Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 41 ການຕິດຕໍ່ກ່ຽວຂ້ອງ ກັບຜູ້ອື່ນ

    ການຄົບຫາສະມາຄົມກັບຜູ້ອື່ນໃນທຸກໆເລື່ອງຂອງຊີວິດຕ້ອງຮູ້ຈັກໃຊ້ການຄວບ ຄຸມຈິດໃຈຕົນເອງ ຄວາມອົດທົນອົດກັ້ນແລະຄວາມເຫັນອົກເຫັນໃຈເຮົາທຸກຄົນຕ່າງກໍ ມີອາລົມນິດໄສໃຈຄໍແລະການສຶກສາທີ່ແຕກຕ່າງກັນຢ່າງຫຼວງຫຼາຍຈົນມີຄວາມເຫັນ ກັບສິ່ງຕ່າງໆທີ່ຜິດແປກກັນໄປເຮົາວິນິດໄສເລື່ອງຕ່າງໆບໍ່ຄືກັນ ຄວາມເຂົ້າໃຈຂອງ ເຮົາໃນເລື່ອງກ່ຽວກັບຄວາມເປັນຈິງ ຄວາມຄິດເຫັນກ່ຽວກັບຫຼັກປະຕິບັດໃນຊີວິດ ຍ່ອມບໍ່ອາດຈະຄືກັນໄດ້ໃນທຸກແງ່ມຸມ ບໍ່ມີຄົນສອງຄົນທີ່ຈະມີປະສົບການຄືກັນໃນທຸກ ລາຍລະອຽດ ຄວາມທຸກຍາກຂຶງຄົນໜຶ່ງບໍ່ຄືຄວາມທຸກລຳບາກຂອງອີກຄົນໜຶ່ງໜ້າທີ່ໆ ເປັນເລື່ອງງ່າຍດາຍສຳລັບຄົນໜຶ່ງອາດເປັນເລື່ອງທີ່ຍຸ້ງຍາກແລະຊັບຊ້ອນຫຼາຍທີ່ສຸດ ສຳຫຼັບອີກຄົນໜຶ່ງກໍເປັນໄດ້ {MH 483.1}ມແ 506.1

    ທຳມະຊາດຂອງມະນຸດນັ້ນອ່ອນແອ ບໍ່ມີຄວາມຮູ້ແລະມັກມີຄວາມຄິດທີ່ ຜິດໆຢູ່ສະເໝີ ດ້ວຍເຫດນີ້ແຕ່ລະຄົນຄວນລະມັດລະວັງໃນການປະເມີນຄົນອື່ນເຮົາ ເກືອບບໍ່ຮູ້ເລີຍວ່າການກະທຳຂອງເຮົາສົ່ງຜົນຢ່າງໃດໃນຄວາມຮູ້ສຶດຂອງຄົນອື່ນ ສິ່ງທີ່ ເຮົາເຮັດຫຼືເວົ້າອອກໄປອາດເບິ່ງຄືວ່າບໍ່ມີຄວາມສຳຄັນແຕ່ຢ່າງໃດ ແຕ່ຖ້າຫາກຕາຂອງເຮົາ ໄດ້ເປີດອອກເຮົາຈະເຫັນວ່າສິ່ງເຫຼົ່ານັ້ນມີຄວາມສຳຄັນຢ່າງຍິ່ງທີ່ກໍ່ໃຫ້ເກີດຜົນດີຫຼືຜົນ ຮ້າຍໄດ້ {MH 483.2}ມແ 506.2