Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ໜ້າທີ່ຂອງບິດາ

    ສາມີແລະບິດາເປັນຫົວໜ້າຂອງຄອບຄົວ ພັນລະຍາຫວັງເພິ່ງໃນຄວາມຮັກແລະ ຄວາມເຫັນອົກເຫັນໃຈຈາກເຂົາ ແລະຕ້ອງການໃຫ້ເຂົາຊ່ວຍໃນການອົບຮົມສັ່ງສອນ ລູກໆຊຶ່ງເປັນສິ່ງທີ່ຖືກຕ້ອງ ລູກໆເປັນຂອງສາມີເທົ່າໆກັບເປັນຂອງພັນລະຍາແລະເຂົາ ມີໜ້າທີ່ເອົາໃຈໃສ່ເບິ່ງ ແຍງທຸກສຸກຂອງທຸກຄົນຢ່າງເທົ່າທຽມກັນ ລູກໆເພິ່ງບິດາໃນ ການດູແລລ້ຽງດູແລະອົບຮົມສັ່ງສອນ ເຂົາຈໍາເປັນຕ້ອງມີຄວາມຄິດຄວາມເຂົ້າໃຈທີ່ຖືກ ຕ້ອງໃນເລື່ອງຂອງຊີວິດແລະ ໃນເລື່ອງຂອງອິດທິພົນແລະການຄົບຫາສະມາຄົມກັບບຸກ ຄົນຕ່າງໆທີ່ສົມຄວນມາກ່ຽວຂ້ອງກັບຄອບຄົວຂອງເຂົານໍາ ເໜືອສິ່ງອື່ນໃດເຂົາຄວນຢູ່ ພາບໃຕ້ການຄວບຄຸມຂອງຄວາມຮັກ ແລະຄວາມຢໍາເກງໃນພຣະເຈົ້າແລະຄໍາສອນຂອງ ພຣະວັດຈະນາຂອງພຣະເຈົ້າເພື່ອຈະນໍາພາລູກໆຂອງເຂົາໃຫ້ດໍາເນີນໄປໃນຫົນທາງທີ່ ຖືກຕ້ອງໄດ້ {MH 390.2}ມແ 395.4

    ບິດາເປັນຜູ້ກໍານົດກົດເກນແລະຂໍ້ບັງຄັບພາຍໃນບ້ານແລະເຊັ່ນດຽວກັບອັບລາຮໍາ ເຂົາຄວນນັບພຣະບັນຍັດຂອງພຣະເຈົ້າມາເປັນກົດເກນຂອງຄອບຄົວພຣະເຈົ້າຕັດ ກ່ຽວກັບອັບ ລາຮໍາວ່າ “ເພາະວ່າເຮົາຮູ້ຈັກເຂົາເພື່ອເຂົາຈະໄດ້ກໍາຊັບລູກຫຼານແລະຄອບ ຄົວຂອງເຂົາທີ່ສືບມາ” ປະຖົມມະການ 18:19 ສໍາຫຼັບອັບຮໍາບໍ່ມີການປ່ອຍປະລະເລີຍ ໃນການຂັດຂືນຄວາມຕ້ອງການກະທໍາສິ່ງຊົ່ວຮ້າຍທີ່ບໍ່ຜິດບາບຄວາມອ່ອນແອຄວາມໂງ່ຈ້າ ຄວາມລໍາອຽງກໍເຊັ່ນກັນ ເຂົາບໍ່ເຄີຍອ້າງການຫຼົົງຜິດເຫຼົ່ານີ້ມາເປັນຂໍ້ແກ້ໂຕໃນຄວາມ ຜິດຕໍ່ໜ້າທີ່ຂອງເຂົາເລີຍ ອັບລາຮໍາ ບໍ່ພຽງແຕ່ສັ່ງສອນໃນທາງທີ່ຖືກຕ້ອງເທົ່ານັ້ນ ແຕ່ ເຂົາຍັງຢຶດໝັ້ນໃນສິດທິອໍານາດຂອງພຣະບັນຍັດທີ່ປ່ຽມດ້ວຍຄວາມຍຸດຕິທໍາແລະ ຄວາມຊອບທໍາ ພຣະເຈົ້າຊົງວາງຂໍ້ບັນຍັດໄວ້ເພື່ອນໍາທາງເຮົາ ລູກໆບໍ່ຄວນຖືກປ່ອຍໃຫ້ ຫຼົງໄປຈາກທາງປອດໄພ ທີ່ພຣະເຈົ້າຊົງກໍານົດໄວ້ໃນພຣະວັດຈະນາຂອງພຣະອົງເຂົ້າສູ່ ຫົນທາງທີ່ນໍາໄປສູ່ໄພອັນຕະລາຍທີ່ມີຢູ່ຮອບດ້ານ ດ້ວຍຄວາມເມດຕາແຕ່ເຂັ້ມແຂງ ດ້ວຍການພຽນອະທິຖານຢ່າງອົດທົນ ຄວາມປາຖະໜາໃນການເຮັດສິ່ງຜິດບາບຂອງ ລູກໆຈະຍັບຢັ້ງ ແຮງຈູງໃຈເຫຼົ່ານັ້ນຈະຖືກປະຕິເສດ {MH 390.3}ມແ 396.1

    ບິດານຄວນບັງຄັບໃຊ້ຄຸນຄວາມດີທີ່ເຂັ້ມງວດກວ່ານີ້ພາຍໃນຄອບຄົວ ຄວາມຄ່ອງ ແຄ້ວວ່ອງໄວ ຈະຣິຍະທໍາ ຄວາມສັດຊື່ ຄວາມອົດກັ້ນ ຄວາມກ້າຫານ ຄວາມຂະຫຍັນ ແລະການບໍາ ເພັນຕົນໃຫ້ເປັນປະໂຫຍດ ສິ່ງທີ່ບິດາປາຖະໜາໃຫ້ລູກໆເຮັດ ເຂົາເອງ ຕ້ອງປະຕິບັດໃຫ້ ເຫັນເຖິງຄຸນງາມຄວາມດີເຫຼົ່ານີ້ໃນຊີວິດຂອງເຂົາເອງ {MH 391.1}ມແ 396.2

    ແຕ່ທ່ານທັງຫຼາຍທີ່ເປັນບິດາຈົ່ງຢ່າເຮັດໃຫ້ລູກໆຂອງທ່ານທໍ້ຖອຍໝົດກໍາລັງໃຈ ຈົ່ງສະແດງ ຄວາມຮັກຮ່ວມກັບການມີສິດອໍານາດ ຄວາມເມດຕາກະລຸນາແລະຄວາມ ເຫັນອົກເຫັນໃຈ ຮ່ວມກັບການຢັບຢັ້ງໃຈທີ່ແນ່ນອນ ໃຊ້ເວລາຫວ່າງເຮັດໂຕໃຫ້ສະນິດ ສະໜົມກັບລູກໆເຂົ້າ ຮ່ວມເຮັດວຽກ ແລະຢອກລໍ້ຫຼິ້ນສະໜຸກສະໜານດ້ວຍກັນເພື່ອ ຊະນະຄວາມໝັ້ນໃຈໃນຕົວ ທ່ານຂອງລູກໆຈົ່ງເສີມສ້າງມິດຕະພາບກັບລູກໆໂດຍສະ ເພາະລູກຊາຍໂດຍວິທີນີ້ທ່ານຈະເປັນອິດທິພົນທີ່ເຂັ້ມແຂງນໍາໄປສູ່ສິ່ງທີ່ດີງາມ {MH 391.2}ມແ 396.3

    ບິດາຄວນປະຕິບັດໜ້າທີ່ຂອງຕົນໃນການເຮັດໃຫ້ຄອບຄົວມີຄວາມສຸກບໍ່ວ່າເຂົາ ຈະມີຄວາມຄິດກັງວົນແລະຄວາມຫຍຸ້ງຍາກໃນເລື່ອງຂອງວຽກງານຫຼາຍພຽງໃດເຂົາກໍ ບໍ່ຄວນນໍາ ເລື່ອງເຫຼົ່ານັ້ນມາເຮັດໃຫ້ຄອບຄົວບໍ່ມີຄວາມສຸກ ເຂົາຄວນກັບເຂົ້າບ້ານດ້ວຍ ໃບໜ້າຍິ້ມແຍ້ມ ແລະເວົ້າຈາມ່ວນຊື່ນອ່ອນຫວານ {MH 392.1}ມແ 397.1

    ຖ້າຈະເວົ້າອີກຢ່າງໜຶ່ງ ບິດາເປັນປູໂລຫິດຂອງຄອບຄົວເຂົາຕ້ອງຖະຫວາຍເຄື່ອງ ບູຊາເທິງແທ່ນບູຊາຂອງຄອບຄົວໃນເວລາເຊົ້າແລະໃນເວລາແລງ ແຕ່ພັນລະຍາແລະ ລູກໆ ຄວນເຂົ້າຮ່ວມດ້ວຍການອະທິຖານແລະຮ້ອງເພັງສັນລະເສີນພຣະເຈົ້າໃນເວລາ ເຊົ້າກ່ອນທີ່ເຂົາຈະອອກຈາກບ້ານໄປເຮັດວຽກໃຫ້ບິດາລວບລວມລູກໆມາພ້ອມໜ້າກັນ ແລະກົ້ມຫົວນະ ມັດສະການຕໍ່ເບື້ອງພະພັກພຣະເຈົ້າ ແລະມອບເດັກເຫຼົ່ານັ້ນໄວ້ໃຫ້ຢູ່ ພາຍໃຕ້ການຄຸ້ມຄອງ ຂອງບິດາເທິງສະຫວັນເມື່ອໄດ້ເສັດສິ້ນການງານຂອງລະແຕ່ວັນ ແລ້ວໃຫ້ທຸກຄົນໃນຄອບ ຄົວຮ່ວມກັນຖະຫວາຍຄໍາອະທິຖານດ້ວຍໂມທະນາຂອບ ພຣະຄຸນແລະຮ້ອງເພັງສັນລະເສີນ ເພື່ອນ້ອມຮັບການຄຸ້ມຄອງຂອງພຣະເຈົ້າທີ່ຜ່ານມາ ຕະຫຼອດວັນ {MH 392.2}ມແ 397.2

    ທ່ານທັງຫຼາຍທີ່ເປັນບິດາມານດາບໍ່ວ່າການງານຂອງທ່ານຈະກົດດັນພຽງໃດຈົ່ງຢ່າ ລະເລີຍທີ່ຈະລວມຕົວທຸກຄົນໃນຄອບຄົວມາທີ່ແທນບູຊາຂອງພຣະເຈົ້າ ຈົ່ງທູນຂໍພຣະອົງ ປະທານການຄຸ້ມຄອງຂອງທູດສະຫວັນຜູ້ບໍລິສຸດແກ່ຄອບຄົວຂອງທ່ານຈົ່ງລະລຶກວ່າ ບຸດທິ ດາຂອງທ່ານເປີດໂອກາດແກ່ການທົດລອງຕ່າງໆ ຄວາມຫຍຸ້ງຍາກໃຈ ຮ້າຍໄວ ລຸ້ນທຸກຄົນ ທັງຄົນໜຸ່ມຄົນສາວ ແລະຄົນອາຍຸຫຼາຍຄົນທັງຫຼາຍທີ່ປະສົງຈະໃຊ້ຊີວິດ ຢ່າງອົດທົນ ດ້ວຍຄວາມຮັກແລະດ້ວຍຈິດໃຈທີ່ລ່າເລີງ ຕ້ອງອະທິຖານວ່າເຮົາຈະເອົາ ຊະນະຕົນເອງໄດ້ກໍດ້ວຍການທີ່ເຮົາໄດ້ຮັບຄວາມຊ່ວຍເຫຼືອຈາກພຣະເຈົ້າຢູ່ຫຼອດເວລາ {MH 393.1}ມແ 397.3

    ຄອບຄົວຄວນຈະເປັນບ່ອນທີ່ມີຄວາມສົດຊື່ນເບີກບານໃຈມີຄວາມສຸພາບອ່ອນ ໂຍນແລະມີຄວາມຮັກດໍາລົງຢູ່ແລະບ່ອນໃດທີ່ມີຄຸນງາມຄວາມດີເຫຼົ່ານີ້ຢູ່ກໍ່ຈະມີຄວາມ ສຸກແລະ ສັນຕິສຸກຢູ່ນໍາບາງຄັ້ງຄວາມທຸກຍາກອາດຈະລໍ້າກາຍເຂົ້າມາເຢືອນແຕ່ກໍເປັນ ເຫດການທໍາມະດາຂອງມະນຸດຊາດຈົ່ງໃຫ້ຄວາມອົດທົນຄວາມຊາບຊຶ້ງໃນພຣະຄຸນ ແລະຄວາມຮັກໄດ້ສ່ອງສະຫວ່າງໃນຈິດໃຈຢ່າງມີຄວາມສຸກແມ່ນວ່າວັນນັ້ນອາດຈະຄຶ້ມ ຝົນຢູ່ໃນຄອບຄົວເຊັ່ນນີ້ທູດສະຫວັນຂອງພຣະເຈົ້າຍ່ອມສະຖິດຢູ່ນໍາ {MH 393.2}ມແ 397.4

    ສາມີ ແລະພັນລະຍາ ຄວນສຶກສາເຖິງຄວາມສຸກຂອງກັນແລະກັນ ຢ່າລະເລີຍ ທີ່ຈະສະແດງອອກເຖິງຄວາມສຸພາບອ່ອນໂຍນແລະການເອົາອົກເອົາເອົາໃຈໃນສິ່ງເລັກໆ ນ້ອຍໆເພື່ອໃຫ້ຊີວິດມີຄວາມສົດຊື່ນແລະລ່າເລີງແຈ່ມໃສ ຄວາມໄວ້ວາງໃຈກັນຢ່າງສົມ ບູນຄວນມີຢູ່ໃນຄູ່ສາມີແລະພັນລະຍາເຂົາທັງສອງຄວນປຶກສາພິຈາລະນາຄວາມຮັບຜິດ ຊອບທັງປວງຮ່ວມກັນ ຄວນຮ່ວມໃຈກັນເຮັດວຽກເພື່ອໃຫ້ລູກໆໄດ້ຮັບປະໂຫຍດສູງສຸດ ບໍ່ຄວນທີ່ຈະວ່າກ່າວຕິຕຽນແຜນການຂອງແຕ່ລະຄົນຕໍ່ໜ້າລູກ ຫຼືຕັ້ງຂໍ້ສົງໃສໃນ ການຕັດສິນໃຈຂອງແຕ່ລະຄົນໃຫ້ພັນລະຍາລະມັດລະວັງ ຢ່າເຮັດໃຫ້ການງານຂອງສາ ມີທີ່ເຮັດເພື່ອລູກນັ້ນຕ້ອງມີປັນຫາເພີ່ມຂຶ້ນໃຫ້ສາມີຊ່ວຍເຫຼືອພັນລະຍາດ້ວຍການໃຫ້ ຄໍາປຶກສາແນະນໍາທີ່ປ່ຽມດ້ວຍປັນຍາແລະໃຫ້ກໍາລັງໃຈແກ່ພັນລະຍາດ້ວຍຄວາມຮັກ {MH 393.3}ມແ 398.1

    ຢ່າໃຫ້ເກີດຄວາມມຶນຊາເສີຍເມີຍແລະການສະຫງວນທ່າທີລະຫວ່າງບິດາມານ ດາແລະລູກໆ ຈົ່ງໃຫ້ບິດາມານດາທໍາໂຕສະໜິດສະໜົມກັບລູກໆ ຂົນຂວາຍທີ່ຈະເຂົ້າ ເຖິງຄວາມມັກແລະອາລົມຂອງລູກໆອອກມາ {MH 394.1}ມແ 398.2

    ທ່ານທັງຫຼາຍທີ່ເປັນບິດາມານດາ ຈົ່ງສະແດງໃຫ້ລູກໆເຫັນວ່າທ່ານຮັກພວກເຂົາ ແລະພະຍາຍາມຢ່າງສຸດຄວາມສາມາດທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກ ຫາກທ່ານ ເຮັດເຊັ່ນນີ້ຂໍ້ກົດເກນຂໍ້ຫ້າມທີ່ຈໍາເປັນຕ່າງໆຈະຍິ່ງເພີ່ມຄຸນຄ່າທີ່ໜັກແໜ້ນໃນຈິດໃຈ ຂອງລູກໆ ຈົ່ງປົກຄອງລູກໆດ້ວຍຄວາມຮັກແລະຄວາມເຫັນອົກເຫັນໃຈ ຈົ່ງລະລຶກໄວ້ ສະເໝີວ່າ ” ທູດສະຫວັນປະຈໍາຂອງເຂົາເຝົ້າຢູ່ສະເໝີ ຕໍ່ພຣະພັກພຣະບິດາຂອງເຮົາຜູ້ ສະຖິດໃນສະຫວັນ ” ມັດທິວ 18:10 ຖ້າທ່ານປາຖະໜານໃຫ້ເຫຼົ່າທູດສະຫວັນຊ່ວຍເຫຼືອ ລູກໆຂອງທ່ານຕາມທີ່ພຣະເຈົ້າຊົງບັນຊາແກ່ເຫຼົ່າທູດສະຫວັນໃຫ້ກະທໍານັ້ນ ທ່ານກໍຕ້ອງ ຮ່ວມມືກັບເຫຼົ່າທູດສະຫວັນດ້ວຍການປະຕິບັດໃນໜ້າທີ່ຂອງຕົນ {MH 394.2}ມແ 398.3

    ຖ້າເດັກໄດ້ຮັບການລ້ຽງດູພາຍໃຕ້ແນວທາງຂອງຄວາມຮັກແລະຄວາມສະຫຼາດ ຮອບຄອບຂອງຄອບຄົວທີ່ຊື່ສັດຈິງໃຈແລ້ວ ລູກໆກໍຈະບໍ່ຕ້ອງການໄປສະແຫວງຫາ ຄວາມສະໜຸກສະໜານແລະເພື່ອນຫຼິ້ນໃນທີ່ອື່ນເຂົາຈະບໍ່ສົນໃຈໃນສິ່ງຊົ່ວຮ້າຍ ຈິດວິນ ຍານທີ່ມີຢູ່ພາຍໃນບ້ານກໍຈະຫຼໍ່ຫຼອມຂັດເກົາອຸປະນິໃສ ບົ່ມເພາະນິໃສແລະຫຼັກການທີ່ ເປັນໂລ່ກໍາບັງອັນແຂງແຮງຕໍ່ຕ້ານການທົດລອງເມື່ອເຂົາທັງຫຼາຍຕ້ອງອອກຈາກຄອບຄົວ ແລະໄປປະກອບໜ້າທີ່ການງານໃນໂລກກວ້າງ {MH 394.3}ມແ 399.1

    ລູກໆມີໜ້າທີ່ສໍາຄັນໃນຄອບຄົວເຊັ່ນດຽວກັບບິດາມານດາ ບິດາມານດາຄວນ ສອນລູກໆໃຫ້ຮູ້ວ່າພວກເຂົາເປັນສ່ວນໜຶ່ງຂອງຄອບຄົວ ພວກເຂົາໄດ້ຮັບການລ້ຽງດູ ໄດ້ມີເສື້ອຜ້າແຕ່ງກາຍ ໄດ້ຮັບຄວາມຮັກແລະການດູແລເອົາໃຈໃສ່ ດັ່ງນັ້ນເຂົາທັງຫຼາຍ ຈຶ່ງຄວນຕອບແທນຄວາມເມດຕາກາລຸນາທີ່ໄດ້ຮັບຫຼາກຫຼາຍດ້ວຍການແບ່ງເບົາພາລະ ຂອງຄອບຄົວແລະນໍາຄວາມສຸກເທົ່າທີ່ຈະເຮັດໄດ້ມາສູ່ຄອບຄົວໃນຖານະທີ່ເປັນສະມາ ຊິກຄົນໜຶ່ງ {MH 394.4}ມແ 399.2

    ບາງຄັ້ງ ລູກໆຕ້ອງຖືກທົດລອງໃຫ້ສະແດງຄວາມບໍ່ພໍໃຈທີ່ບິດາມານດາເຂັ້ມງວດ ໃນການຫ້າມປາມແຕ່ຕໍ່ໄປໃນພາຍໜ້າເຂົາທັງຫຼາຍກໍຈະເປັນພຣະພອນແກ່ບິດາມານດາ ທີ່ເອົາໃນໃສ່ດູແລດ້ວຍຄວາມຊື່ສັດແລະດ້ວຍຄວາມເຂັ້ມງວດຊຶ່ງເປັນສິ່ງປົກປ້ອງແລະ ນໍາທາງເຂົາທັງຫຼາຍຕັ້ງແຕ່ຢູ່ໃນໄວທີ່ຍັງບໍ່ມີປະສົບການ {MH 394.5}ມແ 399.3

    *****