Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມສຸກຂອງການຮັບໃຊ້ທີ່ບໍ່ເຫັນແກ່ຕົວ

    ຈົ່ງຈື່ໄວ້ວ່າທ່ານບໍ່ອາດຈະພົບຄວາມສຸກໄດ້ເລີຍ ຖ້າທ່ານປິດຂັງຕົນເອງຢູ່ກັບຕົນ ເອງ ແຕ່ຄວາມສຸກຈະເກີດຂຶ້ນເມື່ອທ່ານແຈກຈ່າຍຄວາມສຸກທັງໝົດໃຫ້ເຊິ່ງກັນແລະກັນ ຈົ່ງຮີບສວຍທຸກໂອກາດທີ່ຈະແບ່ງປັນຄວາມສຸກໃຫ້ແກ່ຜູ້ທີ່ຢູ່ອ້ອມຮອບຕົວທ່ານ ຈົ່ງລະລຶກໄວ້ວ່າຄວາມຊື່ນຊົມຍິນດີທີ່ແທ້ຈິງພົບເຫັນໄດ້ຈາກການປະຕິບັດຮັບໃຊ້ຊ່ວຍ ເຫຼືອຜູ້ອື່ນໂດຍບໍ່ເຫັນແກ່ຕົວ {HM 362.1}ມແ 366.1

    ຄວາມອົດທົນແລະຄວາມອົດກັ້ນຮ່ວມທັງຄວາມບໍ່ເຫັນແກ່ຕົວທີ່ປາກົດໃນຄໍາ ເວົ້າແລະການກະທໍາເປັນເຄື່ອງບົ່ງບອກເຖິງຄົນທັງຫຼາຍທີ່ດໍາເນີນຊີວິດໃໝ່ໃນພຣະຄຣິດ ໃນຂະນະທີ່ທ່ານພະຍາຍາມດໍາເນີນຊີວິດຕາມແບບຢ່າງຂອງພຣະຄຣິດຂໍໃຫ້ທ່ານ ມີຄວາມມຸ້ງໝັ້ນເອົາຊະນະຕົນເອງແລະຄວາມເຫັນແກ່ຕົວ ແລະໃສ່ໃຈຊ່ວຍເຫຼືອຜູ້ອື່ນ ທີ່ມີຄວາມຍາກລໍາບາກ ທ່ານຈະໄດ້ຮັບໄຊຊະນະຄັ້ງແລ້ວຄັ້ງເລົ່າໂດຍປະການນີ້ ອິດທິ ພົນຂອງທ່ານຍ່ອມຈະເປັນພຣະພອນແກ່ຊາວໂລກ {HM 362.2}ມແ 366.2

    ຊາຍຍິງທັງຫຼາຍຈະກ້າວເຖິງແບບຢ່າງອັນສູງສົ່ງຂອງພຣະເຈົ້າທີ່ຊົງກໍານົດໃຫ້ ເຂົາແຕ່ລະຄົນໄດ້ ຖ້າທຸກຄົນຍອມໃຫ້ພຣະຄຣິດຊົງເປັນຜູ້ຊ່ວຍເຫຼືອຂອງເຂົາ ສິ່ງທີ່ສະ ຕິປັນຍາຂອງມະນຸດບໍ່ສາມາດຈະເຮັດໄດ້ ພຣະຄຸນຂອງພຣະອົງຈະບັນດານຄວາມສໍາ ເລັດແກ່ຄົນທັງຫຼາຍທີ່ໄດ້ມອບຖະຫວາຍຕົນເອງໃຫ້ແກ່ພຣະອົງດ້ວຍຄວາມຮັກແລະ ຄວາມວາງໃຈ ຂອງປະທານຂອງພຣະອົງຜູກພັນຈິດໃຈໃຫ້ເປັນອັນໜຶ່ງອັນດຽວກັບສະ ຫວັນ ຄວາມຮັກຈະບໍ່ເປັນແຕ່ພຽງການແລກປ່ຽນວາຈາທີ່ເອົາອົກເອົາໃຈ ກີ່ທັກທໍຂອງ ສະຫວັນທີ່ທັກທໍສາຍໃຍລະອຽດອ່ອນທີ່ຜູກມັດຈິດໃຈນັ້ນມີຄວາມຄົງທົນກວ່າສິ່ງໃດ ທີ່ເຄື່ອງທັກທໍໃນແຜ່ນດິນໂລກຈະທັກທໍໄດ້ ຜົນລັບທີ່ໄດ້ທັກທໍບໍ່ແມ່ນເນື້ອຜ້າ ແຕ່ເປັນ ສາຍໃຍທີ່ທົນຕໍ່ການສີກຂາດ ການທົດລອງແລະຄວາມຍາກລໍາບາກໃນຊີວິດ ຫົວໃຈ ສອງດວງຈະຜູກພັນເຂົ້າດ້ວຍກັນດ້ວຍພັນທະພຣະຄຸນແຫ່ງຄວາມຮັກທີ່ຄົງທົນແລະຢັ້ງຢືນມແ 366.3

    ຄອບຄົວທີ່ຮົ່ມເຢັນເປັນສຸກມີຄຸນຄ່າຍິ່ງກວ່າຄໍາເນື້ອດີ
    ເຕົາຝີງລ້ວນແລ້ວມີແຕ່ຮັກ
    ແທ່ນບູຊາແຫ່ງຄວາມຮັກແລະບ່ອນທີ່ມີຄວາມສຸກທີ່ສຸດໃນຊີວິດແຫ່ງນີ້
    ໄດ້ກາຍເປັນທີ່ສັກສິດເພາະມີມານດາ ນ້ອງສາວຫຼືພັນລະຍາ
    ບໍ່ວ່າຄອບຄົວນີ້ຈະຍາກຈົນພຽງໃດ
    ຫຼືຕ້ອງຖືກທົດລອງດ້ວຍລະທົມທຸກທີ່ສະຫວັນໄດ້ບັນຊາ
    ແຕ່ພຣະພອນແຫ່ງຄວາມສຸກທີ່ບໍ່ອາດຈະຊື້ຫາຫຼືສະເໜີຂາຍໄດ້ນັ້ນ
    ໄດ້ຮ່ວມຢູ່ ນະທີ່ແຫ່ງນີ້ ນັ້ນເລີດຍິ່ງກວ່າທອງຄໍານິລະນາມ
    ມແ 367.1

    {HM 362.3}

    *****