Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການອຸທິດຖະຫວາຍຕົນແລະຄວາມໄວ້ວາງໃຈໃນພຣະເຈົ້າ

    ເມື່ອເຮົາຖ່ອມໃຈລົງແລະສຳນຶກຜິດ ເຮົາຈະຢືນຢູ່ໃນຕຳແໜ່ງທີ່ພຣະເຈົ້າຊົງສຳ ແດງພຣະອົງໃຫ້ປະກົດແກ່ເຮົາໄດ້ ພຣະອົງຊົງໂປດປານ ເມື່ອເຮົາທູນຂໍຕໍ່ພຣະອົງໂດຍ ອ້າງເຖິງພະພອນ ແລະພຣະເມດຕາຄຸນຂອງພຣະອົງທີ່ຊົງໂປດປະທານແກ່ເຮົາໃນອາ ດີດ ເພື່ອພຣະອົງຈະໄດ້ປະທານພຣະພອນທີ່ຫຼາຍກວ່າໃຫ້ແກ່ເຮົາ ພຣະອົງຈະຊົງສະ ໜອງຄວາມມຸ່ງຫວັງຂອງຜູ້ທີ່ໄວ້ວາງໃຈຢ່າງເຕັມປ່ຽມໃນພຣະອົງຢ່າງບໍລິບູນ ພຣະເຢ ຊູຄຣິດເຈົ້າຊົງຮູ້ດີວ່າບຸດທັງຫຼາຍຂອງພຣະອົງມີຄວສມຕ້ອງການໃນສິ່ງໃດ ເຂົາທັງຫຼາຍ ຕ້ອງການລິດເດດອັນສັກສິດຂອງພຣະອົງເພື່ອທີ່ຈະເປັນພຣະພອນໃຫ້ແກ່ເພື່ອນມະນຸດ ຫຼາຍພຽງໃດ ແລະພຣະອົງຈະປະທານສາລະພັດສິ່ງທີ່ເຮົາຈຳເປັນຕ້ອງໃຊ້ໃຫ້ແກ່ເຮົາ ເພື່ອເຮົາຈະໄດ້ໃຊ້ເປັນພຣະພອນແກ່ຜູ້ອື່ນ ແລະສົ່ງເສີມຄຸນນະທຳອັນດີແກ່ຈິດວິນຍານ ຂອງເຮົາເອງ {MH 513.3}ມແ 541.2

    ເຮົາຕ້ອງລົດຄວາມໄວ້ວາງໃຈ ໃນສິ່ງທີ່ຕົວເຮົາເອງສາມາດເຮັດໄດ້ແລະໄວ້ວາງ ໃຈຍິ່ງຂຶ້ນໃນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງເຮັດ ເພື່ອເຮົາແລະຜ່ານທາງເຮົາ ທ່ານບໍ່ ໄດ້ເຮັດວຽກຂອງຕົວທ່ານເອງ ແຕ່ທ່ານກຳລັງເຮັດວຽກໃນກິດຈະການຂອງພຣະເຈົ້າ ຈົ່ງມອບຄວາມຕັ້ງໃຈແລະວິຖີຂອງທ່ານໄວ້ກັບພຣະອົງ ຈົ່ງສະຫງວນສິ່ງໜຶ່ງສິ່ງໃດ ໄວ້ຫຼືປະນີປະນອມກັບໂຕເອງໃນເລື່ອງໜຶ່ງເລື່ອງໃດ ຈົ່ງຮຽນຮູ້ວ່າເສລີພາບໃນພຣະ ຄຣິດນັ້ນມີຄວາມໝາຍວ່າຢ່າງໃດ {MH 513.4}ມແ 542.1

    ການຟັງຄຳເທສະໜາໃນວັນສະບາໂຕແລ້ວວັນສະບາໂຕເຫຼົ່າ ການອ່ານພຣະທຳຕະ ຫຼອດທັງເຫຼັ້ມຈົບແລ້ວຈົບເຫຼົ່າ ຫຼືການອະທິບາຍພຣະທຳຄຳພີທີ່ລະຂໍ້ແລ້ວຂໍ້ເຫຼົ່າ ຈະບໍ່ ໃຫ້ປະໂຫຍດແກ່ເຮົາຫຼືແກ່ຄົນທັງຫຼາຍທີ່ໄດ້ຟັງເຮົາ ນອກເສຍຈາກວ່າເຮົາຈະໄດ້ນຳ ຄວາມຈິງທີ່ມີຢູ່ໃນພຣະຄຳພີມາໃຊ້ໃນປະສົບການຂອງເຮົາເອງ ຄວາມຕັ້ງໃຈ ຄວາມ ເຂົ້າໃຈ ແລະຄວາມຮັກຕ້ອງສົ່ງມອບພາຍໃຕ້ການກຳກັບດູແລຂອງພຣະວັດຈະນະຂອງ ພຣະເຈົ້າ ແລ້ວໂດຍຜ່ານການຊົງນຳຂອງພຣະວິນຍານບໍລິສຸດບົດບັນຍັດຂອງພຣະວັດ ຈະນະຈະກາຍເປັນຫຼັກການໃນການດຳເນີນຊີວິດ {MH 514.1}ມແ 542.2

    ເມື່ອທ່ານຂໍໃຫ້ພຣະອົງເປັນເຈົ້າຊົງຊ່ວຍທ່ານ ຈົ່ງຖະຫວາຍພຣະກຽດແດ່ພຣະ ຜູ້ຊ່ວຍໃຫ້ລອດດ້ວຍການເຊື່ອວ່າທ່ານໄດ້ຮັບພຣະພອນເຫຼົ່ານັ້ນຈາກພຣະອົງ ບໍ່ວ່າຈະ ເປັນກຳລັງຄວາມສາມາດຫຼືສະຕິປັນຍາທັງປວງຈະຢູ່ໃນການຄອບຄອງຂອງເຮົາ ເຮົາ ພຽງແຕ່ຕ້ອງທູນຂໍເທົ່ານັ້ນ {MH 514.2}ມແ 542.3

    ຈົ່ງດຳເນີນຊີວິດໃນແສງສະຫວ່າງຂອງພຣະເຈົ້າຢູ່ສະເໝີ ຈົ່ງຄິດເຖິງພຣະລັກສະ ນະນິໄສຂອພຣະອົງທັງໃນເວລາກາງເວັນແລະຍາມກາງຄືນ ແລ້ວທ່ານຈະເຫັນຄວາມ ງົດງາມແລະຊື່ນຊົມຍິນດີໃນພຣະຄຸນຄວາມດີຂອງພຣະອົງ ຈິດໃຂຂອງທ່ານຈະອີ່ມ ເອີບໄປດ້ວຍຄວາມຮັກຂອງພຣະອົງທ່ານຈະໄດ້ຮັບການຍົກຊູຂຶ້ນຄືກັບວ່າຢູ່ໃນອ້ອມ ພະກອນອັນດຳລົງຢູ່ຊົ່ວນິລັນຂອງພຣະອົງ ດ້ວຍລິດເດດແລະແສງສະຫວ່າງທີ່ພຣະ ເຈົ້າປະທານໃຫ້ແກ່ທ່ານ ທ່ານຈະເຂົ້າໃຈແລະເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ຫຼາຍຍິ່ງກວ່າ ທີ່ທ່ານເຄີຍຄິດແຕ່ກ່ອນຈະເປັນໄປໄດ້ {MH 514.3}ມແ 542.4