົງເຮັດ ຜິດບາບ ເຂົາຈະຕ້ອງສາລະພາລຄວາມຜິດເຫຼົ່ານັ້ນຕໍ່ພຣະເຈົ້າແລະຄົນທັງຫຼາຍທີ່ເຂົາໄດ້ ເຮັດຜິດໄປ “ຖ້າເຮົາສາລະພາບບາບຂອງເຮົາ ພຣະອົງຜູ້ຊົງສັດຊື່ແລະທ່ຽງທໍາ ກໍຈະຊົງ ໂປດຍົກບາບຂອງເຮົາ ແລະຈະຊົງຊໍາລະເຮົາໃຫ້ພົ້ນຈາກການອະທໍາທັງສິ້ນ” 1 ໂຢຮັນ 1:9 {MH 228.2}ມແ 226.3

    ເມື່ອຄວາມຜິດໄດ້ຮັບການແກ້ໄຂໃຫ້ຖືກຕ້ອງແລ້ວເຮົາຈຶ່ງສາມາດອະທິຖານທູນ ຂໍດ້ວຍຄວາມເຊື່ອຢ່າງສະຫງົບຕາມຄວາມຕ້ອງການຂອງຜູ້ປ່ວຍຕໍ່ອົງພຣະຜູ້ເປັນເຈົ້າ ຕາມທີ່ພຣະວິນຍານຂອງພຣະອົງຊົງນໍາເຮົາພຣະອົງຊົງຮູ້ຈັກຊື່ຂອງທຸກຄົນແລະຊົງຫ່ວງ ໃຍທຸກຄົນເໝືອນກັບວ່າໃນໂລກນີ້ບໍ່ມີຄົນໃດອື່ນອີກທີ່ພຣະອົງຈະປະທານພຣະບຸດອັນ ເປັນທີ່ຮັກຂອງພຣະອົງໃຫ້ ເພາະຄວາມຮັກຂອງພຣະເຈົ້ານັ້ນສຸດແສນຍິ່ງໃຫຍ່ແລະບໍ່ ເຄີຍປ່ຽນຕະຫຼອດນິລັນ ຜູ້ປ່ວຍຈຶ່ງຄວນໄດ້ຮັບການໜູນໃຈໃຫ້ວາງໃຈໃນພຣະອົງແລະ ໃຫ້ມີຈິດໃຈທີ່ເບີກບານ ຄວາມວິຕົກກັງວົນໃນຕົວເອງມັກຈະເປັນເຫດເຮັດໃຫ້ເກີດ ຄວາມອ່ອນແອແລະເກີດໂລກໄພໄຂ້ເຈັບ ຖ້າພວກເຂົາສະລັດຄວາມເສົ້າໝອງແລະ ຄວາມຫົດຫູ້ໃຫ້ພົ້ນໄປເສຍຈາກຈິດໃຈ ໂອກາດຈະຫາຍຈາກໂລກກໍຈະມີຫຼາຍຂຶ້ນເພາະ “ພຣະເນດຂອງພຣະເຢໂຮວາຢູ່ເໜືອຜູ້ທີ່....ຫວັງໃນຄວາມເມດຕາຂອງພຣະອົງ” ເພງ ສັນລະເສີນ 33:18 {MH 229.1}ມແ 227.1

    ໃນການອະທິຖານເພື່ອຄົນທີ່ເຈັບປ່ວຍນັ້ນເຮົາຄວນຈື່ໄວ້ວ່າ “ເຮົາບໍ່ຮູ້ວ່າເຮົາ ຄວນຈະອະທິຖານຂໍສິ່ງໃດຢ່າງໃດ ” ໂລມ 8:26 ເຮົາບໍ່ຮູ້ວ່າພຣະພອນທີ່ເຮົາຢາກໄດ້ ນັ້ນເປັນສິ່ງທີ່ດີທີ່ສຸດຫຼືບໍ່ ເພາະສະນັ້ນ ໃນຄໍາອະທິຖານຂອງເຮົາຄວນຈະມີຄວາມຄິດນີ້ ຮ່ວມຢູ່ນໍາ “ຂ້າແຕ່ພຣະອົງຜູ້ເປັນເຈົ້າພຣະຊົງຮູ້ເຖິງຄວາມລັບທຸກເລື່ອງຂອງຈິດວິນຍານ ພຣະອົງຊົງຮູ້ຈັກຄຸ້ນເຄີຍກັບຄົນເຫຼົ່ານີ້ເປັນຢ່າງດີ ພຣະເຢຊູຜູ້ຊົງທູນຂໍຕໍ່ພຣະບິດາເພື່ອເຮົາ ພຣະອົງໄດ້ຊົງຍອມສະລະພຣະຊົນຂອງພຣະອົງເພື່ອເຂົາທັງຫຼາຍ ຄວາມ ຮັກຂອງພຣະອົງທີ່ມີຕໍ່ຄົນເຫຼົ່ານັ້ນສຸດແສນຍິ່ງໃຫຍ່ເຫຼືອຫຼາຍຍິ່ງກວ່າຄວາມຮັກຂອງ ພວກເຮົາທີ່ຈະມີໄດ້ ເພາະສະນັ້ນ ຖ້າຈະເປັນໄປເພື່ອຈະໄດ້ຖະຫວາຍສະຫງ່າລາສີແດ່ ພຣະອົງແລະເພື່ອປະໂຫຍດຂອງຜູ້ທີ່ເຈັບປ່ວຍນີ້ຂ້າພະອົງທັງຫຼາຍໄດ້ທູນຂໍໃນນາມຂອງ ພຣະເຢຊູ ເພື່ອຄົນທີ່ເຈັບປ່ວຍຈະໄດ້ຫາຍຈາກໂລກ ແຕ່ຖ້າບໍ່ແມ່ນນໍ້າພຣະໄທຂອງພຣະ ອົງທີ່ຈະໃຫ້ພວກເຂົາໄດ້ຫາຍປ່ວຍ ຂ້າພະອົງທັງຫຼາຍຂໍທູນໃຫ້ພຣະຄຸນຂອງພຣະອົງ ໄດ້ເປັນເຄື່ອງເລົ້າໂລມຈິດໃຈແລະຂໍໃຫ້ພຣະອົງໄດ້ສະຖິດເພື່ອຊ່ວຍປະຄອງເຂົາໄວ້ ແລະຄອຍຊ່ວຍເຫຼືອໃນເວລາທີ່ເຂົາໄດ້ຮັບຄວາມທຸກທໍລະມານ” {MH 229.2}ມແ 227.2

    ພຣະເຈົ້າຊົງຮູ້ເຖິງເບື້ອງປາຍຕັ້ງແຕ່ຈຸດເລີ່ມຕົ້ນ ພຣະອົງຊົງຮູ້ເຖິງຈິດໃຈຂອງມະ ນຸດທຸກຄົນ ພຣະອົງຊົງສາມາດທີ່ຈະອ່ານຄວາມລັບທຸກປະການທີ່ເຊື່ອງຢູ່ໃນຈິດໃຈ ພຣະອົງຊົງຮູ້ວ່າບຸກຄົນທີ່ເຮົາທູນຂໍອະທິຖານນັ້ນຈະສາມາດທົນຕໍ່ຄວາມທຸກທໍລະມານ ໄດ້ຫຼືບໍ່ຖ້າເຂົາຈະມີຊີວິດຢູ່ລອດຕໍ່ໄປ ພຣະອົງຊົງຮູ້ວ່າຊີວິດຂອງເຂົານັ້ນຈະນໍາຄວາມ ສຸກຫຼືຄວາມທຸກມາສູ່ຕົນເອງແລະສູ່ໂລກຫຼືບໍ່ ນີ້ຈຶ່ງເປັນເຫດທີ່ວ່າ ເມື່ອເຮົາທູນອ້ອນ ວອນຂໍດ້ວຍຈິດໃຈທີ່ຮ້ອນຮົນ ເຫດໃດເຮົາຈຶ່ງຄວນທີ່ຈະເວົ້າວ່າ “ ແຕ່ຢ່າງໃດກໍດີຢ່າໃຫ້ ເປັນໄປຕາມໃຈຂ້າພະອົງ ແຕ່ໃຫ້ເປັນໄປຕາມນໍ້າພຣະໄທຂອງພຣະອົງເຖີດ” ລູກາ 22:42 ເມື່ອພຣະເຢຊູຊົງອະທິຖານທູນຂໍໃນສວນເກດເສມະນີ ພຣະອົງໄດ້ກ່າວຖ້ອຍ ຄໍາທີ່ພຣະອົງໄດ້ຊົງຍອມໃຫ້ທຸກສິ່ງນັ້ນໄດ້ເປັນໄປຕາມນໍ້າພຣະໄທແລະພຣະປັນຍາ ຂອງພຣະເຈົ້າວ່າ “ ໂອພຣະບິດາຂອງຂ້າພະອົງ ຖ້າເປັນໄດ້ຂໍໃຫ້ຖ້ວຍນີ້ເລື່ອນພົ້ນໄປ ຈາກຂ້າພະອົງເຖີດ” ມັດທາຍ 26:39 ແລະຖ້າຖ້ອຍຄໍາເຫຼົ່ານີ້ເປັນຖ້ອຍຄໍາທີ່ເໝາະສົມ ທີ່ພຣະບຸດຂອງພຣະເຈົ້າໄດ້ເວົ້າແລ້ວ ຖ້ອຍຄໍາເຫຼົ່ານີ້ຈະຍິ່ງເໝາະສົມສໍາລັບເຮົາຜູ້ເປັນ ມະນຸດຜູ້ທີ່ຍັງຄົງມີຄວາມຜິດບາບຈະຕ້ອງກ່າວຢ່າງຫຼວງຫຼາຍພຽງໃດ {MH 230.1}ມແ 228.1

    ສິ່ງທີ່ເຮົາຄວນປະຕິບັດຢ່າງໜັກແໜ້ນກໍຄື ເຮົາຕ້ອງມອບຄວາມປາຖະໜາຂອງ ເຮົາໄວ້ພາຍໃຕ້ນໍ້າພຣະໄທຂອງພຣະບິດາຜູ້ສະຖິດໃນສະຫວັນ ຜູ້ຊົງມີພຣະປັນຍາອັນ ລໍ້າເລີດ ແລະວາງໃຈໃນພຣະອົງຢ່າງແທ້ຈິງໃນສາລະພັດສິ່ງ ຖ້າເຮົາໄດ້ທູນຂໍຕາມນໍ້າ ພຣະໄທຂອງພຣະອົງ ເຮົາຈຶ່ງຮູ້ແນ່ວ່າພຣະເຈົ້າຈະສະດັບຮັບຟັງເຮົາ ແຕ່ການທູນຂໍໂດຍ ຈິດໃຈທີ່ບໍ່ໄດ້ອ່ອນນ້ອມຖ່ອມຕົນລົງນັ້ນບໍ່ຖືກຕ້ອງ ຄໍາອະທິຖານຂອງເຮົາຕ້ອງບໍ່ແມ່ນ ເປັນການອອກຄໍາສັ່ງ ແຕ່ເປັນການອ້ອນວອນຂໍຄວາມກະລຸນາ {MH 230.2}ມແ 228.2

    ມີຜູ້ປ່ວຍຫຼາຍຄົນທີ່ພຣະເຈົ້າຊົງໃຊ້ລິດອໍານາດຂອງພຣະອົງໃນການຟື້ນຟູໃຫ້ ຫາຍຈາກໂລກ ແຕ່ບໍ່ແມ່ນທຸກຄົນຈະຫາຍຈາກໂລກ ຫຼາຍຄົນໄດ້ລ່ວງລັບໄປໃນພຣະເຢຊູ ໂຢຮັນໃນຂະນະທີ່ຢູ່ເທິງເກາະປັດໂມສ໌ໄດ້ຮັບພຣະດໍາລັດສັ່ງໃຫ້ຂຽນໄວ້ວ່າ “ຄົນ ທັງຫຼາຍທີ່ຕາຍເພື່ອອົງພຣະຜູ້ເປັນເຈົ້າຈະເປັນສຸກ ແລະພຣະວິນຍານບອກວ່າ ແມ່ນຢ່າງ ນັ້ນແທ້ ເຂົາໄດ້ຢຸດພັກຈາກການງານຂອງເຂົາ ເພາະການງານທີ່ເຂົາໄດ້ເຮັດນັ້ນຈະຕິດ ຕາມເຂົາໄປ” ພຣະນິມິດ 14:13 ຈາກຂໍ້ພຣະຄໍາພີນີ້ເຮົາຈະເຫັນໄດ້ວ່າ ຖ້າຄົນປ່ວຍ ບໍ່ໄດ້ຫາຍຈາກໂລກນັ້ນ ເຮົາກໍບໍ່ຄວນທີ່ຈະຕັດສິນວ່າເພາະພວກເຂົາຂາດຄວາມເຊື່ອແຕ່ ຢ່າງໃດ {MH 230.3}ມແ 229.1

    ເຮົາທຸກຄົນຕ່າງປາຖະໜາທີ່ຈະໃຫ້ພຣະເຈົ້າໄດ້ຕອບຄໍາອະທິຖານຖືກຕາມທີ່ ເຮົາຂໍແລະໃນທັນທີທັນໃດ ແລະມັກຈະຖືກທົດລອງໃຫ້ທຊ້ຖອຍໝົດກໍາລັງໃຈເມື່ອຄໍາ ຕອບນັ້ນລ່າຊ້າຫຼືຄໍາຕອບນັ້ນບໍ່ໄດ້ເປັນໄປຕາມທີ່ເຮົາໄດ້ຄາດຫວັງໄວ້ ແຕ່ພຣະເຈົ້າຊົງ ມີພຣະປັນຍາອັນລໍ້າເລີດແລະພຣະອົງຊົງມີພຣະຄຸນຄວາມດີເກີນກວ່າທີ່ຈະຊົງຕອບຄໍາ ອະທິຖານຂອງເຮົາໃນເວລາແລະຕາມວິທີທີ່ເຮົາປາຖະໜາສະເໝີໄປ ພຣະອົງຈະຊົງເຮັດ ໃຫ້ແກ່ເຮົາໄດ້ຫຼາຍຍິ່ງກວ່າແລະດີເລີດຍິ່ງກວ່າການເຮັດໃຫ້ຄວາມປາຖະໜາຂອງເຮົາ ບັນລຸຜົນ ແລະເພາະເຫດທີ່ເຮົາສາມາດທີ່ຈະໄດ້ວາງໃຈໃນພຣະປັນຍາແລະຄວາມຮັກ ຂອງພຣະອົງໄດ້ ເຮົາຈຶ່ງບໍ່ຄວນທີ່ຈະທູນຂໍໃຫ້ພຣະອົງຕ້ອງຊົງຍອມເຮັດຕາມໃຈຂອງເຮົາ ແຕ່ເຮົາຄວນຈະສະແຫວງຫາທີ່ຈະເຂົ້າໃຈເຖິງພຣະປະສົງຂອງພຣະອົງແລະເຮັດ ໃຫ້ສໍາເລັດຕາມພຣະປະສົງນັ້ນ ຄວາມປາຖະໜາແລະສ່ວນໄດ້ສ່ວນເສຍຂອງເຮົາຈຶ່ງບໍ່ ຄວນເປັນສິ່ງທີ່ເໜືອໄປກວ່ານໍ້າພຣະໄທຂອງພຣະອົງ ປະສົບການທີ່ທົດສອບຄວາມເຊື່ອ ເຫຼົ່ານີ້ເປັນປະໂຫຍດແກ່ເຮົາຈາກການທົດລອງເຫຼົ່ານີ້ສະແດງໃຫ້ເຫັນວ່າຄວາມເຊື່ອຂອງ ເຮົານັ້ນແມ່ນແທ້ແລະຈິງໃຈຫຼືບໍ່ ຕັ້ງຢູ່ເທິງພຣະວັດຈະນະຂອງພຣະເຈົ້າພຽງຢ່າງດຽວ ຫຼື ວ່າຢູ່ກັບສະຖານະການຊຶ່ງຄອນແຄນແລະບໍ່ແນ່ບໍ່ນອນ ຄວາມເຊື່ອຈຶ່ງມີກໍາລັງເຂັ້ມແຂງ ໂດຍການກະທໍາ ເຮົາຕ້ອງປ່ອຍໃຫ້ຄວາມອົດທົນເຮັດໜ້າທີ່ຂອງມັນໃຫ້ສົມບູນ ແລະ ຕ້ອງລະລຶກໄວ້ສະເໝີວ່າມີພຣະສັນຍາອັນປະເສີດຢ່າງຫຼວງຫຼາຍໃນພຣະຄໍາພີສໍາລັບຜູ້ ທີ່ປະຕິບັດຮັບໃຊ້ອົງພຣະຜູ້ເປັນເຈົ້າ {MH 230.3}ມແ 229.2

    ບໍ່ແມ່ນທຸກຄົນຈະເຂົ້າໃຈຫຼັກເກນເຫຼົ່ານີ້ ຫຼາຍຄົນທີ່ປາຖະໜາໃນພຣະເມດຕາ ຂອງອົງພຣະຜູ້ເປັນເຈົ້າເພື່ອທີ່ຈະໃຫ້ພຣະອົງໄດ້ຮັກສາເຂົາໃຫ້ຫາຍຈາກໂລກນັ້ນ ຄິດວ່າ ເຂົາຈະຕ້ອງໄດ້ຮັບຄໍາຕອບຈາກພຣະເຈົ້າຖືກຕາມທີ່ເຂົາໄດ້ອະທິຖານຂໍໃນທັນທີ ຖ້າ ເຂົາບໍ່ໄດ້ຮັບການຕອບຄໍາອະທິຖານເຂົາກໍຈະຄິດວ່າເພາະພວກເຂົານັ້ນຂາດຄວາມເຊື່ອ ດ້ວຍເຫດນີ້ ຜູ້ທີ່ຢູ່ໃນສະພາບທີ່ອ່ອນແອເພາະຄວາມເຈັບປ່ວຍຈິ່ງສົມຄວນທີ່ຈະໄດ້ຮັບ ຄໍາແນະນໍາທີ່ມີຄວາມເຂົ້າໃຈຢ່າງຊັດເຈນ ເພື່ອພວກເຂົາຈະໄດ້ປະຕິບັດຕົວໄດ້ຢ່າງຖືກ ຕ້ອງ ເຂົາບໍ່ຄວນລະເລີຍທີ່ຈະບອກກ່າວໃຫ້ມິດສະຫາຍໄດ້ເຮັດໜ້າທີ່ໆຈະຕ້ອງເຮັດຕໍ່ ຫຼັງຈາກທີ່ເຂົາຈາກໄປຫຼືເບິ່ງຂ້າມການໃຊ້ວິທີການທາງທໍາມະຊາດເພື່ອຊ່ວຍໃຫ້ເຂົາໄດ້ ຫາຍຈາກໂລກ {MH 231.1}ມແ 230.1

    ຫຼາຍຄັ້ງມາກມີຂໍ້ຜິດພາດທີ່ຈຸດນີ້ ໂດຍເຊື່ອວ່າພວກເຂົາຈະໄດ້ຮັບການຮັກສາໃຫ້ ຫາຍເພາະພຣະເຈົ້າຊົງຕອບຄໍາອະທິຖານບາງຄົນຈິ່ງຢ້ານທີ່ຈະເຮັດອັນໃດທີ່ສະແດງເຖິງ ການຂາດຄວາມເຊື່ອ ແຕ່ພວກເຂົາບໍ່ຄວນລະເລີຍໃນການຈັດຕຽມພາລະກິດທີ່ຈໍາເປັນ ໃຫ້ພ້ອມຄືກັບວ່າພວກເຂົາກໍາລັງຈະຕ້ອງຕາຍຈາກໄປ ແລະພວກເຂົາບໍ່ຄວນຢ້ານທີ່ຈະ ກ່າວຖ້ອຍຄໍາທີ່ຊ່ວຍປຸກແອບຈິດໃຈຫຼືຄໍາສັ່ງເສຍຕາມຄວາມປາຖະໜາຂອງພວກເຂົາ ແກ່ຜູ້ທີ່ເຂົາຮັກໃນ້ວລາສຸດທ້າຍຂອງຊີວິດທີ່ເຫຼືອຢູ່ {MH 231.2}ມແ 230.2

    ຄົນປ່ວຍທັງຫຼາຍທີ່ປາຖະໜາຈະຫາຍຈາກໂລກໂດຍການອະທິຖານ ບໍ່ຄວນປະ ຕິເສດທີ່ຈະໃຊ້ວິທີການໃນການບໍາບັດຮັກສາໃດໆ ທີ່ສາມາດຈະເຂົ້າເຖິງໄດ້ ການໃຊ້ວິ ທີການໃນການຮັກສາຕ່າງໆ ທີ່ພຣະເຈົ້າຊົງຈັດຕຽມໄວ້ໃຫ້ເພື່ອທີ່ຈະຮັກສາບັນເທົາ ຄວາມເຈັບປວດທໍລະມານແລະເພື່ອຊ່ວຍຟື້ນຟູສະພາບຮ່າງກາຍໃຫ້ກັບຄືນສູ່ສະພາບປົກກະຕິນັ້ນບໍ່ຖືວ່າເປັນການຫຍ່ອນໃນຄວາມເຊື່ອ ການຮ່ວມມືກັບພຣະເຈົ້າແລະການນໍາ ຕົວເອງໄປຢູ່ໃນສະພາບແວດລ້ອມທີ່ເໝາະສົມເພື່ອຊ່ວຍໃຫ້ຫາຍປ່ວຍໄດ້ໄວຂຶ້ນນັ້ນ ກໍ່ບໍ່ຖືວ່າເປັນການຫຍ່ອນໃນຄວາມເຊື່ອ ທັງນີ້ເພາະພຣະເຈົ້ໄດ້ປະທານຄວາມສາມາດ ໃຫ້ກັບມະນຸດໄດ້ມີຄວາມຮູ້ໃນເລື່ອງຂອງກົດຕ່າງໆ ທີ່ກໍ່ໃຫ້ເກີດແລະດໍາລົງຊີວິດ ພຣະອົງ ໄດ້ປະທານຄວາມຮູ້ນີ້ໃຫ້ແກ່ເຮົາເພື່ອທີ່ເຮົາຈະສາມາດນໍາມາໃຊ້ໄດ້ ເຮົາຈິ່ງຄວນທີ່ ຈະໃຊ້ທຸກໆວິທີການໃນການຮັກສາໂດຍໃຊ້ປະໂຫຍດຢ່າງເຕັມທີ່ ແລະປະຕິບັດໃຫ້ ສອດຄ່ອງໄປກັບກົດແຫ່ງທໍາມະຊາດແລະບົດບັນຍັດຝ່າຍຮ່າງກາຍເພື່ອທີ່ຈະຊ່ວຍ ຢຽວຢາຮັກສາຄວາມເຈັບປ່ວຍ ເມື່ອເຮົາໄດ້ອະທິຖານເພື່ອໃຫ້ຄົນປ່ວຍໄດ້ຫາຍຈາກໂລກ ເຮົາກໍຈະເຮັດພາລະກິດດ້ວຍກໍາລັງທີ່ຫຼາຍຍິ່ງຂຶ້ນ ເຮົາຈະຂອບພຣະຄຸນພຣະເຈົ້າ ໃນສິດທິພິເສດທີ່ເຮົາໄດ້ຮ່ວມງານກັບພຣະອົງ ແລະທູນຂໍໃຫ້ພຣະອົງໄດ້ຊົງອວຍພຣະ ພອນໃຫ້ກັບວິທີການໃນການບໍາບັດຮັກສາທີ່ພຣະອົງໄດ້ຊົງຈັດຕຽມໄວ້ໃຫ້ແກ່ເຮົາ {MH 231.3}ມແ 230.3

    ເຮົາມີພຣະສັນຍາໃນພຣະວັດຈະນະຂອງພຣະເຈົ້າທີ່ຊົງອະນຸຍາດໃຫ້ເຮົາໄດ້ໃຊ້ ວິທີການຕ່າງໆໃນການບໍາບັດຮັກສາ ກະສັດເຮເສຄີຍາແຫ່ງປະເທດອິດສະລະເອວໄດ້ ຊົງປະຊວນແລະຜູ້ເຜີຍພຣະວັດຈະນະຂອງພຣະເຈົ້າໄດ້ນໍາຂ່າວມາທູນວ່າພຣະອົງຈະ ຕ້ອງສິ້ນພຣະຊົນ ພຣະອົງຊົງຮ້ອງທູນຂໍຕໍ່ອົງພຣະຜູ້ເປັນເຈົ້າ ແລະອົງພຣະຜູ້ເປັນເຈົ້າ ໄດ້ຊົງສະດັບຟັງຄໍາອະທິຖານຂອງຜູ້ຮັບໃຊ້ ພຣະອົງຈິ່ງຊົງໄດ້ສົ່ງຜຜູ້ເຜີຍພຣະວັດຈະນະ ມາທູນກະສັດເຮເສຄີຍາວ່າ ພຣະເຈົ້າຊົງໂປດໃຫ້ພຣະອົງໄດ້ມີອາຍຸຍືນຍາວຕໍ່ໄປອີກສິບ ຫ້າປີ ໃນການນີ້ ພຣະເຈົ້າອາດຈະບອກພຽງຄໍາດຽວ ກະສັດເຮເສຄີຍາກໍຈະຊົງຫາຍປະ ຊວນໄດ້ໃນທັນທີ ແຕ່ພຣະອົງຊົງຮັບສັ່ງເຖິງຄໍາແນະນໍາທີ່ປະທານໄວ້ໃຫ້ເປັນພິເສດດັ່ງ ນີ້ວ່າ “ໃຫ້ເຂົາເອົາເຂົ້າໜົມໝາກເດື່ອມາແຜ່ນໜຶ່ງ ແລະແປະໄວ້ທີ່ພຣະຍອດ ເພື່ອພຣະ ອົງຈະຟື້ນ” ເອຊະຢາ 38:21 {MH 232.1}ມແ 231.1

    ມີຢູ່ເທື່ອໜຶ່ງ ພຣະອົງຊົງໃຊ້ຂີ້ຕົມທາຕາຂອງຄົນຕາບອດແລະຊົງມີພຣະດໍາລັດ ສັ່ງວ່າ “ໄປລ້າງ.....ສະໃນສະສິໂລອໍາເຖີດ ເຂົາຈິ່ງໄປລ້າງແລ້ວກັບມາກໍເຫັນໄດ້ ” ໂຢຮັນ 9:7 ໂດຍອາໄສລິດອໍານາດຂອງພຣະເຈົ້າຜູ້ຊົງດໍາລົງເປັນແພດຜູ້ປະເສີດເທົ່ານັ້ນຈິ່ງ ຈະສາມາດຮັກສາໂຣກໃຫ້ຫາຍໄດ້ ແຕ່ເຖິງຢ່າງນັ້ນພຣະອົງກໍຊົງໃຊ້ສິ່ງທີ່ລ້ຽບງ່າຍຈາກ ທໍາມະຊາດໃນການຮັກສາ ພຣະອົງບໍ່ໄດ້ຊົງສະໜັບສະໜູນການບໍາບັດຮັກສາໂຣກໂດຍ ການໃຊ້ຢາ ພຣະອົງຊົງເຫັນດີນໍາທີ່ຈະໃຊ້ສິ່ງລ້ຽບງ່າຍທີ່ມີຢູ່ຕາມທໍາມະຊາດໃນການຮັກ ສາແທນ {MH 233.1}ມແ 231.2

    ເມື່ອເຮົາອະທິຖານເພື່ອໃຫ້ຜູ້ປ່ວຍຫາຍຈາກໂລກໄພນັ້ນ ບໍ່ວ່າຈະເກີດອັນໃດ ຂຶ້ນກໍຕາມ ຂໍຢ່າໃຫ້ເຮົາເສຍຄວາມເຊື່ອໃນພຣະເຈົ້າ ຖ້າເຮົາຕ້ອງຜະເຊີນກັບການສູນ ເສຍຄົນທີ່ເຮົາຮັກ ຂໍໃຫ້ເຮົາຍອມຮັບໃນຄວາມທຸກລະທົມນັ້ນ ໂດຍລະລຶກວ່າພຣະ ຫັດຂອງພຣະບິດາຈະຊົງສວມກອດເຮົາໄວ້ ແຕ່ເມື່ອຜູ້ປ່ວຍໄດ້ເຊົາຫາຍເປັນປົກກະຕິ ເຮົາຈະຕ້ອງບໍ່ລືມວ່າຜູ້ທີ່ໄດ້ຮັບພຣະເມດຕາທີ່ຊົງໂປດຮັກສາໃຫ້ຫາຍນັ້ນ ໄດ້ຕົກຢູ່ໃນ ສັນຍາໃໝ່ທີ່ຜູກພັນເຂົາໄວ້ກັບພຣະຜູ້ສ້າງ ເມື່ອຄົນໂລກເຮື້ອນໄດ້ຮັບການຮັກສາໃຫ້ ຫາຍແລ້ວ ມີພຽງຄົນດຽວເທົ່ານັ້ນທີ່ໄດ້ກັບໄປເຝົ້າພຣະເຢຊູແລະໄດ້ຖວາຍສັນລະເສີນ ແດ່ພຣະອົງ ຂໍຢ່າໃຫ້ເຮົາເປັນຄືດັ່ງຄົນໂລກເຮື້ອນທັງເກົ້າຄົນທີ່ຈິດໃຈຂອງເຂົາບໍ່ໄດ້ສໍາ ຜັດເຖິງພຣະເມດຕາຂອງພຣະເຈົ້າ ຂອງປະທານອັນດີທຸກຢ່າງແລະຂອງປະທານອັນ ເລີດທຸກຢ່າງຍ່ອມມາຈາກເບື້ອງເທິງ ແລະສົ່ງລົງມາຈາກພຣະບິດາແຫ່ງບັນດາດວງສະ ຫວ່າງ ໃນພຣະບິດາບໍ່ມີການປ່ຽນແປງຫຼືບໍ່ມີເງົາອັນເນື່ອງມາຈາກການປ່ຽນແປງ ຢາກອບ {MH 233.2}ມແ 232.1

    *****