Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພະລັງແຫ່ງຄວາມຕັ້ງໃຈ

    ຜູ້ທີ່ຖືກທົດລອງຈໍາເປັນຕ້ອງເຂົ້າໃຈເຖິງອໍານາດທີ່ແທ້ຈິງຂອງຄວາມຕັ້ງໃຈ ອໍາ ນາດນີ້ເປັນອໍານາດທີ່ຄອຍຄວບຄຸມສະພາບຕາມທໍາມະຊາດຂອງມະນຸດຊຶ່ງກໍຄືອໍານາດ ແຫ່ງການຕັດສິນໃຈແລະອໍານາດແຫ່ງການເລືອກທຸກໆສິ່ງຊຶ່ງຂຶ້ນກັບການກະທໍາທີ່ຖືກ ຕ້ອງ ຕາມເທົ່າທີ່ມັນຖືກນໍາໄປປະຕິບັດຢ່າງຕໍ່ເນື່ອງ ແຕ່ຖ້າເຮົາຢຸດເມື່ອໃດມັນກໍຈະສູນ ເປົ່າມີຄົນຈໍານວນຫຼວງຫຼາຍທີ່ກໍາລັງຈົມເລິກສູ່ຄວາມພິນາດໃນຂະນະທີ່ຍັງຄົງຫວັງແລະ ປາຖະໜາຈະເອົາຊະນະເໜືອຄວາມປະພຶດອັນຊົ່ວຮ້າຍຂອງຕົນ ພວກເຂົາຕ່າງບໍ່ຍອມ ມອບຄວາມຕັ້ງໃຈໄວ້ກັບພຣະເຈົ້າ ພວກເຂົາບໍ່ໄດ້ເລືອກທີ່ຈະປະຕິບັດຮັບໃຊ້ພຣະອົງ {MH 176.1}ມແ 165.3

    ພຣະເຈົ້າຊົງປະທານອໍານາດແຫ່ງການເລືອກໃຫ້ແກ່ເຮົາແລ້ວ ເຮົາຈຶ່ງຕ້ອງເປັນຜູ້ ທີ່ໃຊ້ອໍານາດນີ້ ເຮົາບໍ່ອາດປ່ຽນໃຈຂອງເຮົາເອງໄດ້ ເຮົາຄວບຄຸມຄວາມຄິດ ອາລົມແລະ ຄວາມຮັກຂອງຕົວເຮົາເອງບໍ່ໄດ້ ເຮົາບໍ່ສາມາດທີ່ຈະເຮັດຕົວເຮົາໃຫ້ບໍລິສຸດເໝາະສົມທີ່ ເຮັດພາລະກິດຂອງພຣະເຈົ້າໄດ້ ແຕ່ເຮົາເລືອກທີ່ຈະປະຕິບັດຮັບໃຊ້ພຣະເຈົ້າໄດ້ ເຮົາ ມອບຖະຫວາຍຄວາມຕັ້ງໃຈຂອງເຮົາໄວ້ໃຫ້ກັບພຣະອົງໄດ້ ແລ້ວພຣະອົງກໍຈະຊົງເຮັດ ໃຫ້ເຮົາມີຄວາມຕັ້ງໃຈແລະທັງໃຫ້ເຮົາໄດ້ປະຕິບັດຕາມນໍ້າພຣະໄທຂອງພຣະອົງ ດ້ວຍ ປະການນີ້ອຸປະນິດໄສທັງໝົດຂອງເຮົາຈຶ່ງຖືກນໍາເຂົ້າມາຢູ່ພາຍໃຕ້ການຄວບຄຸມດູແລ ຂອງພຣະຄຣິດ {MH 176.2}ມແ 166.1

    ເມື່ອໃຊ້ຄວາມຕັ້ງໃຈໄດ້ຢ່າງຖືກຕ້ອງ ຊີວິດກໍຈະໄດ້ຮັບການປ່ຽນແປງໃໝ່ໂດຍ ສິ້ນເຊີງໂດຍການຍອມມອບຖະຫວາຍຄວາມຕັ້ງໃຈໄວ້ໃຫ້ກັບພຣະຄຣິດເຮົາຈຶ່ງໄດ້ຜູກ ພັນຕົວເຮົາໄວ້ກັບລິດອໍານາດອັນສັກສິດຂອງພຣະເຈົ້າ ເຮົາຈະໄດ້ຮັບກໍາລັງຈາກເບື້ອງ ເທິງທີ່ຈະຊ່ວຍຢຶດເຮົາໄວ້ຢ່າງໝັ້ນຄົງ ຊີວິດທີ່ບໍລິສຸດແລະດີງາມ ຊີວິດທີ່ມີໄຊຊະນະ ເໜືອຄວາມຢາກແລະລາຄະຕັນຫາ ຈະເປັນຂອງທຸກຄົນທີ່ພ້ອມຈະປະສານຄວາມຕັ້ງ ໃຈອັນອ່ອນແອແລະຫວັ່ນໄຫວຢ່າງມະນຸດຂອງເຂົາເຂົ້າກັບນໍ້າພຣະໄທຂອງພຣະເຈົ້າຜູ້ ຊົງສັບພັນຍຸແລະບໍ່ມີວັນຜັນແປ {MH 176.3}ມແ 166.2

    ຄົນທັງຫຼາຍທີ່ກໍາລັງຕໍ່ສູ້ກັບອໍານາດຂອງຄວາມຢາກຄວນຈະໄດ້ຮັບຄໍາແນະນໍາ ສັ່ງສອນເຖິງຫຼັກການຂອງການດໍາເນີນຊີວິດທີ່ຖືກສຸຂະລັກສະນະ ພວກເຂົາຄວນຈະໄດ້ ເຫັນວ່າການລ່ວງລະເມີດບົດບັນຍັດຂອງສຸຂະພາບໂດຍການສ້າງເງື່ອນໄຂທີ່ກໍ່ໃຫ້ເກີດ ໂລກໄພແລະຄວາມຢາກທີ່ຜິດທໍາມະຊາດນັ້ນເປັນຮາກຖານທີ່ນໍາໄປສູ່ນິດໄສຂອງການ ເສບສຸລາ ການດໍາເນີນຊີວິດທີ່ສອດຄ່ອງຕາມບົດບັນຍັດຂອງສຸຂະພາບເທົ່ານັ້ນທີ່ເປັນ ຄວາມຫວັງດຽວທີ່ຈະຊ່ວຍໃຫ້ພວກເຂົາຫຼຸດພົ້ນຈາກຄວາມຢາກ ການກະຕຸ້ນທີ່ຜິດທໍາ ມະຊາດ ໃນຂະນະທີ່ພວກເຂົາເພິ່ງພຣະກໍາລັງຂອງພຣະເຈົ້າເພື່ອຕັດຂາດຄວາມຢາກທີ່ ໄດ້ຜູກມັດພວກເຂົາຢູ່ ພວກເຂົາຈະຕ້ອງຮ່ວມມືກັບພຣະເຈົ້າໂດຍການເຊື່ອຟັງຕາມບົດ ບັນຍັດຂອງພຣະອົງທັງບົດບັນຍັດໃນດ້ານສິນທໍາແລະດ້ານສຸຂະພາບຮ່າງກາຍ {MH 176.4}ມແ 166.3

    ຜູ້ຄົນທີ່ກໍາລັງພະຍາຍາມປະຕິຮູບຕົວເອງຄວນໄດ້ຮັບການສົ່ງເສີມໃນດ້ານອາຊີບ ການງານ ຄົນທີ່ສາມາດເຮັດວຽກໄດ້ບໍ່ຄວນໄດ້ຮັບການສອນໃຫ້ຄາດຫວັງທີ່ຈະໄດ້ຮັບ ອາຫານ ເຄື່ອງນຸ່ງຫົ່ມແລະທີ່ພັກອາໄສໂດຍທີ່ບໍ່ຕ້ອງຈ່າຍລາຄາເພື່ອປະໂຫຍດຕໍ່ຕົວເຂົາ ເອງແລະຕໍ່ບຸກຄົນອື່ນ ຄວາມຄິດຫາວິທີທີ່ຈະໂນ້ມນ້າວພວກເຂົາໃຫ້ແບ່ງປັນສິ່ງທີ່ພວກ ເຂົາມີເປັນມູນຄ່າທີ່ພໍໆກັບສິ່ງທີ່ພວກເຂົາໄດ້ຮັບເປັນການຕອບແທນ ຈົ່ງສະໜັບສະໜູນ ທຸກຄວາມພະຍາຍາມທີ່ສົ່ງເສີມໃຫ້ສາມາດເພິ່ງຕົນເອງໄດ້ ສິ່ງນີ້ຈະຊ່ວຍເສີມສ້າງໃຫ້ມີ ຄວາມນັບຖືໃນຕົວເອງແລະຮູ້ສຶກເປັນກຽດທີ່ສາມາດລ້ຽງດູຕົນເອງໄດ້ແລະອາຊີບທີ່ໃຊ້ ທັງສະໝອງແລະກໍາລັງກາຍທີ່ເກີດປະໂຫຍດຈຶ່ງເປັນສິ່ງສໍາຄັນທີ່ເປັນເໝືອນເຄື່ອງປ້ອງ ກັນການທົດລອງ {MH 177.1}ມແ 167.1