Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຈົ່ງຮ້ອງເພງສັນລະເສີນຖະຫວາຍ

    ຈົ່ງຖະຫວາຍສັນລະເສີນແລະຂອບພຣະຄຸນພຣະເຈົ້າດ້ວຍບົດເພງ ເມື່ອເຮົາໄດ້ ຮັບການທົດລອງ ແທນທີ່ຈະສະແດງຄວາມຮູ້ສຶກຂອງເຮົາອອກມາ ຂໍໃຫ້ເຮົາໄດ້ເປ່ງ ສຽງຮ້ອງເພງດ້ວຍຄວາມເຊື່ອເພື່ອເປັນການຂອບພຣະຄຸນພຣະເຈົ້າມແ 255.1

    ໂອພຣະເຈົ້າ ຂໍສັນລະເສີນພຣະບຸດທີ່ຮັກຂອງພຣະອົງ
    ຂໍສັນລະເສີນພຣະເຢຊູ ຜູ້ຊົງສິ້ນພຣະຊົນ
    ແລະບັດນີ້ສະເດັດກັບສູ້ເວຫາສະຫວັນແລ້ວ
    ຂໍສັນລະເສີນພຣະອົງ ສໍາລັບພຣະວິນຍານແຫ່ງຄວາມສະຫວ່າງ
    ເປີດເຜີຍພຣະຜູ້ຊ່ວຍໃຫ້ເຮົາແລະຂັບໄລ່ຄວາມມືດມົນໃຫ້ອອກໄປ
    ຂໍຖະຫວາຍກຽດແລະຄໍາສັນລະເສີນ
    ແດ່ພຣະເມດໂປດົກທີ່ຖືກປົງພຣະຊົນ
    ຊົງແບກບາບຂອງເຮົາແລະຊໍາລະຮອຍບາບເປື້ອນໃຫ້ໝົດໄປ
    ກຽດຕິຍົດແລະຄໍາສັນລະເສີນທັງໝົດຂໍຖະຫວາຍແດ່ພຣະເຈົ້າແຫ່ງພຣະຄຸນ
    ພຣະອົງຊົງໄຖ່ເຮົາ ຕາມຫາເຮົາແລະນໍາເຮົາໄປຕາມທາງ ຂໍຟື້ນໃຈຂອງຂ້າໃຫ້ຊື່ນຂຶ້ນ
    ເຕີມຫົວໃຈເຮົາໃຫ້ເຕັມດ້ວຍຄວາມຮັກຂອງພຣະອົງ
    ຂໍໃຫ້ໄຟຈາກເບື້ອງບົນຈຸດປະກາຍຈິດວິນຍານທຸກດວງຂຶ້ນມາອີກຄັ້ງ
    ຮາເລລູຢາ ຂໍພຣະສິລິຈົ່ງເປັນຂອງພຣະອົງ
    ຮາເລລູຢາ ຂໍໃຫ້ພຣະສິລິເປັນຂອງພຣະອົງ
    ມແ 255.2

    ໂປດຟື້ນໃຈຂອງຂ້າຂຶ້ນມາໃໝ່ {MH 254.1}

    ບົດເພງປຽບເປັນດັ່ງອາວຸດທີ່ເຮົາສາມາດໃຊ້ຕໍ່ສູ້ກັບຄວາມທໍ້ຖອຍສິ້ນຫວັງໄດ້ ເມື່ອເຮົາໄດ້ເປີດຈິດໃຈຂອງເຮົາອອກສູ່ແສງສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດທີ່ເປັນ ດັ່ງແສງອາທິດອັນເຈີດຈ້າ ເຮົາກໍຈະໄດ້ຮັບພຣະພອນຈາກພຣະອົງແລະມີສຸຂະພາບທີ່ ສົມບູນມແ 256.1

    “ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າເພາະພຣະອົງປະເສີດ
    ເພາະຄວາມຮັກໝັ້ນຄົງຂອງພຣະອົງດໍາລົງເປັນນິດ
    ໃຫ້ຜູ້ທີ່ພຣະເຈົ້າຊົງໄຖ່ໄວ້ແລ້ວກ່າວດັ່ງນັ້ນເຖີດ
    ຄືຜູ້ທີ່ພຣະອົງຊົງໄຖ່ໄວ້ຈາກມືຂອງປໍລະປັກ”
    “ຈົ່ງຮ້ອງເພງຖະຫວາຍພຣະອົງ ຮ້ອງເພງສັນລະເສີນຖະຫວາຍພຣະອົງ
    ຈົ່ງເລົ່າເຖິງການອັດສະຈັນທັງສິ້ນຂອງພຣະອົງ
    ຈົ່ງອວດພຣະນາມບໍລິສຸດຂອງພຣະອົງ
    ໃຫ້ຈິດໃຈຂອງບັນດາຜູ້ສະແຫວງຫາພຣະເຈົ້າຍິນດີ”
    “ເພາະຜູ້ທີ່ກະຫາຍພຣະອົງຊົງໃຫ້ເຂົາອີ່ມ
    ແລະຜູ້ທີ່ຫິວ ພຣະອົງຊົງໃຫ້ເຂົາໜໍາໃຈດ້ວຍຂອງດີ
    ບາງຄົນຖືກຂັງຢູ່ດ້ວຍຄວາມທຸກຍາກແລະຖືກລ່າມໂສ້
    ໃນຄວາມຍາກລໍາບາກຂອງເຂົາ ເມື່ອເຂົາຮ້ອງທູນພຣະເຈົ້າ
    ພຣະອົງຊົງໃຫ້ເຂົາລອດຈາກຄວາມທຸກໃຈຂອງເຂົາ
    ພຣະອົງຊົງນໍາເຂົາອອກມາຈາກຄວາມມືດແລະເງົາມັດຈຸລາດ
    ແລະຊົງລະເບີດພັນທະຂອງເຂົາໃຫ້ຂາດສະບັ້ນ
    ໃຫ້ເຂົາຂອບພຣະຄຸນພຣະເຈົ້າເພາະຄວາມຮັກໝັ້ນຄົງຂອງພຣະອົງ
    ມແ 256.2

    ເພາະການອັດສະຈັນຂອງພຣະອົງທີ່ມີຕໍ່ບຸດຂອງມະນຸດ
    ຈິດວິນຍານຂອງຂ້າພະເຈົ້າເອີຍເຫດສັນໃດເຈົ້າຈຶ່ງຫົດຫູ່ຢູ່
    ເຫດໃດເຈົ້າຈຶ່ງສະທົກສະທ້ານພາຍໃນຂ້າພະເຈົ້າ
    ຈົ່ງຫວັງໃຈໃນພຣະເຈົ້າ
    ເພາະຂ້າພະເຈົ້າຈະຖະຫວາຍເພງສັນລະເສີນແດ່ພຣະອົງອີກ
    ຜູ້ຊົງເປັນຄວາມອຸປະຖໍາ
    ແລະເປັນພຣະເຈົ້າຂອງຂ້າພະເຈົ້າ”
    ມແ 257.1

    ເພງສັນລະເສີນ 107:1,2; 105:2,3; 107:9-15; 42:11 {MH 254.2}

    ຈົ່ງຂອບພຣະຄຸນໃນທຸກໆກໍລະນີເພາະນີ້ແຫຼະເປັນນໍ້າພຣະໄທຂອງພຣະເຈົ້າຊຶ່ງ ປາກົດຢູ່ໃນພຣະເຢຊູຄຣິດເພື່ອທ່ານທັງຫຼາຍ” 1 ເທສະໂລນິ 5:8 ພຣະດໍາລັດສັ່ງນີ້ເຮັດ ໃຫ້ເຮົາມີຄວາມໝັ້ນໃຈວ່າ ແມ່ນແຕ່ສິ່ງທີ່ເບິ່ງຄືວ່າຈະຕໍ່ຕ້ານຂັດຂວາງເຮົາ ກໍຍັງຈະບັງ ເກີດຜົນດີແກ່ເຮົາໄດ້ສະເໝີ ພຣະເຈົ້າບໍ່ໄດ້ສັ່ງໃຫ້ເຮົາຖະຫວາຍໂມທະນາພຣະຄຸນພຣະ ອົງໃນສິ່ງທີ່ຈະເປັນອັນຕະລາຍແກ່ເຮົາມແ 257.2

    “ພຣະເຈົ້າຊົງເປັນຄວາມສະຫວ່າງແລະຄວາມລອດຂອງຂ້າພະເຈົ້າ
    ຂ້າພະເຈົ້າຈະຢ້ານຜູ້ໃດອີກ
    ພຣະເຈົ້າຊົງເປັນທີ່ກໍາບັງເຂັ້ມແຂງແຫ່ງຊີວິດຂ້າພະເຈົ້າ
    ຂ້າພະເຈົ້າຈະຕ້ອງເກງໃຜອີກ”
    “ພຣະອົງຈະຊົງເຊື່ອງຂ້າພະອົງໃນທີ່ກໍາບັງຂອງພຣະອົງ
    ໃນຍາມຍາກລໍາບາກ
    ພຣະອົງຈະປິດຂ້າພະເຈົ້າໄວ້ພາຍໃຕ້ຮົ່ມພັບພາຂອງພຣະອົງ....
    ແລະຂ້າພະເຈົ້າຈະຖະຫວາຍເຄື່ອງສັດບູຊາໃນພັບພາຂອງພຣະອົງ
    ດ້ວຍການໂຫ່ຮ້ອງ ຂ້າຈະຮ້ອງເພງແລະຖະຫວາຍເພງສັນລະເສີນແດ່ພຣະເຈົ້າ”
    “ຂ້າພະເຈົ້າໄດ້ພຽນລໍຄອຍພຣະເຈົ້າ
    ພຣະອົງຊົງເອນພຣະອົງລົງ ຟັງຄໍາຮ້ອງທູນຂອງຂ້າພະເຈົ້າ
    ພຣະອົງຊົງດຶງຂ້າພະເຈົ້າຂຶ້ນມາຈາກຫຼຸມອັນໜ້າສະລົດ
    ອອກມາຈາກຂີ້ຕົມ ແລ້ວວາງຕີນຂອງຂ້າພະເຈົ້າລົງເທິງສິລາ ເຮັດໃຫ້ບາດກ້າວຍ່າງຂອງຂ້າພະເຈົ້າໝັ້ນຄົງ
    ພຣະອົງຊົງບັນຈຸເພງໃໝ່ໃນປາກຂ້າພະເຈົ້າ
    ເປັນບົດເພງສັນລະເສີນພຣະເຈົ້າຂອງເຮົາ”
    “ພຣະເຈົ້າຊົງເປັນພຣະກໍາລັງແລະເປັນໂລ່ຂອງຂ້າພະເຈົ້າ
    ຈິດໃຈຂອງຂ້າພະເຈົ້າວາງໃຈໃນພຣະອົງ
    ຂ້າພະເຈົ້າຈຶ່ງໄດ້ຮັບຄວາມອຸບປະຖໍາ
    ແລະຈິດໃຈຂອງຂ້າພະເຈົ້າກໍປິຕິຍິນດີຍິ່ງ
    ຂ້າພະເຈົ້າຈະຖະຫວາຍໂມທະນາແກ່ພຣະອົງ
    ດ້ວຍບົດເພງຂອງຂ້າພະເຈົ້າ”
    ມແ 257.3

    ເພງສັນລະເສີນ 27:1; 27:5,6 40:1-3; 28:7 {MH 255.1}

    ສິ່ງໜຶ່ງທີ່ຄອຍກີດຂວາງຄົນເຈັບບໍ່ໃຫ້ຫາຍຈາກໂລກ ກໍຄືການເຝົ້າຄິດເຖິງແຕ່ຕົວ ເອງ ຄົນປ່ວຍຫຼາຍຄົນຕ່າງຄິດວ່າທຸກຄົນຄວນຈະເຫັນອົກເຫັນໃຈແລະໃຫ້ຄວາມຊ່ວຍ ເຫຼືອແກ່ພວກເຂົາ ແຕ່ສິ່ງທີ່ພວກເຂົາຈໍາເປັນຕ້ອງເຮັດກໍຄື ການຜ່ອນ ການຄິດເຖິງຕົວ ເອງແລະຫັນໄປຄິດເຖິງແລະສົນໃຈໃສ່ຊ່ວຍເຫຼືອຜູ້ອື່ນ {MH 256.1}ມແ 258.1

    ຫຼາຍຄັ້ງທີ່ພວກເຮົາໄດ້ຮັບການຮ້ອງຂໍໃຫ້ອາທິຖານເພື່ອຄົນທີ່ເຈັບປ່ວຍ ຄົນທີ່ ມີຄວາມໂສກເສົ້າ ຄົນທີ່ທໍ້ແທ້ສິ້ນຫວັງ ແລະສິ່ງນີ້ເປັນການກະທໍາທີ່ຖືກຕ້ອງ ເຮົາຄວນ ອາທິຖານຂໍໃຫ້ພຣະເຈົ້າໃຫ້ຊົງສ່ອງຄວາມສະຫວ່າງເຂົ້າໄປຍັງຈິດໃຈທີ່ມືດມົນແລະຊົງ ຊ່ວຍເລົ້າໂລມໃຈທີ່ທຸກໂສກ ແຕ່ພຣະເຈົ້າຈະຊົງຕອບຄໍາອະທິຖານແກ່ຄົນທັງຫຼາຍທີ່ ພ້ອມຈະແບ່ງປັນພຣະພອນທີ່ໄດ້ຮັບຈາກພຣະອົງໃນຂະນະທີ່ເຮົາອະທິຖານເພື່ອຄົນທັງ ຫຼາຍທີ່ມີຄວາມໂສກເສົ້າ ເຮົາຄວນໜຸນໃຈໃຫ້ພວກເຂົາໄດ້ພະຍາຍາມຊ່ວຍເຫຼືອຜູ້ທີ່ ມີຄວາມຍາກຈົນຂັດສົນຫຼາຍກວ່າພວກເຂົາ ຄວາມມືດມົນຈະຖືກຂະຈັດອອກໄປຈາກ ຈິດໃຈຂອງພວກເຂົາ ໃນຂະນະທີ່ພວກເຂົາພະຍາຍາມທີ່ຈະຊ່ວຍເຫຼືອຜູ້ອື່ນ ເມື່ອເຮົາ ພະຍາຍາມໃຫ້ກໍາລັງໃຈຊ່ວຍເຫຼືອຜູ້ອື່ນ ເຮົາກໍຈະໄດ້ຮັບຄວາມຊື່ນໃຈໄປນໍາ ພຣະພອນ ນັ້ນຈະກັບຄືນມາຫາເຮົາ {MH 256.2}ມແ 258.2

    ພຣະທໍາເອຊະຢາບົດທີຫ້າສິບແປດມີຂໍ້ຄວາມທີ່ກ່າວເຖິງຢາຂະໜານເອກທີ່ໃຊ້ ໃນການບໍາບັດຮັກສາໂຣກທີ່ເກີດຂຶ້ນກັບຮ່າງກາຍແລະຈິດໃຈ ຖ້າເຮົາປາດຖະໜາທີ່ຈະມີ ສຸຂະພາບທີ່ດີແລະມີຄວາມສຸກທີ່ແທ້ຈິງໃນຊີວິດ ເຮົາຕ້ອງປະຕິບັດຕາມກົດທີ່ມີຂຽນໄວ້ ໃນຂໍ້ພຣະຄໍາພີນີ້ ອົງພຣະຜູ້ເປັນເຈົ້າຕັດເຖິງການປະຕິບັດຮັບໃຊ້ທີ່ພຣະອົງຈະຊົງພໍພຣະ ໄທແລະພຣະພອນທີ່ຈະໄດ້ຮັບໄວ້ວ່າມແ 258.3

    “ບໍ່ແມ່ນການທີ່ຈະປັນອາຫານຂອງເຈົ້າໃຫ້ກັບຜູ້ທີ່ຫິວ
    ແລະນໍາຄວາມຍາກຈົນປາສະຈາກບ້ານເຂົ້າມາໃນບ້ານຂອງເຈົ້າ
    ເມື່ອເຈົ້າເຫັນຄົນເປືອຍກາຍຈົ່ງຄຸມກາຍເຂົາໄວ້
    ແລະບໍ່ຕ້ອງເຊື່ອງຕົວຂອງເຈົ້າຈາກຍາດພີ່ນ້ອງຂອງເຈົ້າເອງດອກ
    ແລ້ວຄວາມສະຫວ່າງຈະເປ່ງອອກມາຫາເຈົ້າຢ່າງແສງອາລຸນ
    ແລະບາດແຜຂອງເຈົ້າກໍຈະຫາຍຂຶ້ນມາຢ່າງໄວວາ
    ຄວາມຊອບທໍາຂອງເຈົ້າຈະຍ່າງນໍາໜ້າເຈົ້າ
    ແລະພຣະສິລິຂອງພຣະເຈົ້າຈະລະວັງຫຼັງເຈົ້າແລ້ວ
    ເຈົ້າຈະທູນ ແລະພຣະເຈົ້າຈະຊົງຕອບ
    ເຈົ້າຈະຮ້ອງທູນ ແລະພຣະອົງຈະຕັດວ່າ ເຮົາຢູ່ນີ້
    ຖ້າເຈົ້າຈະເອົາອອກໄປຈາກທ່າມກາງເຈົ້າເສຍ
    ຊຶ່ງແອກ ຊຶ່ງການຊີ້ໜ້າ ແລະການເວົ້າອະທໍາ
    ຖ້າເຈົ້າທຸ້ມເທຊີວິດຂອງເຈົ້າແກ່ຄົນຫິວ
    ແລະໃຫ້ຜູ້ຖືກຂົ່ມໃຈໄດ້ອີ່ມໃຈ
    ແລ້ວຄວາມສະຫວ່າງຈະໂພ່ຂຶ້ນແກ່ເຈົ້າໃນຄວາມມືດ
    ແລະຄວາມມືດຂອງເຈົ້າຈະເປັນດັ່ງກາງເວັນ
    ແລະພຣະເຈົ້າຈະນໍາເຈົ້າຢູ່ເປັນນິດ
    ໃຫ້ເຈົ້າອີ່ມດ້ວຍຂອງດີ
    ແລະຈະເຮັດໃຫ້ກະດູກຂອງເຈົ້າແຂງ
    ແລະເຈົ້າຈະເປັນດັ່ງສວນທີ່ມີນໍ້າຫົດ
    ເໝືອນນໍ້າພຸ
    ທີ່ມີນໍ້າບໍ່ຂາດສາຍ”
    ມແ 259.1

    ເອຊະຢາ 58:7-11 {MH 256.3}

    ການເຮັດສິ່ງທີ່ດີງາມຈະເຮັດໃຫ້ເຮົາໄດ້ຮັບພຣະພອນເປັນສອງເທົ່າ ຊຶ່ງເປັນປະ ໂຫຍດທັງແກ່ຜູ້ໃຫ້ແລະຜູ້ຮັບຄວາມເມດຕາກະລຸນາ ຈິດສໍານຶກແລະຄິດເຖິງການກະທໍາ ອັນຊອບທໍາເປັນຢາວິເສດທີ່ສຸດໃນການຮັກສາໂຣກທາງກາຍແລະຈິດໃຈ ເມື່ອຈິດໃຈ ຂອງເຮົາໄດ້ຮັບການຜ່ອນຄາຍແລະຮູ້ສຶກມີຄວາມສຸກຈາກການທີ່ໄດ້ເຮັດໜ້າທີ່ຢ່າງດີ ຍິ່ງແລ້ວ ແລະມີຄວາມເພິ່ງພໍໃຈທີ່ໄດ້ເຮັດໃຫ້ຜູ້ອື່ນມີຄວາມສຸກ ໃຈທີ່ຊື່ນບານແລະ ຄວາມຄິດທີ່ສູງສົ່ງຍ່ອມຈະສົ່ງຜົນຕໍ່ຮ່າງກາຍແລະຈິດໃຈຄືກັບວ່າໄດ້ມີຊີວິດໃໝ່ {MH 257.1}ມແ 260.1

    ແທນທີ່ຄົນປ່ວຍຈະຮຽກຮ້ອງຄວາມເຫັນອົກເຫັນໃຈຢູ່ສະເໝີ ຂໍໃຫ້ເຂົາໄດ້ພະ ຍາຍາມທີ່ຈະສະແດງຄວາມເຫັນອົກເຫັນໃຈແກ່ຜູ້ອື່ນ ຈົ່ງວາງພາລະອັນໜັກຂອງຄວາມ ອ່ອນແອ ຄວາມທຸກໂສກແລະຄວາມທໍລະມານຂອງທ່ານໄວ້ກັບພຣະຜູ້ຊ່ວຍໃຫ້ລອດ ຊົງປະກອບດ້ວຍພຣະໄທກະລຸນາ ໃຫ້ເປີດຈິດໃຈຂອງທ່ານຮັບຄວາມຮັກຂອງພຣະອົງ ແລະໃຫ້ຄວາມຮັກນັ້ນໄດ້ຫຼັ່ງໄຫຼໄປຍັງຜູ້ອື່ນ ຈົ່ງລະລຶກໄວ້ສະເໝີວ່າທຸກໆຄົນຕ່າງກໍມີ ຄວາມຍາກລໍາບາກທີ່ແສນຈະໜັກ ການທົດລອງທີ່ຍາກຕໍ່ການຂັດຂືນ ຊຶ່ງທ່ານສາມາດ ຈະແບ່ງເບົາພາລະເຫຼົ່ານີ້ໄດ້ ຈົ່ງສະແດງຄວາມຊາບຊຶ້ງໃນພຣະມະຫາກາລຸນາທິຄຸນສໍາ ລັບພຣະພອນແລະການດູແລເອົາໃຈໃສ່ທີ່ທ່ານໄດ້ຮັບ ຈົ່ງເກັບຮັກສາພຣະສັນຍາອັນປະ ເສີດຂອງພຣະເຈົ້າໃຫ້ເຕັມລົ້ນຢູ່ພາຍໃນຈິດໃຈ ເພື່ອທ່ານຈະນໍາພຣະວັດຈະນະເຫຼົ່ານັ້ນ ອອກມາຈາກຄັງສົມບັດເພື່ອປຸກແລະເສີມກໍາລັງຈິດໃຈຂອງຜູ້ອື່ນ ການເຮັດເຊັ່ນນີ້ຈະ ອ້ອມລ້ອມທ່ານໄວ້ດ້ວຍບັນຍາກາດແຫ່ງຄວາມເອື້ອອາທອນແລະຍົກຊູຈິດວິນຍານ ຂໍ ໃຫ້ທ່ານຈົ່ງມີຄວາມມຸ້ງໝາຍທີ່ຈະເຮັດໃຫ້ຜູ້ທີ່ຢູ່ອ້ອມລ້ອມຕົວທ່ານມີຄວາມສຸກ ແລະ ທ່ານຈະພົບວິຖີທາງທີ່ຈະສາມາດຊ່ວຍເຫຼືອ ທັງສະມາຊິກໃນຄອບຄົວຂອງທ່ານເອງ ແລະແກ່ຜູ້ອື່ນອີກດ້ວຍ {MH 257.2}ມແ 260.2

    ຖ້າຄົນທັງຫຼາຍທີ່ກໍາລັງເຈັບປ່ວຍຈະລືມຕົວເອງ ແລ້ວຫັນມາໃຫ້ຄວາມສົນໃຈ ໃນຜູ້ອື່ນ ຖ້າພວກເຂົາຈະປະຕິບັດຊ່ວຍເຫຼືອຜູ້ອື່ນທີ່ມີຄວາມທຸກຍາກຫຼາຍກວ່າຕົວເຂົາ ຕາມພຣະບັນຊາຂອງພຣະເຈົ້າ ເຂົາກໍຈະຮູ້ເຖິງຄວາມຈິງໃນພຣະສັນຍາຂອງພຣະເຈົ້າທີ່ ຊົງເປີດເຜີຍໄວ້ວ່າ “ແລ້ວຄວາມສະຫວ່າງຈະພຸ່ງອອກມາສູ່ຕົວເຈົ້າຢ່າງແສງອາລຸນ ແລະ ບາດແຜຂອງເຈົ້າຈະຫາຍດີຂຶ້ນມາຢ່າງໄວວາມແ 260.3

    Larger font
    Smaller font
    Copy
    Print
    Contents