Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພາກທີ 8 - ສິ່ງຈຳເປັນສຳລັບຜູ້ຮັບໃຊ້

    ບົດທີ 40 ສິ່ງທີ່ຄອຍຊ່ວຍເຫຼືອ ໃນການດຳເນີນຊີວິດ

    ອໍານາດໃນການໂນ້ມນ້າວຈິດໃຈໄດ້ດີຍິ່ງກວ່າຄຳເວົ້າທີ່ມີຊັ້ນ ເຊີງກໍຄືຊີວິດທີ່ ລຽບງ່າຍຂອງຊາວຄຣິດສະຕຽນທ່່ຍຶດໝັ້ນຢູ່ໃນຄວາມບໍລິສຸດຊອບທຳ ແລະທ່ຽງແທ້ສິ່ງ ທີ່ມະນຸດເປັນມີອິດທິພົນເໜືອກວ່າຄຳເວົ້າໃດໆທີ່ເຂົາເວົ້າອອກມາ {MH 469.1}ມແ 491.1

    ເຫຼົ່າເຈົ້າໜ້າທີ່ ທີ່ຖືກສັ່ງໃຫ້ໄປຈັບພຣະເຢຊູກັບມາລາຍງາຍວ່າບໍ່ເຄີຍມີຜູ້ໃດດຳ ເນີນຊີວິດໄດ້ເຊັ່ນດຽວກັບທີ່ພຣະອົງຊົງດຳເນີນ ຖ້າຫາກຊີວິດຂອງພຣະອົງຊົງແຕກຕ່າງ ໄປຈາກທີ່ພຣະອົງຊົງເປັນພຣະອົງກໍຄົງບຊ່ອາດຕັດເໝືອນທີ່ພຣະອົງຕັດ ພຣະວາທະ ຂອງພຣະອົງມີລິດອຳນາດໃນການໂນ້ມນ້າວແລະຊັກຈູງຈິດໃຈ ເພາະຖ້ອຍຄຳເຫຼົ່ານັ້ນ ອອກມາຈາກຈິດໃຈທີ່ບໍລິສຸດຊອບທຳປະກອບດ້ວຍຄວາມຮັກ ແລະຄວາມເຫັນອົກ ເຫັນໃຈ ຄວາມເມດຕາກະລຸນາແລະຄວາມຊັດຈິງ {MH 469.2}ມແ 491.2

    ອຸປະນິໄສ ແລະປະສົບການຂອງເຮົາເປັນຕົວກຳນົດຜົນກະທົບຂອງເຮົາ ທີ່ມີຕໍ່ຜູ້ ອື່ນໃນການຊັກຈູງຜູ້ອື່ນໃຫ້ເຖິງລິດອຳນາດແຫ່ງພຣະຄຸນຂອງພຣະຄຣິດ ເຮົາຕ້ອງ ເຂົ້າໃຈເຖິງລິດອຳນາດທີ່ມີຕໍ່ຈິດໃຈຂອງເຮົາເສຍກ່ອນ ຂ່າວປະເສີດທີ່ ເຮົາປະກາດເພື່ອໃຫ້ຈິດວິນຍານທັງຫຼາຍໄດ້ຮັບຄວາມລອດ ຕ້ອງເປັນຂ່າວປະເສີດທີ່ ຊ່ວຍຈິດວິນຍານຂອງເຮົາໄດ້ຮັບຄວາມລອດ ໂດຍອາໄສຄວາມເຊື່ອໃນການຊ່ວຍໃຫ້ ລອດຂອງພຣະຄຣິດທີ່ປະສົບກັບຕົນເອງເທົ່ານັ້ນ ເຖິງຈະສາມາດມີອິດທິພົນເຮັດໃຫ້ ຊາວໂລດທີ່ເຕັມໄປດ້ວຍຄວາມລະແວງສົງໃສເຫຼື້ອມໃສໄດ້ ຫາກເຮົາຕ້ອງການດຶງຄົນ ບາບໃຫ້ພົ້ນຈາກກະແສນໍ້າທີ່ໄຫຼແຮງຕີນຂອງເຮົາຕ້ອງຕັ້ງໝັ້ນຢູ່ເທິງສິລາເຊິ່ງຄືອົງພຣະເຢ ຊູຄຣິດນັ້ນເອງ {MH 469.33}ມແ 491.3

    ສິ່ງທີ່ສະແດງເຖິງຄວາມເປັນຄຣິດສະຕຽນນັ້ນ ບໍ່ແມ່ນເປັນເຄື່ອງໝາຍສັນຍາ ລັກພາຍນອກທີ່ຄົນເບິ່ງເຫັນ ບໍ່ແມ່ນດ້ວຍການຫ້ອຍກາງແຂນຫຼືການສວມມຸງກຸດແຕ່ ເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມສຳພັນຂອງມະນຸດທີ່ມີຕໍ່ພຣະເຈົ້າ ໂດຍອາໃສລິດ ອຳນາດແຫ່ງພຣະຄຸນຂອງພຣະອົງທີ່ຊົງສະແດງໃຫ້ປະກົດຈາກອຸປະນິໄສຂອງເຮົາ ທີ່ ໄດ້ຮັບການປ່ຽນແປງໃໝ່ ຊາວໂລກເຖິງຈະເຊື່ອວ່າພຣະເຈົ້າປະທານພຣະບຸດຂອງພຣະ ອົງມາເປັນພຣະຜູ້ໄຖ່ ບໍ່ມີອິດທິພົນໃດທີ່ມີອຳນາດເຂົ້າເຖິງຈິດວິນຍານຂອງມະນຸດໄດ້ ສະເໝີເໝືອນອິດທິພົນອັນເກີດຈາກຊີວິດທີ່ບໍ່ເຫັນແກ່ຕົວເຊັ່ນນີ້ ຫຼັກຖານທີ່ສະໜັບ ສະໜູນເຊີດຊູກຽດຂອງຂ່າວປະເສີດທີ່ຊັດເຈນທີ່ສຸດກໍຄືຊີວິດທີ່ໜ້າຮັກຂອງຊາວຄຣິດສະ ຕຽນ {MH 470.1}ມແ 492.1