Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພະລັງແຫ່ງຄວາມມຸ່ງໝັ້ນຕັ້ງໃຈ

    ໂດຍສ່ວນຫຼາຍເຮົາມັກຈະຖືວ່າພະລັງແຫ່ງຄວາມມຸ່ງໝັ້ນນັ້ນບໍ່ແມ່ນສິ່ງທີ່ມີ ຄວາມສໍາຫຼັກສໍາຄັນພໍເທົ່າໃດ ແລະບໍ່ເຫັນວ່າສິ່ງນີ້ມີຄຸນຄ່າເທົ່າທີ່ຄວນຈະເປັນ ຂໍໃຫ້ເຮົາ ໄດ້ປຸກຈິດໃຈຂອງເຮົາໃຫ້ເກີດຄວາມມຸ່ງໝັ້ນຕັ້ງໃຈແລະນໍາໄປໃຊ້ໃນທາງທີ່ຖືກຕ້ອງ ຄວາມມຸ່ງໝັ້ນຕັ້ງໃຈນີ້ຈະເຮັດໃຫ້ຮ່າງກາຍແລະຈິດໃຈເກີດມີກໍາລັງເຫື່ອແຮງແລະມີ ຄວາມກະຕືລືລົ້ນແລະຈະຊ່ວຍດໍາລົງຮັກສາສຸຂະພາບໃຫ້ມີຄວາມສົມບູນແຂງແຮງໄດ້ຢ່າງ ໜ້າອັດສະຈັນ ພະລັງແຫ່ງຄວາມມຸ່ງໝັ້ນຕັ້ງໃຈນີ້ມີອໍານາດທີ່ຈະຊ່ວຍໃນການຕໍ່ສູ້ກັບ ໂລກໄພໄຂ້ເຈັບໄດ້ ການອອກກໍາລັງກາຍຢ່າງຖືກຕ້ອງ ສາມາດຊ່ວຍໃນການຄວບຄຸມ ຄວາມນຶກຄິດຂອງເຮົາແລະເປັນວິທີການທີ່ສາມາດເອົາຊະນະຕໍ່ໂລກໄພທີ່ເກີດຂຶ້ນກັບ ຮ່າງກາຍແລະຈິດໃຈ ໂດຍການໃຊ້ພະລັງແຫ່ງຄວາມຕັ້ງໃຈຢ່າງຖືກຕ້ອງໃນຊີວິດ ຄົນ ໄຂ້ຈະສາມາດຮ່ວມມືກັບຄວາມພະຍາຍາມຂອງແພດໃນການບໍາບັດຮັກສາໂຣກ ຜູ້ປ່ວຍ ຈໍານວນພັນສາມາດຟື້ນຄືນສູ່ຄວາມເຂັ້ມແຂງໄດ້ຫາກພວກເຂົາຕັ້ງໃຈ ອົງພຣະຜູ້ເປັນເຈົ້າ ຊົງບໍ່ໄດ້ມີພຣະປະສົງໃຫ້ຄົນເຫຼົ່ານັ້ນຕ້ອງເຈັບປ່ວຍ ແຕ່ຕ້ອງການໃຫ້ພວກເຂົາສະບາຍ ດີມີສຸກ ແລະພວກເຂົາກໍຄວນຕັດສິນໃຈຕ້ອງການສຸຂະພາບທີ່ສົມບູນແຂງແຮງ ຫຼາຍຄັ້ງ ຜູ້ປ່ວຍສາມາດຕໍ່ສູ້ກັບໂລກໄພໄດ້ຢ່າງງ່າຍໆ ດ້ວຍການບໍ່ຍອມພ່າຍແພ້ຕໍ່ຄວາມເຈັບ ປ່ວຍແລະບໍ່ຍອມທີ່ຈະນັ່ງຫຼືນອນລ້າໆ ໂດຍບໍ່ເຮັດອັນໃດເລີຍ ຈົ່ງໃຫ້ຈິດໃຈຕັ້ງຢູ່ເໜືອ ຄວາມເຈັບປວດແລະໃສ່ໃຈລົງມືເຮັດກິດຈະກໍາທີ່ມີປະໂຫຍດແລະເໝາະສົມກັບກໍາລັງ ເຫື່ອແຮງຂອງຕົນ ການທີ່ໄດ້ເຮັດກິດຈະກໍາໃນລັກສະນະເຊັ່ນນີ້ ການໄດ້ຮັບແສງແດດ ແລະອາກາດທີ່ບໍລິສຸດ ຜູ້ປ່ວຍທີ່ຈ່ອຍຜອມຫຼາຍອາດຟື້ນສູ່ສະພາບທີ່ສົມບູນແຂງແຮງ {MH 246.1}ມແ 246.1