Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການພະຍາບານ(ປິ່ນປົວ)ຄົນໄຂ້ໃນສະຖານພະຍາບານ(ໂຮງໝໍ)

    ໃນສະຖານພະຍາບານຫຼືໃນໂຮງໝໍພະຍາບານບ່ອນທີ່ພະຍາບານ (ແພດໝໍ) ຕ້ອງ ຕິດຕໍ່ກ່ຽວຂ້ອງກັບຜູ້ປ່ວຍຈໍານວນຫຼາຍຢູ່ຕະຫຼອດເວລານັ້ນ ພວກເຂົາຈໍາເປັນຕ້ອງມີ ຄວາມພະຍາຍາມຢ່າງມຸ່ງໝັ້ນທີ່ຈະເຮັດໃຫ້ຕົນເອງມີຈິດໃຈແຈ່ມໃສຢູ່ສະເໝີແລະມີ ຄວາມຄິດອ່ານທີ່ຮອບຄອບໃນທຸກໆຄໍາເວົ້າແລະການກະທໍາ ໃນສະຖານພະຍາບານ (ໂຮງໝໍ)ເຫຼົ່ານີ້ ເປັນສິ່ງທີ່ສໍາຄັນທີ່ສຸດທີ່ພະຍາບານ (ແພດໝໍ) ທັງຫຼາຍຈະຕ້ອງພະຍາ ຍາມເຮັດວຽກຢ່າງມີສະຕິປັນຍາແລະປະຕິບັດໜ້າທີ່ດ້ວຍຄວາມຖືກຕ້ອງ ພວກເຂົາຈໍາ ເປັນຕ້ອງລະລຶກໄວ້ຢູ່ສະເໝີວ່າໃນການປະຕິບັດໜ້າທີ່ປະຈໍາວັນຂອງພວກເຂົານັ້ນ ພວກເຂົາກໍາລັງປະຕິບັດຮັບໃຊ້ອົງພຣະຄຣິດຢູ່ {MH 222.3}ມແ 219.3

    ຜູ້ປ່ວຍຈໍາເປັນຈະຕ້ອງມີຜູ້ທີ່ກ່າວຖ້ອຍຄໍາທີ່ປະກອບດ້ວຍປັນຍາໃຫ້ເຂົາຟັງ ແພດແລະພະຍາບານທັງຫຼາຍຈຶ່ງຄວນສຶກສາຮໍ່າຮຽນພຣະຄໍາພີໃນທຸກໆມື້ ເພື່ອທີ່ພວກ ເຂົາຈະສາມາດກ່າງຖ້ອຍຄໍາທີ່ນໍາປັນຍາແລະຄວາມຊ່ວຍເຫຼືອມາສູ່ຜູ້ທີ່ເຈັບປວດທໍລະ ມານໄດ້ ທູດສະຫວັນຂອງພຣະເຈົ້າສະຖິດຢູ່ໃນຫ້ອງຂອງຜູ້ທີ່ເຈັບປ່ວຍທໍລະມານເຫຼົ່າ ນັ້ນຊຶ່ງກໍາລັງໄດ້ຮັບການດູແລຮັກສາ ດັ່ງນັ້ນ ບັນຍາກາດທີ່ຫຸ້ມລ້ອມຈິດໃຈຂອງຜູ້ທີ່ໃຫ້ ການດູແລຈຶ່ງມີຄວາມບໍລິສຸດແລະສົດຊື່ນ ແພດແລະພະຍາບານທັງຫຼາຍຈະຕ້ອງຢຶດ ໝັ້ນໃນຢູ່ຫຼັກຄໍາສອນຂອງພຣະຄຣິດ ຊີວິດຂອງພວກເຂົາຈະຕ້ອງປະຈັກແຈ້ງເຖິງພຣະ ຄຸນຄວາມດີຂອງພຣະອົງ ເພື່ອເຂົາຈະໄດ້ຊັກນໍາຄົນປ່ວຍໃຫ້ມາຫາພຣະຜູ້ຊ່ວຍໃຫ້ ລອດໂດຍຜ່ານສິ່ງທີ່ພວກເຂົາເວົ້າແລະເຮັດອອກໄປ {MH 223.1}ມແ 220.1

    ໃນຂະນະທີ່ພະຍາບານທີ່ເປັນຄຣິດສະຕຽນກໍາລັງດູແລສຸຂະພາບຂອງຜູ້ປ່ວຍໃຫ້ ກັບມາຫາຍເປັນປົກກະຕິ ເຂົາຍ່ອມຈະປະສົບຜົນສໍາເລັດຢ່າງໜ້າຍິນດີໃນການຊັກຈູງ ຈິດໃຈຜູ້ປ່ວຍໃຫ້ເຂົ້າມາຫາພຣະຄຣິດຜູ້ຊົງເປັນແພດຜູ້ຮັກສາຄວາມເຈັບປ່ວຍຂອງຮ່າງ ກາຍຕະຫຼອດຈົນຂອງຈິດວິນຍານດ້ວຍ ຖ້າແພດຫຼືພະຍາບານຈະແນະນໍາຄົນໄຂ້ເຖິງ ຄວາມຄິດເຫັນໃນເລື່ອງນີ້ເລື່ອງນັ້ນກໍຈະມີຜົນໃນການຊັກຈູງຈິດໃຈຂອງຄົນເຫຼົ່ານັ້ນ ເຫຼົ່າພະຍາບານຜູ້ອາວຸໂສກວ່າກໍບໍ່ຄວນປະທິ້ມໂອກາດທີ່ຈະປຸກຄວາມສົນໃຈຂອງຜູ້ ປ່ວຍໃຫ້ຫັນໄປຫາພຣະຄຣິດດ້ວຍເຊັ່ນກັນ ພວກເຂົາຄວນຈະພ້ອມຢູ່ສະເໝີທີ່ຈະປະ ສານງານການຮັກສາທາງຝ່າຍຈິດວິນຍານໄປພ້ອມໆກັບການຮັກສາໃນດ້ານຂອງຮ່າງກາຍ {MH 223.2}ມແ 220.2

    ແພດຫຼືພະຍາບານທັງຫຼາຍຈະຕ້ອງສອນຄົນໄຂ້ດ້ວຍກິລິຍາທ່າທາງທີ່ສຸພາບອ່ອນ ໂຍນແລະມີຄວາມເມດຕາກະລຸນາຢ່າງທີ່ສຸດວ່າຜູ້ທີ່ປະຖະໜາຈະຫາຍຈາກໂລກຈະ ຕ້ອງບໍ່ລ່ວງລະເມີດບົດບັນຍັດຂອງພຣະເຈົ້າ ເຂົາຈະຕ້ອງຢຸດການດໍາເນີນຊີວິດໃນທາງ ທີ່ຜິດບາບ ພຣະເຈົ້າຊົງບໍ່ອາດອວຍພຣະພອນໃຫ້ແກ່ຄົນທີ່ຍັງຄົງໃຝ່ຫາໂລກໄພໄຂ້ເຈັບ ແລະຄວາມທຸກທໍລະມານມາສູ່ຕົນເອງ ດ້ວຍການຝ່າຝືນບົດບັນຍັດຂອງສະຫວັນໂດຍ ເຈດຕະນາ ແຕ່ໂດຍອາໄສລິດອໍານາດຂອງພຣະວິນຍານບໍລິສຸດ ພຣະຄຣິດຊົງຢຽວຢາ ຮັກສາຜູ້ທີ່ຢຸດເຊົາເຮັດສິ່ງຊົ່ວຮ້າຍແລະຫັນກັບມາປະພຶດດີ {MH 224.1}ມແ 220.3

    ຄົນທັງຫຼາຍທີ່ບໍ່ໄດ້ມີຄວາມຮັກໃນພຣະເຈົ້າຍ່ອມຈະປະພຶດຕົວກົງກັນຂ້າມກັບ ສິ່ງທີ່ມີຄຸນຄ່າຫຼາຍທີ່ສຸດຕໍ່ຮ່າງກາຍແລະຈິດວິນຍານຢູ່ສະເໝີ ແຕ່ຜູ້ຄົນທີ່ຄິດເຖິງຄວາມ ສໍາຄັນຂອງການດໍາເນີນໃນໂລກປັດຈຸບັນນີ້ທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍໂດຍການເຊື່ອ ຟັງໃນພຣະເຈົ້າ ຍ່ອມຈະຍິນດີປະຖິ້ມອຸປະນິດໄສທີ່ຜິດໆ ຈິດໃຈຂອງເຂົາຈະເຕັມໄປ ດ້ວຍ ຄວາມຮັກແລະຄວາມຊາບຊຶ້ງໃນພຣະມະຫາກະລູນາທິຄຸນ ພວກເຂົາຮູ້ວ່າພຣະ ຄຣິດຊົງເປັນສະຫາຍຂອງເຂົາ ມີຫຼາຍຄົນທີ່ເຈັບປ່ວຍທໍລະມານຕ່າງເຂົ້າໃຈດີວ່າການມີ ສະຫາຍເຊັ່ນພຣະຄຣິດເຮັດໃຫ້ເຂົາຫາຍເຊົາປ່ວຍໄດ້ດີຍິ່ງກວ່າການບໍາບັດຮັກສາທີ່ດີ ເລີດທີ່ສຸດທີ່ເຂົາໄດ້ຮັບອີກ ແຕ່ການປະຕິບັດຮັກສາທັງສອງແນວນີ້ຕ່າງກໍເປັນສິ່ງທີ່ມີ ຄວາມສໍາຄັນທັງສອງແນວຊຶ່ງຈະຕ້ອງດໍາເນີນຄວບຄູ່ໄປດ້ວຍກັນ {MH 224.2}ມແ 221.1

    *****

    Larger font
    Smaller font
    Copy
    Print
    Contents