Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການດູແລເບິ່ງແຍງເດັກນ້ອຍໃນເວລາປ່ວຍໄຂ້

    ຫຼາຍຄັ້ງຄວາມເຈັບປ່ວຍທີ່ເກີດຂຶ້ນກັບເດັກນ້ອຍສາມາດສືບເສາະພົບວ່າມີສາ ເຫດມາຈາກການລ້ຽງດູຢ່າງບໍ່ຖືກຕ້ອງການຮັບປະທານອາຫານບໍ່ເປັນເວລາການສວມ ໃສ່ເສື້ອຜ້າທີ່ບໍ່ອົບອຸ່ນພຽງພໍໃນເວລາກາງຄືນທີ່ມີອາກາດໜາວເຢັນຂາດການອອກກໍາ ລັງກາຍເພື່ອໃຫ້ເລືອດໃນຮ່າງກາຍໝຸນວຽນ ຫຼືຂາດອາກາດບໍລິສຸດທີ່ໃຊ້ໃນການຟອກ ເລືອດ ສິ່ງເຫຼົ່ານີ້ອາດເຮັດໃຫ້ເດັກເກີດເຈັບປ່ວຍໄດ້ ບິດາມານດາຄວນຄົ້ນຫາສາເຫດ ຂອງການເຈັບປ່ວຍ ຈາກນັ້ນ ຈຶ່ງຄວນກໍາຈັດສະພາບທີ່ບໍ່ເໝາະສົມນີ້ອອກໄປໃຫ້ໄວທີ່ສຸດ {MH 385.2}ມແ 390.1

    ບິດາມານດາທຸກຄົນສາມາດຮຽນຮູ້ຢ່າງຫຼາກຫຼາຍເຖິງວິທີເບິ່ງແຍງປ້ອງກັນແລະ ແມ່ນແຕ່ວິທີການຮັກສາໂລກໄພໄຂ້ເຈັບໂດຍສະເພາະຢ່າງຍິ່ງຜູ້ເປັນມານດາຄວາມຮູ້ຈັກ ວິທີທີ່ຄວນປະຕິບັດເວລາເກີດໂລກສາມັນທໍາມະດາຂຶ້ນໃນຄອບຄົວແລະຄວນຮູ້ຈັກ ວິທີການເບິ່ງແຍງປະຕິບັດຕໍ່ບຸດຂອງຕົນທີ່ປ່ວຍເພາະມານດາຍ່ອມມີຄວາມຮັກແລະມີ ຄວາມເຂົ້າໃຈອັນເລິກເຊິ່ງທີ່ຈະເບິ່ງແຍງບຸດຂອງຕົນໄດ້ດີກວ່າໄປໄວ້ວາງໃຈການເບິ່ງ ແຍງຂອງຄົນແປກໜ້າ {HM 385.3}ມແ 390.2

    Larger font
    Smaller font
    Copy
    Print
    Contents