Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ແຜນການຂອງພຣະເຈົ້ານັ້ນດີທີ່ສຸດ

    ແຜນງານຂອງເຮົາບໍ່ແມ່ນເປັນແຜນການຂອງພຣະເຈົ້າສະເໝີໄປ ພຣະອົງອາດ ຊົງເຫັນວ່າເປັນການດີທີ່ສຸດສຳລັບຕົວເຮົາເອງ ແລະສຳລັບອຜນງານຂອງພຣະອົງທີ່ຈະ ຊົງປະຕິເສດຄວາມຕັ້ງໃຈທີ່ດີທີ່ສຸດ ຄືຢ່າງທີ່ພຣະອົງຊົງກະທຳແກ່ດາວິດ ແຕ່ມີຢູ່ສິ່ງໜຶ່ງ ທີ່ເຮົາສາມາດໝັ້ນໃຈໄດ້ນັ້ນຄືພຣະອົງຈະຊົງອຳນວຍພຣະພອນແລະຈະປະທານຄວາມ ຈະເລີນກ້າວໜ້າໃຫ້ແກ່ຜູ້ແທນທັງຫຼາຍຂອງພຣະອົງ ທີ່ອຸທິດຕົນຢ່າງແທ້ຈິງແລະໄດ້ ໃຊ້ສິ່ງສາລະພັດທີ່ເຂົາທັງຫຼາຍມີຢູ່ເພື່ອເທີດທູນພຣະສິຣິຂອງພຣະອົງ ຫາກພຣະອົງຊົງ ເຫັນວ່າເປັນການດີທີ່ຈະບໍ່ປະທານໃນສິ່ງທີ່ເຂົາທັງຫຼາຍທູນຂໍຕໍ່ພຣະອົງ ພຣະອົງກໍຈະ ຊົງຊົດເຊີຍຄຳປະຕິເສດດ້ວຍການປະທານຫຼັກຖານແຫ່ງຄວາມຮັກຂອງພຣະອົງແລະຊົງ ມອບໝາຍການປະຕິບັດຮັບໃຊ້ອື່ນແທນ {MH 473.2}ມແ 496.1

    ດ້ວຍຄວາມຫ່ວງໃຍທີ່ເຕັມໄປດ້ວຍຄວາມຮັກຂອງພຣະອົງ ທີ່ມີຕໍ່ເຮົາພຣະອົງ ຜູ້ຊົງເຂົ້າພຣະໄທເຮົາດີຍິ່ງກວ່າເຮົາເຂົ້າໃຈຕົວເອງເສຍອີກ ຫຼາຍຄັ້ງພຣະອົງຊົງປະຕິເສດ ຂໍ້ຮຽກຮ້ອງທີ່ເຫັນແກ່ໂຕເພື່ອສະໜອງຄວາມຢາກຂອງເຮົາ ພຣະອົງຊົງບໍ່ເຫັນຊອບໃຫ້ ເຮົາລະເລີຍໜ້າທີ່ທຳມະດາໆແຕ່ສູງສົ່ງທີ່ຢູ່ໃກ້ຕົວເຮົາ ຫຼາຍຄັ້ງໜ້າທີ່ເຫຼົ່ານີ້ມັກຈະເອື້ອ ອຳນວຍໃຫ້ເຮົາມີໂອກາດການຝຶກຝົນສິ່ງຈຳເປັນເພື່ອຕຽມພ້ອມເຮົາໄວ້ສຳຫຼັບກິດຈະ ການງານທີ່ສູງສົ່ງຫຼາຍຍິ່ງຂຶ້ນ ຫຼາຍຄັ້ງແຜນງານຂອງເຮົາມັກລົ້ມເຫຼວເພື່ອແຜນການຂອງ ພຣະເຈົ້າທີ່ຊົງວາງໄວ້ໃຫ້ເຮົາຈັກສຳເລັດສົມບູນ {MH 473.3}ມແ 496.2

    ເຮົາບໍ່ເຄີຍຮັບການຊົງຮຽກໃຫ້ຕ້ອງເສຍສະຫຼະຢ່າງແທ້ຈິງ ເພື່ອພຣະເຈົ້າມີຢູ່ຫຼາຍ ສິ່ງທີ່ພຣະອົງຊົງຂໍໃຫ້ເຮົາໄດ້ຍອມລະຖີ້ມເພື່ອພຣະອົງ ໃນການກະທຳເຊັ່ນນີ້ເຮົາພຽງແຕ່ ຕ້ອງສະລະຖີ້ມ ສິ່ງທີ່ຄອຍຂັດຂວາງບໍ່ໃຫ້ເຮົາດຳເນີນໄປໃນເສັ້ນທາງທີ່ນຳພາພວກເຮົາ ໄປສູ່ສະຫວັນ ແມ່ນແຕ່ເວລາທີ່ພຣະອົງຊົງຂໍໃຫ້ເຮົາໄດ້ລະຖີ້ມໃນສິ່ງທີ່ດີງາມກໍຕາມ ເຮົາ ຍ່ອມສາມາດເຊື່ອແນ່ໄດ້ວ່າ ພຣະເຈົ້າຊົງກຳລັງດຳເນີນຕາມແຜນການເພື່ອຈະຊົງເຮັດສິ່ງ ທີ່ດີງາມຍິ່ງກວ່າສຳລັບເຮົາ {MH 473.4}ມແ 496.3

    ໃນຊີວິດພາຍພາກໜ້າ ສິ່ງເລິກລັບທີ່ເຮັດໃຫ້ເຮົາຂຸ່ນຂ້ອງໝອງໃຈແລະຜິດຫວັງ ກໍຈະແຈ່ມແຈ້ງ ເຮົາຈະຮຽນຮູ້ແລະເຂົ້າໃຈເຖິງຄຳອະທິຖານທີ່ເບິ່ງຄືວ່າຈະບໍ່ໄດ້ຮັບຄຳ ຕອບແລະຄວາມປາຖະໜາທີ່ບໍ່ສົມຫວັງຂອງເຮົານັ້ນ ເປັນສ່ວນໜຶ່ງຂອງພຣະພອນທີ່ ຍິ່ງໃຫຍ່ທີ່ສຸດຂອງເຮົາ {MH 474.1}ມແ 496.4

    ເຮົາຕ້ອງຖືວ່າໜ້າທີ່ທຸກໆໜ້າທີ່ ບໍ່ວ່າຈະຕຳ່ຕ້ອຍພຽງໃດກໍເປັນໜ້າທີ່ໆສັກສິດ ເພາະເປັນສ່ວນໜຶ່ງຂອງການປະຕິບັດຮັບໃຊ້ພຣະເຈົ້າເຮົາຄວນອະທິຖານໃນທຸກວັນວ່າ “ພຣະອົງເຈົ້າຂ້າ ໂປດຊ່ວຍໃຫ້ຂ້າພຣະອົງເຮັດໜ້າທີ່ໄດ້ດີຍິ່ງຂຶ້ນ ໂປດປະທານພະລະ ກຳລັງແລະໃຈທີ່ລ່າເລີງແກ່ຂ້າພຣະອົງ ໂປດຊ່ວຍຂ້າພຣະອົງເຕີບເຕັມງານຮັບໃຊ້ຂອງ ຂ້າພຣະອົງດ້ວຍພາລະກິດທີ່ເຕັມໄປດ້ວຍຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດດ້ວຍເຖີດ” {MH 474.2}ມແ 497.1