Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ປົດປ່ອຍຕົວເອງຈາກການແຕ່ງກາຍຕາມສະໄໝນິຍົມ

    ຜູ້ຍິງທັງຫຼາຍຄວນມີຈິດໃຈທີ່ເຂັ້ມແຂງທີ່ຈະແຕ່ງຕົວຢ່າງລຽບງ່າຍແລະຖືກສຸ ຂະລັກສະນະ ແທນທີ່ຈະດິ້ນຮົນເພື່ອສະໜອງຄວາມຕ້ອງການຕາມສະໄໝນິຍົມ ແທນ ທີ່ຈະໃຊ້ເວລາເຮັດວຽກບ້ານ ໃຫ້ຜູ້ຍິງທີ່ເປັນເມຍແລະເປັນມານດາໄດ້ໃຊ້ເວລາອ່ານໜັງ ສືແດ່ເພື່ອຮັບຮູ້ຂ່າວສານຂໍ້ມູນຕ່າງໆ ເພື່ອສາມາດທີ່ຈະເປັນຄູ່ຄິດຂອງຜົວແລະຍັງສາ ມາດເຂົ້າໃຈເຖິງຄວາມຮູ້ສຶກນຶກຄິດຂອງລູກໆ ທີ່ກໍາລັງພັດທະນາແລະເຕີບໃຫຍ່ຂຶ້ນ ໃຫ້ນາງໄດ້ໃຊ້ໂອກາດຂອງຕົວເອງເພື່ອຊັກຈູງບຸດຍິງໃຫ້ໄດ້ດໍາເນີນຊີວິດໄປໃນທາງທີ່ສູງ ຂຶ້ນ ໃຫ້ລາວໄດ້ໃຊ້ເວລາເພື່ອຢູ່ໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດໃນທຸກມື້ທຸກວັນ ເພື່ອ ພຣະອົງຈະຊົງເປັນພຣະສະຫາຍທີ່ສະນິດສະໜົມແລະໃຫ້ລາວໄດ້ໃຊ້ເວລາສຶກສາຮໍ່າ ຮຽນພຣະວັດຈະນະຂອງພຣະອົງ ໃຊ້ເວລາອອກໄປຍັງທົ່ງກວ້າງກັບລູກໆແລະຮຽນຮູ້ ເຖິງພຣະເຈົ້າໂດຍອາໄສຄວາມງົດງາມທີ່ມີຢູ່ພຣະຫັດຖະກິດຂອງພຣະອົງ {MH 294.1}ມແ 298.1

    ໃຫ້ນາງຮັກສາຈິດໃຈທີ່ສົດຊື່ນລື່ນເລີງແລະມີຊີວິດຊີວາ ແທນທີ່ຈະໃຊ້ທຸກວິນາ ທີໃຫ້ໝົດໄປກັບການຕັດຫຍິບເສື້ອຜ້າທີ່ເບິ່ງຄືຈະບໍ່ມີມື້ໝົດສິ້ນ ໃຊ້ເວລາໃນຍາມແລງ ໃຫ້ເປັນບັນຍາກາດທີ່ໜ້າລື່ນເລີງໂດຍການສັງສັນຮ່ວມກັນໃນຄອບຄົວເມື່ອເສັດສິ້ນ ຈາກການງານໃນແຕ່ລະວັນ ໂດຍການເຮັດເຊັ່ນນີ້ ພໍ່ບ້ານຫຼາຍຄົນຈະເລືອກໃຊ້ເວລາຢູ່ ກັບບ້ານຫຼາຍກວ່າທີ່ຈະອອກໄປສະມາຄົມຕາມສະໂມສອນຫຼືຮ້ານເຫຼົ້າຮ້ານເບຍ ເດັກ ໜຸ່ມຫຼາຍຄົນກໍຈະບໍ່ອອກໄປທ່ຽວຫຼິ້ນຢູ່ຕາມຟຸດບາດ ຕາມຫ້າງຮ້ານແຄມຫົນທາງ ເດັກ ຍິງຫຼາຍຄົນກໍຈະບໍ່ຖືກຊັກຈູງໃຫ້ຕ້ອງຫຼົງລະເລີງໄປກັບສັງຄົມທີ່ຈະເຮັດໃຫ້ຖະຫຼາໄປ ທາງທີ່ຜິດ ອິດທິພົນຂອງຄອບຄົວຄວນຈະເປັນໄປຕາມແບບຢ່າງທີ່ພຣະເຈົ້າໄດ້ຊົງວາງ ໄວ້ໃຫ້ແກ່ບິດາມານດາແລະບຸດຍິງ ຊຶ່ງຈະເປັນພຣະພອນໄປຕະຫຼອດຊີວິດ {MH 294.2}ມແ 298.2

    *****

    Larger font
    Smaller font
    Copy
    Print
    Contents