Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄຳສອນຂອງພຣະຄຣິດ

    ພຣະຄຣິດຊົງສຳແດງຫຼັກການເແຫ່ງຄວາມຈິງໄວ້ໃນຂ່າວປະເສີດເຊັ່ນດຽວກັນໃນ ຄຳສອນຂອງພຣະອົງ ເຮົາດື່ມທານນໍ້າອັນບໍລິສຸດໄຫຼລິນຈາກພຣະບັນລັງຂອງພຣະເຈົ້າ ພຣະຄຣິດປະທານແກ່ມະນຸດ ຄວາມຮູ້ສຶກທີ່ເຄີຍຮຽນຮູ້ມາກ່ອນແລະຊົງກະທຳ ໃຫ້ຄວາມຮູ້ທັງປວງທີ່ມະນຸດຄົ້ນພົບເປັນພຽງຄວາມຮູ້ຢ່າງທຳມະດາເທົ່ານັ້ນພຣະອົງຊົງ ໄຂຄວາມລັບໄດ້ຢ່າງບໍ່ສິ້ນສຸດແລະຊົງກຣະທຳໃຫ້ມະນຸດໃນຍຸກສະໄໝຕໍ່ໆມາຈົນເຖິງວາ ລະສຸດທ້າຍມຸ້ງຄວາມຄິດຢ່າງຈິງຈັງໄປຍັງຄວາມຈິງອັນໜ້າມະຫັດສະຈັນທີ່ພຣະເຈົ້າຊົງ ເປີດເຜີຍ ແຕ່ພຣະອົງບໍ່ຊົງປ່ອຍເວລາແມ່ນແຕ່ພຽງຊົ່ວຂະນະໃຫ້ຜ່ານໄປ ໂດຍບໍ່ຊົງສັ່ງ ສອນເຖິງຄວາມຮູ້ທີ່ຈະນຳໄປສູ່ຄວາມລອດພຣະອົງຊົງຕະໜັກເຖິງການໃຊ້ເວລາ ພຣະ ກາຍາລວມທັງພຣະຊົນຊີບຂອງພຣະອົງເປັນເຄື່ອງມືໃນການນຳຈິດວິນຍານຂອງມະນຸດ ໄປສູ່ຄວາມລອດເທົ່ານັ້ນພຣະອົງສະເດັດມາ ເພື່ອສະແຫວງຫາແລະຊ່ວຍຜູ້ທີ່ຫຼົງຫາຍ ໃຫ້ໄດ້ຮັບຄວາມລອດແລະຈະບໍ່ຊົງຍອມລົ້ມເລີກຄວາມມຸ້ງໝາຍຂອງພຣະອົງ ພຣະອົງ ບໍ່ຊົງຍອມໃຫ້ມີສິ່ງໃດມາບ່ຽງເບນພຣະອົງ {MH 448.1}ມແ 465.1

    ພຣະຄຣິດປະທານສະເພາະຄວາມຮູ້ທີ່ສາມາດນຳມາໃຊ້ປະໂຫຍດໄດ້ ຄຳສອນ ທີ່ພຣະອົງຊົງຖ່າຍທອດໃຫ້ແກ່ປະຊາຊົນ ຈຳກັດຢູ່ແຕ່ສິ່ງທີ່ສອດຄ້ອງກັບຄວາມຕ້ອງ ການໃນຊີວິດຄວາມເປັນຢູ່ທີ່ແທ້ຈິງຂອງເຂົາທັງຫຼາຍເທົ່ານັ້ນ ພຣະອົງບໍ່ຊົງຕອບຄຳຖາມ ທີ່ສອດຮູ້ສອດເຫັນຂອງຄົນທີ່ມາຫາພຣະອົງ ເພື່ອສະໜອງຄວາມຕ້ອງການຂອງເຂົາ ເຫຼົ່ານັ້ນຕໍ່ຄຳຖາມເຫຼົ່ານີ້ພຣະອົງປະທານຄຳຕອບໃຫ້ສະເພາະຜູ້ທີ່ຮ້ອງຖາມດ້ວຍຄວາມ ຈິງໃຈຈຳເປັນແລະທຸກໂສກ ສຳລັບຄົນທັງຫຼາຍທີ່ຮ້ອນຮົນຕ້ອງການເກັບໝາກໄມ້ຈາກ ຕົ້ນໄມ້ແຫ່ງຄວາມຮູ້ ພຣະອົງຈະຊົງຍື່ນໝາກໄມ້ແຫ່ງຊີວິດໃຫ້ແທນເຂົາເຫຼົ່າ ນັ້ນພົບວ່າຫົນທາງທຸກສາຍຖືກປິດຕາຍຍົກເວັ້ນທາງທີ່ນຳໄປສູ່ພຣະເຈົ້າ {MH 448.2}ມແ 466.1

    ຜູ້ຊ່ວຍໃຫ້ລອດຂອງເຮົາຊົງບໍ່ສະໜັບສະໜູນຜູ້ໜຶ່ງຜູ້ໃດເຂົ້າຮຽນໃນໂຮງຮຽນ ຂອງເຫຼົ່າອາຈານຮັບບີໃນສະໄໝຂອງພຣະອົງ ດ້ວຍເຫດຜົນທີ່ວ່າສະຕິປັນຍາຂອງຜູ້ ຮຽນຈະຖືກຕັດຮອນກ່ອນດ້ວຍຄຳສອນທີ່ກ່າວຢ່າງຊຳ້ຊາກວ່າ “ເຂົາທັງຫຼາຍກ່າວວ່າ” ຫຼື ມີຄຳກ່າວໄວ້ວ່າ ແລ້ວເປັນຫຍັງເຮົາຈຶ່ງຕ້ອງຍອມຮັບຖ້ອຍຄຳອັນໂລເລຂອງມະນຸດ ວ່າເປັນສະຕິປັນຍາທີ່ສູງສົ່ງໃນເມື່ອສະຕິປັນຍາທີ່ສູງຄ່າກວ່າແລະທ່ຽງແທ້ກວ່າຢູ່ພຽງ ການທູນຂໍຂອງເຮົາ {MH 449.1}ມແ 466.2

    ສິ່ງທີ່ດຳລົງຢູ່ຊົ່ວນິລັນດອນທີ່ຂ້າພຣະເຈົ້າໄດ້ປະຈັກແຈ້ງແລະຄວາມອ່ອນແອຂອງ ມະນຸດ ທີ່ໄດ້ເຫັນສິ່ງເຫຼົ່ານີ້ໄດ້ຝັງປະທັບຢູ່ໃນຈິດໃຈຂອງຂ້າພຣະເຈົ້າແລະມີອິດທິພົນຕໍ່ ວຽກງານໃນຊີວິດຂອງຂ້າພະເຈົ້າ ຂ້າພະເຈົ້າຈະບໍ່ເຫັນສິ່ງໃດໃນຕົວຂອງມະນຸດທີ່ຄວນຄ່າ ແກ່ການຍົກຍ້ອງແລະສັນລະເສີນຂ້າພະເຈົ້າ ບໍ່ຮູ້ເຫດຜົນວ່າເປັນຫຍັງຄວາມເຫັນຂອງ ປະຊາຊົນທັງໂລກແລະຂອງຜູ້ທີ່ໂລກກ່າວຂານວ່າເປັນມະຫາບູລຸດ ຄວນຈະໄດ້ຮັບ ການເຊື່ອຖືແລະຍົກຍ້ອງເທີດທູນຜູ້ທີ່ຂາດແສງສະຫວ່າງຂອງພຣະເຈົ້າຈະມີຄວາມ ເຫັນຖືກຕ້ອງກ່ຽວກັບແຜນງານ ແລະວິທີທາງຂອງພຣະເຈົ້າໄດ້ຢ່າງໃດ ຄົນເຫຼົ່ານີ້ປະ ຕິເສດພຣະອົງຢ່າງສິ້ນເຊິງແລະບໍ່ຍອມຮັບວ່າ ພຣະອົງຊົງກຳລົງພຣະຊົນຢູ່ຫຼືບໍ່ສະນັ້ນ ກໍພະຍາຍາມຕັດຮອນພຣະລາຊະອຳນາດຂອງພຣະອົງດ້ວຍກອບຄວາມຄິດອັນຈຳກັດ ຂອງຕົນເອງ {MH 449.2}ມແ 466.3

    ຂໍໃຫ້ເຮົາເລືອກທີ່ຈະໃຫ້ພຣະອົງຜູ້ຊົງສ້າງຟ້າສະຫວັນແລະແຜ່ນດິນໂລກ ພຣະ ອົງຜູ້ຊົງຈັດວາງຕຳແໜ່ງແກ່ດວງດາວທີ່ປະກົດຢູ່ເທິງທ້ອງຟ້າ ອາກາດ ຢ່າງມີລະບົບລະ ບຽບແລະພຣະອົງຜູ້ຊົງກຳນົດໃຫ້ດວງອາທິດແລະດວງຈັນເຮັດໃຫ້ໜ້າທີ່ຂອງມັນເປັນຜູ້ປະ ສິດປະສາດຄວາມຮູ້ແກ່ເຮົາ {MH 449.3}ມແ 467.1

    ເປັນເລື່ອງຖືກຕ້ອງທີ່ຄົນໜຸ່ມສາວ ຈະຮູ້ສຶກວ່າເຂົາທັງຫຼາຍຕ້ອງບັນລຸເຖິງການ ພັດທະນາຂັ້ນສູງສຸດຂອງກຳລັງຝ່າຍສະຕິປັນຍາຂອງຕົນເອງ ເຮົາຈະບໍ່ຈຳກັດການສຶກ ສາຮຽນຮູ້ໃນສິ່ງທີ່ພຣະເຈົ້າບໍ່ໄດ້ຊົງກຳນົດຂອບເຂດໄວ້ ແຕ່ພູມປັນຍາທີ່ເຮົາໄດ້ມາຍ່ອມ ຈະບໍ່ມີຄຸນຄ່າອັນໃດຫາກເຮົາບໍ່ໄດ້ນຳຄວາມຮູ້ເຫຼົ່ານັ້ນໄປໃຊ້ເພື່ອຖະຫວາຍກຽດແດ່ ພຣະເຈົ້າແລະເພື່ອປະໂຫຍດຂອງມວນມະນຸດຊາດ {MH 449.4}ມແ 467.2

    ເຮົາບໍ່ຄວນສະໜອງດ້ວຍການສຶກສາຮຳ່ຮຽນຫຼາກຫຼາຍວິຊາຢ່າງເຄັ່ງຄັດ ແລ້ວບໍ່ ໄດ້ນຳຄວາມຮິ້ໄປໃຊ້ໃຫ້ເກີດປະໂຫຍດໃນຊີວິດຈິງ ການສຶກສານີ້ຍ່ອມເປັນການ ສູນເປົ່າສຳລັບຜູ້ຮຽນ ເພາະວິຊາເຫຼົ່ານີ້ລົດຜ່ອນຄວາມປາຖະໜາແລະຄວາມຕ້ອງການ ຂອງເຂົາໃນການຮຽນຮູ້ສິ່ງທີ່ມີຄວາມເໝາະສົມໃນການບຳເພັນຕົນໃຫ້ເປັນປະໂຫຍດ ແລະເຂົາສາມາດບັນລຸໜ້າທີ່ຮັບຜິດຊອບຂອງເຂົາໄດ້ ການອົບຮົມຝຶກຝົນທາງການ ປະຕິບັດມີຄຸນຄ່າຫຼາຍກວ່າຄວາມຮູ້ລະລັບກາງມີ ແຕ່ຄວາມຮູ້ຍ່ອມບໍ່ພຽງພໍເຮົາ ຕ້ອງມີຄວາມສາມາດທີ່ຈະນຳຄວາມຮູ້ໄປໃຊ້ຢ່າງຖືກຕ້ອງອີກດ້ວຍ {MH 449.5}ມແ 467.3

    ເວລາ ເງິນຄຳ ແລະຄວາມບາກບັ່ນຫຼາກຫຼາຍທີ່ໃຊ້ໄປກັບການສຶກສາຮຳ່ ຮຽນບໍ່ຄຸ້ມຄ່າ ຄວນຖືກນຳມາທຸ້ມເທໃຫ້ກັບການສຶກສາຮຳ່ຮຽນທີ່ບໍ່ຄຸ້ມຄ່າ ຄວນຖືກ ນຳມາທຸ່ມເທໃຫ້ກັບການສຶກສາຫາຄວາມຮູ້ທີ່ຈະສ້າງນັກຮຽນເຫຼົ່ານັ້ນໃຫ້ເປັນຊາຍຍິງ ທີ່ມີຄວາມເໝາະສົມພ້ອມທີ່ຈະແບກຮັບໜ້າທີ່ໆແທ້ຈິງໃນຊີວິດການສຶກສາເຊັ່ນນີ້ແຫຼະ ຈຶ່ງຈະເອີ້ນໄດ້ວ່າເປັນການສຶກສາທີ່ມີຄຸນຄ່າສູງສຸດ {MH 450.1}ມແ 467.4

    ສິ່ງທີ່ເຮົາຕ້ອງການຄືຄວາມຮູ້ທີ່ສົ່ງເສີມຈິດໃຈແລະຈິດວິນຍານ ທີ່ຈະເຮັດໃຫ້ ເຮົາເປັນຊາຍຍິງທີ່ດີຂຶ້ນກວ່າເດີມ ການສຶກສາເລື່ອງຂອງຈິດໃຈມີຄວາມສຳຄັນຫຼາຍຍິ່ງ ກວ່າການຮຽນຮູ້ຈາກຕຳລັບຕຳລາເທົ່ານັ້ນ ເປັນການດີແມ່ນກະທັ້ງຈຳເປັນຈະຕ້ອງມີ ຄວາມຮູ້ໃນທາງໂລກທີ່ເຮົາອາໃສຢູ່ແຕ່ຖ້າເຮົາລະຖີ້ມສິ່ງທີ່ດຳລົງຢູ່ຊົ່ວນິລັນໄປເສຍ ຈາກຄວາມຄິດຂອງເຮົາເຮົາຈະເຮັດສິ່ງທີ່ຜິດພາດຢ່າງທີ່ເຮົາບໍ່ອາດແກ້ໄຂອັນໃດໄດ້ເລີຍ {MH 450.2}ມແ 467.5

    ນັກຮຽນຄົນໜຶ່ງອາດທຸ້ມເທກຳລັງຄວາມສາມາດທີ່ມີຢູ່ທັງໝົດ ເພື່ອທີ່ໃຫ້ໄດ້ ມາເຊິ່ງຄວາມຮູ້ແຕ່ຖ້າຫາກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະບໍ່ປະພຶດຕາມພຣະບັນ ຍັດທີ່ຄອຍຄວບຄຸມດູແລຊີວິດຂອງເຂົາ ເຂົາຈະທຳລາຍຕົວເອງໃຫ້ພິນາດໂດຍນິໃສທີ່ ຜິດໆເຂົາສູນເສຍຄວາມສາມາດທີ່ຈະຕະໜັກເຖິງຄຸນຄ່າຂອງຕົນເອງ ແລະສູນເສຍການ ຄວບຄຸມເບິ່ງແຍງຊີວິດຂອງເຂົາ ເຂົາຈະທຳລາຍຕົນເອງໃຫ້ພິນາດໂດຍນິໃສທີ່ຜິດໆເຂົາ ສູນເສຍຄວາມສາມາດທີ່ຈະຮູ້ຊຶ້ງເຖິງຄຸນຄ່າຂອງຕົນເອງແລະສູນເສຍການຄວບຄຸມໃຈ ຕົນເອງໄປ ເຂົາໃຊ້ເຫດຜົນຢ່າງຖືກຕ້ອງກ່ຽວກັບສິ່ງທີ່ມີຄວາມສຳຄັນຢ່າງເລິກເຊິ່ງຫຼາຍ ທີ່ສຸດຕໍ່ຕົວເຂົາເອງບໍ່ໄດ້ເຂົາດປັນຄົນທີ່ຂາດຄວາມຢັ້ງຄິດແລະໄຮ້ເຫດຜົນໃນການໃຊ້ຈິດ ໃຈແລະຮ່າງກາຍເນື່ອງຈາກການລະເລີຍຕໍ່ການປູກຝັງຫຼັກການທີ່ຖືກຕ້ອງເຂົາຈຶ່ງຕ້ອງ ພິນາດທັງໂລກນີ້ແລະໂລກພາຍພາກໜ້າ {MH 450.3}ມແ 468.1

    ຫາກຄົນໜຸ່ມສາວເຂົ້າໃຈເຖິງຄວາມອ່ອນແອຂອງຕົນເອງ ເຂົາທັງຫຼາຍຈະພົບ ພະລະກຳລັງຂອງຕົນເອງໃນພຣະເຈົ້າ ຫາກເຂົາທັງຫຼາຍຕັ້ງໃຈສຶກສາຫາຄວາມຮູ້ຈາກ ພຣະອົງເຂົາທັງຫຼາຍກໍຈະເປັນຜູ້ທີ່ສະຫຼາດຮອບຄອບໃນພຣະປັນຍາຫາຄວາມຮູ້ຈາກ ພຣະອົງເຂົາທັງຫຼາຍກໍຈະເປັນຜູ້ທີ່ສະຫຼາດຮອບຄອບໃນພຣະປັນຍາຂອງພຣະອົງແລະ ຊີວິດຂອງເຂົາທັງຫຼາຍຍ່ອມຈະບັງເກີດຜົນເປັນພຣະພອນແກ່ຊາວໂລກ ແຕ່ຫາກເຂົາ ເຫຼົ່ານັ້ນມອບສະຕິປັນຍາໃຫ້ເກີດກັບການສຶກສາຮຳ່ຮຽນທີ່ກ່ຽວກັບທາງໂລກ ແລະ ຄວາມຄິດເຫັນຂອງມະນຸດເທົ່ານັ້ນຈົນເຫີນຫ່າງໄປຈາກພຣະເຈົ້າ ເຂົາທັງຫຼາຍຈະສູນ ເສຍຄວາມສຸກຂອງເຂົາທັງປວງຂອງຊີວິດໄປ {MH 450.4}ມແ 468.2

    *****