Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທິດສະດີສັບພະເທວະນິຍົມ (ເສດຖະກິດເທນິຍົມ)

    ທຸກວັນນີ້ ມີຫຼັກຄຳສອນຝ່າຍຈິດວິນຍານແຊກຊຶມເຂົ້າມາຍັງສະຖາບັນການສຶກ ສາແລະຄຣິສຕະຈັກໃນທົ່ວທຸກຫົນແຫ່ງ ຊຶ່ງບັ່ນທອນຄວາມເຊື່ອໃນພຣະເຈົ້າແລະ ໃນພຣະວັດຈະນະຂອງພຣະອົງ ຫຼັກຄຳສອນນີ້ເປັນທິດສະດີທີ່ກ່າວວ່າພຣະເຈົ້າຊົງເປັນ ຈິດວິນຍານທີ່ຄວບຄຸມທຸກສິ່ງໃນທຳມະຊາດ ຊຶ່ງຫຼາຍຄົນທີ່ສະແດງຕົນວ່າມີຄວາມເຊື່ອ ໃນພຣະຄຳພີຕ່າງຍອມຮັບໃນທິດສະດີນີ້ ແຕ່ບໍ່ວ່າຈະຖືກຕົກແຕ່ງໄວ້ໃຫ້ງົດງາມຫຼາຍ ພຽງໃດຫຼັກຄຳສອນນີ້ກໍຍັງເປັນການຫຼອກລວງຕົບຕາທີ່ອັນຕະລາຍທີ່ສຸດ ເພາະເປັນ ການບິດເບືອນຄວາມຈິງທີ່ກ່ຽວກັບພຣະເຈົ້າແລະເປັນການລົບຫຼູ່ດູໝິ່ນພຣະກຽດ ຄວາມຍິ່ງໃຫຍ່ແບະຄວາມສູງສົ່ງຂອງພຣະອົງຫຼັກຄຳສອນນີ້ບໍ່ໄດ້ພຽງແຕ່ເຮັດໃຫ້ເກີດ ການເຂົ້າໃຈຜິດເທົ່ານັ້ນ ແຕ່ຍັງເຮັດໃຫ້ມະນຸດຕ້ອງເສື່ອມຊາມລົງທາດແທ້ຂອງມັນຄື ການປິດບັງຄວາມຈິງ ແລະຂອບຂ່າຍຂອງມັນຄືການມັກຫຼາຍໃນກາມຜົນຂອງການ ຍອມຮັບໃນຫຼັກຄຳສອນ ເຮັດໃຫ້ມະນຸດຖືກແຍກຈາກພຣະເຈົ້າແລະສະພາບຄວາມ ເສື່ອມຊາມຂອງມະນຸດຄືຄວາມຫາຍະນະໃນທີ່ສຸດ {MH 428.2}ມແ 439.2

    ສະພາບຂອງມະນຸດທີ່ເກີດຈາກຄວາມຜິດບາບນັ້ນ ເປັນສະພາບທີ່ຜິດທຳມະ ຊາດແລະອຳນາດທີ່ຈະຟື້ນຟູເຮົາໄດ້ນັ້ນຕ້ອງເປັນອຳນາດທີ່ເໜືອທຳມະຊາດ ບໍ່ສະນັ້ນ ແລ້ວອຳນາດນັ້ນກໍບໍ່ມີຄ່າ ມີອຳນາດຢູ່ພຽງອຳນາດດຽວທີ່ສາມາດຈະກຳຈັດພັນທະນາ ການແຫ່ວຄວາມຊົ່ວຮ້າຍອອກໄປຈາກຈິດໃຈຂອງມະນຸດໄດ້ ກໍຄືລິດອຳນາດຂອງພຣະ ເຈົ້າທີ່ມີຢູ່ໃນພຣະເຢຊູຄຣິດ ໂດຍພຣະໂລຫິດຂອງພຣະຄຣິດທີ່ຊົງຖືກຕຶງທີ່ໄມ້ກາງ ແຂນເທົ່ານັ້ນທີ່ສາມາດຊຳລະລ້າງຄວາມຜິດບາບຂອງມະນຸດໄດ້ ພຣະຄຸນຂອວພຣະອົງ ພຽງປະການດຽວທີ່ຈະຊ່ວຍໃຫ້ເຮົາສາມາດຕ້ານທານແລະເອົາຊະນະແຮງຈູງໃຈທີ່ຊົ່ວ ຮ້າຍຂອງອຸປະນິໃສທີ່ເຊື່ອມຊາມຂອງເຮົາໄດ້ ຄຳສອນຝ່າຍວິນຍານທີ່ກ່ຽວກັບ ພຣະເຈົ້ານີ້ເຮັດໃຫ້ພຣະຄຸນຂອງພຣະເຈົ້າ ເປັນສິ່ງທີ່ມີຄວາມຈຳເປັນຫາກພຣະເຈົ້າຊົງ ເປັນວິນຍານທີ່ຄວບຄຸມທົ່ວໄປຢູ່ໃນທຳມະຊາດ ພຣະອົງກໍສະຖິດຢູ່ໃນມະນຸດທຸກໆ ຄົນດ້ວຍເຊັ່ນກັນ ການທີ່ມະນຸດຈະກ້າວໄປເຖິງຄວາມບໍລິສຸດ ເຂົາກໍພຽງແຕ່ຈະ ຕ້ອງພັດທະນາກຳລັງອຳນາດທີ່ມີຢູ່ໃນຕົນເອງເທົ່ານັ້ນ ໂດຍທີ່ບໍ່ຈຳເປັນຈະຕ້ອງເພິ່ງ ພາໃນພຣະຄຸນຂອງພຣະເຈົ້າແຕ່ປະການໃດ {MH 428.3}ມແ 440.1

    ທິດສະດີເຫຼົ່ານີ້ເມື່ອຕິດຕາມການສຶກສາເຫດຜົນໄປຈົນເຖິງທີ່ສຸດຈະຍົກເລີກກຳຈັດ ຫຼັກຄຳສອນຂອງຄຣິດສະຕຽນໄປຈົນໝົດສິ້ນທິດສະດີເຫຼົ່ານີ້ ລົບລ້າງຄວາມຈຳເປັນ ຂອງເລື່ອງການຊຳລະມົນທິນບາບອອກໄປແລ້ວຍົກຊູມະນຸດໃຫ້ເປັນພຣະຜູ້ຊ່ວຍໃຫ້ ລອດຂອງຕົນເອງທິດສະດີເຫຼົ່ານີ້ກ່ຽວກັບພຣະເຈົ້າເຮັດໃຫ້ພຣະວັດຈະນະຂອງພຣະ ອົງບໍ່ບັງເກີດຜົນແລະຜູ້ທີ່ຍອມຮັບໃນທິດສະດີເຫຼົ່ານີ້ຕ້ອງຕົກຢູ່ໃນອັນຕະລາຍດ້ວຍ ການຖືກຊັກນຳໃຫ້ເຫັນວ່າພຣະຄຳພີນັ້ນເປັນເລື່ອງແຕ່ງຂຶ້ນເຂົາທັງ ຫຼາຍອາດເຫັນວ່າຄຸນ ງາມຄວາມດີນັ້ນມີຄຸນຄ່າສູງສົ່ງກວ່າຄວາມຊົ່ວຮ້າຍ ແຕ່ເນື່ອງຈາກໄດ້ປະຕິເສດພຣະເຈົ້າ ຈາກພຣະລາຊະອຳນາດສູງສຸດ ໂດຍຊອບທຳຂອງພຣະອົງ ເຂົາທັງຫຼາຍຈຶ່ງເພິ່ງພາໃນກຳ ລັງອຳນາດຂອງມະນຸດດ້ວຍກັນເອງ ຊຶ່ງຫາກປາສະຈາກພຣະເຈົ້າໄປເສຍອຳນາດຂອງ ມະນຸດຈະໄຮ້ຄ່າ ຄວາມຕັ້ງໃຈຂອງມະນຸດທີ່ບໍ່ມີລິດອຳນາດຂອງພຣະເຈົ້າຄອຍຊ່ວຍ ເຫຼືອຍ່ອມບໍ່ມີກຳລັງອຳນາດທີ່ແທ້ຈິງໄປຕ້ານທານແລະເອົາຊະນະເໜືອຄວາມຊົ່ວຮ້າຍ ໄດ້ ເກາະປ້ອງກັນທີ່ຄອຍຄຸ້ມຄອງຈິດວິນຍານພັງທະລາຍໄປມະນຸດບໍ່ເຫຼືອສິ່ງໃດທີ່ຈະ ຄອຍຂວາງກັ້ນ ບໍ່ໃຫ້ເຂົາຕ້ອງຕົກຢູ່ໃນຄວາມຜິດບາບ ເມື່ອພວກເຂົາປະຕິເສດພຣະ ວັດຈະນະແລະພຣະວິນຍານຂອງພຣະເຈົ້າເຮົາບໍ່ມີທາງຮູ້ໄດ້ເລີຍວ່າມະນຸດຈະຕ້ອງຈົ່ງ ດິ່ງຖະຫຼຳເລິກລົງໄປສັກພຽງໃດມແ 440.2

    “ພຣະວັດຈະນະທຸກຄຳຂອງພຣະເຈົ້ານັ້ນກໍບໍລິສຸດ
    ພຣະອົງຊົງເປັນໂລ່ແກ່ບັນດາທີ່ວາງໃຈໃນພຣະອົງ
    ຢ່າເພີ່ມອັນໃດເຂົ້າກັບວັດຈະນະຂອງພຣະອົງ
    ເກງວ່າພຣະອົງຈະຊົງຂະນາບເຈົ້າ
    ແລະເຂົາຈະເຫັນວ່າເຈົ້າເປັນຄົນມຸສາ”
    “ບາບຊົ່ວຂອງຄົນຊົ່ວຮ້າຍດັກເຂົາເອງ
    ແລະເຂົາກໍຕິດຢູ່ກັບຕາຂ່າຍບາບຂອງເຂົາ”
    ມແ 441.1

    ສຸພາສິດ 30:5,6;5:22 {MH 428.4}