Loading...
Larger font
Smaller font
Copy
Print
Contents
ມະຫັດສະຈັນ ແຫ່ງການຮັກສາ - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຮາກຖານອັນກວ້າງໃຫຍ່

    ການຊ່ວຍເຫຼືອຈິດວິນຍານໃຫ້ໄດ້ຮັບຄວາມລອດເປັນສາດໃນລະດັບສູງສຸດທີ່ ເໜືອກວ່າສາດໃດໆກິດຈະການທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຈະມຸ້ງສະແຫວງຫາໄດ້ນັ້ນກໍ ຄືພາລະໜ້າທີ່ໃນການຊັກນໍາຄົນທັງຫຼາຍໃຫ້ຫັນກັບມາຈາກຄວາມຜິດບາບມາສູ່ຄວາມ ບໍລິສຸກອັນຊອບທໍາການຈະບັນລຸຜົນສໍາເລັດໃນງານນີ້ຕ້ອງມີການວາງຮາກຖານທີ່ກວ້າງ ໃຫຍ່ເປັນການສຶກສາທີ່ໃຫ້ຄວາມຮູ້ຄວບຄຸມຮອບດ້ານ ເປັນການສຶກສາທີ່ບິດາມານດາ ແລະຄູອາຈານຕ້ອງໃຊ້ທັງຄວາມຄິດແລະຄວາມພາກພຽນໃນການສັ່ງສອນຫຼາຍກວ່າ ການສອນໃນວິຊາສາມັນທົ່ວໄປເປັນການສຶກສາທີ່ຕ້ອງການບາງສິ່ງບາງຢ່າງຫຼາຍກວ່າ ການພັດທະນາສາມັນທົ່ວໄປເປັນການສຶກສາທີ່ຕ້ອງການບາງສິ່ງບາງຢ່າງຫຼາຍກວ່າການ ພັດທະນາສະຕິປັນຍາເທົ່ານັ້ນການສຶກສານີ້ຈະບໍ່ບັນລຸຜົນສໍາເລັດຢ່າງຄົບຖ້ວນນອກ ເສຍຈາກຮ່າງກາຍຄວາມຄິດແລະຈິດໃຈໄດ້ຮັບການຝຶກຝົນອົບຮົມຢ່າງເທົ່າທຽມກັນອຸ ປະນິໃສຕ້ອງໄດ້ຮັບການອົບຮົມທາງວິໃນຢ່າງເໝາະສົມເພື່ອຈະໄດ້ພັດທະນາຂຶ້ນຢ່າງ ເຕັມທີ່ໃນລະດັບສູງສຸດສະຕິປັນຍາແລະຄວາມສາມາດຕ້ອງໄດ້ຮັບການພັດທະນາ ແລະການຝຶກຝົນຢ່າງຖືກຕ້ອງເຮົາມີໜ້າທີ່ຕ້ອງຝຶກຝົນພັດທະນາແລະໃຊ້ກໍາລັງຄວາມ ສາມາດທຸກໆສ່ວນທີ່ເຮົາມີເພື່ອໃຫ້ເປັນຜູ້ຮັບໃຊ້ທີ່ມີປະສິດທິພາບຂອງພຣະເຈົ້າ {MH 398.3}ມແ 404.1

    ການສຶກສາທີ່ແທ້ຈິງຕ້ອງຄວບຄຸມທົ່ວທັງຕົວຕົນຂອງເຮົາຈະຕ້ອງສອນໃຫ້ຮູ້ຈັກ ໃຊ້ຕົນເອງຢ່າງຖືກຕ້ອງເຮັດໃຫ້ເຮົາສາມາດໃຊ້ສະໝອງກະດູກແລະກ້າມເນື້ອຮ່າງກາຍ ຄວາມຄິດແລະຈິດໃຈໄດ້ຢ່າງດີທີ່ສຸດຄວາມສາມາດຂອງສະໝອງຊຶ່ງເປັນພະລັງອໍານາດ ໃນລະດັບສູງເຮັດໜ້າທີ່ຄວບຄຸມອະໄວຍະວະຕ່າງໆຂອງຮ່າງກາຍໃຫ້ເຮັດວຽກໄດ້ຈະ ຕ້ອງນໍາຄວາມຕ້ອງການແລະອາລົມຕາມທໍາມະຊາດໃຫ້ຢູ່ພາຍໃຕ້ການຄວບຄຸມຂອງ ຈິດສໍານຶກແລະຄວາມນຶກຄິດໃນຝ່າຍຈິດວິນຍານພຣະຄຣິດຊົງຢູ່ໃນຖານະຜູ້ນໍາຂອງມະ ນຸດຊາດແລະຊົງມີພຣະປະສົງທີ່ຈະນໍາເຮົາໃນການຮັບໃຊ້ພຣະອົງ ໃຫ້ດໍາເນີນໄປໃນຫົນ ທາງແຫ່ງຄວາມບໍລິສຸດຊອບທໍາໂດຍຜົນແຫ່ງພຣະຄຸນຂອງພຣະອົງເຮົາຈຶ່ງກາຍເປັນຜູ້ທີ່ ບໍລິສຸດດີເລີດໄດ້ໃນພຣະອົງ {MH 398.4}ມແ 404.2

    ພຣະເຢຊູຊົງໄດ້ຮັບການສຶກສາຮໍ່າຮຽນຈາກພາຍໃນຄອບຄົວມານດາຂອງພຣະ ອົງຄືຄູຄົນທໍາອິດຂອງພຣະອົງຈາກປາກຂອງນາງແລະຈາກມ້ວນໜັງສືຂອງບັນດາຜູ້ເຜີຍ ພຣະວັດຈະນະພຣະອົງຊົງໄດ້ຮຽນຮູ້ເຖິງສິ່ງທັງປວງທີ່ເປັນເລື່ອງຝ່າຍສະຫວັນພຣະອົງ ຊົງອາໃສຢູ່ໃນຄອບຄົວຂອງຊາວຊົນນະບົດແລະຊົງຊ່ວຍແບ່ງເບົາພາລະໃນບ້ານຢ່າງຊື່ ສັດແລະລ່າເລີງພຣະຜູ້ຊົງເປັນຜູ້ບັງຄັບບັນຊາແຫ່ງສະຫວັນຊົງສະໜັກພຣະໄທທີ່ຈະ ເປັນຜູ້ຮັບໃຊ້ແລະເປັນບຸດຊາຍທີ່ໜ້າຮັກແລະເຊື່ອຟັງຄໍາຂອງບິດາມານດາພຣະອົງຊົງ ຮຽນວິຊາຊີບແລະດ້ວຍພຣະຫັດຂອງພຣະອົງເອງຊົງເຮັດວຽກໃນຮ້ານຊ່າງໄມ້ກັບໂຢເຊບ ໃນຊຸດເຄື່ອງແຕ່ງກາຍຂອງຄົນງານທໍາມະດາໆພຣະອົງສະເດັດດໍາເນີນໄປຕາມຖະໜົນ ຫົນທາງຂອງໝູ່ບ້ານນ້ອຍໆໄປແລະກັບຈາກວຽກທີ່ຕໍ່າຕ້ອຍຂອງພຣະອົງ {MH 399.1}ມແ 405.1

    ສໍາຫຼັບຄົນໃນສະໃໝນັ້ນແລ້ວ ພວກເຂົາປະເມີນຄຸນຄ່າຂອງສິ່ງຕ່າງໆຈາກເປືອກ ນອກເປັນເຄື່ອງວັດ ຂະນະທີ່ອິດທິພົນຂອງສາສະໜາເສື່ອມຖອຍລົງຄວາມຫຼູຫຼາຟຸມ ເຟືອຍແລະການໂອ້ອວດກັບເປັນທີ່ນິຍົມຫຼາຍຂຶ້ນບັນດາຄູອາຈານໃນສະໄໝນັ້ນພະ ຍາຍາມເຮັດໂຕໃຫ້ຜູ້ອື່ນເຄົາລົບນັບຖື ດ້ວຍການສະແດງຕົນວ່າເປັນຜູ້ມີອໍານາດແລະ ແຕ່ງກາຍຢ່າງໂອ້ອ້າຫຼູຫຼາສໍາຫຼັບສິ່ງເຫຼົ່ານີ້ແລ້ວຊີວິດຂອງພຣະເຢຊູສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງຢ່າງຊັດເຈນຊີວິດຂອງພຣະອົງສະແດງໃຫ້ເຫັນເຖິງຄວາມໄຮ້ຄ່າຂອງ ສິ່ງເຫຼົ່ານີ້ທີ່ມະນຸດຖືວ່າເປັນສິ່ງສໍາຄັນຍິ່ງໃນຊີວິດ ໂຮງຮຽນໃນສະໃໝຂອງພຣະອົງ ທີ່ນິຍົມຂະຫຍາຍຄວາມສໍາຄັນແກ່ສິ່ງທີ່ມີຄຸນຄ່າເລັກນ້ອຍ ແລະລົດຄວາມສໍາຄັນແກ່ ສິ່ງທີ່ມີຄຸນຄ່າໃຫຍ່ຫຼວງ ພຣະອົງຊົງບໍ່ໄດ້ເຂົ້າສຶກສາພຣະອົງຊົງຮັບການສຶກສາຈາກສິ່ງ ຕ່າງໆທີ່ມີແຫຼ່ງກໍາເນີດມາຈາກເບື້ອງເທິງມາຈາກການເຮັດວຽກທີ່ມີປະໂຫຍດມາຈາກ ການສຶກສາຮໍ່າຮຽນພຣະຄໍາພີຈາກທໍາມະຊາດ ແລະຈາກປະສົບການຕ່າງໆໃນຊີວິດ ສິ່ງ ເຫຼົ່ານີ້ເປັນບົດຮຽນຈາກໜັງສືຂອງພຣະເຈົ້າຊຶ່ງເຕັມໄປດ້ວຍຄໍາແນະນໍາສັ່ງສອນສໍາຫຼັບ ຄົນທັງຫຼາຍທີ່ມີມືທີ່ພ້ອມເຕັມໃຈມີຕາທີ່ຊ່າງສັງເກດແລະຈິດໃຈທີ່ມີຄວາມເຂົ້າໃຈ {MH 400.1}ມແ 405.2

    “ພຣະກຸມມານກໍຈະເລີນໄວແຂງແຮງຂຶ້ນປະກອບດ້ວຍສະຕິປັນຍາແລະພຣະ ຄຸນຂອງພຣະເຈົ້າຢູ່ກັບທ່ານ” ລູກາ 2:40 {MH 400.2}ມແ 406.1

    ເມື່ອໄດ້ຕຽມພ້ອມເຊັ່ນນີ້ແລ້ວພຣະອົງ ຈົ່ງສະເດັດໄປປະຕິບັດພາລະກິດຂອງ ພຣະອົງທຸກຄັ້ງທີ່ພຣະອົງຕິດຕໍ່ກັບປະຊາຊົນ ຊົງສໍາແດງແກ່ເຂົາທັງຫຼາຍໄດ້ສໍາຜັດເຖິງ ພະລັງທີ່ຈະເປັນພຣະພອນອໍານາດທີ່ຈະປ່ຽນແປງເຂົາທັງຫຼາຍຢ່າງເຊັ່ນທີ່ຊາວໂລກບໍ່ ເຄີຍປະຈັກມາກ່ອນ {MH 400.3}ມແ 406.2

    ບ້ານເຮືອນເປັນໂຮງຮຽນແຫຼ່ງທໍາອິດຂອງລູກ ແລະພາຍໃນບ້ານເຮືອນນີ້ແຫຼະທີ່ ເດັກຈະໄດ້ຮັບການວາງຮາກຖານຂອງຊີວິດແຫ່ງການປະຕິບັດຮັບໃຊ້ຫຼັກການຂອງຮາກ ຖານຕ້ອງຖືກສັ່ງສອນໃຫ້ແກ່ເດັກທີ່ບໍ່ແມ່ນແຕ່ພຽງທິດສະດີເທົ່ານັ້ນແຕ່ຕ້ອງເປັນຮາກ ຖານທີ່ວາງໂຄງສ້າງການຝຶກອົບຮົມພາກປະຕິບັດໄປຕະຫຼອດທັງຊີວິດ {MH 400.4}ມແ 406.3

    ເດັກໆຄວນໄດ້ຮັບການອົບຮົມສັ່ງສອນໃຫ້ຮູ້ຈັກຊ່ວຍເຫຼືອຜູ້ອື່ນ ນັບຕັ້ງແຕ່ອາ ຍຸຍັງນ້ອຍທັນທີທີ່ກໍາລັງ ແລະຄວາມສາມາດໃນການໃຊ້ເຫດຜົນໄດ້ພັດທະນາເຖິງລະ ດັບທີ່ພຽງພໍເຂົາຄວນໄດ້ຮັບໜ້າທີ່ໃຫ້ຊ່ວຍເຫຼືອວຽກໃນເຮືອນຄວນສົ່ງເສີມໃຫ້ເຂົາພະ ຍາຍາມຊ່ວຍບິດາມານດາເຮັດວຽກໃຫ້ຮູ້ຈັກລະງັບ ແລະຄວບຄຸມຕົນເອງໃຫ້ຄິດເຖິງ ຄວາມສຸກແລະປະໂຫຍດຂອງຜູ້ອື່ນມາກ່ອນຕົນເອງ ໃຫ້ຄ່ອຍຫາໂອກາດຊ່ວຍປຸກປອບ ຈິດໃຈ ແລະຊ່ວຍເຫຼືອພີ່ນ້ອງແລະມິດສະຫາຍ ແລະສະແດງຄວາມເມດຕາກະລຸນາຕໍ່ ຜູ້ສູງອາຍຸຄົນປ່ວຍເຈັບ ແລະຜູ້ທີ່ດ້ອຍໂອກາດຍິ່ງມີຈິດວິນຍານແຫ່ງການຮັບໃຊ້ທີ່ແທ້ ຈິງອົບອວນຢູ່ພາຍໃນບ້ານຫຼາຍເທົ່າໃດ ຈິດວິນຍານນີ້ກໍຈະຍິ່ງໄດ້ຮັບການພັດທະນາ ໃຫ້ເຕີບໂຕຂຶ້ນໃນຊີວິດຂອງເດັກໆຫຼາຍເທົ່ານັ້ນເຂົາທັງຫຼາຍຈະຮຽນຮູ້ເຖິງຄວາມສຸກ ຈາກການຮັບໃຊ້ ແລະ ການເສຍສະຫຼະເພື່ອຄວາມສຸກຂອງຜູ້ອື່ນ {MH 401.1}ມແ 406.4