Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ສິດທິທີ່ບິດາມານດາໄດ້ຮັບໃນການອົບຮົມລ້ຽງດູບຸດ

    ຄວາມຜາສຸກຈົ່ງບັງເກີດແກ່ບິດາມານດາ ຜູ້ມີຊີວິດທີ່ສະທ້ອນແບບຢ່າງອັນບໍລິ ສຸດຂອງພຣະເຈົ້າທີ່ຄອຍເຕືອນຄວາມກະຕັນຍູຮູ້ຄຸນແລະຄວາມຢໍາເກງພຣະເຈົ້າຂອງບຸດ ໃຫ້ເຂົ້າຊຶ່ງເຖິງພັນທະສັນຍາແລະພຣະບັນຍັດຂອງພຣະອົງ ຈົ່ງບັງເກີດແກ່ບິດາມານດາ ຜູ້ມີຄວາມສຸພາບອ່ອນໂຍນ ມີໃຈຍຸດຕິທໍາແລະມີຄວາມອົດທົນອົດກັ້ນ ທີ່ຄອຍສະແດງ ໃຫ້ບຸດເຫັນເຖິງຄວາມຮັກ ຄວາມຍຸດຕິທໍາແລະຄວາມອົດທົນດົນນານຂອງພຣະອົງ ເມື່ອບິດາສອນບຸດຂອງຕົນໃຫ້ຮັກ ໄວ້ວາງໃຈແລະເຊື່ອຟັງເຂົາທັງສອງ ກໍເທົ່າກັບວ່າກໍາ ລັງສອນໃຫ້ບຸດຮັກໄວ້ວາງໃຈແລະເຊື່ອຟັງພຣະບິດາໃນສະຫວັນດ້ວຍເຊັ່ນກັນ ບິດາ ມານດາຜູ້ຖ່າຍທອດຂອງຂວັນເຊັ່ນນີ້ໃຫ້ແກ່ບຸດກໍຄືໄດ້ມອບຂອງມີຄ່າຫຼາຍກວ່າຊັບ ສົມບັດໃດໆໃນທຸກຍຸກສະໄໝເພາະນັ້ນຄືສົມບັດທີ່ຈະດໍາລົງຍັ້ງຍືນຢູ່ຊົ່ວນິລັນດອນ {MH 375.3}ມແ 380.1

    ເດັກນ້ອຍທີ່ພຣະເຈົ້າຊົງໂປດປະທານໃຫ້ມານດາດູແລ ຍ່ອມຖືວ່າເປັນໜ້າທີ່ອັນ ສັກສິດຂອງຜູ້ເປັນມານດາທຸກໆຄົນ ພຣະອົງຕັດວ່າ “ຈົ່ງນໍາບຸດຊາຍບຸດຍິງນີ້ ໄປອົບຮົມ ສັ່ງສອນເພື່ອເຮົາ ຂັດເກົາອຸປະນິໄສຂອງເຂົາໃຫ້ມີຄວາມງົດງາມຕາມແບບຢ່າງຂອງຊາວ ສະຫວັນ ເພື່ອເຂົາຈະໄດ້ສ່ອງແສງປະກາຍຢູ່ໃນລາຊະສໍານັກຂອງອົງພຣະຜູ້ເປັນເຈົ້າໄປ ຕະຫຼອດການ “ {MH 376.1}ມແ 380.2

    ມານດາມັກຈະຮູ້ສຶກວ່າວຽກງານຂອງຕົນນັ້ນເປັນວຽກງານປະຕິບັດຮັບໃຊ້ທີ່ບໍ່ ມີຄວາມສໍາຄັນ ແລະເປັນວຽກງານທີ່ບໍ່ມີໃຜຄິດເຖິງຄຸນຄ່າຄົນອື່ນໆເກືອບຈະບໍ່ເຄີຍຮູ້ວ່າ ຜູ້ເປັນມານດາຈະຕ້ອງຮັບພາລະອັນໜັກແລະມີຄວາມວິຕົກກັງວົນໃຈຫຼາຍພຽງໃດ ຕະຫຼອດເວລາມານດາຕ້ອງເຮັດໜ້າທີ່ລ້ຽງດູ ຊຶ່ງຕ້ອງໃຊ້ຄວາມອົດທົນພາກພຽນ ການ ບັງຄັບຕົນ ຄວາມຮອບຄອບລະມັດລະວັງ ສະຕິປັນຍາແລະຄວາມຮັກທີ່ເຕັມໄປດ້ວຍ ການເສຍສະຫຼະ ແຕ່ປານນັ້ນ ມານດາກໍອວດອ້າງບໍ່ໄດ້ວ່າສິ່ງທີ່ຕົນເອງໄດ້ເຮັດນັ້ນຖືເປັນ ຄວາມສໍາເລັດທີ່ຍິ່ງໃຫຍ່ ມານດາເປັນແຕ່ຜູ້ທີ່ຄ່ອຍຄວບຄຸມໃນສິ່ງຕ່າງໆ ໃນຄອບຄົວ ໄດ້ດໍາເນີນໄປດ້ວຍຄວາມຮຽບຮ້ອຍລາບລື້ນ ຫຼາຍຄັ້ງທີ່ມານດາຕ້ອງຮູ້ສຶກອິດເມື່ອຍ ແລະຫຍຸ້ງຍາກໃຈ ແຕ່ກໍພະຍາຍາມທີ່ຈະເວົ້າກັບລູກໆດ້ວຍຄວາມເມດຕາປານີ ເພື່ອ ໃຫ້ລູກໆໄດ້ມີຄວາມຂະຫຍັນຂັນແຂງແລະມີຄວາມສຸກ ແລະຊ່ວຍນໍາຕີນນ້ອຍໆເຫຼົ່າ ນັ້ນໃຫ້ດໍາເນີນໄປໃນຫົນທາງທີ່ຊອບທໍາ ມານດາອາດຈະຮູ້ສຶກຄືກັບວ່າບໍ່ໄດ້ເຮັດສິ່ງໃດ ໃຫ້ສໍາເລັດເລີຍ ແຕ່ຫາກບໍ່ໄດ້ເປັນເຊັ່ນນັ້ນດອກ ເຫຼົ່າທູດສະຫວັນຕ່າງຄອຍເຝົ້າເບິ່ງ ມານດາຜູ້ເຮັດວຽກໜັກແລະສັງເກດເຫັນເຖິງພາລະໜັກທີ່ມານດາຕ້ອງແບກຮັບ ໃນ ວັນແລ້ວວັນເລົ່າອາດຈະບໍ່ມີໃຜໃນໂລກນີ້ທີ່ເຄີຍໄດ້ຍິນຊື່ສຽງຮຽງນາມຂອງນາງ ແຕ່ຊື່ ນັ້ນໄດ້ຮັບການຈື່ໄວ້ແລ້ວໃນໜັງສືແຫ່ງຊີວິດຂອງພຣະເມດໂປດົກ {MH 376.2}ມແ 380.3

    Larger font
    Smaller font
    Copy
    Print
    Contents